• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

“ຊີວິດ” ຈາກ ບັນດາ ຮອຍມື

ຈາກ 10.000 ຮອຍມື ຂອງໝູ່ເພື່ອນ, ນັກຈິດຕະກອນຍິງໜຸ່ມ ຫວູແບ໊ກລຽນ ໄດ້ປະດິດສ້າງ ຮູບພາບ ຂອງ ກະໂຕນາງ ເອງ ແລະ ເອົາຄວາມຄິດສ້າງສັນ ຈາກ ຮອຍມື ເພື່ອ ສ້າງເປັນ ຜົນ ການປະດິດແຕ່ງ ທີ່ໃສ່ຊື່ວ່າ “ອານາເຂດ”, “ໂລກມະນຸດ”, “ຊີ ວິດ”. ນັ້ນແມ່ນບັນດາ ຜົນການປະດິດແຕ່ງ ທີ່ເປັນ ຂອງ ສະ ເພາະ ໃນງານວາງສະແດງ ສິລະປະ ກຣາຟິກ ພາບແຕ້ມ ພິມ ແລະ ສະແດງ ການຊັບຊ້ອນຈັດວາງຮອຍມື. 
ນີ້ແມ່ນງານວາງສະແດງ ຄັ້ງທີສອງຂອງນາງ ທີ່ໃສ່ຊື່ວ່າ“ຊີວິດ”, ປະກອບມີ ກຣາຟິກ ພາບແຕ້ມພິມ 19 ແຜ່ນ ແລະ ໜຶ່ງຜົນງານການ ຊັບຊ້ອນຈັດວາງ.

ນັກຈິດຕະກອນ ຫວູແບ໊ກລຽນ ເລີ່ມຕົ້ນເລື່ອງລາວ ຂອງຕົນ ດ້ວຍພາບ ຂອງ ຮອຍມື: “ຂ້າພະເຈົ້າ ແມ່ນ ໂລກມະນຸດ ຂອງ ຂ້າພະເຈົ້າ, ແມ່ນຊີວິດ ຂອງ ຂ້າພະເຈົ້າ” ເພາະສະນັ້ນ ຮູບ ພາບ ລາຍມືຕາເວັນ, ລາຍມືຂີ້ດິນ ແມ່ນລວມທັງ ລາຍມື ຂອງ ກະໂຕ ຂ້າພະເຈົ້າເອງ”. ເຖິງວ່າ ຮູບຮອຍມື ພາຍໃຕ້ແສງແດດ ຫຼື ສາຍຝົນ, ແຕ່ຍັງຄົງຮັກສາໄວ້ໄດ້ຮູບຊົງເດີມ ຂອງ ມັນ.

ໃນງານວາງສະແດງ “ຊີວິດ” ຂອງ ນັກຈິດຕະກອນ ຫວູແບ໊ກ ລຽນ, ບັນດາຜົນງານປະດິດແຕ່ງ ໄດ້ສະແດງໃຫ້ເຫັນການນຳ ໃຊ້ ວັດຖຸ ແລະ ຮູບການທີ່ແຕກຕ່າງກັນ, ນັບແຕ່ການພິມພຽງ ສະບັບດຽວ, ພິມ lithograph ເທິງຫີນ, ສັງກະສີ, photolitho ຫຼື ແກະສະຫຼັກໃສ່ໄມ້ ແລະ ອື່ນ...



ນັກຈິດຕະກອນ ຫວູແບ໊ກລຽນ ຢືນຢູ່ຂ້າງຜົນງານ ຂອງ ນາງ ເອງ ທີ່ໃສ່ຊື່ວ່າ “ພວກເຂົາ-ສ່ວນໜຶ່ງໃນຊີວິດຂອງ ຂ້າພະ ເຈົ້າ” ຊຶ່ງໄດ້ສ້າງຂຶ້ນ
ຈາກ 10.000 ພາບພິມຮອຍມື. ພາບ: ແຄ໋ງລອງ









ຜູ້ເຂົ້າຊົມ ແລະ ບັນດາແຟນໆ ທີ່ຊື່ນຊອບ ບັນດາຜົນງານ ປະ ດິດແຕ່ງ ທີ່ເປັນເອກະລັກ ຂອງ ນັກຈິດຕະກອນ ຫວູແບ໊ກລຽນ. ພາບ: ແຄ໋ງລອງ


ສາກການຊັບຊ້ອນຈັດວາງສະແດງຮອຍມື ທີ່ໃສ່ຊື່ວ່າ “ໃນໂລກ ມະນຸດ” ຂອງ ນັກຈິດຕະກອນ ຫວູແບ໊ກລຽນ. ພາບ: ແຄ໋ງລອງ

ນັ້ນແມ່ນ ບັນດາຄວາມຄິດກ່ຽວກັບມະນຸດ ແລະ ໂລກຈັກ ກະ ວານ. ຜົນງານປະດິດແຕ່ງ ແຕ່ລະຢ່າງ ທີ່ນຳມາວາງ ສະແດງ ແມ່ນ ແນວຄວາມຄິດໜຶ່ງ ກ່ຽວກັບຊີວິດ, ການຄົງຕົວ ແລະ ດັບສິ້ນ ຂອງ ວັດຖຸ ເຊັ່ນ: ທິດສະດີບວກລົບ, ຮອບໝູນວຽນ ຂອງ ຊີວິດ. ຂະບວນການ ຊອກຫາຄວາມງາມ ໂດຍ ຜ່ານ ສິ ລະປະສ້າງຮູບພາບພິມ ຂອງນັກຈິດຕະກອນ ຫວູແບ໊ກລຽນ ລ້ວນແຕ່ເລີ່ມຈາກ “ມະນຸດ” ແລະ ມຸ່ງສູ່ “ມະນຸດ”.

ເຂົ້າມາຊົມງານວາງສະແດງ, ມີນັກຈິດຕະກອນ ຫຼາຍຄົນ ຕົກ ສະເງີ້ ຕໍ່ ພາບໄມ້ແກະສະຫຼັກ ຂະໜາດໃຫຍ່ ສອງແຜ່ນ ມີ ລາຍຄວັດແກະ ຢ່າງພິຖີພິຖັນ ແລະ ແນບນຽນ ເຊັ່ນ: “ລະດູ ໜາວມາເຖິງ” ແລະ “ລະດູຮ້ອນມາເຖິງ” ໃນໂຄງການ “ສີ່ລະ ດູ”, ຫຼື “ເຂົາເຈົ້າ-ສ່ວນໜຶ່ງໃນຊີວິດຂອງ ຂ້າພະເຈົ້າ” ດ້ວຍຂະ ໜາດ 200 x 200 ຊມ, ສ້າງສຳເລັດປີ 2016 ຊຶ່ງໄດ້ສະແດງ ໃຫ້ເຫັນ ການປະສົມປະສານ ຮອຍມື ຂອງ ໝູ່ເພື່ອນ 10.000 ຄົນ ເພື່ອສ້າງເປັນຮູບພາບ ຂອງ ກະໂຕນາງເອງ. ຫຼືຜົນການ ປະດິດແຕ່ງອື່ນໆ ເຊັ່ນ:  “ສາຍຊີວິດ” ແມ່ນ ພາບໄມ້ແກະສະ ຫຼັກ (400 x 400 ຊມ), “ຟື້ນຊີບ” ແມ່ນພາບໄມ້ແກະສະຫຼັກ, ແຕ້ມດ້ວຍມື...

ໃນຜົນການຊັບຊ້ອນຈັດວາງ ທີ່ໃສ່ຊື່ວ່າ “ໃນໂລກມະນຸດ”, ນັກ ຈິດຕະກອນ ຫວູແບ໊ກລຽນ ໄດ້ນຳໃຊ້ຮອຍມືຂອງ ຫຼາຍໆ ຄົນ ທີ່ພິມໂດຍກົງລົງ ໃສ່ເຈ້ຍ ແລະ ຊັບຊ້ອນຈັດວາງ ເປັນຜົນງານ ປະດິດແຕ່ງ ໜຶ່ງບໍ່ມີສອງ. ຜົນການປະດິດ ແຕ່ງດັ່ງກ່າວ ແມ່ນ ຮູບສິ້ນສີດຳຜືນໜຶ່ງ ແຜ່ກວ້າງຢູ່ເທິງພື້ນເຮືອນ, ສ່ວນຕີນສິ້ນ ໄດ້ຈັດວາງ ເຕັມໄປດ້ວຍຮູບຮອຍມື ທີ່ຖືກ ພິມຢູ່ເທິງເຈ້ຍ Hanji ມີຄຳຜົງປະກາຍສີເຫຼື້ອມໆ. ນາງ ຫວູແບ໊ກລຽນ ໄດ້ນຸ່ງ ສິ້ນຜືນນີ້, ມືຖື ຮູບຮອຍມື ຂອງຕົນນັ່ງ ໃນທ່າສະມະທິ ເປັນ ເວລາ 4 ຊົ່ວໂມງຕໍ່ວັນ ຕະຫຼອດ ຊ່ວງເວລາ ງານວາງສະແດງ. 

ໂດຍກຳເນີດໃນຄອບຄົວ ທີ່ມີມູນເຊື້ອທີ່ເປັນ ຈິດຕະກອນ, ຫວູ ແບ໊ກລຽນ ໄດ້ນຳໃຊ້ ວິທີການສະແດງ ສິລະປະພາບ ຂາວດຳ ປະສົມປະສານກັບ 1 ຫຼື 2 ສີ ຮອງພື້ນ ເພື່ອສ້າງຜົນການ ປະ ດິດ, ຊຶ່ງໃນນັ້ນ ເຖິງວ່າການຈັດຮ່າງ ຈະປະກອບດ້ວຍຮູບພາບ ທີ່ເປັນຈິງ ຫຼື ການຈັດຮ່າງ ທີ່ສັບສົນ ລວມສ່ວນປະກອບ ຫຼວງ ຫຼາຍ ກໍຕາມ ແຕ່ ນັກຈິດຕະກອນກໍໄດ້ເອົາ ໃຈໃສ່ຢ່າງ ພິຖີພິ ຖັນ ໃນແຕ່ລະລວດລາຍ ແກະສະຫຼັກ ຫຼື ຮອຍແຕ້ມ ເພື່ອສ້າງ ຄວາມປະສົມກົມກຽວໃນແຕ່ລະຜົນການປະດິດແຕ່ງ.

ສັງເກດ ກ່ຽວກັບຜົນງານປະດິດແຕ່ງ ຂອງ ນັກຈິດຕະກອນ ຫວູແບ໊ກລຽນ, ນັກຈິດຕະກອນ ເລຮຸຍຕ໋ຽບ, ປະທານສະພາສິ ລະປະສ້າງຮູບ ສະມາຄົມວິຈິດສິນ ຫວຽດນາມ ໃຫ້ຮູ້ວ່າ: “ຫຼັງ ຈາກ ນັກຈິດຕະກອນ ຫວູແບ໊ກລຽນ ສະແດງໃຫ້ເຫັນຜ່ານ ບັນ ດາຜົນງານປະດິດແຕ່ງຂອງເພິ່ນ, ຖ້າຫາກ ວ່າ ຜູ້ຊົມເປັນແມ່ ຍິງ, ຂ້າພະເຈົ້າເຊື່ອວ່າ ເຂົາເຈົ້າຈະມີຄວາມ ຮັກຕົນເອງ, ເຊື່ອ ໝັ້ນຕົນເອງໃນຊີວິດຍິ່ງຂຶ້ນ.

ສຳລັບຜູ້ຊາຍ, ຂ້າພະເຈົ້າຄິດວ່າ ເຂົາເຈົ້າຈະເຄົາລົບນັບຖື ຄວາມເປັນເອກະລາດ ແລະ ພູມປັນຍາຂອງຜູ້ຍິງຍິ່ງຂຶ້ນ. ຍ້ອນວ່າ ໃນພາບ ຂອງ ນັກຈິດຕະກອນ ໄດ້ສະທ້ອນໃຫ້ເຫັນ ເຖິງຄວາມເປັນເອກະລາດ, ຄວາມເຂັ້ມແຂງຢ່າງຈະແຈ້ງ. ນີ້ ອາດ ແມ່ນ ການປະກົດອອກສິດຂອງແມ່ຍິງ?”.



ບັນດາຮອຍມື ທີ່ສ້າງ ຮູບຄົນ ທີ່ເປັນເອກະລັກ. ພາບ: ກົງດາດ


ນັກຈິດຕະກອນກັບຜົນການຊັບຊ້ອນຈັດວາງ ໃນງານວາງສະ ແດງ ທີ່ໃສ່ຊື່ວ່າ “ຊີວິດ”. ພາບ: ແຄ໋ງລອງ


ຜົນງານ ໄມ້ແກະສະຫຼັກ “ລະດູຮ້ອນມາເຖິງ” ຂະໜາດ 70 x 217 ຊມ ຊຶ່ງນອນຢູ່ໃນໂຄງການ “ສີ່ລະດູ”
ຂອງ ນັກຈິດຕະ ກອນ ຫວູແບ໊ກລຽນ.  ພາບ: ກົງດາດ



ພາບໄມ້ແກະສະຫຼັກ “ລະດູໜາວມາເຖິງ” ຂະໜາດ 70 x 217 ຊມ ຊຶ່ງນອນຢູ່ໃນໂຄງການ “ສີ່ລະດູ” ຂອງນັກຈິດຕະກອນ ຫວູ ແບ໊ກລຽນ. 
ພາບ: ກົງດາດ



ຜົນງານປະດິດແຕ່ງ “ໂລກມະນຸດ” ເປັນພາບໄມ້ແກະສະຫຼັກ ແຜ່ນດຽວ ຊຶ່ງມີແຮງບັນດານໃຈ ຈາກບັນດາຮອຍມື. ພາບ: ກົງດາດ


ພາບໄມ້ແກະສະຫຼັກ “ເສັ້ນທາງຫິມະ” ຂະໜາດ 70 x 70ຊມ, ສ້າງສຳເລັດປີ 2014. ພາບ: ກົງດາດ


ຜົນງນປະດິດແຕ່ງ “ເວລາ” ສະແດງໃຫ້ເຫັນ 3 ໃບໜ້າ ທີ່ມີ ການປ່ຽນແປງຕາມວັນເວລາ ຊຶ່ງໄດ້ເອົາ ຄວາມຄິດສ້າງສັ
ຈາກບັນດາຮອຍມື. ພາບ: ກົງດາດ



ຜົນງານປະດິດແຕ່ງ “ຖາມຕົນເອງ”, ນຳໃຊ້ວັດຖຸ Litho ພິມ ໃສ່ເຈ້ຍແຜ່ນດຽວ, ຂະໜາດ 77 x 67ຊມ, ສຳເລັດ ປີ 2010.  ພາບ: ກົງດາດ


ຜົນງານປະດິດແຕ່ງ “Party”, ນຳໃຊ້ວັດຖຸ Litho ພິມຢູ່ ເທິງ ຫີນ, ຂະໜາດ 26 x 33 ຊມ, ສຳເລັດປີ 2012.  ພາບ: ກົງດາດ


 ຜົນງານປະດິດແຕ່ງ “ອານາເຂດ” ເປັນໄມ້ແກະສະຫຼັກ ແຜ່ນ ດຽວ, ມີແຮງບັນດານໃຈຈາກ ບັນດາຮອຍມື, ຂະໜາດ 75 x 140 ຊມ,
ສຳເລັດປີ 2015. ພາບ: ກົງດາດ



ຜົນງານປະດິດແຕ່ງ “ຊີວິດ” ໄມ້ແກະສະຫຼັກ 2 ແຜ່ນ ຊຶ່ງມີ ຄວາມໝາຍຢ່າງເລິກເຊິ່ງ. ພາບ: ກົງດາດ

ຫຼັງຈາກ ງານວາງສະແດງສ່ວນບຸກຄົນ ຄັ້ງທຳອິດ ຖືກຈັດຂຶ້ນ ກ່ອນໜ້ານີ້ ເກືອບ 10 ປີ, “ຊີວິດ” ລວມ 19 ຜົນງານປະດິດ ແຕ່ງ ສິລະປະ ສ້າງຮູບພາບພິມ ແລະ 1 ຜົນງານປະດິດແຕ່ງ ສິລະປະ ການຈັດວາງ, ນີ້ແມ່ນງານວາງສະແດງສ່ວນບຸກຄົນ ຄັ້ງທີ 2 ຂອງ ນັກຈິດຕະກອນ ຫວູແບ໊ກລຽນ ໄດ້ນຳສະເໜີສູ່ ມະຫາຊົນ. 

ຜົນງານປະດິດແຕ່ງສິລະປະການຊັບຊ້ອນຈັດວາງທີ່ໃສ່ຊື່ວ່າ “ໂລກມະນຸດ” ຖືກສ້າງຂຶ້ນຈາກ 1900 ແຜ່ນພິມຮອຍມືຢູ່ ເທິງ ໄມ້ ແກະສະຫຼັກ ປະສົມປະສານ ກັບຜ້າແພ ແລະ ເບົ້າຫຼໍ່ mica ຮອຍມື ຊຶ່ງ ນັກຈິດຕະກອນ ຫວູແບ໊ກລຽນ ໄດ້ໃຊ້ເວລາ ເປັນຫຼາຍເດືອນ ສ້າງຈິ່ງສຳເລັດ. 
 
ປະຕິບັດ: ກົງດາດ-ແຄ໋ງລອງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top