• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຊຸກຍູ້ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຫວຽດນາມ-ຝຣ່ັງ

ການຢ້ຽມຢາມປະເທດ ສສ. ຫວຽດນາມ ຂອງທ່ານ Édouard Philippe ນາຍົກລັດຖະມົນຕີແຫ່ງ ສ.ຝຣັ່ງ ໄດ້ຮັບການດຳເນີນໄປ ກົງກັບໂອກາດສະເຫຼີມສະຫຼອງ 45 ປີ ວັນສ້າງຕັ້ງສາຍພົວພັນດ້ານການທູດ ແລະ 5 ປີ ວັນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຝຣັ່ງ. ການຢ້ຽມຢາມດັ່ງກ່າວ ໄດ້ຊຸກຍູ້ ການພົວພັນ ດ້ານການເມືອງ-ການຕ່າງປະເທດ, ເປີດກວ້າງການພົວພັນດ້ານເສດຖະກິດ-ການຄ້າ, ພ້ອມກັນນັ້ນແມ່ນຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ບຳລຸງສ້າງ, ວິທະຍາສາດ-ເຕັກໂນໂລຊີ, ພະລັງງານ ແລະ ອື່ນໆ...
ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຕ້ອນຮັບທ່ານ ນາຍົກລັດຖະມົນຕີ ຝຣັ່ງ Édouard Philippe. ທ່ານ ນາຍົກລັດຖະມົນຕີ ຝຣັ່ງ Édouard Philippe ໄດ້ສະແດງຄວາມປິຕິຍິນດີ ຕໍ່ການທີ່ໄດ້ພົບປະຄືນໃໝ່ ກັບທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ; ສະແດງ ຄວາມຍິນດີ ທ່ານເລຂາທິການໃຫຍ່ ຫາກໍໄດ້ ສະພາແຫ່ງຊາດ ເລືອກຕັ້ງ ເປັນປະທານປະເທດ; ສະແດງຄວາມປິຕິຍິນດີ ທີ່ໄດ້ມາຢ້ຽມຢາມ ຫວຽດນາມ-ຄູ່ຮ່ວມມືອັນສຳຄັນ ຂອງ ຝຣັ່ງ ຢູ່ອາຊີ, ໃນປີພິເສດ ສະເຫຼີມສະຫຼອງ 45 ປີ ວັນສອງປະເທດສ້າງຕັ້ງສາຍພົວພັນດ້ານການທູດ ແລະ 5 ປີ ວັນລົງນາມໃນສັນຍາການພົວພັນຄູ່ຮ່ວມມື ຍຸດທະສາດ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຕີລາຄາສູງ ການຢ້ຽມຢາມ ຫວຽດນາມ ຂອງ ທ່ານ ນາຍົກລັດຖະມົນຕີ Édouard Philippe; ເນັ້ນໜັກຄວາມໝາຍພິເສດ ຂອງ ປີ 2018 ກັບສອງຄັ້ງ ການຢ້ຽມຢາມເຊິ່ງກັນ ແລະ ກັນ ແລະ ການເຄື່ອນໄຫວແລກປ່ຽນຫຼາຍຢ່າງ ທີ່ອຸດົມສົມບູນອື່ນໆ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 45 ປີ ວັນ ສອງເທດສ້າງຕັ້ງສາຍພົວພັນດ້ານການທູດ ແລະ 5 ປີ ວັນ ລົງນາມໃນສັນຍາການພົວພັນຄູ່ຮ່ວມມື ຍຸດທະສາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມຍິນດີ ຕໍ່ການພັດທະນາຢ່າງຕັ້ງໜ້າ ໃນການພົວພັນ ຂອງ ສອງປະເທດ ໃນໄລຍະຜ່ານມາ; ສະແດງຄວາມຊົມເຊີຍ ຕໍ່ການທີ່ສອງຝ່າຍ ໄດ້ເສີມຂະຫຍາຍປະສິດທິຜົນ ແລະ ຮັກສາຖ່ວງທ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ໂດຍຜ່ານຫຼາຍກົນໄກ ແລະ ຮູບການຮ່ວມມື; ໃຫ້ວ່າຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ແລະ ການພົວພັນຮ່ວມມືຮອບດ້ານ ໃນຂົງເຂດຕ່າງໆ ລະຫວ່າງສອງປະເທດ ບໍ່ພຽງແຕ່ເລີ່ມຈາກຄວາມຕ້ອງການ ຢ່າງພາວະວິໄສ ຫາກຍັງສຸດທີ່ສອດຄ່ອງ ກັບຜົນປະໂຫຍດໂດຍພື້ນຖານ ຂອງສອງປະເທດອີກດ້ວຍ.


ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຢືນຢັນ ຫວຽດນາມ ຍາມໃດກໍຖື ຝຣັ່ງ ເປັນຄູ່ຮ່ວມມື ແຖວໜ້າ ຂອງ ເອີຣົບ ກໍຄືໃນໂລກ; ປາດຖະໜາ ສອງຝ່າຍ ສືບຕໍ່ປະສານສົມທົບ ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ ບັນດາຂໍ້ຕົກລົງ ທີ່ໄດ້ຮັບການລົງນາມ ບົນຫຼາຍຂົງເຂດ ໃນໄລຍະຜ່ານມາ ຈະ ປະກົດຜົນເປັນຈິງ, ພ້ອມກັນ ມານະພະຍາຍາ ຮັກສາຖ່ວງທ່າ ພັດທະນາ ຢ່າງຕັ້ງໜ້າ ຂອງ ການພົວພັນສອງຝ່າຍ, ພ້ອມກັນນັ້ນ ເພີ່ມທະວີ ການປະສານສົມທົບ ທີ່ບັນດາເວທີປາໄສ ຫຼາຍຝ່າຍ, ພ້ອມກັນ ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ພາກພື້ນ ແລະ ໃນໂລກ. 


ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຮັບການຈັດຂຶ້ນ ຢ່າງສົມກຽດ ທີ່ສຳນັກງານປະທານປະເທດ, ທ່ານ ລັດຖະມົນຕີ ຫງວຽນຊວນຟຸກ
ເປັນເຈົ້າພາບ ໃນພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຝຣັ່ງ Édouard Philippe. ພາບ: ຖົ໋ງເຍິດ-VNA



ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຕ້ອນຮັບ ທ່ານ ນາຍົກລັດຖະມົນຕີຝຣັ່ງ Édouard Philippe. ພາບ: ຖົ໋ງເຍິດ-VNA


ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ນາຍົກລັດຖະມົນຕີຝຣັ່ງ Édouard Philippe ກັບ ເດັກນ້ອຍ ອະນຸຊົນ ຮ່າໂນ້ຍ
ທີ່ພິທີຕ້ອນຮັບ. ພາບ: ຖົ໋ງເຍິດ-VNA



 ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການ ພົບປະເຈລະຈາ ກັບທ່ານ ນາຍົກລັດຖະມົນຕີ ຝຣັ່ງ Édouard Philippe.
ພາບ: ຖົ໋ງເຍິດ-VNA



ທີ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບ ທ່ານ ນາຍົກລັດຖະມົນຕີຝຣັ່ງ
Édouard Philippe ໄດ້ລົງຢ້ຽມຢາມໜອງປາລຸງໂຮ່. ພາບ: ຖົ໋ງເຍິດ-VNA



ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໃນການຕ້ອນຮັບ ທ່ານ ນາຍົກລັດຖະມົນຕີຝຣັ່ງ Édouard Philippe.
ພາບ: ຈ້ອງດຶກ-VNA



ທີ່ນະຄອນໂຮ່ຈີມິນ, ທ່ານກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍິນ ໄດ້ຕ້ອນຮັບ ແລະ ມອບໃຫ້ທ່ານ
ນາຍົກລັດຖະມົນຕີຝຣັ່ງ Édouard Philippe ປຶ້ມຫົວໜຶ່ງທີ່ໃສ່ຊື່ “ຂີດໝາຍ ການສະຖາປັດຕະຍະກຳ ຝຣັ່ງ ຢູ່ ໄຊງ່ອນ-ນະຄອນ ໂຮ່ຈີມິນ”.
ພາບ: ຊວນຄູ-VNA



ທ່ານ ນາຍົກລັດຖະມົນຕີ ຝຣັ່ງ Édouard Philippe (ຜູ້ທີສອງຈາກຊ້າຍ) ພ້ອມກັບ ບັນດາເຈົ້າໜ້າທີ່ ດ້ານເສດຖະກິດ ຝຣັ່ງ
ໃນການແລກປ່ຽນກັບ ບັນດາ Star-up ຫວຽດນາມ. ພາບ: ຖົ໋ງເຍິດ-VNA



ທ່ານລັດຖະມົນຕີທັງສອງ ເປັນສັກຂີພິຍານ ໃນພິທີ ລົງນາມ ໃນຂໍ້ຕົກລົງ ວ່າດ້ວຍການຮ່ວມມື ລະວຫວ່າງ ສະພາເສດຖະກິດ ສັງຄົມ ແລະ ສິ່ງແວດລ້ອມ ຝຣັ່ງ ແລະ ຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ. ພາບ: ຖົ໋ງເຍິດ-VNA


ທ່ານລັດຖະມົນຕີທັງສອງ ເປັນສັກຂີພິຍານ ໃນພິທີ ມອບສັນຍາ ຊື້ເຄື່ອງຈັກ Leap ໃຫ້ແກ່ເຄື່ອງບິນ  Neo
ຂອງ ບໍລິສັດຫຸ້ນສ່ວນການບິນ Vietjet. ພາບ: ຖົ໋ງເຍິດ-VNA

ໃນຂອບເຂດການເຄື່ອນໄຫວຕ່າງໆ ຂອງ ການຢ້ຽມຢາມ ຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ລັດຖະບານ ຫງວຽນຊວນຟຸກ ໄດ້ມີການຕ້ອນຮັບ ແລະ ພົບປະ ເຈລະຈາ ກັບ ທ່ານ ນາຍົກລັດຖະມົນຕີຝຣັ່ງ Édouard Philippe ທີ່ສຳນັກງານລັດຖະບານ.

ທ່ານລັດຖະມົນຕີທັງສອງ ໄດ້ເປັນເອກະສັນກັນ ຕີລາຄາ ສາຍພົວພັນ ຫວຽດນາມ-ຝຣັ່ງ ກຳລັງພັດທະນາ ຢ່າງຕັ້ງໜ້າ ໃນຫຼາຍຂົງເຂດ ແລະ ຢືນຢັນ ການຕັດສິນໃຈລວມ ເຮັດໃຫ້ເລິກເຊິ່ງ ຄູ່ຮ່ວມມືຍຸດທະສາດພາຍໃນ ຫວຽນນາມ-ຝຣັ່ງ, ຕອບສະໜອງຜົນປະໂຫຍດ ແລະ ຄວາມສົນໃຈລວມ ຂອງ ສອງປະເທດ. ສອງຝ່າຍ ໄດ້ເປັນເອກະພາບກັນ ເພີ່ມທະວີການພົບປະແລກປ່ຽນ ໃນຂັ້ນຕ່າງໆ, ໂດຍສະເພາະຢ່າງຍິ່ງແມ່ນຂັ້ນສູງ, ພ້ອມກັນນັ້ນ ເສີມຂະຫຍາຍບົດບາດ ຂອງບັນດາກົນໄກ ປະສານງານ, ຊີ້ນຳ ການຮ່ວມມືສອງຝ່າຍ; ໃນບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ, ວິທະຍາສາດ-ເຕັກໂນໂລຊີ ແລະ ການສຶກສາ-ບຳລຸງສ້າງ. 

ທ່ານລັດຖະມົນຕີທັງສອງ ໄດ້ຢັ້ງຢືນ ການຮ່ວມມື ເສດຖະກິດ ສືບຕໍ່ເປັນເສົາຄຳ້ບຸລິມະສິດ ໃນການພົວພັນ ສອງຝ່າຍ ແລະ ເນັ້ນໜັກ ຕ້ອງເພີ່ມທະວີການຮ່ວມມື, ຊຸກຍູ້ ບັນດາໂຄງການຈຸດສຸມ ທີ່ສອງຝ່າຍ ກຳລັງ ຜັນຂະຫຍາຍ ກໍຄື ໃນການເພີ່ມທະວີການພົວພັນ ຫວຽດນາມ-ສະຫະພາບເອີຣົບ. ທ່ານ ນາຍົກລັດຖະມົນຕີ ຝຣັ່ງ Édouard Philippe ໄດ້ຢືນຢັນ ຝຣັ່ງ ສະໜັບສະໜູນ ເລື່ອງ ລົງນາມ ແລະ ໃຫ້ສັດຕະຍາບັນ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (EVFTA) ໂດຍໄວ ກໍຄື ໃຫ້ຂໍ້ໝັ້ນໝາຍ ຮັກສາການຮ່ວມມື ພັດທະນາ ໃຫ້ແກ່ ຫວຽດນາມ ໃນໄລຍະຈະມາເຖິງນີ້. ສອງຝ່່າຍໄດ້ເປັນ ເອກສັນກັນ ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃນການ ພັດທະນາລັດຖະບານເອເລັກຕໂຣນິກ ແລະ ຫັນການຄຸ້ມຄອງບໍລິຫານແຫ່ງລັດເປັນທັນສະໄໝ ຊຶ່ງເປັນ ຂົງເຂດຮ່ວມມືໃໝ່ ແລະ ມີແງ່ຫວັງ. ສອງຝ່າຍ ໄດ້ເປັນເອກະພາບກັນ ອຳນວຍຄວາມສະດວກ ສົ່ງເສີມ ບັນດາວິສາຫະກິດ ສອງປະເທດ ເພີ່ມທະວີການເຊື່ອມຕໍ່ ຮ່ວມມື ດຳເນີນທຸລະກິດ ລົງທຶນ ໃນບັນດາຂົງເຂດ ຝຣັ່ງ ມີທ່າແຮງ ແລະ ຫວຽດນາມມີຄວາມຕ້ອງການ ເຊັ່ນ ພື້ນຖານໂຄງລ່າງ, ພະລັງງານ, ການບິນ, ອະວະກາດ, ສາທາລະນະສຸກ, ວິທະຍາກາດ-ເຕັກໂນໂລຊີ, ການສື່ສານ, ການຮັບມື ກັບການປ່ຽນແປງ ຂອງ ດິນຟ້າອາກາດ, ຕົວເມືອງສະຫຼາດ.



ທ່ານ ນາຍົກລັດຖະມົນຕີຝຣັ່ງ Édouard Philippe ມາຢ້ຽມຢາມ ແລະ ຕັດແຖບຜ້າສະຫຼອງການສຳເລັດ
ໂຮງຮຽນສາກົນຝຣັ່ງ Alexandre Yersin ທີ່ເມືອງ ລອງບຽນ (ຮ່າໂນ້ຍ). ພາບ: ວັນດຽບ-VNA



ບັນດາພວກນ້ອງນັກຮຽນ ໂຮງຮຽນສາກົນ ຝຣັ່ງ Alexandre Yersin ມອບໃຫ້ທ່ານ ນາຍົກລັດຖະມົນຕີ ຝຣັ່ງ Édouard Philippe
ເສື້ອກິລາຜືນໜຶ່ງ. ພາບ: ວັນດຽບ-VNA



ທ່ານ ນາຍົກລັດຖະມົນຕີຝຣັ່ງ Édouard Philippe ໄດ້ມາວາງພວງມາລາ ຢ້ຽມຄາລະວະ ອະນຸສາວະລີ A1 ແລະ ຢ້ຽມຢາມເຂດປູສະນີຍະສະຖານໂນນ A1 ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. ພາບ: VNA


ທ່ານປະທານຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ ຫງວຽນດຶກຈຸງ ໄດ້ຕ້ອນຮັບ ແລະ ພາທ່ານ ນາຍົກລັດຖະມົນຕີຝຣັ່ງ
Édouard Philippe ໄປຢ້ຽມຢາມ ຄຸ້ມຖະໜົນຄົນຍ່າງ ໂຮ່ຮວ່ານກ໋ຽມ. ພາບ: ເລີມແຄ໋ງ-VNA



ທ່ານ ນາຍົກລັດຖະມົນຕີຝຣັ່ງ Édouard Philippe ໂອ້ລົມກັນກັບນັກທ່ອງທ່ຽວ ທີ່ຄຸ້ມຖະໜົນຄົນຍ່າງ
ໂຮ່ຮວ່ານກ໋ຽມ. ພາບ: ຖົ໋ງເຍິດ-VNA



ທ່ານ ນາຍົກລັດຖະມົນຕີຝຣັ່ງ Édouard Philippe ຢ້ຽມຢາມເຂດ ວັນມ໋ຽວ-ກວກຕືຢາມ. ພາບ: ວັນດຽບ-VNA

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ນາຍົກລັດຖະມົນຕີຝຣັ່ງ Édouard Philippe ໄດ້ເປັນ ສັກຂີພິຍານ ໃນພິທີລົງນາມ, ແລກປ່ຽນເອກະສານ, ຂໍ້ຕົກລົງ ສະບັບຕ່າງໆ ລະຫວ່າງ ສອງປະເທດ ໃນຫຼາຍ ຂົງເຂດ ຊຶ່ງໃນນັ້ນ ມີ ບຳລຸງສ້າງ, ພັດທະນາ ລັດຖະບານເອເລກຕໂຣນິກ, ຮ່ວມມື ດ້ານສາທາລະນະສຸກ, ການຮັບມືກັບການປ່ຽນແປງ ຂອງ ດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ຍ່ານເວຫາ, ຄຸ້ມຄອງຕົວເມືອງ, ສະໜອງເຄື່ອງບິນຂົນສົ່ງລູກຄ້າ Airbus ແລະ ພະລັງງານ. 

ຝຣັ່ງ ເປັນຄູ່ຮ່ວມມື ການຄ້າ ເອີຣົບ ໃຫຍ່ອັນດັບທີຫ້າ ຂອງ ຫວຽດນາມ (ຖັດຈາກ ເຢຍລະມັນ, ອັງກິດ, ໂຮນລັງ, ອີຕາລີ). ປີ 2017, ການແລກປ່ຽນການຄ້າສອງສົ້ນ ບັນລຸ 4,6 ຕື້ ໂດລາສະຫະລັດ (ເພີ່ມ 11,6% ເມື່ອທຽບກັບປີ 2016), ໃນນັ້ນ ວົງເງິນການຄ້າສົ່ງອອກ ໄປຕະຫຼາດ ຝຣ່ັງ ບັນລຸ 3,35 ຕື້ ໂດລາສະຫະລັດ (ຕົ້ນຕໍແມ່ນເກີບ, ເກີດແຕະ, ເຄື່ອງຕຳ່ແຜ່ນຕັດຫຍິບ, ຜະລິດຕະພັນເຄື່ອງປັ້ນດິນເຜົາ, ດິນເຜົາເຄືອບ, ຫວາຍ, ໄມ້ໄຜ່ສານ, ສິນໃນນຳ້, ພາຫະນະເຄື່ອງຈັກ, ສິ້ນສ່ວນຍ່ອຍເຄື່ອງເອເລັກໂຕຣນິກ). ວົງເງິນນຳເຂົ້າ ຂອງ ຫວຽດນາມ ຈາກ ຝຣັ່ງ ບັນລຸ 1,27 ຕື້ ໂດລາສະຫະລັດ (ຕົ້ນຕໍ ແມ່ນ ອຸປະກອນການບິນ, ເຄື່ອງຈັກອຸດສາຫະກຳ, ຢາປົວພະຍາດ, ທາດເຄມີ ແລະ ເຄື່ອງສຳອາງ). ການແລກປ່ຽນການຄ້າ ລະຫວ່າງ ສອງປະເທດ ໃນ 6 ເດືອນ ຕົ້ນປີ 2018 ບັນລຸ 2,3 ຕື້ ໂດລາສະຫະລັດ. 
ບົດ: VNP ສັງລວມ - ພາບ: VNA

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top