• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນ 2 ຝ່າຍ, ຫຼາຍຝ່າຍຫວຽດນາມ - ເອີລົບ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພວມເຂົ້າຮ່ວມກອງປະຊຸມສຸດຍອດອາຊີ - ເອີລົບ (ASEM) ຄັ້ງທີ 12 ຢູ່ບຣຸກແຊນ, ປະເທດແບນຊິກ, ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ບັນດາເປົ້າໝາຍທົ່ວໂລກຮອດປີ 2030 (P4G) ແລະ ຢ້ຽມຢາມສ.ໂອຕາລິດ, ລາຊະອານາຈັກແບນຊິກ, ລາຊະອານາຈັກແດນມາກ ຢ່າງເປັນທາງການ, ຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພາບເອີລົບ (EU).
ການໄປປະຕິບັດງານຢູ່ເອີລົບ ຂອງທ່ານນາຍົກລັດຖະມົນຕີ ແມ່ນເພື່ອແນໃສ່ສ້າງບັນດາຈຸດພົ້ນເດັ່ນ, ກຳລັງໜູນສຳຄັນເພື່ອຊຸກຍູ້ບັນດາການພົວພັນ 2 ຝ່າຍຢູ່ເອີລົບ, ຍູ້ແຮງ ແລະ ຍົກລະດັບການພົວພັນການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ.
        ການຢ້ຽມຢາມ, ເຮັດວຽກຢູ່ເອີລົບ ໂດຍໄດ້ຮັບການປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາເອີລົບ Donald Tusk, ປະທານຄະນະກຳມະການເອີຣົບ Jean-Claude Juncker, ທ່ານນາຍົກລົດຖະມົນຕີແຫ່ງສ.ໂອຕາລິດ  Sebastian Kurz, ທ່ານນາຍົກລັດຖະມົນຕີແບນຊິກ Charles Michel ແລະ  ທ່ານນາຍົກລັດຖະມົນຕີແດນມາກ Lars Lokke Rasmusse.
ຊຸກຍູ້ການຮ່ວມມືຫຼາຍຝ່າຍ.
        ກອງປະຊຸມສຸດຍອດອາຊີ - ເອີລົບ ຄັ້ງທີ 12 (ASEM 12) ມີຫົວຂໍ້ວ່າ “ອາຊີ ແລະ ເອີລົບ: ການພົວພັນຄູ່ຮ່ວມມືທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ”.
        ນັບແຕ່ປີ 1996, ຜ່ານ 2 ທົດສະວັດທີ່ເຂົ້າເປັນສະມາຊິກ ASEM, ຍາມໃດຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ຂະຫຍັນຂັນເຄື່ອນ ແລະ ມີຄວາມຮັບຜິດຊອບ, ສ້າງບັນດາຂີດໝາຍທີ່ມີຄວາມໝາຍໃນໄລຍະພັດທະນາຂອງ ASEM. ຫວຽດນາມ ໄດ້ເຂົ້າຮ່ວມການສະເໜີຊຸກຍູ້ການເປີດກວ້າງ ASEM 2 ຄັ້ງ (ASEM 5 ປີ 2004 ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ASEM ຄັ້ງທີ 9 ປີ 2009); ພ້ອມກັບບັນດາປະເທດສະມາຊິກຮັບຮອງເອົາເອກະສານ ແລະ ຂໍ້ຕົກລົງສຳຄັນມີລັກສະນະກຳນົດທິດໃນວິວັດທະນາການຮ່ວມມື ASEM ຫຼາຍສະບັບ ຄື: “ຖະແຫຼງການຮ່າໂນ້ຍ ກ່ຽວກັບການພົວພັນຄູ່ຮ່ວມມືເສດຖະກິດ ASEM ຢ່າງແໜ້ນແຟ້ນກວ່າ”, “ຖະແຫຼງການ ASEM ກ່ຽວກັບການເຈລະຈາລະຫວ່າງບັນດາພື້ນຖານວັດທະນະທຳ, ສີວິໄລ”, “ຂໍ້ສະເໜີແນະກ່ຽວກັບການປັງປຸງວິທີການເຄື່ອນໄຫວ ASEM” (ເມື່ອປີ 2004).
        ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາສະມາຊິກທີ່ຕັ້ງໜ້າຂອງເວທີປາໄສ, ດ້ວຍຂໍ້ລິເລີ່ມ 24 ຂໍ້ ແລະ ຮ່ວມປົກຄ້ອງ 27 ຂໍ້ລິເລີ່ມກ່ຽວກັບບັນດາຂົງເຂດແທດຈິງກັບທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນຄື: ວັດທະນະທຳ, ສາທາລະນະສຸກ, ຄົມມະນາຄົມຂົນສົ່ງ, ຄວາມປອດໄພດ້ານພະລັງງານ, ການເຕີບໂຕຂຽວ, ການໜູນຊ່ວຍຊີວິດສັງຄົມ, ການເຕີບໂຕກວມລວມ, ເສດຖະກິດດີຈີຕອນ… ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າປຸກລະດົມ ແລະ ຮັກສາກົນໄກຮ່ວມມືທຳອິດໃນ ASEM ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແມ່ນ “ຄູ່ເຈລະຈາ ASEM ກ່ຽວກັບການພັດທະນາແບບຍືນຍົງ”, ໃນນັ້ນສຸມໃສ່ຮ່ວມມືໃນອະນຸພາກພື້ນບັນດາປະເທດແຄມແມ່ນ້ຳຂອງ - Danube.
        ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ບັນດາເປົ້າໝາຍທົ່ວໂລກຮອດປີ 2030 (P4G) ໄດ້ດຳເນີນຢູ່ Copenhagen, ປະເທດແດນມາກ. ກອງປະຊຸມຄັ້ງນີ້ຈະວາງອອກວິໄສທັດ, ການກຳນົດທິດໃຫຍ່, ບັນດາມາດຕະການ, ການກະທຳລະອຽດກ່ຽວກັບການຊຸກຍູ້ການເຕີບໂຕຂຽວ ແລະ ການພັດທະນາແບບຍືນຍົງໃນຂອບເຂດທົ່ວໂລກ.
ຍູ້ແຮງບັນດາການຮ່ວມມື 2 ຝ່າຍ.
        ນອກຈາກການເຂົ້າຮ່ວມກອງປະຊຸມສາກົນ 2 ຄັ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະໄປຢ້ຽມຢາມສ.ໂອຕາລິດ, ລາຊະອານາຈັກແບນຊິກ, ລາຊະອານາຈັກແດນມາກ ຢ່າງເປັນທາງການ, ຢ້ຽມຢາມ ແລະ ເຮັດວຽກຢູ່ EU ເພື່ອແນໃສ່ຍູ້ແຮງການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດ EU.
        ສຳລັບສ.ໂອຕາລິດ, ການພົວພັນກັບ ໂອຕາລິດ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ, ໂດຍສະເພາະແມ່ນການຄ້າ 2 ຝ່າຍລະຫວ່າງ 2 ປະເທດໄດ້ຮັບການພັດທະນາຢ່າງຕັ້ງໜ້າໃນຊຸມປີມໍ່ໆມານີ້.  ປີ 2017, ວົງເງິນຂາອອກ - ຂາເຂົ້າສິນຄ້າ 2 ສົ້ນບັນລຸກວ່າ 4 ຕື້ USD (ເພີ່ມຂຶ້ນ 42% ເມື່ອທຽບໃສ່ປີ 2016) ແລະ ໂອຕາລິດ ໄດ້ກາຍເປັນຕະຫຼາດສົ່ງອອກໃຫຍ່ທີ 6 ຂອງຫວຽດນາມ ຢູ່ເອີລົບ.
        ສຳລັບແບນຊິກ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 22 ມີນາ 1973. ການພົວພັນລະຫວ່າງ 2 ປະເທດໄດ້ຮັບການພັດທະນາຢ່າງຕັ້ງໜ້າ ພາຍຫຼັງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ໃນຂອບເຂດຮ່ວມມືໃນຫຼາຍຂົງເຂດ, ຫຼາຍຂັ້ນ (ລະຫວ່າງລັດ, ຂົງເຂດ ແລະ ປະຊາຄົມ). ສຳລັບແດນມາກ, ປີ 2018 ແມ່ນປີສະເຫຼີມສະຫຼອງ 5 ປີແຫ່ງວັນ 2 ປະເທດຫວຽດນາມ - ແດນມາກ ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ (2013 – 2018). 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນສະຫະປະຊາຊາດ, ASEM, ASEAN – EU. ໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແດນມາກ ແມ່ນນັກອຸປະຖຳໃຫຍ່ແຖວໜ້າໃຫ້ແກ່ຫວຽດນາມ ດ້ວຍຈຳນວນເງິນອຸປະຖຳເຖິງ 40 ລ້ານ USD ໃຫ້ແກ່ “ໂຄງການຮັບມື ແລະ ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ” ( 2 ຝ່າຍໄດ້ລົງນາມໃນສັນຍາຮ່ວມມືເມື່ອເດືອນ ທັນວາ 2008 ຢູ່ຮ່າໂນ້ຍ).
        ໃນຂະນະນັ້ນ, ການພົວພັນລະຫວ່າງຫວຽດນາມ - EU ພວມພັດທະນາຕັ້ງໜ້າທີ່ສຸດ. ປີ 2017, EU ແມ່ນຄູ່ຄ້າໃຫຍ່ທີ 3 (ຖັດຈາກຈີນ, ອາເມລິກາ) ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 2 (ຖັດຈາກອາເມລິກາ) ຂອງຫວຽດນາມ. ວົງເງິນການຄ້າ 2 ສົ້ນໃນປີ 2017 ບັນລຸປະມານ 50,46 ຕື້ USD (ເພີ່ມຂຶ້ນ 11,9% ເມື່ອທຽບໃສ່ປີ 2016). EU ຍາມໃດກໍ່ແມ່ນໜຶ່ງໃນບັນດານັກອຸປະຖຳໃຫຍ່ໃຫ້ແກ່ຫວຽດນາມ (EU ແມ່ນນັກສະໜອງທຶນຊ່ວຍເຫຼືອລ້າໃຫຍ່ກວ່າໝູ່).
        ໃນສະພາບການນັ້ນ, ການໄປປະຕິບັດງານຢູ່ເອີລົບ ຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ບໍ່ພຽງແຕ່ເພື່ອແນໃສ່ຊຸກຍູ້ບັນດາການພົວພັນ 2 ຝ່າຍຢູ່ເອີລົບ, ຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນບົດບາດຕັ້ງໜ້າຂອງຫວຽດນາມ ເຂົ້າໃນການປະກອບສ່ວນສ້າງບັນດາລະບອບລະບຽບການຫຼາຍຝ່າຍ, ເຂົ້າຮ່ວມຢ່າງມີປະສິດທິຜົນ, ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຢູ່ບັນດາອົງການຈັດຕັ້ງຫຼາຍຝ່າຍອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top