• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຊາ ຊານຕວ໋ຽດ ເທິງພູສູງ

ດິນແດນ ຕ່າຊົ່ວ (ເມືອງ ບັກອຽນ, ແຂວງ ເຊີນລາ) ບໍ່ພຽງ ແຕ່ເປັນທີ່ຮູ້ຈັກວ່າ ເປັນແດນສະຫວັນແຫ່ງເມກໝອກ ຢູ່ ທາງຊາຍແດນທິດເໜືອ ຂອງ ຫວຽດນາມ ດ້ວຍຄວາມສູງ ເກືອບ 2000 ແມັດ ເມື່ອທຽບກັບລະດັບນ້ຳທະເລ,  ແຕ່ຍັງ ມີຊື່ສຽງໂດ່ງດັງ ກັບຜະລິດຕະພັນພິເສດ ຂອງ ທ້ອງຖິ່ນຄື ຊາ ຊານ ຕວ໋ຽດ ອາຍຸ ກວ່າຮ້ອຍປີ, ມີລົດຊາດຫອມແຊບພິເສດ. 
ປ່າຊາ ຊານຕວ໋ຽນ ໃນທ່າມກາງເມກໝອກ
ຕິດຕາມນຳນາງ ມົ່ວທິກາ, ຊາວເຜົ່າ ມົ້ງ ຢູ່ທ້ອງຖິ່ນ, ພາ ພວກ ຂ້າພະເຈົ້າ ໄປຊົມ ວິທີເດັດຍອດຊາ ຊານຕວ໋ຽດ ຢູ່ ບ້ານແບ້. ທາງຂຶ້ນບ່ອນມີບັນດາ ຕົ້ນຊາຊານຕວ໋ຽດ ຕ້ອງ ຜ່ານຜ່າບັນດາທາງຄ້ອຍຂຸຂະ, ເບື້ອງໜຶ່ງແມ່ນຝາຫີນ ສູງຊັນ, ເບື້ອງໜຶ່ງແມ່ນເຫວເລິກບໍ່ມີບ່ອນສຸດ ທ່າມກາງ ເມກ ໝອກປົກຄຸມ. 


ເພື່ອເກັບກ່ຽວຍອດຊາ ຊານຕວ໋ຽດ ໃຫ້ໄດ້, ນາງ ມົ່ວ ທິກາ, ຊາວເຜົ່າ ມົ້ງ (ບ້ານແບ້, ຕາແສງ ຕ່າຊົ່ວ, ເມືອງ ບັກ ອຽນ, ແຂວງ ເຊີນລາ)
ຕ້ອງປີນຂຶ້ນຕົ້ນຊາ ບູຮານທີ່ສູງ ແລະ ເດັດ ຍອດຊາດ້ວຍມື. ໃນລະດູການໜ່ຶງ, ແຕ່ລະຕົ້ນ ຊາ ສາມາດ ເກັບກ່ຽວ
ຍອດຊາສົດ ໄດ້ 2, 3 ກິໂລ ເທົ່ານັ້ນ ແລະ ແຕ່ລະ ຄັ້ງ ການເກັບກ່ຽວຕ້ອງຫ່າງກັນ 7 ມື້. ພາບ: ຈ້ອງຈິ໋ງ



ຕາມນາງ ມົ່ວທິກາ ກ່າວວ່າ ເມື່ອເຫັນຕົ້ນຊາ ປົ່ງໃບ ອ່ອນ 2 ໃບ” ແມ່ນເຖິງເວລາເກັບກ່ຽວຊາ. ເກັບກ່ຽວຊາ ໃນ ຕອນເຊົ້າ,
ຕອນຄ່ຳນຳໄປຂົ້ວໃຫ້ແຫ້ງ ແລະ ຊົງດື່ມເລີຍ ແມ່ນແຊບທີສຸດ”. ພາບ: ຈ້ອງຈິ໋ງ



ລຳຕົ້ນຊາ ຊານຕວ໋ຽດບູຮານ ຢູ່ ຕ່າຊົ່ວ ເປັນໂໝກ ແລະ ເຕັມແຕ່ ເຫັດເທົາ, ຕົ້ນເພີນ. ເຖິງວ່າມີອາຍຸ ກວ່າຮ້ອຍ ປີ ແລ້ວ
ແຕ່ຍັງສາມາດປົ່ງອອກໜໍ່ໃໝ່. ພາບ: ຈ້ອງຈິ໋ງ



ຕົ້ນຊາບູຮານ ຢູ່ຕາແສງ ຕ່າຊົ່ວ ປົ່ງຂຶ້ນຢູ່ບ່ອນມີເມກໝອກ, ຄວາມຊຸ່ມສູງ, ພູມອາກາດສົດໃສ ໜາວເຢັນຕະຫຼອດປີ, ເພາສະນັ້ນ
ຍອດຊາ ຊານຕວ໋ຽດ ຖືກປົກຫຸ້ມຫິມະ  ແລະ ລົດຊາດເຂັ້ມຂົ້ນພິເສດ ເມື່ອທຽບກັບຊາບູຮານ ຢູ່ ທ້ອງຖິ່ນອື່ນ. ພາບ: ຈ້ອງຈິ໋ງ



ລຳຕົ້ນຊາ ຊານຕວ໋ຽດ ອາຍຸ ກວ່າຮ້ອຍປີ. ພາບ: ຈ້ອງຈິ໋ງ


ຍອດຊາ ຊານຕວ໋ຽດ. ພາບ: ຈ້ອງຈິ໋ງ

ພວກຂ້າພະເຈົ້າມີຄວາມຮູ້ສຶກຢາກເປັ່ງສຽງຮ້ອງດີໃຈ ໃນ ຂະນະ ທີ່ເປັນຄັ້ງທຳອິດໄດ້ເຫັນກັບຕາ ຕົ້ນຊາ ຊານຕວ໋ຽດ ທີ່ ເກົ່າແກ່, ລຳຕົ້ນເປັນໂໝກ ແລະ ເຕັມແຕ່ ເຫັດເທົາ, ຕົ້ນ ເພີນຕິດເຂົ້າ. 

ຕາມການສຳຫຼວດຂອງຫ້ອງການກະສິກຳ ເມືອງ ບັກອຽນ, ປັດຈຸບັນ ຢູ່ຕາແສງ ຕ່າຊົ່ວ ມີ 138 ເຮັກຕາຊາ, ໃນນັ້ນມີ 78 ເຮັກຕາ ກຳລັງໃຫ້ຜົນເກັບກ່ຽວ. ນີ້ແມ່ນຜະລິດຕະພັນຊາ ຊານ ຕວ໋ຽດ ພິເສດ ກັບຕົ້ນຊາບູຮານ ປະມານ 2000 ຕົ້ນ ອາຍຸ ກວ່າ 200 ປີ, ແຕ່ລະປີ ເກັບກ່ຽວຍອດຊາໄດ້ ປະມານ 50 ໂຕນ ແລະ ປຸງແຕ່ງຊາສຳເລັດຮູບ ໄດ້ປະມານ 10 ໂຕນ. 
ຢືນຢູ່ເທິງຕົ້ນຊາບູຮານ, ມົ່ວທິກາ ທັງເດັດຍອດຊາຢ່າງໄວ ເປັນຈັງຫວະ, ທັງແນະນຳໂດຍຫຍໍ້ໃຫ້ພວກຂ້າພະເຈົ້າຟັງ ກ່ຽວກັບກົກເຄົ້າຂອງຕົ້ນຊາ ຊານຕວ໋ຽດ ເມື່ອຮ້ອຍກວ່າ ປີ ກ່ອນນີ້ ໄດ້ມີຄວາມສະໜິດຕິດພັນ ກັບຊີວິດການເປັນຢູ່ ຂອງພໍ່ແມ່ຊາວເຜົ່າມົ້ງແລ້ວ. ມີບາງຕົ້ນມີອາຍຸກວ່າ 200 ປີ. ຕົ້ນຊາ ສະຫຼັບກັບຕົ້ນໄມ້ປະເພດອື່ນໆ ຢູ່ໃນປ່າເລິກ, ພູສູງ ແລະ ອ້ອມຂ້າງໝູ່ບ້ານ, ສາມາດທົນກັບ ພູມອາກາດ ທີ່ແສນສາຫັດ. ທ່ານ ທ່າວັນຫຼອນ, ຮອງຫົວໜ້າ ຫ້ອງການ ກະສິກຳ ເມືອງ ບັກອຽນ ໃຫ້ຮູ້ວ່າ: “ຍາມໜາວ ໃນທ້າຍປີ 2016, ຢູ່ ຕ່າຊ່ົວ ເຕັມແຕ່ຫິມະ, ມີພຽງຕົ້ນຊາ ຊານຕວ໋ຽດ, ຕົ້ນໝາກກະທັນ “ແມ່ວ” ແລະ ຕົ້ນຊາມູ(Cunninghamia) ທີ່ ລອດຕາຍ ຈາກບັ້ນໜາວ ຄັ້ງນັ້ນ”. 

ຜະລິດຕະພັນກະສິກຳສະອາດໃຫ້ແກ່ຄົນ ຫວຽດ ແລະ ເພື່ອສົ່ງອອກ
ນາງ ມົ່ວທິກາ ໃຫ້ຮູ້ວ່າ ແຕ່ກ່ອນ ຊາວເຜົ່າ ມົ້ງ ເດັດຍອດ ຊາ ແລະ ຂົ້ວຊາດ້ວຍມື, ແຕ່ໃນກາງລະດູ ພໍ່ແມ່ປະຊາຊົນ ເກັບກ່ຽວໄດ້ຫຼາຍ ແຕ່ເກັບຮັກສາບໍ່ໄດ້ດີ, ຊຳ້ຍັງຖືກພໍ່ຄ້າ ແມ່ຄ້າ ກົດລາຄາ, ເພາະສະນັ້ນ ລາຄາຂາຍໄດ້ພຽງປະ ມານ 2 -4 ແສນດົ່ງຕໍ່ກິໂລ. ໃນຂະນະນັ້ນ, ບັນດາສາຂາ ຈຳໜ່າຍ ບໍ່ເປັນທາງການຢູ່ ຮ່າໂນ້ຍ ຂາຍຊາ ຊານຕວ໋ຽດ ໃນລາຄາ ກວ່າ 1 ລ້ານດົ່ງຕໍ່ກິໂລ ແຕ່ບໍ່ມີຕົ້ນກຳເນີດ ຢ່າງ ຈະແຈ້ງ.

ໂດຍຮັບຮູ້ໄດ້ ນີ້ແມ່ນເຂດວັດຖຸດິບທີ່ມີຄ່າ, ນໍາມາຊຶ່ງ ຄ່າ ຄອງຊີບທີ່ໝັ້ນຄົງ ໃຫ້ແກ່ປະຊາຊົນ ຕ່າຊົ່ວ, ການນຳ ທ້ອງ ຖິ່ນ ໄດ້ຕັດສິນໃຈກໍ່ສ້າງ “ໂຄງການຍົກສູງ ພະລັງແຮງ ຊີວິດ ຂອງຕົ້ນຊາຄືນໃໝ່ ແລະ ເປີດກວ້າງ ເຂດປູກຕົ້ນຊາ ຊານ ຕວ໋ຽດຢູ່ ຕາແສງ ຕ່າຊົ່ວ”.

ເພື່ອປະຕິບັດໂຄງການນີ້ໃຫ້ປະສົບຜົນສຳເລັດ, ການນຳ ທ້ອງຖິ່ນ ໄດ້ເປັນເຈົ້າການ ຊອກຫາວິສາຫະກິດ ເຂົ້າມາ ລົງທຶນ ແລະ ຮ່ວມມື ພ້ອມກັນພັດທະນາກັບ ປະຊາຊົນ. ທ່ານ ເລວັນກີ່, ປະທານ ຄະນະກຳມະການ ປະຊາຊົນ ເມືອງ ບັກອຽນ ໃຫ້ຮູ້ວ່າ: “ໂດຍຮັບຮູ້ໄດ້ຄຸນຄ່າ ຂອງຊາ ຊານຕວ໋ຽດ ຢູ່ ຕ່າຊົ່ວ, ທາງເມືອງ ບັກອຽນ ໄດ້ເຊື້ອເຊີນ ບໍລິສັດ ຊາ ແລະ ຜະລິດຕະພັນພິເສດ ໄຕບັກ ຈຳກັດ ປະ ສານສົມທົບ ເພື່ອ ການພັດທະນາ ເຄື່ອງໝາຍການຄ້າຊາ ຊານຕວ໋ຽດ ຕ່າຊົ່ວ”.



ຍອດຊາທີ່ເກັບກ່ຽວມາຖືກຢາຍຢູ່ເທິງພື້ນເຮືອນເພື່ອໃຫ້ມັນຫ່ຽວແຫ້ງ... ພາບ: ຈ້ອງຈິ໋ງ


... ຫຼັງຈາກນັ້ນສືບຕໍ່ໃສ່ຖັງ, ປິ່ນຢູ່ເທິງເຕົາຖ່ານ ເຖິງເມື່ອໃບຊາແຫ້ງແລ້ວຈຶ່ງນຳໄປຫຸ້ມຫໍ່. ພາບ: ຈ້ອງຈິ໋ງ


ຢູ່ບາງຄອບຄົວ, ທຸກຂັ້ນຕອນປຸງແຕ່ງຊາລ້ວນແຕ່ໄດ້ເຮັດດ້ວຍມື. ພາບ: ຈ້ອງຈິ໋ງ


ຜະລິດຕະພັນຊາ ຈຸກ-ຊາ ຊານຕວ໋ຽດ ຕ່າຊົ່ວ ມີເຄື່ອງໝາຍການຄ້າ Shanam ຂອງບໍລິສັດ ຊາ ແລະ ຜະລິດຕະພັນພິເສດ ໄຕ ບັກ (Tafood) ຈຳກັດ ໄດ້ເກັບກ່ຽວ ແລະ ປຸງແຕ່ງຊາດ້ວຍເຕັກນິກທີ່ທັນສະໄໝ ສົມທົບກັບ ການປຸງແຕ່ງ ຊາ ແບບຫັດຖະກຳ
ຂອງຊາວເຜົ່າ ມົ້ງ ຢູ່ທ້ອງຖິ່ນ. ພາບ: ທົງທ້ຽນ

ໄດ້ຮັບການສ້າງຕັ້ງເມື່ອປີ 2015, ດ້ວຍພາລະໜ້າທີ່ ພັດທະ ນາເຄື່ອງໝາຍການຄ້າ ຊາ ຊານຕວ໋ຽດ ບູຮານ ຫວຽດນາມ ແລະ ຜະລິດຕະພັນພິເສດ ໄຕບັກ ທີ່ຄະນະ ກຳມະການ ປະຊາຊົນ ເມືອງ ບັກອຽນ ມອບໝາຍໃຫ້, ບໍລິສັດຊາ ແລະ ຜະລິດຕະພັນພິເສດ ໄຕບັກ ຈຳກັດ(Tafood) ໄດ້ເລີ່ມຜັນ ຂະຫຍາຍ ກັບເຂດວັດຖຸດິິບ ແຫ່ງທຳອິດ ຢູ່ຕາແສງ ຕ່າຊົ່ວ ຊຶ່ງເປັນບ່ອນທີ່ ພໍ່ແມ່ປະຊາຊົນ ເກັບກ່ຽວ ແລະ ປຸງແຕ່ງ ຊາ ດ້ວຍຄວາມລຳບາກ. ແຕ່ຍ້ອນພື້ນຖານໂຄງລ່າງ ຢູ່ເຂດ ພູ ສູງ ຍັງຂາດເຂີນຫຼາຍປະການ, ເພາະສະນັ້ນຈິ່ງປະສົບ ກັບ ຄວາມຫຍຸ້ງຍາກຫຼາຍປະການ ໃນການ ສົ່ງຊາໄປຂາຍ.  

ໃນຂອບເຂດຂອງ ວັນບຸນວັດທະນະທຳ, ກິລາ ແລະ ທ່ອງ ທ່ຽວ ຕິດພັນກັບ ງານຕະຫຼາດນັດເຂດພູສູງ ປີ 2017, ຕອນ ເຊົ້າວັນທີ 16 ທັນວາ 2017, ເມືອງ ບັກອຽນ ໄດ້ຈັດພິທີ ປະກາດຢ່າງເປັນທາງການ ແລະ ມອບຂໍ້ຕົກລົງ ນຳໃຊ້ ແລະ ພັດທະນາເຄື່ອງໝາຍການຄ້າ ກຳມະສິດລວມໝູ່ ຊາ ຕ່າຊົ່ວ ໃຫ້ແກ່ ບໍລິສັດ ຊາ ແລະ ຜະລິດຕະພັນພິເສດ ໄຕ ບັກ (Tafood) ຈຳກັດ ຊ່ຶງເປັນໜ່ວຍກຳລັງຮັບຈຳໜ່າຍ ໃຫ້ ແກ່ ປະຊາຊົນ ຢູ່ 11 ບ້ານ ຂອງຕາແສງ ຕ່າຊົ່ວ. 
ດ້ວຍເຫດນັ້ນ, Tafood ໄດ້ມີຄວາມມານະພະຍາຍາມ ຢ່າງບໍ່ຢຸດຢັ້ງ ໃນການຜ່ານຜ່າຂໍ້ຫຍຸ້ງຍາກ, ສ້າງເງື່ອນໄຂ ທຸກຢ່າງ ໃຫ້ພໍ່ແມ່ນປະຊາຊົນ ຢູ່ ຕ່າຊ່ົວ. ບໍລິສັດໄດ້ສັ່ງ ລົງທຶນໃສ່ ຕ່ອງໂສ້ ການປຸງແຕ່ງຊາ ແບບຄົບວົງຈອນ ແລະ ໝູນໃຊ້ເຕັກນິກທີ່ທັນສະໄໝ ສົມທົບກັບ ການປຸງແຕ່ງ ຊາ ແບບຫັດຖະກຳ ຂອງຊາວເຜົ່າ ມົ້ງ ຢູ່ທ້ອງຖິ່ນ. ໂດຍອາໄສ ສິ່ງດັ່ງກ່າວ, ຜະລິດຕະພັນຂອງ ບໍລິສັດ ຮັກສາໄດ້ລົດຊາດ ທຳມະຊາດ ທີ່ເປັນເອກະລັກ, ໄດ້ຫຸ້ມຫໍ່ຕາມມາດຕະຖານ ເພື່ອສົ່ງອອກ ແລະ ສາມາດ ໃຊ້ໄດ້ ເປັນເວລາກວ່າ 2 ປີ ຈຶ່ງໝົດອາຍຸການນຳໃຊ້.

ປັດຈຸບັນ, ບໍລິສັດໄດ້ຊ່ວຍໜູນ, ແນະນຳໃຫ້ພໍ່ແມ່ປະຊາຊົນ ວິທີເກັບກ່ຽວຊາ ຖືກຕາມມາດຕະຖານ ແລະ ເກັບຊື້ຍອດ ຊາສົດ ໃນລາຄາແຕ່ 40-60 ພັນດົ່ງຕໍ່ກິໂລ, ສູງກວ່າ ສອງ ເທົ່າ ເມື່ອທຽບກັບລາຄາ ຊາໃນເມື່ອກ່ອນ.

ດ້ວຍໜ້າທີ່ໃນການສ້າງເຄື່ອງໝາຍການຄ້າຊາ ຊານຕວ໋ຽດ ຢູ່ຕາແສງ ຕ່າຊົ່ວ ໃຫ້ນັບມື້ນັບມີຄວາມເຂັ້ມແຂງຍິ່ງຂຶ້ນ, ທ່ານ ຟ້າມວັນແບກ, ຜູ້ຕາງໜ້າບໍລິສັດຊາ ແລະ ຜະລິດຕະ ພັນພິເສດ ໄຕບັກ ຈຳກັດ ໄດ້ກ່າວວ່າ: “ກ່ອນໜ້ານີ້, ຜະລິດ ຕະພັນພິເສດທ້ອງຖິ່ນຂອງ ຫວຽດນາມ ເຄີຍໃຊ້ ເພື່ອສົ່ງອອກ ເທົ່ານັ້ນ ຍ້ອນມີກຳໄລສູງ, ແຕ່ຄະນະ ການນຳບໍ່ມີ ຄວາມຄິດຄືນແນວນັ້ນ ຍ້ອນມາຮອດ ປັດຈຸບັນ, ປະຊາຊົນຫວຽດນາມ ໄດ້ມີເງື່ອນໄຂ ຊົມໃຊ້ ບັນດາຜະລິດຕະພັນພິເສດ ຂອງບ້ານເກີດເມືອງນອນ ຂອງຕົນແລ້ວ.


ຜະລິດຕະພັນຂອງບໍລິສັດ ທີ່ມີເຄື່ອງໝາຍການຄ້າວ່າ Shanam ຊຶ່ງລວມມີຫຼາຍປະເພດຊາ ແລະ ມີບັນດາ ຜະ ລິດຕະພັນ ຊາສຳເລັດຮູບ Shanam ເປັນຫໍ່. ທັງໝົດໄດ້ ຜະລິດຈາກ ຍອດຊາ ຊານຕວ໋ຽດ ຢູ່ ຕ່າຊົ່ວ. ການປະກາດ ຢ່າງເປັນທາງການ ເຄື່ອງໝາຍການຄ້າ ກຳມະສິດລວມໝູ່ ຊາ ຊານຕວ໋ຽດ ແລະ ມອບສິດນຳໃຊ້, ພັດທະນາ ຍີ່ຫໍ້ການຄ້າ ໃຫ້ແກ່ວິສາຫະກິດ ຢູ່ທ້ອງຖິ່ນ ເປັນເງື່ອນໄຂ ອັນສຳຄັນ ແນໃສ່ພັັດທະນາ ແລະ ໂຄສະນາເຜີຍແຜ່ ເຄື່ອງໝາຍການຄ້າຊາ ຊານຕວ໋ຽດ ຕ່າຊົ່ວ ຢູ່ຕະຫຼາດ ພາຍໃນ ແລະ ກ້າວໄປເຖິງການສົ່ງອອກ ຜະລິດຕະພັນ ສູ່ຕະຫຼາດໂລກ. 
ບົດ: ທົງທ້ຽນ-ພາບ: ຈ້ອງຈິ໋ງ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top