• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຊາຮວ່ານຫງອກ: ຢາສະໝຸນໄພ ຈາກ ຕົ້ນໄມ້ທ້ອງຖິ່ນ

ດ້ວຍຄວາມຮັກ ແລະ ຫຼົງໄຫຼ ກັບ ສະໝຸນໄພ ຮ່ວານຫງອກ ເພື່ອ ສຸຂະພາບ ຂອງ ວົງຄະນາຍາດ, ໃນ 20 ກວ່າປີ ຜ່ານມາ, ທ່ານ ນາງ ບຸ່ຍກີມງາ (ໄບ໋ງາ) ໄດ້ທຳການ ຄົ້ນຄວ້າ ແລະ ປະສົບຜົນສຳເລັດ ໃນການສ້າງເຄື່ອງໝາຍການຄ້າ ຈ່າຮວ່ານຫງອກ 7 ງາ (ຊາ ຮ່ວານຫງອກ 7 ງາ) ຈາກບັນດາຜະລິດຕະພັນ ທີ່ມີຄຸນນະພາບ ແລະ ມີຊື່ສຽງ. ແຕ່ໃດໆ ມາ, ຈ່າຮວ່ານຫງອກ 7 ງາ ໄດ້ ກາຍເປັນ ຜະລິດຕະພັນພິເສດທີ່ລືຊື່ ຂອງ ແຂວງ ໄຕ ນິງ ໃຊ້ເປັນ ຂອງຕ້ອນ ສຳລັບພີ່ນ້ອງໝູ່ເພື່ອນ ຂອງ ນັກທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດ. 
ທ່ານນາງ ບຸ່ຍກີມງາ, ຜູ້ອຳນວຍການວິສາຫະກິດເອກະຊົນ  ຊາ ຮວ່ານງອກ 7 ງາ ໃຫ້ຮູ້ວ່າ ລາວເລີ່ມຕົ້ນຊອກຮູ້ ແລະ ຄົ້ນຄວ້າ ກ່ຽວກັບຕົ້ນໄມ້ ຮວ່ານຫງອກ ແຕ່ປີ 1995. ຫຼັງຈາກນັ້ນ ຜ່ານ ທ່ານ ດຣ ວິທະຍາສາດ ເຈິ່ນກົງແຄ໋ງ, ລາວຮູ້ໄດ້ວ່າ ລັກສະນະ ປົວພະຍາດ ຈາກຕົ້ນໄມ້ ຮວ່ານຫງອກ ສາມາດ ຊ່ວຍປິ່ນປົວ ພະ ຍາດໄດ້ເຖິງ 25 ຊະນິດ, ໃນນັ້ນມີທັງ ມະເຮັງ, ພະຍາກ່ຽວກັບ ປອດ, ກ້ອນເບົ້າ, ຕ່ອມລູກໝາກ. ຈາກນັ້ນ, ທ່ານນາງ ງາ ໄດ້ຄົ້ນ ຄວ້າ ແລະ ປະດິດສ້າງອອກ ຜະລິດຕະພັນ ຊາຮວ່ານຫງອກ ໃນ ປີ 2001 ຊຶ່ງ ໄດ້ສະກັດຈາກໃບ ແລະ ຮາກຕົ້ນ ໄມ້ຮວ່ານຫງອກ.

ເພື່ອຮັບປະກັນຄຸນນະພາບຂອງຜະລິດຕະພັນ, ຊາຮວ່ານຫງອກ 7 ງາ ໄດ້ທຳການຜະລິດຕາມຂັ້ນຕອນຕ່າງໆ ຢ່າງເຂັ້ມງວດ,ໂດຍ  ເລີ່ມແຕ່ການປູກ, ບົວລະບັດ, ເກັບກ່ຽວ (ສ່ວນຮາກຕ້ອງໃຊ້ເວລາ ເຖິງ 7 ປີ ຈຶ່ງໄດ້ ມາດຕະຖານ) ໄປຈົນເຖິງການປຸງແຕ່ງ ແນ ໃສ່ຮັບປະກັນຄຸນນະພາບ ໃຫ້ແກ່ຜູ້ບໍລິໂພກ.


ສວນປູກຕົ້ນໄມ້ ຮວ່ານຫງອກ ທີ່ວິສາຫະກິດເອກະຊົນ ຊາຮວ່ານ ຫງອກ 7 ງາ ທີ່ຕາແສງ ເບົ່ານັງ, ເມືອງ ເຢືອງມິງເຈົາ, ແຂວງ ໄຕນິງ. 


ກຳມະກອນ ບົວລະບັດຕົ້ນໄມ້ ຊາຮວ່ານຫງອກ, ວັດຖຸດິບ ເພື່ອ ຜະລິດ ບັນດາຜະລິດຕະພັນ ຊາຮວ່ານຫງອກ 7 ງາ. 


ກຳມະກອນ ບົວລະບັດຕົ້ນໄມ້ ຊາຮວ່ານຫງອກ, ວັດຖຸດິບ ເພື່ອ ຜະລິດ ບັນດາຜະລິດຕະພັນ ຊາຮວ່ານຫງອກ 7 ງາ. 


ຮາກຕົ້ນ ຮ່ວານຫງອກ ຕ້ອງໃຊ້ເວລາ 7 ປີ ຈິ່ງໄດ້ມາດຕະຖານ ເພື່ອຜະລິດ ບັນດາຜະລິດຕະພັນ ຊາຮວ່ານຫງອກ 7 ງາ. 


ວັດຖຸດິບໄດ້ອົບແຫ້ງ ເພື່ອຜະລິດ ຊາຮວ່ານຫງອກ 7 ງາ. 


ທ່ານນາງ ບຸ່ຍກີມງາ, ຜູ້ອຳນວຍການ ວິສາຫະກິດ ຊາຮວ່ານ ຫງອກ 7 ງາ, ຜູ້ທີ່ຄົ້ນຄວ້າ ແລະ ສ້າງເຄື່ອງໝາຍການຄ້າ ຈ່າ ຮວ່ານ ຫງອກ 7 ງາ ປະສົບຄວາມສຳເລັດ ກັບບັນດາ ຜະລິດຕະພັນ ທີ່ມີຄຸນນະພາບແລະ ມີຊື່ສຽງໃນຜູ້ບໍລິໂພກຢ່າງກວ້າງຂວາງ.  

ບໍ່ພຽງແຕ່ມີປະໂຫຍດ ຕໍ່ສຸຂະພາບເທົ່ານັ້ນ, ຊາຮວ່ານຫງອກ  ຍັງ ມີລົດຊາດຫອມແຊບ, ໄດ້ຜະລິດເປັນຫໍ່ ເພື່ອສະດວກໃນການໃຊ້, ສາມາດຊົງ ດື່ມ ໄດ້ທຸກເວລາ.

ທ່ານນາງ ໄບ໋ງາ ໃຫ້ຮູ້ວ່າ ເລີ່ມແຕ່ປີ 2007, ລາວໄດ້ສະເໜີ ຕໍ່ ບັນດາ ນັກວິທະຍາສາດ ສັງກັດສະຖາບັນເຄມີສາດ-ສະພາ ບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ເພື່ອ ລົງທຶນ ປະຕິບັດ ການຄົ້ນຄວ້າວິທະຍາສາດ ຫົວຂໍ້ຈຳນວນໜຶ່ງ ກ່ຽວກັບ ຕົ້ນໄມ້ ຮວ່ານຫງອກ. ລາວໄດ້ເຂົ້າຮ່ວມການຄົ້ນຄວ້າ ຂັ້ນພື້ນຖານ ໃນກິດ ຈະກຳຈຳນວນໜຶ່ງເຊັ່ນ: ຕະຫຼາດຈຳໜ່າຍ ຜະລິດຕະພັນ ຊາຮວ່ານຫງອກ, ຄົ້ນຄວ້າຂັ້ນຕອນການປູກ, ການບົວລະບັດ ຮັກສາ ແລະ ເກັບກູ້ຕົ້ນໄມ້ ຮ່ວານຫງອກ.

ການຄົ້ນຄວ້າ ເລີ່ມປະສົບຜົນສຳເລັດ ໃນປີ 2010, ເມື່ອວິສາຫະ ກິດ ຈ່າຮວ່ານຫງອກ 7 ງາ ໄດ້ລັດຖະບານ ສະໜອງຄ່າໃຊ້ຈ່າຍ ເຂົ້າໃນການຄົ້ນຄວ້າ ທາງວິທະຍາສາດ ລະດັບຊາດ ກ່ຽວກັບ “ຂັ້ນຕອນ ການປະດິດສ້າງ ຜະລິດພັນຕ້ານ ແລະ ປ້ອງກັນກ້ອນ ເບົ້າ ຈາກຕົ້ນ ຮວ່ານຫງອກ” ຕາມໂຄງ ການ ຈຸດສຸມແຫ່ງຊາດ ເຕັກໂນໂລຊີ ໂອສົດ. ມາຮອດປີ 2012, ຈ່າຮວ່ານຫງອກ 7 ງາ ສືບຕໍ່ ໄດ້ຮັບການສະໜັບສະໜູນດ້ານການເງິນ ເພື່ອທຳການ ຜະ ລິດ ຢາເມັດ TANU Gold  ແລະ TANU Green ຊຶ່ງມີຄຸນປະ ໂຫຍດ ຊ່ວຍ ປິ່ນປົວ ພະຍາດມະເຮັງ.

ຕ້ອນຮັບພວກຂ້າພະເຈົ້າຢູ່ສຳນັກງານວິສາຫະກິດ ທີ່ຕາແສງ ເບົ່ານັງ, ເມືອງ ເຢືອງມິງເຈົາ, ແຂວງ ໄຕນິງ, ທ່ານນາງ ໄບ໋ງາ ກ່າວເຖິງເສັ້ນທາງທີ່ຕິດພັນກັບຕົ້ນ ຮວ່ານຫງອກ ຕະຫຼອດໄລຍະ 20 ກວ່າປີ ຜ່ານມາ ໃນການຜະລິດຢາ ທີ່ ມີຜົນປະໂຫຍດຕໍ່ມວນ ມະນຸດ.

ຈາກບ່ອນມີ ຮວ່ານຫງອກ ພຽງ 20 ຕົ້ນໃນເບື້ອງຕົ້ນ, ມາ ຮອດ ປັດຈຸບັນ, ວິສາຫະກິດ ຈ່າຮວ່ານຫງອກ 7 ງາ ໄດ້ມີ ເຂດວັດຖຸ ດິບ ຕົ້ນ ຮວ່ານຫງອກ ລວມເນື້ອທີ່ 40 ເຮັກຕາ ຊຶ່ງ ໄດ້ ປູກ, ບົວ ລະບັດ, ເກັບກູ້ຕາມມາດຕະຖານ GACP WHO ຂອງ ອົງການ ສາທາລະນະສຸກໂລກ.

ທ່ານນາງ ໄບ໋ງາ ພາພວກຂ້າພະເຈົ້າ ໄປຢ້ຽມຢາມລະບົບໂຄງລ່າງ ຂອງວິສາຫະກິດ, ພ້ອມກັບໂຮງງານບັນລຸມາດຕະຖານ ISO 22000: 2005 ໂດຍ TUV SUD - ເຢຍລະມັນ ຊຶ່ງເປັນຜູ້  ຢັ້ງຢືນວ່າ ຕົ້ນຮວ່ານຫງອກ ຍັງຄົງຮັກສາໄວ້ໄດ້ ລັກສະນະ ປົວພະຍາດ ສູງສຸດ; ລະບົບກົນຈັກໄດ້ຫັນເປັນອັດຕະໂນມັດຕາມ ເຕັກໂນໂລຊີ ທີ່ກ້າວໜ້າ, ຮັບປະກັນ ຄຸນນະພາບ ຂອງ ຜະລິດຕະພັນຢ່າງສູງສຸດ.


ຕ່ອງໂສ້ຫຸ້ມຫໍ່ຜະລິດຕະພັນ ຊາຮວ່່ານຫງອກ 7 ງາ. 


ລະບົບກົນນຈັກການຜະລິດ ຊາຮວ່ານຫງອກ 7 ງາ ໄດ້ຫັນເປັນ ອັດຕະໂນມັດ ດ້ວຍເຕັກໂນໂລຊີ ທີ່ທັນສະໄໝ. 


ຂັ້ນຕອນການຫຸ້ມຫໍ່ ຊາຮວ່ານຫງອກ 7 ງາ. 

ໃນຕົວຈິງ, ແຕ່ດົນນານມາແລ້ວ, ເຄື່ອງໝາຍການຄ້າ ຊາຮວ່ານ ຫງອກ 7 ງາ ໄດ້ເປັນຜະລິດຕະພັນພິເສດ ຂອງແຂວງ ໄຕນິງ ເນື່ອງຈາກວ່າ ເຂດດິນແຫ່ງນີ້ມີພູມອາກາດ ແລະ ລັກສະນະ ດິນ ແດນ ທີ່ອຸດົມສົມບູນ ເໝາະກັບການເປີດກວ້າງເຂດວັດຖຸດິບ ຮວ່ານ ຫງອກ.

ດ້ວຍເຫດນັ້ນ, ບັນດາຜະລິດຕະພັນເຄື່ອງໝາຍການຄ້າ ຊາ ຮວ່ານຫງອກ 7 ງາ ໄດ້ມີຄວາມສະໜິດຕິດພັນກັບດິນແດນ ແລະ ຜູ້ຄົນ ໄຕນິງ ແລະ ກາຍເປັນຂອງຂວັນພິເສດ ໃຫ້ແກ່ ນັກທ່ອງທ່ຽວ ເມື່ອມາຍັງ ໄຕນິງ ກັບຜະລິດຕະພັນ ທີ່ຫຼາກຫຼາຍຮູບແບບ ເຊ່ັນ: ຊາສຳເລັດຮູບຮວ່ານຫງອກ 7 ງາ ເປັນຫໍ່, ຊາສຳເລັດຮູບປະສົມກັບ ຮັງນົກແອ່ນທະເລ ຮວ່ານຫງອກ 7 ງາ, ຢາເມັດ ສະກັດ ທາດຈາກຕົ້ນ ຮວ່ານຫງອກ TANU Green, TANU Gold...

ພິເສດ,  ຜະລິດຕະພັນ ຊາຮວ່ານຫງອກ 7 ງາ ໄດ້ຢືນຢັນເຖິງ ຄຸນນະ ພາບຂອງຕົນ ກັບຕະຫຼາດສາກົນ ເມື່ອຄວ້າໄດ້ “ລາງວັນ ຄຸນນະພາບທົ່ວໜ່ວຍພິພົບ” ຊຶ່ງເປັນລາງວັນ ມີຄຸນຄ່າ ສູງສຸດ, ຊົງອິດທິພົນທີສຸດ ຂອງ ສະຫະພັນ ວິທະຍາສາດ ແລະ ເຕັກໂນ ໂລຊີສະບຽງອາຫານສາກົນ (IUFoST) ມອບໃຫ້ໃນປີ 2014 ຈາກວິສາຫະກິດຫຼາຍຮ້ອຍແຫ່ງ ທີ່ມາຈາກ ຫຼາຍປະເທດ ແລະ ເຂດແຄ້ວນ.

ຊາລະລາຍ ຮວ່່ານຫງອກ 7 ງາ. 


ແຕ່ໃດມາ, ຊຮວ່ານຫງອກ 7 ງາ ແມ່ນຜະລິດຕະພັນພິເສດລືຊື່ ຂອງແຂວງ ໄຕນິງ, ໃຊ້ເປັນຂອງຕ້ອນ ສຳລັບຄົນ ສະໜິດມິດ ສະຫາຍ
ຂອງນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງ ປະເທດ. 



ທ່ານນາງ ບຸ່ຍກິມງາ, ຜູ້ອຳນວຍການວິສາຫະກິດເອກະຊົນ ຈ່າ ຮວ່ານຫງອກ 7 ງາ ກັບຜະລິດຕະພັນ “ດົງຈຸ່ງຮ້າຖາວ” (Cordyceps). 




ທ່ານນາງ ບຸ່ຍກິມງາ, ຜູ້ອຳນວຍການວິສາຫະກິດເອກະຊົນ ຈ່າ ຮວ່ານຫງອກ 7 ງາ ກັບຜະລິດຕະພັນ “ດົງຈຸ່ງຮ້າຖາວ” (Cordyceps). 


 

ຕົ້ນ ຮວ່ານຫງອກ ສັງກັດຕະກູນ “ໂອໂຣ” (Acanthaceae) ເປັນຕົ້ນໄມ້ປະຈຳທ້ອງຖິ່ນຂອງ ຫວຽດນາມ ໂດຍທ່ານ ດຣ ວິ ທະຍາສາດ ເຈິ່ນກົງແຄ໋ງ (ມະຫາວິທະຍາໄລການຢາ) ຄົ້ນພົບ ຢູ່ ປ່າສະຫງວນແຫ່ງຊາດ ກຸກເຟືອງ ໃນຊຸມປີ 90 ຂອງ ສະຕະວັດ ທີ XX. ໃນໝູ່ສາມັນຊົນ, ຕົ້ນ ຮວ່ານຫງອກ ມີຫຼາຍ ຊື່ເອີ້ນຕ່າງ ກັນເຊັ່ນ: ຊວນຮວາ, ກອນຄີ, ເຍີດຫງວຽດ, ຈາກໝ້າ, ເທີ່ນເຕື້ອງ ລີງ; ເປັນຢາພື້ນເມືອງ ທີ່ມີຄຸນປະໂຫຍດ ຫຼາຍຢ່າງເຊັ່ນ: ເພີ່ມກຳ ລັງແຮງ, ເພີ່ມພູມຕ້ານທານ, ເພີ່ມກຳລັງຄຸ້ມກັນພະຍາດ,  ເພີ່ມ ການຍ່ອຍອາຫານ, ຊ່ວຍປິ່ນປົວຕັບອັກເສບ, ຫລຸດຄວາມດັນ ເລືອດສູງ, ຫລຸດໄຂມັນ ໃນເສັ້ນເລືອດ, ພະຍາດເບົາຫວານ, ກ້ອນເບົ້າ ແລະ ອື່ນໆ...

 
ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top