• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຊອກຮູ້ໂລກຈາກເຄື່ອງວັດຖຸບູຮານ

ເປັນຄັ້ງທຳອິດ ທີ່ຫໍພິພິທະພັນ ຊົນຊາດວິທະຍາ ຫວຽດນາມ ໃຫ້ ຈັດວາງສະແດງວັດຖຸພັນ ວັດທະນະທຳ ຂອງ ຫຼາຍປະເທດໃນ ໂລກເພື່ອຊ່ວຍໃຫ້ບັນດາທ່ານຜູ້ຊົມໄດ້ມີໂອກາດຫາຄວາມຮູ້ຄວາມເຂົ້າ ໃຈຕໍ່ ແຜ່ນດິນທີ່ຫ່າງໄກໃນ 5 ທະວີບ. 

“ອ້ອມຮອບໂລກ” ເປັນຫົວຂໍ້ຂອງຊຸດສະສົມໜຶ່ງຂອງທ່ານ ສາດສະ ດາຈານ ເລແທ່ງໂຄຍ ໄດ້ຈັດວາງສະແດງທີ່ຫໍພິພິທະພັນ ຊົນຊາດວິ ທະຍາ ຫວຽດນາມ. ມີປະມານ 200 ວັດຖຸພັນ ທີ່ທ່ານ ເລແທ່ງໂຄຍ ໄດ້ມອບໃຫ້ຫໍພິພິທະພັນແຫ່ງນີ້. ນີ້ແມ່ນເທື່ອທຳອິດ ມູນເຊື້ອທາງ ດ້ານວັດທະນະທຳ ຂອງ ຫຼາຍປະເທດໃນໂລກໄດ້ນຳມາຈັດ ວາງສະ ແດງ ຢູ່ຫໍພິພິທະພັນ ແຫ່ງນີ້. 

ຊື່ຂອງທ່ານ ສຈ. ເລແທ່ງໂຄຍ ແລະ ພັນລະຍາ ທ່ານນາງ ເຖິມທິ ຮ່ົງແອງ
ຜູ້ທີ່ມອບ ຊຸດສະສົມ “ອ້ອມຮອບໂລກ”
ໄດ້ຕັ້ງຢູ່ໜ້າທາງ ເຂົ້າເຂດວາງສະແດງ. 



ນັກທ່ອງທ່ຽວກຳລັງຢ້ຽມຊົມບັນດາວັດຖຸ ທີ່ນຳມາວາງສະແດງ ດ້ວຍ ຄວາມສົນໃຈ.


ແຕ່ລະຈຸດ ວາງສະແດງ ລ້ວນມີຂໍ້ມູນ, ຄຳອະທິບາຍເພື່ອໃຫ້ ຄວາມ ຮູ້ ແກ່ນັກທ່ອງທ່ຽວໃນເວລາຢ້ຽມຊົມ. 


ດ້ວຍການປະດັບປະດາທີ່ທັນສະໄໝ ແລະ ລະບົບສ່ອງແສງສະ ຫວ່າງ ທີ່ເໝາະສົມ
ຊ່ວຍເຮັດໃຫ້ທ່ານຜູ້ຊົມສາມາດເບິ່ງເຫັນ ບັນດາ ວັດຖຸ ທີ່ນຳມາສະແດງ ໄດ້ຢ່າງຊັດ. 



ເຂດວາງສະແດງໄດ້ຈັດວາງຢ່າງມີລະບຽບ, ຊ່ວຍເຮັດໃຫ້ຜູ້ຊົມ ສາ ມາດ ຮຽນຮູ້ ທາງດ້ານວັດທະນະທຳ
ທີ່ໜ້າປະທັບໃຈ ຂອງ ບັນດາ ເຂດແຄ້ວນຕ່າງໆ​ໃນໂລກ. 

ທ່ານສຈ. ເລແທ່ງໂຄຍ ເກີດເມື່ອປີ 1923 ທີ່ຮ່າໂນ້ຍ. ກາງສະຕະ ວັດທີ 20, ເພິ່ນໄດ້ສອນຢູ່ມະຫາວິທະຍາໄລ Paris V - Descar tes (ປະເທດຝຣັ່ງ). ເພິ່ນເຄີຍເປັນທີ່ປຶກສາໃຫ້ກັບອົງການ ຢູແນສ ໂກ ແລະ ອົງການທີ່ບໍ່ ຂຶ້ນກັບລັດຖະບານຫຼາຍອົງການ, ເພິ່ນເຄີຍ ໄປຫຼາຍປະເທດ ແລະ ສະສົມວັດຖຸພັນ ຫລາຍຊະນິດ ທີ່ມີຄຸນຄ່າ ດ້ານ ສິລະປະ ອີກດ້ວຍ.
 
ຫ້ອງວາງສະແດງ “ອ້ອມຮອບໂລກ” ມີເນື້ອທີ່ປະມານ 300 ຕາລາງ ແມັດ ຢູ່ຊັ້ນທີ 2 ຂອງ ເຮືອນ ແກ໋ງຢ່ຽວ ທີ່ຫໍພິພິທະພັນ ຊົນຊາດວິ ທະຍາ ຫວຽດນາມ. ຫ້ອງວາງສະແດງໄດ້ຮັບການອອກແບບ ທີ່ທັນ ສະໄໝ, ມີລະບົບສ່ອງແສງສະຫວ່າງທີ່ເໝາະສົມ ແລະ ຈັດວາງ ອອກເປັນ 4 ທະວີບຄື: ທະວີບອາຊີ, ທະວີບໂອເຊຍເນຍ, ທະວີບອາ ເມລິກາ ແລະ ທະວີບອາຟຣິກກາ. ບັນດາວັດຖຸພັນທີ່ ນຳວາງສະ ແດງ ຢູ່ທີ່ນີ້ ໄດ້ ຖືສຳຄັນທາງດ້ານສິລະປະ ແລະ ຊົນຊາດວິທະຍາ. ເຮັດໃຫ້ຜູ້ ຊົມ ໄດ້ຊອກຮູ້ບັນດາແຜ່ນດິນທີ່ແຕກຕ່າງກັນ, ເກັບກຳ ຂໍ້ ມູນຂ່າວ ສານ, ຄວາມຮູ້ຄວາມເຂົ້າໃຈ ແລະ ໄດ້ປຽບທຽບ, ຮັບຮູ້ຕໍ່ ຄວາມ ຫຼາກຫຼາຍຮູບແບບຂອງຊີວິດການ ເປັນຢູ່ໃນທົ່ວໂລກ.
 
ເຖິງວ່າ ໄດ້ນຳສະເໜີສູ່ສາຍຕາມະຫາຊົນ ໄດ້ບໍ່ດົນ, ແຕ່ຊຸດສະສົມ “ອ້ອມຮອບໂລກ” ຂອງ ທ່ານ ສຈ. ເລແທ່ງໂຄຍ ກໍເປັນທ່ີເພິ່ງພໍໃຈ ຂອງ ຜູ້ຊົມເປັນຈຳນວນຢ່າງຫຼວງຫຼາຍ. ເມື່ອບໍ່ດົນມານີ້, ຫໍພິພິທະ ພັນ ຊົນຊາດວິທະຍາ ຫວຽດນາມ ໄດ້ຮັບລາງວັນ “ຈຸດນັດພົບທີ່ ປະທັບໃຈ ທີສຸດຫວຽດນາມ ປີ 2015”. ອີງໃສ່ຜົນການຄັດເລືອກ ຂອງ ນັກຂ່າວ, ມະຫາຊົນ ແລະ ຜູ້ປະກອບການທ່ອງທ່ຽວ. ນີ້ແມ່ນ ການຮັບຮອງຕໍ່ການປະກອບສ່ວນຢ່າງສຳຄັນຂອງ ຫໍພິພິທະ ພັນໃຫ້ ແກ່ຂະແໜງການທ່ອງທ່ຽວ ຫວຽດນາມ. 


ຮູບປັ້ນເຈົ້າແມ່ກວນອິນໃນເຂດວາງສະແດງກ່ຽວກັບສາສະໜາ.


ໜ້າກາກຂອງຄົນພື້ນເມືອງທະວີບໂອເຊຍເນຍ.


ບັນດາຮູບປັ້ນທີ່ເຮັດດ້ວຍດິນເຜົາ ອາຟຣິກກາ ໃນເຂດວາງ ສະແດງ.


ພັດຖຸພັນ ຂອງ ຄົນພື້ນເມືອງ ທະວີບ ອົສຕຣາລີ ໃນເຂດວາງ ສະແດງ “ອ້ອມຮອບໂລກ”. 


ໜຶ່ງໃນບັນດາວັດຖຸ ຂອງ ວັດທະນະທຳ ຈີນ ໄດ້ວາງສະແດງ ທີ່ ຫໍພິພິທະພັນ.


ຄວາມປະທັບໃຈ ຂອງ ໜ້າກາກ ໃນຊຸດສະສົມ.


ໜ້າກາກ ຂອງ ຄົນພື້ນເມືອງ ທະວີບໂອເຊຍເນຍ ໄດ້ຜະລິດ ຕາມແບບຫັດຖະກຳ.


ບັນດາວັດຖຸ ທີ່ນຳມາສະແດງ ເຫັນໄດ້ຢ່າງຊັດເຈນ
ພາຍໃຕ້ແສງ ສະຫວ່າງ ຂອງ ດອກໄຟ ພາຍໃນຫ້ອງວາງສະແດງ.



ຕຸກກະຕາ ປະລັດຕື້ ສິລະປະພື້ນເມືອງ ຂອງ ມາເລເຊຍ ແລະ ອິນໂດເນເຊຍ.
 ຈັດທຳໂດຍ: ຫວຽດເກື່ອງ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top