• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ

      ວັນທີ 21 ມັງກອນ, ຢູ່ຮ່າໂນ້ຍ, ເມື່ອຕ້ອນຮັບທ່ານ ເຊິ໊ງປົວ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ, ທ່ານຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີໃຫ້ ສອງຝ່າຍສືບຕໍ່ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງເປັນຢ່າງດີ, ສືບຕໍ່ຮັກສາການພົວພັນແລກປ່ຽນ ແລະ ພົບປະໃນທຸກຂັ້ນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ເປັນຕົ້ນແມ່ນ ເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ແທດຈິງ.

ທ່ານຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບທ່ານ ເຊິ໊ງປົວ ເອກອັກຄະລັດຖະທູດ ຈີນ
ປະຈຳ ຫວຽດນາມ (ພາບ: VGP)
      ທ່ານຮອງນາຍົກລັດຖະມົນຕີມີຄວາມປາດຖະໜາວ່າ ທ່ານ ເຊິ໊ງປົວ ດ້ວຍບົດບາດຂອງຕົນຈະຊຸກຍູ້ເພື່ອປະກອບສ່ວນຮັກສາດຸນການຄ້າລະຫວ່າງສອງປະເທດ. ສອງຝ່າຍຄວນຮ່ວມມືກັນແກ້ໄຂບັນດາຂໍ້ຄົງຄ້າງຂອງບາງໂຄງການເພື່ອບໍ່ສົ່ງຜົນສະທ້ອນເຖິງອິດທິພົນຊື່ສຽງ, ພາບພົດຂອງ ນັກລົງທຶນຈີນ.
        ເຫັນດີເປັນເອກະພາບກັບເປົ້າໝາຍພັດທະນາການຄ້າສອງຝ່າຍຢ່າງປອດໄສ, ສົມດຸນ ແລະ ຍືນຍົງ ເຊິ່ງທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ວາງອອກມານັ້ນ, ທ່ານເອກອັກຄະລັດຖະທູດ ເຊິ໊ງປົວ ໃຫ້ຮູ້ວ່າ ຝ່າຍຈີນ ພວມສືບຕໍ່ຊຸກຍູ້, ເປີດກ້ວາງການນຳເຂົ້າຈາກ ຫວຽດນາມ, ພິເສດແມ່ນ ບັນດາ ປະເພດສິນຄ້າຜະລິດຕະພັນກະເສດເຊິ່ງ ຫວຽດນາມມີທ່າແຮງ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top