• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພິທີບູຊາພະແມ່ຂອງຊົນເຜົ່າ ຢ້າວແດງ

      ເດັກນ້ອຍຈະມີຄວາມສະຫຼາດ, ມີສຸຂະພາບແຂງແຮງ ຫຼືບໍ່ ນັ້ນ ແມ່ນອາໄສການປົກປ້ອງຊ່ວຍເຫຼືອຂອງພະແມ່ 12 ອົງ ແລະ ມີຊື່ທີ່ເໝາະສົມກັບຊາຕາ

ພິທີບູຊາພະແມ່ຂອງຊົນເຜົ່າ ຢ້າວແດງ
(ພາບ: Vu Tuan/ vov.vn)
      ການບູຊາພະແມ່ (ພະແມ່ ແມ່ນຜູ້ທີ່ປັ້ນແຕ່ງ ແລະ ປົກປ້ອງເດັກນ້ອຍແມ່ນພິທີກຳໜຶ່ງທີ່ຂາດບໍ່ໄດ້ໃນວົງຄະນະຍາດຊາວເຜົ່າ ຢ້າວແດງ ຢູ່ແຂວງ ລ່າວກາຍພິທີບູຊາພະແມ່ ແມ່ນການບູຊາ, ການສົມມະນາຄຸນ ແລະ ພາວະນາຂໍໃຫ້ພະແມ່ ຍາມໃດກໍເບິ່ງແຍງດູແລເດັກນ້ອຍມີສຸຂະພາບແຂງແຮງບໍ່ໄຫ້ແອ່ວປັດຈຸບັນໃນວົງຄະນະຍາດ ຊາວເຜົ່າ ຢ້າວແດງ ຍັງຄົງຮັກສາມູນເຊື້ອອັນດີງາມໃນສາງວັດທະນະທຳຂອງຊົນເຜົ່າຕົນໄວ້ໄດ້.
ພິທີບູຊາພະແມ່ ແມ່ນປະເພນີບູຊາ, ສົມມະນາຄຸນ ແລະ ພາວະນາຂໍໃຫ້ພະແມ່ຊ່ວຍໃຫ້ເດັກນ້ອຍມີສຸຂະພາບແຂງແຮງ. ວົງຄະນະຍາດ ຊາວເຜົ່າ ຢ້າວແດງ ຖືວ່າ ເດັກນ້ອຍຈະມີຄວາມສະຫຼາດ, ມີສຸຂະພາບແຂງແຮງ ຫຼືບໍ່ ນັ້ນ ແມ່ນອາໄສການປົກປ້ອງຊ່ວຍເຫຼືອຂອງພະແມ່ 12 ອົງ ແລະ ມີຊື່ທີ່ເໝາະສົມກັບຊາຕາ.
ຕາມຄວາມສຳນຶກແລ້ວ, ແຕ່ລະຄົນທີ່ເກີດມາແມ່ນດອກໄມ້ 1 ດອກທີ່ເບັ່ງບານຢູ່ເທິງຕົ້ນໄມ້ໃຫຍ່ມີອາຍຸຫຼາຍປີ, ຕົ້ນໄມ້ນັ້ນໄດ້ຮັບການປົກປ້ອງ ແລະ ເບິ່ງແຍງດູແລຢ່າງຮອບຄອບ, ລະມັດລະວັງຈາກພະແມ່. ໂດຍອີງຕາມວັນເດືອນປີເກີດທີ່ວ່າ ຈະເໝາະສົມກັບດອກໄມ້ເບັ່ງບານຢູ່ບ່ອນໃດຂອງຕົ້ນໄມ້ນັ້ນ. ຖ້າແມ່ນດອກໄມ້ຢູ່ລະຫວ່າງລຳຕົ້ນ ກໍຖືວ່າເປັນຈຸດທີ່ດີ ແລະ ປອດໄພທີ່ສຸດ, ແຕ່ຖ້າຫາກວ່າຢູ່ຍອດໄມ້ ແມ່ນຈະຖືກກັບຜົນກະທົບຈາກທາງນອກໄດ້ງ່າຍ, ເຮັດໃຫ້ເດັກນ້ອຍເຈັບເປັນເລື້ອຍໆ, ສຸຂະພາບບໍ່ປົກກະຕິ. ຍ້ອນແນວນັ້ນ ຈຶ່ງເຮັດພິທີບູຊາເພິ່ງພາພະແມ່ເປັນປະຈຳ ເພື່ອໃຫ້ພະແມ່ເບິ່ງແຍງດູແລເດັກຢ່າງຮອບຄອບ, ລະມັດລະວັງ. ກໍລະນີພິເສດ ຕ້ອງເຮັດພິທີຂໍຍ້າຍລົງມາຢູ່ສ່ວນລຳຕົ້ນ ເຊິ່ງເປັນບ່ອນທີ່ສະຫງົບ ແລະ ປອດໄພທີ່ສຸດ.
ເຈົ້າຂອງເຮືອນກະກຽມເຄື່ອງຂອງບູຊາເພື່ອບູຊາພະແມ່ ເຊິ່ງລວມມີ: ໄກ່ 1 ໂຕ, ເຫຼົ້າ 1 ແກ້ວ, ເຈັ້ຍສາທີ່ເຮັດເອງ ຕັດພິມເປັນເງິນ 2 ໃບ, ເຂົ້າສານ 1 ຖ້ວຍ, ວາງໄຂ່ໃສ່ 1 ໜ່ວຍ, ມີຝ້າຍສີຂາວ 1 ເສັ້ນສຳລັບເດັກຊາຍ, ສີແດງສຳລັບເດັກຍິງ... ພ້ອມກັບບັນດາເຄື່ອງບູຊາອື່ນໆຕາມພິທີກຳ. ຍ້ອນວ່າແມ່ນວຽກທີ່ສຳຄັນຍິ່ງ ສະນັ້ນ ພິທີບູຊາພະແມ່ ຈຶ່ງໄດ້ເລືອກເອົາມື້ສັນວັນດີ, ເໝາະສົມກັບຄອບຄົວເຈົ້າຂອງເຮືອນກໍຄືຂອງເດັກນ້ອຍ, ພາຍຫຼັງທີ່ເລືອກໄດ້ມື້ສັນວັນດີແລ້ວ ຈຶ່ງໄປຫາໝໍພອນເພື່ອເຊີນມາທຳພິທີ. ພິທີບູຊາພະແມ່ ໄດ້ແບ່ງເປັນຫຼາຍຮູບແບບ, ຖ້າຫາກທຳພິທີບູຊາແບບທຳມະດາ ແມ່ນພຽງແຕ່ຂໍໃຫ້ພະແມ່ເບິ່ງແຍງ, ປົກປ້ອງດອກໄມ້ຢູ່ຕົ້ນໄມ້ໃຫ້ພັດທະນາເປັນປົກກະຕິ ແລະ ເບິ່ງແຍງດູແລໃຫ້ຕົ້ນໄມ້ໃຫຍ່ນັ້ນພັດທະນາຢ່າງສວຍສົດງົດງາມ. ໝໍພອນ ເຕິ໋ນຊ່າຍຮຽງ, ບ້ານ ຕຸງກວາ, ຕາແສງ ອາມູ໋ຊຸງ, ເມືອງ ບາດຊາດ, ແຂວງ ລ່າວກາຍ ໃຫ້ຮູ້ວ່າ:
ເດັກນ້ອຍທີ່ເກີດມາ ແລະ ເຕີບໃຫຍ່ເມື່ອອາຍຸໄດ້ 16 ປີ ແມ່ນໄດ້ຮັບການເບິ່ງແຍງດູແລຈາກພະແມ່ພໍ່ແມ່ບໍ່ໄດ້ຮ້າຍລູກບໍ່ເຮັດໃຫ້ລູກຕົກໃຈຫາກເບິ່ງແຍງດູແລລູກບໍ່ດີ ພະແມ່ຈະເອົາຄືນເພື່ອມອບໃຫ້ຄອບຄົວອື່ນ ຫຼື ຫາກເຮັດໃຫ້ລູກຕົກໃຈ ພະແມ່ຈະເອົາ ຂວັນເດັກນ້ອຍສ່ວນໃດສ່ວນໜຶ່ງ ເຮັດໃຫ້ເດັກນ້ອຍເຈັບເປັນຈາກຄວາມສຳນຶກນີ້ ສະນັ້ນ ແຕ່ລະຄອບຄົວແມ່ນເອົາໃຈໃສ່ເຖິງພະແມ່ທີ່ສຸດແຕ່ລະເທື່ອທີ່ເຫັນລູກຫຼານມັກໄຫ້ແອ່ວກິນບໍ່ແຊບນອນບໍ່ຫຼັບດີ ຫຼື ມີສຸຂະພາບບໍ່ແຂງແຮງນັ້ນ... ແຕ່ລະຄອບຄົວກໍລ້ວນແຕ່ເຊີນໝໍພອນມາທຳພິທີບູຊາພະແມ່ໃຫ້ເດັກນ້ອຍ”.
ພິທີບູຊາພະແມ່ພຽງຈະດຳເນີນໄດ້ຂະນະທີ່ເດັກນ້ອຍຢູ່ໃນເຮືອນຂອງຄອບຄົວຕົນເທົ່ານັ້ນ. ເມື່ອເຄື່ອງຂອງບູຊາໄດ້ວາງຖະຫວາຍຂຶ້ນ ຜູ້ເປັນພໍ່ຈະຮ້ອງເປັນເພງວ່າ: ດຽວນີ້ຜົວເມຍໄດ້ມີລູກນ້ອຍ / ຖະຫວາຍພາເຂົ້າບູຊາລາຍງານໃຫ້ບັນພະບູລຸດ / ທູບທຽນດອກໄມ້ຫອມຖະຫວາຍໃຫ້ເທວະດາຟ້າແຖນ / ໄກ່ເຫຼົ້າເຂົ້າຫອມທົ່ວທັງທູບທຽນ / ຍໍມືນົບໄຫວ້ ພາວະນາຂໍໃຫ້ບັນພະບູລຸດ / ເຈົ້າຖິ່ນເຈົ້າຖານ ແລະ ປູ່ຣັ່ນມານ…./ ເຊີນພະແມ່ຢູ່ທົ່ວທຸກສາລະທິດ / ຂໍໃຫ້ມາທີ່ນີ້ເພື່ອບອກສອນລູກເລັກເດັກແດງ ດ້ວຍເຖີດ... ເນື້ອໃນບົດຮ້ອງຕົ້ນຕໍແມ່ນຄຳພາວະນາຂໍໃຫ້ເທວະດາຟ້າແຖນ ແລະ ບັນພະບູລຸດ ປົກປັກຮັກສາ, ບອກສອນບັນດາສິ່ງທີ່ດີໃຫ້ເດັກນ້ອຍ ເພື່ອເມື່ອໃຫຍ່ຂຶ້ນມາ ເດັກນ້ອຍເປັນຄົນຄຳຮູ້, ກາຍເປັນຜູ້ທີ່ມີປະໂຫຍດຕໍ່ຄອບຄົວ ແລະ ສັງຄົມ.
ໃນມື້ດຳເນີນພິທີ ແມ່ນບໍ່ໃຫ້ຄົນແປກໜ້າເຂົ້າເຮືອນ ແລະ ເຮັດພິທີມີພຽງແຕ່ສະມາຊິກໃນຄອບຄົວເທົ່ານັ້ນໄດ້ຮັບໂຊກລາບ. ພາຍຫຼັງເຮັດພິທີໄດ້ 3 ມື້ ແມ່ນໃຫ້ເອົາຖ້ວຍເຂົ້າສານ ແລະ ໄຂ່ມາຕົ້ມໃຫ້ເດັກນ້ອຍກິນ, ຄົນອື່ນ ໂດຍສະເພາະແມ່ນຄົນແປກໜ້າຈະບໍ່ໄດ້ກິນຮ່ວມ.
ພິທີບູຊາພະແມ່ ໄດ້ຮັກສາມາໃນຕະຫຼອດໄລຍະວິວັດການພັດທະນາເຕີບໃຫຍ່ຂອງເດັກນ້ອຍ. ສຳລັບຜູ້ຊາຍແມ່ນຫຼັງ 12 ປີ, ສຳລັບຜູ້ຍິງແມ່ນຮອດ 16 ປີ ຈຶ່ງເຮັດພິທີເຕີບໃຫຍ່ເຖິງອາຍຸກະສຽນ, ຫຼັງຈາກນັ້ນ ແມ່ນບໍ່ເຮັດພິທີບູຊາພະແມ່ອີກ. ຕ້ອງເຮັດພິທີບູຊາພະແມ່ເປັນປະຈຳ ເພື່ອໄດ້ຮັບການອຸປະຖຳຄ້ຳຊູ, ພະແມ່ທຸກອົງ ກໍລ້ວນແຕ່ມີໜ້າທີ່ເພີ່ມພູນຄູນສ້າງ ເພື່ອໃຫ້ຕົ້ນໄມ້ນັ້ນພັດທະນາຢ່າງສວຍສົດງົດງາມ. ປ້າ ລີ້ຕ໋າເມີ້ຍ, ບ້ານ ຕຸງກວາ, ຕາແສງ ອາມູ໋ຊຸງ ແບ່ງປັນວ່າ:
ພິທີບູຊາພະແມ່ ເຖິງວ່າລຽບງ່າຍແຕ່ຕ້ອງເຮັດໃຫ້ຮອບຄອບຖີ່ຖ້ວນຕາມປົກກະຕິແລ້ວ ເດັກນ້ອຍນັບແຕ່ເມື່ອເກີດມາຈົນເຖິງເວລາເຕີບໃຫຍ່ ຖ້າຫາກເຊີນໝໍເຢົາຜູ້ໃດມາເຮັດພິທີ ແມ່ນປີນັ້ນກໍຕ້ອງໄດ້ເຊີນໝໍເຢົາຄົນນັ້ນມາເຮັດພິທີຈົນເມື່ອເວລາເຕີບໃຫຍ່ເຖິງອາຍຸກະສຽນ ພາວະນາຂໍໃຫ້ເດັກນ້ອຍເປັນຄົນຮູ້ຜູ້ດີກິນແຊບນອນຫຼັບ ບໍ່ໄຫ້ແອ່ວພໍ່ເຖົ້າແມ່ເຖົ້າພໍ່ແມ່... ຖ້າຫາກກະກຽມການບູຊາພະແມ່ບໍ່ຮອບຄອບຖີ່ຖ້ວນ ກໍ່ຈະເກີດຜົນຮ້າຍຢ່າງໃຫຍ່ຫຼວງຕາມມາ ນັ້ນແມ່ນເດັກນ້ອຍເຈັບຕາຕາບອດຫູໜວກ... ສະນັ້ນ ການເຮັດພິທີບູຊາພະແມ່ໃນແຕ່ລະຄັ້ງຕ້ອງເອົາໃຈໃສ່ເຮັດໃຫ້ຮອບຄອບຖີ່ຖ້ວນ ບໍ່ປະໃຫ້ຄວາມຜິດພາດໃດໆເກີດຂຶ້ນທັງໝົດ”.
ນອກຈາກພິທີບູຊາພະແມ່ແລ້ວ, ວົງຄະນະຍາດຊົນເຜົ່າ ຢ້າວແດງ ຍັງຄົງຮັກສາຮີດຄອງປະເພນີອັນດີງາມຫຼາຍຢ່າງສຳລັບເດັກນ້ອຍໄວ້ໄດ້ ຄື: ພິທີອວຍພອນເມື່ອເຕີບໃຫຍ່ເຖິງອາຍຸກະສຽນ, ພິທີເສຍເຄາະລ້າງຊວຍ, ພິທີຮັບຂວັນ... ນີ້ແມ່ນຈຸດວັດທະນະທຳເຫຼື້ອມໃສທີ່ເປັນມູນເຊື້ອ, ເປັນເອກກະລັກສະເພາະຂອງຊົນເຜົ່າ ຢ້າວແດງ ທີ່ພວມໄດ້ຮັບການອະນຸລັກ ແລະ ຮັກສາໄວ້.
 (ແຫຼ່ງຄັດຈາກ VOV)

 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top