• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນ,ຮ່ວມມືລະຫວ່າງVOVແລະແຂວງ Gyeonggi ສເກົາຫລີ

      ວັນທີ 14 ຕຸລາ, ຄະນະຜູ້ແທນສະພາປະຊາຊົນແຂວງ  Gyeonggi, ສເກົາຫລີ ຢ້ຽມຢາມ ແລະ ເຮັດວຽກຢູ່ ວິທະຍຸກະຈາຍສຽງຫວຽດນາມ (VOV).

ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ VOV ແລະ ທ່ານ  Jung Ki Yepl, ປະທານ ສະພາປະຊາຊົນແຂວງ Gyeonggi
      ທີ່ການເຮັດວຽກ, ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ VOV ແລະ ທ່ານ  Jung Ki Yepl, ປະທານ ສະພາປະຊາຊົນແຂວງ Gyeonggi ປາດຖະຫນາຢາກຍູ້ແຮງການພົວພັນລະຫວ່າງ ຫວຽດນາມ ແລະ ສເກົາຫລີ ເວົ້າລວມ ແລະ VOV ກັບ ແຂວງ Gyeonggi ເວົ້າສະເພາະ ເພື່ອຊຸກຍູ້ການແລກປ່ຽນຂໍ້ມູນຂ່າວ, ເປີດການພົວພັນແລກປ່ຽນ, ສ້າງຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ. ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ: ໃນເດືອນກັນຍາຜ່ານມາ, ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ສັດຕະຍາບັນອະນຸຍາດໃຫ້ລາຍການກະຈາຍສຽງພາກພາສາ ສເກົາຫລີ ອອກອາກາດຜ່ານຄື້ນ VOV. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຫວຽດນາມ ຕີລາຄາສູງການພົວພັນລະຫວ່າງຫວຽດນາມແລະ ສເກົາຫລີ ແລະ ປາດຖະຫນາວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ສເກົາຫລີ ເວົ້າລວມ, ແລະ ກັບແຂວງGyeonggi ເວົ້າສະເພາະນັບມື້ນັບພັດທະນາ.
        ນັບແຕ່ປີ 2016 ເປັນຕົ້ນໄປ, VOV ແລະ ວິທະຍຸກະຈາຍສຽງ ແຂວງ Gyeonggi  ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືເພື່ອແນະນຳກ່ຽວກັບປະເທດຊາດ ແລະ ປະຊາຊົນ, ວັດທະນະທຳສັງຄົມຂອງແຂວງ Gyeonggi ພິເສດແມ່ນຄວາມສາມາດບົ່ມຊ້ອນການທ່ອງທ່ຽວ. ຂ້າພະເຈົ້າຫວັງວ່າ VOV ຈະມີການຮ່ວມມືກັບບັນດາອົງການສື່ມວນຊົນໂທລະພາບຂອງແຂວງ Gyeonggi  ຫລາຍກວ່າອີກ, ໃນນັ້ນ ມີສະຖານີວິທະຍຸກະຈາຍສຽງໂທລະພາບແຂວງ Gyeonggi.”
      ວັນທີ 15 ຕຸລາ,  ບັນດາລາຍການແລກປ່ຽນທຳອິດລະຫວ່າງຊ່ອງກະຈາຍສຽງພາກພາສາອັງກິດ 24/7 ຂອງລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸ KFM ຂອງແຂວງ Gyeonggi ໄດ້ອອກອາກາດໃນຄື້ນວິທະຍຸຂອງສະຖານີວິທະຍຸກະຈາຍສຽງທັງສອງ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top