• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຊີວິດຂອງຫຸ່ນໂຊ

ດ້ວຍການສົມທົບລະຫວ່າງບັນດາ ກະດານສີທີ່ ເຂັ້ມຂຸ້ນ ໄປ ດ້ວຍທາດວັດທະນະທຳແຫ່ງທິດຕາເວັນອອກ ແຕ່ກ່ໍທັນ ສະໄໝທີ່ສຸດ, ຊຸດພາບແຕ້ມພາຍໃຕ້ຫົວຂ້ໍ “ຊີວິດຂອງຫຸ່ນໂຊ” ຂອງຈິດຕະກອນ ຫງວຽນ ຂັກ ຈິງ ໄດ້ຊ່ວຍໃຫ້ຜູ້ຊົມ ສາມາດມອງເຫັນ ຄວາມເປັນເອກະລັກ ແລະ ຈັບໃຈ ກ່ຽວກັບຊີວິດ ກ່ໍຄື ຜູ້ຄົນໃນທ່າມກາງ ຍ່ານເວຫາແຫ່ງສິລະປະຍຸກໃໝ່.
ໂດຍຮຽນຈົບຈາກມະຫາວິທະຍາໄລວິຈິດສິນ ປີ 2006, ຈິດ ຕະກອນ ຫງວຽນ ຂັກ ຈິງ ໄດ້ເປັນນັກແຕ້ມພາບສີນໍ້າມັນທີ່ສີ ມືຄ່ອງແຄ້ວພໍສົມຄວນ ຍ້ອນລາວໄດ້ຜ່ານການຝຶກຝົນຈາກການເຂົ້າຮ່ວມງານວາງສະແດງພາບແຕ້ມຄັ້ງຕ່າງໆ ຂອງກຸ່ມ ຄາວ ຍັງເປັນນັກສຶກສາ. ວິວັດການສຶກສາ ຮ່ຳຮຽນ ແລະ ເຂົ້າຮ່ວມ ງານວາງສະແດງ ສິລະປະດ້ວຍຫຼາຍຮູບແບບການສະແດງທີ່ແຕກຕ່າງກັນເຊັ່ນວ່າ ສິລະປະສັບຊ້ອນຈັດວາງ, ໂຊສະແດງ, ຖ່າຍຖອດວິດີໂອ… ຫຼື ແຕ້ມພາບ ສີນ້ຳມັນ, ສີຂັດມັນ… ທັງ ໝົດນັ້ນໄດ້ຊ່ວຍໃຫ້ລາວ ມີຄວາມຮອບຮູ້ ແລະ ປະສົບການ ກ່ຽວກັບສິລະປະ ແລະ ຄວາມເຂັ້ມງວດໃນງານສິລະປະ ມັນໄດ້ປະກົດອອກໃຫ້ເຫັນໃນຕົວຂອງຈິດຕະກອນ ຫງວຽນຂັກຈິງແມ່ນໃນງານວາງສະແດງສ່ວນຕົວພາຍໃຕ້ຫົວຂ້ໍ “ຊີວິດຂອງ ຫຸ່ນໂຊ”

ຊຸດພາບແຕ້ມ “ຊີວິດຂອງຫຸ່ນໂຊ” ແມ່ນການສະທ້ອນໃຫ້ເຫັນ ເຖິງຄວາມໃນໃຈສ່ວນຕົວຫຼາຍຢ່າງ. ເມື່ອເຮົາສັງເກດຢ່າງລະອຽດ ຈະສາມາດຮູ້ສຶກໄດ້ເຖິງ ຄວາມຕ້ອງການ ແລະ ໄຝ່ຫາຂອງນັກຈິດຕະກອນ ນັ້ນກໍ່ຄືການພະຍາຍາມ ສ້າງໃຫ້ເປັນວາດຊົງກິລິຍາ ສະເພາະຂອງຕົນ ໂດຍຜ່ານບັນດາຜົນງານ ການແຕ້ມແຕ່ງ ທີ່ເອກະລັກນີ້.

ເຖິງວ່າ ຊຸດພາບແຕ້ມໄດ້ແບ່ງອອກຕາມແຕ່ລະຫົວຂໍ້ຍ່ອຍ ຄື: “ຊອກຫາໃບໜ້າທີ່ແທ້ຈິງ”, “ຊຸບຊີບ”… ແຕ່ເມື່ອລວບລວມ ທັງໝົດການວາງສະແດງ, ຜູ້ຊົມເໝືອນກັບວ່າໄດ້ພົບສານສະ ບັບໜຶ່ງທີ່ຈິດຕະກອນໄດ້ຝາກໄວ້ ໃນພາບແຕ້ມແຕ່ລະແຜ່ນ, ນັ້ນຄື ຄວາມເປົ່າປ່ຽວດຽວດາຍ ໃນຊີວິດທັນສະໄໝ. ຄວາມ ອ້າງວ້້າງເປົ່າປ່ຽວ ເຖິງຂັ້ນ ຄົນເຮົາໃນປັດຈຸບັນຄ້າຍຄືວ່າ ບ່ໍມີ ຄວາມຮູ້ສຶກຫຍັງໝົດ ເໝືອນກັບວ່າຖືກ “ຫັນເປັນຫຸ່ນໂຊ” ຫັ້ນລະ…

ຍ້ອນເຫດນັ້ນ, ຕົວລະຄອນເກືອບທັງໝົດໃນພາບແຕ້ມຂອງ ຫງວຽນ ຂັກ ຈິງ ລ້ວນແຕ່ມີໃບໜ້າທີ່ເສີຍເມີຍເຢັນຢ້າງ ຄືກັບ ໃບ ໜ້າຂອງຫຸ່ນໂຊ ແລະ ຄວາມເຢັນຢ້າງເສີຍເມີຍ ຄືທອງ ພົບໄຟ ບ່ໍຮ້ອນນັ້ນ ຍິ່ງມີຄວາມເລິກລັບ ເຂົ້າໃຈຍາກ ຫຼາຍ ທົບເທົ່າ ເມື່ອສວມຊຸດເສື້ອຍາວ ອັນເປັນມູນເຊື້ອ ເກົ່າແກ່ ແລະ ມີ.

ທັງໝົດນັ້ນ ເຮັດໃຫ້ພາບແຕ້ມຂອງ ຫງວຽນ ຂັກ ຈິງ ດຶງດູດ ຜູ້ຊົມ ດ້ວຍຄວາມຮູ້ສຶກແບບນາມມະທຳ ປົນກັບ ຮູບປະທຳ ແລະ ມັນ ຍັງພາໃຫ້ຜູ້ຊົມຈຳຕ້ອງຖາມຕົວເອງວ່າ, ມີເວລາໃດ ທີ່ເຮົາໄດ້ໃຊ້ຊີວິດ ຫຼື ປະພືດຕົວ ຄືກັບຫຸ່ນໂຊແບບນີ້ ຫຼື ບໍ ?

ເວົ້າເຖິງແນວຄວາມຄິດ ກ່ຽວກັບຊຸດພາບແຕ້ມ “ຊີວິດ ຂອງຫຸ່ນໂຊ” ຈິດຕະກອນ ຫງວຽນ ຂັກ ຈິງ ໃຫ້ຮູ້ວ່າ: “ນີ້ແມ່ນ ຊຸດພາບແຕ້ມທີ່ຂ້າພະເຈົ້າໄດ້ຝັກໃຝ່ ມາເປັນເວລາ ສອງປີ ກວ່າແລ້ວ, ມັນໄດ້ເລີ່ມ ມາຈາກແນວຄວາມຄິດ ທີ່ປະກົດຂຶ້ນ ໂດຍບັງເອີນ ຂະນະທີ່ໄປຕາມທາງແລ້ວພົບເຫັນ ຫຸ່ນໂຊໃຫຍ່ ສ່ຳກັບຄົນແທ້ໃນຮ້ານແຟຊັ່ນຢູ່ແຄມຖະໜົນ ຮ່າໂນ້ຍ, ຂ້າພະເຈົ້າໄດ້ ຕັ້ງຄຳຖາມໃຫ້ຕົນເອງວ່າ, ລະຫວ່າງຄົນເຮົານີ້ ກັບ “ຄົນທີ່ເປັນຫຸ່ນໂຊ” ນັ້ນມີຄວາມສຳພັນກັນແນວໃດບໍ ? ”.
 

ຈິດຕະກອນ ຫງວຽນ ຂັກ ຈິງ ຝາກຝັງຄວາມຮູ້ສຶກຂອງຕົນ ເຂົ້າໃນຮອຍແຕ້ມແຕ່ລະຮອຍ.


ງານວາງສະແດງ “ຊີວິດຂອງຫຸ່ນໂຊ” ໄດ້ດຶງດູດຄວາມສົນໃຈ ຂອງມະຫາຊົນຜູ້ເປັນແຟນໆ ຂອງສິລະປະ.


ຜົນການແຕ້ມ “ສະມະຖະ”.


ພາບແຕ້ມ “ ຊຸບຊີບ 2”.


ພາບແຕ້ມ “ຜູ້ຊາຍ ແລະ ດອກບົວ”.


ພາບແຕ້ມ “ຊອກຫາໃບໜ້າທີ່ແທ້ຈິງ 1 ”.


ພາບແຕ້ມ “ ຮ້ອງເພງຄູ່”.


ພາບແຕ້ມ “ຊອກຫາໃບໜ້າທີ່ແທ້ຈິງ 3 ”.


ພາບແຕ້ມ “ຊີວິດຂອງຫຸ່ນໂຊ 2”.
 

ບົດ: ເງີນຮ່າ - ພາບ: ເຕິດເຊີນ

bichlien

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top