• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຈ໋າງົວ ແໜບສີໄຄ

ເຊັ່ນດຽວກັບຊາວພາກໃຕ້ ຫວຽດນາມ ທີ່ຈິງໃຈ ແລະ ບ່ໍມັກ ຕົບແຕ່ງ, ຈ໋າງົວແໜບສີໄຄ ເບິ່ງຮູບການ ພາຍນອກ ບໍ່ຄ່ອຍ ຈັບໃຈປານໃດ ແຕ່ພັດມີລົດຊາດ, ຖ້າໃຜ ໄດ້ຊີມ ພຽງຄັ້ງດຽວ ແມ່ນ ບ່ໍອາດລືມໄດ້.
ແຕ່ໃດໆ ມາ ຊາວເຂດພາກໃຕ້ຫວຽດນາມ ທີ່ດຳລົງຊີວິດ ທິດ ຕາເວັນຕົກ ເຄີຍມີຊື່ສຽງ ເປັນຜູ້ ຮັກແຂກແພງຄົນ. ດ້ວຍເຫດ ນັ້ນ, ເຂົາເຈົ້າຈິ່ງມັກປະດິດຄິດສ້າງ ວີທີການປຸງແຕ່ງອາຫານ ຊະນິດຕ່າງໆ ໂດຍນຳໃຊ້ ວັດຖຸທີ່ມີຢ່າງຫຼາກຫຼາຍ ຢູ່ອ້ອມ ຂ້າງ ເພື່ອລ້ຽງແຂກ. ອາຫານການກິນ ຂອງເຂດນີ້ ຍັງຮັກສາ ລັກສະນະ ດັ້ງເດີມ, ນັ້ນຄືຖືສຳຄັນ ກິ່ນ, ລົດຊາດ ທີ່ເປັນທຳ ມະຊາດ ຂອງ ເຄື່ອງປະກອບ, ເຮັດໃຫ້ອາຫານ ແຕ່ລະເຍື່ອງ ສ້າງຄວາມຮູ້ສຶກຄືວ່າ ຄາບເຂົ້າຢູ່ ຄອບຄົວ. ຈາກປາໃນບຶງ- ໜອງ, ໄກ່ລ້ຽງໃນສວນບ້ານ ພ້ອມກັບ ຜັກຈັກສອງ ສາມຊະ ນິດ, ຫຼັງຈາກຜ່ານສີມື ຂອງ ແມ່ເຮືອນ ກໍສາມາດ ແຕ່ງເປັນ ອາຫານທີ່ຫຼາກຫຼາຍ ນຳມາລ້ຽງແຂກ.

ເຄື່ອງປະກອບ ເພື່ອປຸງແຕ່ງ ຈ໋າງົວ ແໜບສີໄຄ ປະກອບມີ: ຊີ້ນງົວ, ນ້ຳມັນໝູ ແລະ ຫົວສີໄຄ. ຊີ້ນງົວ ພັກໃຫ້ໝຸ່ນ ແລ້ວ ປົນກັບ ນ້ຳມັນໝູ ຊອຍເປັນຕ່ອນນ້ອຍໆ ຊ່ຳເມັດສີດາ, ໃສ່ ເຄື່ອງເທດໃຫ້ພໍດີ ແລ້ວຄັ້ນໃຫ້ເຂົ້າກັນ. ທຸບຫົວສີໄຄ  ໃຫ້ພໍ ແຕກ ແລ້ວຍັດຊີ້ນປະສົມດັ່ງກ່າວ ເຂົ້າຢູ່ຂ້າງໃນ ແລ້ວ ນຳໄປ ປິ້ງ. ກິ່ນຫອມຂອງຫົວສີໄຄ, ລົດນົວ ຈາກ ນ້ຳມັນໝູ ຕິດກັບ ຊີ້ນງົວ ທີ່ໄດ້ໝັກເຄື່ອງເທດ ຢ່າງເຂັ້ມຂຸ້ນນັ້ນ ຈະເຮັດໃຫ້ຜູ້ ກິນ ຮູ້ສຶກ ມີລົດຊາດ ແຊບເຖິງໃຈ.

     

ຊີ້ນງົວ ແມ່ນເຄື່ອງປະກອບຕົ້ນຕໍຂອງຈ໋າງົວແໜບສີໄຄ.


ທັບຫົວສີໄຄໃຫ້ແຕກ ຈາກນັ້ນນຳເອົາຊີ້ນງົວ ຍັດເຂົ້າຂ້າງໃນ ໃຫ້ພໍດີງາມແລ້ວເອົາໄປປີ້ງ ໃຫ້ສຸກ ຈະມີລົດຊາດໜ້າຮັບ ປະທານຢ່າງຍິ່ງ.


ຈ໋າງົວ ແໜບສີໄຄ ເບິ່ງຮູບພາຍນອກບໍ່ຄ່ອຍຈັບໃຈ ປານໃດ ແຕ່ພັດມີລົດຊາດ, ຖ້າໃຜໄດ້ຊີມ ພຽງຄັ້ງດຽວ ແມ່ນ ບ່ໍອາດ ລືມໄດ້.

ຮູບພາບ ທີ່ຖ່າຍຢູ່ຮ້ານບ່າແນມ (N.E Food, 23C  ຖະໜົນໂຕນດຶກຖ໋ັງ, ເມືອງ 1, ນະຄອນໂຮ່ຈີມິນ).

ປະຕິບັດ: ຫງວຽນລວນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top