• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພັດທະນາຂອງປະເທດຊາດ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບກາຍເປັນແຫຼ່ງກຳລັງສຳຄັນ ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດ, ນັບທັງທາງດ້ານແຫຼ່ງກຳລັງດ້ານເສດຖະກິດ, ແຫຼ່ງພູມປັນຍາ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ. (ພາບ: thanhnien.vn)

ໃນຊຸມມື້ນີ້, ຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດໃນໂລກ ໄດ້ກັບເມືອປະເທດຕ້ອນຮັບບຸນປີໃໝ່ປະຈຳຊາດ. ໃນການພົບປະກັບການນຳລັດ, ລັດຖະບານ ແລະ ເຂົ້າຮ່ວມເຫດການຕ້ອນຮັບລະດູບານໃໝ່, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມຕື້ນຕັນໃຈເມື່ອເຊື່ອມໂຍງເຂົ້າກັບບັນຍາກາດຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນ ພາຍຫຼັງໄລຍະໜຶ່ງທີ່ຖືກຕັດຕອນຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ພໍ່ແມ່ປະຊາຊົນກໍ່ສະແດງຄວາມສົນໃຈ, ສະໜັບສະໜູນການພັດທະນາຂອງປະເທດຊາດ.

        ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບກາຍເປັນແຫຼ່ງກຳລັງສຳຄັນ ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດ, ນັບທັງທາງດ້ານແຫຼ່ງກຳລັງດ້ານເສດຖະກິດ, ແຫຼ່ງພູມປັນຍາ, ໂດຍສະເພາະແມ່ນໃນສະພາບໂລກລະບາດໂຄວິດ-19.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພັດທະນາຂອງປະເທດຊາດ

        ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມີການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນທີ່ສຸດເຂົ້າໃນພາລະກິດແຫ່ງການສ້າງສາປະເທດຊາດ, ພິເສດແມ່ນໃນ 2 ຂົງເຂດກຳລັງການເງິນ ແລະ ພູມປັນຍາ. ກຳລັງການເງິນຢູ່ທີ່ນີ້ແມ່ນ ຈຳນວນວິສາຫະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດລົງທຶນ ແລະ ດຳເນິນທຸລະກິດຢູ່ ຫວຽດນາມ ຫຼາຍທີ່ສຸດ. ຍາມໃດ ຫວຽດນາມ ກໍ່ນອນໃນ top 10 ປະເທດຮັບເງິນຕາຕ່າງປະເທດຫຼາຍທີ່ສຸດໃນໂລກ.

        ກ່ຽວກັບພູມປັນຍາ, ກຳລັງປັນຍາຊົນ, ນັກຊ່ຽວຊານ, ນັກວິທະຍາສາດ ຫວຽດນາມ ອາໄສຢູ່ຕ່າງປະເທດກັບເມືອປະເທດຮ່ວມງານກັບສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເປັນປະຈຳ ເພື່ອແນໃສ່ປະກອບສ່ວນໃຫ້ແກ່ການພັດທະນາພື້ນຖານວິທະຍາສາດ ເຕັກໂນໂລຊີ ຫວຽດນາມ. ພິເສດ, ໃນໄລຍະຜ່ານມາ, ໃນບໍລິເວນທີ່ມີຊາວ ຫວຽດນາມ ດຳລົງຊີວິດ ແລະ ຮ່ຳຮຽນຫຼາຍຄົນ, ໄດ້ສ້າງເຄືອຂ່າຍ ກໍຄືບັນດາສະໂມສອນປັນຍາຊົນຢູ່ຕ່າງປະເທດ ແລະ ມີຄວາມຕິດພັນກັບພາຍໃນປະເທດຢ່າງແໜ້ນແຟ້ນ. ຕົວຢ່າງຄື, ອົງການວິທະຍາສາດ ແລະ ນັກຊ່ຽວຊານ ຫວຽດນາມ ທົ່ວໂລກ (AVSE Global) ມີສຳນັກງານຕັ້ງຢູ່ ຝລັ່ງ, ໄດ້ເຕົ້າໂຮມສະມາຊິກກວ່າ 200 ຄົນ. ຫຼືກຸ່ມຂໍ້ລິເລີ່ມ ຫວຽດນາມ ຢູ່ ອາເມລິກາ, ບັນດາເຄືອຂ່າຍເວທີປາໄສປັນຍາຊົນວິທະຍາສາດເຕັກໂນໂລຊີຂອງຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ, ແຟງລັງ, ໂປໂລຍ, ເຢຍລະມັນ, ອາເມລິກາ… ມີນັກຂ່ຽວຊານ, ປັນຍາຊົນຊາວ ຫວຽດນາມ ຫຼາຍຄົນ ໄດ້ເຕົ້າໂຮມ, ສ້າງຕັ້ງເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ຢູ່ ສ.ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ, ເອີລົບ…

        ໃນພາລະກິດແຫ່ງການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໂດຍເສີມຂະຫຍາຍມູນເຊື້ອສາມັກຄີ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍ່ຮ່ວມແຮງຮ່ວມໃຈ, ຮຽງບ່າຮຽງໄຫຼ່ ແລະ ແບ່ງປັນກັບພໍ່ແມ່ປະຊາຊົນໃນທົ່ວປະເທດ. ປີ 2021, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ປະກອບເງິນກວ່າ 80 ຕື້ດົ່ງ, ພ້ອມກັບເຄື່ອງວັດຖຸອຸປະກອນການແພດ ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ພາຍໃນປະເທດ. ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຕັ້ງໜ້າສົມທົບກັບບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳຕ່າງປະເທດ ຜັນຂະຫຍາຍການທູດວັກຊິນ, ຂົນຂວາຍປະເທດປະຈຳຖິ່ນໜູນຊ່ວຍວັກຊິນ, ອຸປະກອນການແພດໃຫ້ແກ່ ຫວຽດນາມ.

ເມື່ອຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຢັ້ງຢືນວ່າ:

        “ຂ້າພະເຈົ້າເຫັນອົກເຫັນໃຈ, ແບ່ງປັນຕໍ່ບັນດາຄວາມຫຍຸ້ງຍາກເຊິ່ງພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນໃນໄລຍະເກີດໂລກລະບາດໂຄວິດ-19, ແຕ່ຍິ່ງມີຄວາມເອກອ້າງທະນົງໃຈກ່ຽວກັບບັນດາຜົນງານທີ່ບັນລຸໄດ້. ປະຊາຄົມໄດ້ສາມັກຄີກັນ, ມານະພະຍາຍາມຮັບມືກັບໂລກລະບາດ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຟື້ນຟູວຽກເຮັດງານທຳ, ດຳເນີນທຸລະກິດ… ສິ່ງທີ່ປິຕິຊົມຊື່ນກວ່າແມ່ນ ປະຊາຄົມຢູ່ຫຼາຍແຫ່ງຍັງໄດ້ຊ່ວຍເຫຼືອປະຊາຊົນ, ອຳນາດການປົກຄອງປະເທດປະຈຳຖິ່ນໃນໄລຍະເກີດໂລກລະບາດ, ສ້າງພາບພົດປະຊາຄົມຊາວ ຫວຽດນາມ ໃຫ້ສວຍງາມກວ່າອີກ”.

ຄວາມປະທັບໃຈກ່ຽວກັບບັນດານະໂຍບາຍອັນດີງາມຂອງພັກ, ລັດ ທີ່ສະຫງວນໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

        ເມື່ອກັບຄືນເມືອ ຫວຽດນາມ ຕ້ອນຮັບບຸນເຕັດປະຈຳຊາດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ສະແດງນ້ຳໃຈອາລົມຈິດ ແລະ ຄວາມມຸ່ງມາດປາດຖະໜາຢ່າງຈິງໃຈທີ່ສະຫງວນໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ. ທ່ານນາງ ເລືອງທູຖາວ (ຊາວ ຫວຽດນາມ ອາໄສຢູ່ ໄທ) ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເມື່ອໄດ້ກັບຄືນເມືອປະເທດເຂົ້າຮ່ວມລາຍງານລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ຖືເປັນສຳຄັນ. ທ່ານສາດສະດາຈານ, ປະລິນຍາເອກ ຢາງດາວ ສະແດງຄວາມປິຕິຊົມຊື່ນຕໍ່ການປ່ຽນແປງໃໝ່ຂອງບ້ານເກີດເມືອງນອນ. ສິ່ງທີ່ທ່ານມີຄວາມປິຕິຊົມຊື່ນທີ່ສຸດນັ້ນແມ່ນ ພັກ, ລັດ ແລະ ລັດຖະບານ ຍາມໃດກໍ່ມີນະໂຍບາຍເອົາໃຈໃສ່ເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ເອື້ອຍ ຟ້າມທິແອັວງ, ຊາວ ຫວຽດນາມ ອາໄສຢູ່ສະຫະພັນ ລັດເຊຍ ແບ່ງປັນວ່າ ມີຄວາມພາກພູມໃຈເມື່ອຫັນວ່າ ຍາມໃດພັກ, ລັດກໍ່ເອົາໃຈໃສ່ເຖິງແນວຄິດຈິດໃຈ, ນ້ຳໃຈຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ສ່ວນ ເອື້ອຍ ຫງວຽນຫວຽດຈ່ຽວ, ຊາວ ຫວຽດນາມ ອາໄສຢູ່ ໂປໂລຍ, ແບ່ງປັນວ່າ:

        “ສິ່ງຍອດຍິ່ງທີ່ສຸດແມ່ນ ຂ້າພະເຈົ້າເຫັນໄດ້ຄວາມເອົາໃຈໃສ່ຂອງການນຳພັກ, ລັດທີ່ສະຫງວນໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ປະເທດຊາດເມື່ອກັບເມືອປະເທດແມ່ນມີຄວາມອົບອຸ່ນ, ມີຄວາມເປັນກຽດ”.

        ເຖິງວ່າໃນສະພາບການທີ່ແຕກຕ່າງກັນ, ທີ່ຕັ້ງກໍ່ແຕກຕ່າງກັນ, ແຕ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ລ້ວນແຕ່ມີຄວາມຮູ້ສຶກເຊັ່ນດຽວກັນ: ນັ້ນແມ່ນໄດ້ກັບເມືອບ້ານເກີດເມືອງນອນ, ປະກອບສ່ວນໃຫ້ແກ່ປະເທດຊາດ. ສຳລັບເຂົາເຈົ້າແລ້ວ, ຄຳທີ່ວ່າ ປະເທດຊາດ ຍາມໃດກໍ່ຢູ່ໃນດວງໃຈ ແລະ ຍາມໃດເຂົາເຈົ້າກໍ່ປາດຖະໜາຢາກໄດ້ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top