• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຊື່ນຊົມພາບແສ່ວຢູ່ຫໍສະຖານປະຫວັດສາດ XQ

ຕັ້ງຢູ່ເຊິ່ງໜ້າກັບພູ ມົ້ງເມີ ທີ່ມີທິວທັດໜ້າສະອອນໃຈ,  ຫໍປະ ຫວັດສາດ XQ  (ຫຼືຍັງເອີ້ນອີກຊື່ໜຶ່ງວ່າຫໍປະຫວັດສາດ XQ ດ່າ ລາດ) ມີເນື້ອທີ່ 2 ເຮັກຕາ ຖືກສ້າງຂຶ້ນຕາມແບບສະຖາປັດຕະ ຍະກຳເຮືອນໄມ້ຂອງເມືອງເຫວ້ເກົ່າ ພ້ອມກັບການອອກແບບ ພາກສ່ວນຕ່າງໆຢູ່ພາຍໃນຢ່າງມີຄວາມກົມກືນມັນໄດ້ສ້າງ ຄວາມປະທັບໃຈເປັນຢ່າງຍິ່ງໃຫ້ແກ່ແຂກທ່ອງທ່ຽວ.
ຫໍປະຫວັດສາດ XQ ເປັນຈຸດທ່ອງທ່ຽວໜ້າຈັບໃຈທີ່ບ່ໍອາດ ມອງ ຂ້າມໃນຂະບວນວິວັດຂອງການຄົ້ນຫາ, ຊອກຮູ້ ກ່ຽວກັບທຳ ມະຊາດ, ວັດທະນະທຳຂອງຄົນດ່າລາດ, ໂດຍສະເພາະແມ່ນ ອາຊີບການປັກແສ່ວພາບມູນເຊື້ອທີ່ມີຊື່ສຽງຂອງຫວຽດນາມ. 

ຫໍປະຫວັດສາດ XQ ດ່າລາດ ຕັ້ງຢູ່ຖະໜົນມາຍແອງດ່າວ-ນະຄອນ ດ່າລາດ.


ຖືກສ້າງຂຶ້ນໃນພື້ນທີ່ 2 ເຮັກຕາ, ຫໍປະຫວັດສາດ XQ ດ່າລາດ ມີສະຖາປັດຕະຍະກຳທີ່ເຫນັ້ນຫນັກແບບຕົ້ນສະບັບຂອງ ເມືອງເກົ່າເຫວ້.


ເຂດຫ້ອງວາງສະແດງທີ່ເຕັມໄປດ້ວຍປະຫວັດຄວາມເປັນມາ ຂອງອາຊີບຖັກແສ່ວ.


“ໜອງໄຟ” ທີ່ມີຄວາມສະອອນໃຈພາຍໃນຫໍປະຫວັດສາດ XQ.


ເຂດຫ້ອງວາງສະແດງປຶ້ມ, ເອກະສານ ແລະ ເຂດກິນດື່ມຢູ່ພາຍ ໃນຫໍປະຫວັດສາດ XQ ໄດ້ຮັບການປະດັບປະດາທີ່ໂດດເດັ່ນໃນຫໍປະຫວັດສາດ.


ຕົ້ນໄມ້ຂຽວງາມພາຍໃນ ຫໍປະຫວັດສາດ XQ ໄດ້ຖືກຈັດວາງຢ່າງມີສະລິປະ.


ຜົນການປັກແສ່ວ “ທ້ອງຟ້າແກ້ວມະນີ ” ທີ່ໄດ້ວາງສະແດງ ພາຍໃນຫໍປະຫວັດສາດ XQ.


ການອອກແບບຈັດວາງເຂດຕ່າງໆພາຍໃນຫໍປະຫວັດສາດ XQ ມີລັກສະນະເຊື່ອມຕ່ໍເນື່ອງກັນອັນໄດ້ສ້າງຄວາມປະທັບໃຈເປັນຢ່າງຍິ່ງ
ໃຫ້ແກ່ແຂກທ່ອງທ່ຽວເມື່ອໄດ້ກ້າວເຂົ້າສູ່ ຫໍປະຫວັດສາດ XQ.



ນັກທ່ອງທ່ຽວບັນທຶກໄວ້ພາບທີ່ເປັນທ່ີລະນຶກເມື່ອໄປຢ້ຽມຊົມ ຫໍປະຫວັດສາດ XQ.  

ນາງ ຮ່ວາງເລຊວັນ, ນາຍຊ່າງເປັນຄົນເມືອງເຫວ້ຜູ້ທີ່ມີສີມຊຳນານ ໃນການປັກແສ່ວພາບອັນລະອຽດລະອໍ ໂດຍໄດ້ຮັບການ ຖ່າຍທອດຈາກມູນເຊື້ອຂອງຄອບຄົວ. ນາງໄດ້ພ້ອມກັບສາມີຊຶ່ງເປັນ ນັກຈິດຕະກອນ ຫວໍວັນກວັນ ປະດິດສ້າງຍີ່ຫໍ້ເຄື່ອງຫມາຍ ການຄ້າພາບປັກແສ່ວ XQ . ນີ້ຄືການປະສົມປະສານແບບພິເສດ ລະຫວ່າງສິລະປະຈິດຕະກຳກັບພາບປັກແສ່ວດ້ວຍມືໄດ້ນຳມາຄວາມໂດດເດັ່ນຂອງເຄື່ອງຫມາຍການຄ້າດັ່ງກ່າວ,  ທັງໄດ້ນຳມາເຊິ່ງຄວາມສົດໃສໃໝ່ອ່ຽມ ໃຫ້ແກ່ອາຊີບການປັກແສ່ວຫັດຖະກຳອັນເປັນມູນເຊື້ອຂອງ ຫວຽດນາມ. ນາຍຊ່າງພັນລະຍາສາມີຄູ່ນີ້ໄດ້ ກ່ໍຕັ້ງ ຫໍປະຫວັດສາດ XQ  ດ້ວຍຄວາມມຸ່ງຫວັງ ນຳສະເໜີ ຕໍ່ມວນຊົນຜູ້ຢູ່ໃກ້ຢູ່ໄກຊາບກ່ຽວກັບ ພາບແສ່ວຍີ່ຫ້ໍ XQ ມັນກາຍເປັນຊີວິດຈິດໃຈຂອງເຂົາເຈົ້າ,  ແລະ ທັງເປັນສະຖານທີ່ຈັດກິດ ຈະກຳ ວັດທະນະທຳ, ສິລະປະກຳຕ່າງໆທີ່ກ່ຽວພັນເຖິງອາຊີບ ປັກແສ່ວພາບ.

ໄປຢ້ຽມຊົມ ຫໍປະຫວັດສາດ XQ, ຜູ້ຊົມຈະໄດ້ເຫັນ ແລະ ຊື່ນຊົມກັບຕາ ວິທີການປັກແສ່ວພາບຂອງ XQ ໂດຍຜ່ານການປັກ ແສ່ວແຕ່ລະເຂັມ ຢ່າງຊຳນານງານຂອງບັນດານາຍຊ່າງຍິງ. ສຳລັບຜູ້ທີ່ຮັກມັກ ອາຊີບປັກແສ່ວນີ້, ພວກນາຍຊ່າງຈະໃຫ້ການ ແນະນຳເອົາຈິງເອົາຈັງ ຫຼື ຜ່ານຊຸດຮຽນແສ່ວພາບທີ່ “ສະຖາບັນ ອາຊີບປັກແສ່ວ” ຂອງຫໍປະຫວດສາດ. ບັນດາກິດຈະກຳ ຊຸດ ພາບແສ່ວຕ່າງໆ ແລະ ຜົນການປະດິດສ້າງພາບທີ່ມີຊື່ສຽງຖື ບົດບາດເປັນຫຼັກແຫລ່ງ ແລະ ກວມລວມໄປເຖິງທຸກມູມແຈ ໄດ້ສ້າງໃຫ້ຫໍປະຫວັດສາດອາບເອ້ໄປດ້ວຍ ບັນຍາກາດທີ່ເປັນຫນ້າສະອອນ ແລະ ເຕັມໄປດ້ວຍສີສັນສິລະປະ. ຫໍປະຫວັດ ສາດເຫມືອນດັ່ງສາງເກັບມ້ຽນພາບແສ່ວທີ່ອຸດົມສົມບູນໄປດ້ວຍ ຫຼາຍຫົວເລື່ອງເຊັ່ນ: ພາບບ້ານເກີດເມືອງນອນ, ທິວທັດທຳມະ ຊາດ, ພາບແມ່ນ້ຳພູຜາ, ພາບຮູບຄົນ, ພາບແສ່ວສອງໜ້າ, ແສ່ວດ້ວຍເຕັກນິກໃໝ່…  ທັງໝົດນັ້ນໄດ້ວາງສະແດງ ຕາມແຕ່ລະຫົວເລື່ອງສະເພາະ ແລະ ຖືກຈັດວາງຢ່າງເປັນລະບົບເກາະກ່າຍກັນ, ດຶງດູດໃຫ້ຜູ້ຊົມຕ້ອງມຸ່ງໄປຕ່ໍເພື່ອຄົ້ນຫາ.

ໃນນັ້ນ, ສູນພາບແສ່ວ XQ ເປັນເຂດທີ່ດຶງດູດແຂກຄົນຫຼາຍທີ່ສຸດເນື່ອງຈາກວ່າຜູ້ຊົມທັງໄດ້ຊົມຜະລິດຕະພັນທັງສາມາດເລືອກຊື້ພາບທີ່ມັກເພື່ອເປັນຂອງທີ່ລະນຶກເມື່ອໄດ້ມາຮອດຫໍປະຫວັດສາດແຫ່ງນີ້.

ນອກນັ້ນ, ຫໍປະຫວັດສາດ XQ  ຍັງມີກິດຈະກຳຕອບບຸນແທນຄຸນ ຕ່ໍນາຍຊ່າງຜູ້ທີ່ອຸທິດຕົນໃຫ້ແກ່ອາຊີບປັກແສ່ວທີ່ເປັນມູນເຊື້ອ ຢູ່ທີ່ “ເຂດເຊີດຊູນາຍຊ່າງປັກແສ່ວຕ່າງໆ” ຫຼື ຊ່ວຍມວນຊົນຊອກຮູ້ ປະຫວັດຄວາມເປັນມາຂອງອາຊີບປັກແສ່ວຢູ່ “ເຂດວາງສະແດງ ປະຫວັດສາດຂອງຂະແໜງປັກແສ່ວ” ໄປພ້ອມໆກັບຂົງເຂດອື່ນໆອີກຫຼາຍແຫ່ງທີ່ມີການອອກແບບຈັດວາງຢ່າງມີສິລະປະ ແລະ ປະດິດຄິດສ້າງ.


ນາຍຊ່າງປັກແສ່ວຍິງ XQ ກຳລັງໝົກໝົ້ນກັບການແສ່ວຂອງຕົນ...


… ແຕ່ລະຮອຍແສ່ວ, ເສັ້ນດ້າຍເພື່ອສ້າງໃຫ້ມີພາບແສ່ວທີ່ມີ ຊື່ສຽງຂອງ XQ .


ພາບແສ່ວທີ່ໂດດເດັ່ນ, ພັນລະນາເຖິງການແນະນຳພວກ ນ້ອງນ້ອຍຮຳ່ຮຽນອາຊີບປັກແສ່ວທີ່ເປັນມູນເຊື້ອຂອງຫວຽດນາມ.


ມູມວາງສະແດງພາບແສ່ວ ຮູບຕ່າງໆຂອງບຸກຄົນທີ່ມີຊື່ສຽງ ຢູ່ ພາຍໃນຫໍປະຫວັດສາດ.


ມູມໜຶ່ງສຳລັບການນຳສະເໜີພາບແສ່ວຂອງ XQ  ປະເພດ ຕ່າງໆເພື່ອມວນຊົນທົ່ວໄປ.


ແຈວາງສະແດງຊຸດເສື້ອຍາວຫວຽດນາມທີ່ຫໍປະຫວັດສາດ.

ຫໍປະຫວັດສາດ XQ  ທັງເປັນສະຖານທີ່ພົບປະສັງສັນ ແລະ ຈັດຕັ້ງ ກິດຈະກຳວັດທະນະທຳ, ສິລະປະກຳພ້ອມກັບບັນດາ ລາຍການສິລະປະພິເສດຄື: ແຕ້ມໂຕໜັງສື, ອ່ານກະວີ, ສະແດງ ດົນຕີພື້ນເມືອງ, ນຳສະເໜີອາຫານພື້ນບ້ານ…

ສົມທົບກັບສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງອີກຫຼາຍແຫ່ງ, ປັດຈຸບັນ ຫໍປະຫວັດສາດ XQ  ແມ່ນຈຸດນັດໝາຍອັນຈັບໃຈທີ່ນອນຢູ່ໃນ ຖ້ຽວໄປທັດສະນະ, ຄົ້ນຫາຄວາມງາມດ້ານວັດທະນະທຳ ແລະ ຜູ້ຄົນດ່າລາດສະຖານທີ່ທີ່ໄດ້ຮັບຂະໜານນາມເປັນນະຄອນ ແຫ່ງຄວາມໃຝ່ຫາຂອງຫວຽດນາມ.

 
ບົດ: ເຊີນເງ້ຍ - ພາບ:  ຫງວຽນລວນ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top