• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

“ຊວນທີ່”: ຄວາມປະທັບໃຈ ຂອງ ລະດູບານໃໝ່

ພາບແຕ້ມສີຂັດມັນ ກວ່າ 60 ແຜ່ນ, ພາບແພໄໝ, ພາບສີນຳ້ ...ກ່ຽວກັບລະດູບານໃໝ່ ຢູ່ບ້ານເກີດເມືອງນອນ ຂອງ ນັກແຕ້ມ 6 ຄົນ ພວມອາໄສຢູ່ຕ່າງປະເທດ ຫາກໍ່ໄດ້ ເອົາມາແນະນຳໃນ ງານວາງສະແດງຮູບພາບ “ຊວນທີ່ 2” (ຫໍພິພິ ທະພັນ ວິຈິດສິນ ນະຄອນ ໂຮ່ຈີມິນ).
ເມື່ອອະທິບາຍກ່ຽວກັບຊື່ທີ່ວ່າ “ຊວນທີ່”, ນັກແຕ້ມ ແທງເລ ໃຫ້ ຮູ້ວ່າ: “ລະດູບານໃໝ່ ແມ່ນຊ່ວງເວລາທີ່ເປັນໄລຍະຫົວລ້ຽວ ຫົວ ຕໍໍ່ລະຫວ່າງຟ້າກັບດິນ. ແຕ່ວ່າລະດູບານໃໝ່ ຢູ່ແຕ່ລະປະເທດ ແມ່ນແຕກຕ່າງກັນ, ລະດູບານໃໝ່ຂອງແຕ່ລະຄົນ ກໍ່ບໍ່ຄືກັນ. ສຳ ລັບຊາວ ຫວຽດນາມ ທີ່ພວມອາໄສຢູ່ California, ຫຼັງຈາກກັບ ຈາກງານ, ເມື່ອກັບເມືອເຖິງເຮືອນ ກໍ່ຈະໄຕ້ທູບ ຢູ່ຄຽງຂ້າງກິ່ງ ດອກຄາຍ ເພື່ອຕ້ອນຮັບປີໃໝ່ ຄືກັບຢູ່ຫວຽດນາມ”. 


ມູມໜຶ່ງໃນງານວາງສະແດງພາບແຕ້ມ “ຊວນທີ່ 2”.


ໃນລະດູໃບໄມ້ຫລົ່ນ ຂອງ ນະຄອນ ໂຮ່ຈີມິນ, ທ່ານຜູ້ຊົມໄດ້ຮັບ ຊົມບັນຍາກາດຂອງລະດູບານໃໝ່
ຜ່ານງານ ວາງສະແດງພາບ ແຕ້ມ “ຊວນທີ່”.



ຫົວຂໍ້ ຂອງ ງານວາງສະແດງ ແມ່ນລະດູບານໃໝ່.


ງານວາງສະແດງພາບແຕ້ມ “ຊວນທີ່ 2”  ນຳມາໃຫ້ທ່ານຜູ້ຊົມ
ຫຼາກຫຼາຍຄວາມຮູ້ສຶກກ່ຽວກັບປະເທດຊາດ ແລະ ຜູ້ຄົມ ຫວຽດນາມ. 

ລະດູບານໃໝ່ຂອງນັກແຕ້ມ ແທງເລ ແມ່ນດອກບົວ. ດອກບົວໃນພາບແຕ້ມຂອງລາວ ມີການເຄື່ອນເໜັງ, ມີຄວາມມ່ວນຊື່ນ, ມີ ຄວາມໂສກເສົ້າ. ໃນພາບແຕ້ມຫຼາຍແຜ່ນ, ເຖິງວ່າ ດອກບົວຈະ ຫ່ວງໂຮຍແລ້ວ, ແຕ່ຜູ້ຊົມຍັງຮູ້ສຶກເຫັນໄດ້ຄວາມມຸ່ງຫວັງ, ຄວາມທົນທານ ກຳລັງເກີດໃໝ່. ຝັງເລິກໃນບັນດາລາຍແຕ້ມ ຂອງດອກ ບົວ ແມ່ນຄວາມອ່ອນໂຍນ, ຄວາມຮັກໄຄ່ອັນໜັກແໜ້ນ ຂອງ ແມ່ຍິງ. ພາບແຕ້ມດອກບົວແຕ່ລະແຜ່ນໄດ້ສື່ເຖິງບັນດາ ທ່ານ ຜູ້ ຊົມ ເລື່ອງລາວ ກ່ຽວກັບຊີວິດປະຈຳວັນ.
 
ບັນດາເຄື່ອງໃຊ້ຕ່າງໆ ຮັບໃຊ້ໃຫ້ແກ່ຊີວິດປະຈຳວັນຂອງຊາວ ຫວຽດນາມ ຄື: ໂຕະ, ເສື້ອ, ຖ້ວຍ, ໄມ້ຖູ່... ເຮັດໃຫ້ລະດູບານໃໝ່ມີຊີວິດຊີວາ ຜ່ານລາຍແຕ້ມຂອງນັກແຕ້ມ ຢ້ຽວຖຸຍ. ພາບແຕ້ມຂອງ ນາງ ຢ້ຽວຖຸຍ ສະແດງໃຫ້ເຫັນຄວາມສວຍສົດງົດງາມແບບເບົາໆ ບາງໆ, ທຳມະດາ. ລະດູບານໃໝ່ຂອງລາວແມ່ນ ລະດູ ບານໃໝ່ ທີ່ເຕັມໄປດ້ວຍຄວາມສະຫງົບສຸກຢູ່ທຸກແຫ່ງຫົນໃນ ຊີ ວິດ. ຈຸດພິເສດແມ່ນນາງ ຢ້ຽວຖຸຍ ບໍ່ແຕ້ມພາບດ້ວຍ ຟອຍແຕ້ມ, ລາວແຕ້ມພາບດ້ວຍມື ແຕ່ສະແດງໃຫ້ເຫັນຄວາມ ອ່ອນໂຍນ, ຄວາມຮູ້ສຶກຜ່ານບັນດາລາຍແຕ້ມ. ນາງ ຢ້ຽວຖຸຍ ເປັນຄົນ ທີ່ມີ ຊື່ສຽງໃນວົງການແຕ້ມພາບ ຫວຽດນາມ ໃນຍຸກປັດຈຸບັນ ແລະ ໄດ້ຮັບການຕີລາຄາສູງຈາກ ບັນດາ ນັກສະສົມພາບແຕ້ມ ໃນ ໂລກ.
 
ຕ່າງຄົນຕ່າງແບບ, ໃນລະດູບານໃໝ່ຂອງນາງ ຢ້ຽວຮ່າ ແມ່ນ ຄວາມຮຸ່ງເຮືອງເຫຼືອງເຫຼື້ອມຂອງດອກ ໂບຕັນ (Peony), ການ ຄິດ ຮອດອະດີດຂອງຊາວ ຫວຽດນາມ ຜ່ານບັນດາ ພາບແຕ້ມ ດອກ ກ້ວຍໄມ້, ດອກເບັນຈະມາດ, ໄມ້ຊອດຂອງນາງ ຕຽວລິງ ແລະ ນາງ ຫງອກແອັງ. ໃນນັ້ນ, ລະດູບານໃໝ່ຂອງ ນັກແຕ້ມ ດິ່ງງີ້ ໄດ້ສະແດງຜ່ານອາຍຸອ່ອນຊ້ອຍຂອງ ຍິງສາວນ້ອຍ.
 
ນາງ ດິງທິຮົ່ງຖຳ, ຄູສອນຂອງໂຮງຮຽນຊັ້ນສູງກໍ່ສ້າງ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ຂ້າພະເຈົ້າຮູ້ສຶກວ່າ ມີຫຼາຍເລື່ອງກ່ຽວ ກັບ ຊີວິດ ທີ່ໄດ້ຝັງເລິກຢູ່ໃນພາບແຕ້ມ, ແຕ່ມັນຫັນໄປສູ່ອະນາຄົດ ທີ່ສວຍງາມ, ຄ້າຍຄືຄວາມສວຍງາມຂອງລະດູບານໃໝ່”.
 
ໃນງານວາງສະແດງພາບແຕ້ມ “ຊວນທີ່ 2” ຊຶ່ງຫາກໍ່ຈັດຂຶ້ນຢູ່ ຫໍພິພິທະພັນວິຈິດສິນ ນະຄອນ ໂຮ່ຈີມິນ (ເມືອງ 1), ທ່ານຜູ້ ຊົມ ມີໂອກາດໄດ້ຮັບຊົມຄວາມສວຍສວດງົດງາມຂອງລະດູບານ ໃໝ່ຜ່ານພາບແຕ້ມຫຼາຍແຜ່ນຂອງບັນດານັກແຕ້ມ ກ່ຽວກັບປະ ເທດຊາດ ແລະ ຜູ້ຄົນ ຫວຽດນາມ. 




ພາບແຕ້ມຂອງນັກແຕ້ມ ຢ້ຽວຖຸຍ.




ພາບແຕ້ມຂອງນັກແຕ້ມ ຢ້ຽວຮ່າ.




ພາບແຕ້ມຂອງນັກແຕ້ມ ຫງອກແອັງ.


ພາບແຕ້ມຂອງນັກແຕ້ມ ດິ່ງງີ້.




ພາບແຕ້ມຂອງນັກແຕ້ມ ແທງເລ


ພາບແຕ້ມຂອງນັກແຕ້ມ ຕຽວລິງ.


“ຂົວໃນຄາວເຍົາໄວ” ຂອງນັກແຕ້ມ ຫງອກແອັງ. 

ບົດ: ຫງວຽນແອງ - ພາບ: ຫງວຽນລວນ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top