• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ຈຸດພິເສດຂອງອາວຸດ ຊອງກື້

ຊອງກື້ ເປັນປະເພດອາວຸດທີ່ມີແຕ່ບູຮານນະການ, ປະຈຸບັນ ບໍ່ມີຫຼາຍ ຄົນໄດ້ຮູ້ຈັກ ແລະ ນຳໃຊ້ໄດ້ຄຸ້ນເຄີຍ. ອາວຸດປະເພດນີ້ ມີຮູບໂຄ້ງ, ປາຍແຫຼມຄືເດືອຍໄກ່, ເໝາະສົມກັບການສູ້ຮົບຢູ່ໃກ້, ຢູ່ແປະກັນ, ຄືໄກ່ຕີນຳໃຊ້ເດືອຍຕີໃສ່ຈຸດອ່ອນຂອງຜູ້ຕໍ່ສູ້.
ຕາມປົກກະຕິ, ຊອງກື້ ໄດ້ເຮັດດ້ວຍເຫຼັກ ຫຼື ອາລູມີນຽມ, ຊອງກື້ຄູ່ໜຶ່ງຈະມີຂະໜາດໃຫຍ່ ຫຼື ນ້ອຍ ຂຶ້ນກັບມືຂອງຜູ້ນຳໃຊ້. ດ້າມຂອງ ຊອງກື້ມີຮູຊອດບ່ອນໜຶ່ງເພື່ອເອົານີ້ວມືສອດເຂົ້າ ຄ້າຍຄືເຂົາເຈົ້າຖືເດືອຍເຂົ້າໃຫ້ໂຕໄກ່ຕີ. ຄົມຂອງ ຊອງກື້ ໄດ້ເຮັດດ້ວຍເຫຼັກ, ມີຄວາມໂຄ້ງ ແລະ ຍາວພໍສົມຄວນ.
 
ແຕ່ກ່ອນ, ອາວຸດປະເພດນີ້ ໄດ້ນາຍພານນຳໃຊ້ໃນເວລາໄປເຂົ້າປ່າ ເພື່ອກັນຕ້ານສັດຮ້າຍ, ຕັດຕົ້ນໄມ້ ແລະ ທຳລາຍສິ່ງກີດຂວາງ. ແຕ່ວ່າ, ເພື່ອນຳໃຊ້ອາວຸດປະເພດນີ້ ໄດ້ຄຸ້ນເຄີຍ ບໍ່ແມ່ນເລື່ອງທີ່ງ່າຍດາຍ. ທຳອິດ, ຕ້ອງຝຶກແອບວິທີການເຄື່ອນທີ່ໃຫ້ໜັກແໜ້ນ ແລະ ວ່ອງໄວ, ຫຼັງຈາກນັ້ນ ຈຶ່ງຝຶກແອບວິທີການນຳໃຊ້ມີດດ້ວຍສອງມື. ເມື່ອການນຳໃຊ້ມີດດ້ວຍສອງມືໄດ້ຄຸ້ນເຄີຍແລ້ວ, ຈຶ່ງຝຶກແອບ ວິທີການນຳໃຊ້ ຊອງກື້. ຝຶກແອບວິທີການປິ່ນ ກື້ ໄດ້ຖືແມ່ນເຕັກນິກ ຍາກໃນການຝຶກແອບ ຊອງກື້ ຍ້ອນຖ້າບໍ່ລະມັດລະວັງ, ຜູ້ນຳໃຊ້ ຊອງກື້ ຈະຕັດຖືກສາຍເອັນມືຂອງຕົນ. 



ອາວຸດ ຊອງກື້. 


ວິທີຈັບ ຊອງກື້. 


ທ່າໄຫວ້ບັນພະບູຫຼຸດ, ເລີ່ມການຕໍ່ສູ້ໃນບົດມວຍ ຊອງກື້. 


ທ່າ ຈົກ ຂອງ ຊອງກື້ ໃສ່ຫົວ ແລະ ຕົວຄີງຜູ້ຕໍ່ສູ້.


ບົດມວຍ “ລຽນຮວາ” ອີງໃສ່ຕາມທ່າຕີໂຫດຮ້າຍສາມານ.


ທ່າ “ບິ່ງຮາກຖູ” ໃນບົດມວຍ ຊອງກື້.


ຈັງຫວະໜຶ່ງໃນທ່າ “ເຊີນດາ ຈ່ຽວລືວ”.


ທ່າ “ລາກໝາເກົາ” ໃນບົດມວຍ ຊອງກື້.


ກື້ ໜຶ່ງໄດ້ນຳໃຊ້ເພື່ອບຸກໂຈມຕີ, ກື້ ໜຶ່ງໄດ້ນຳໃຊ້ເພື່ອປ້ອງກັນຕົວ ແລະ ບຸກໂຈມຕີຕາມຫຼັງ.


ຈັງຫວະປິ່ນ ກື້ ທີ່ສວຍງາມ ແຕ່ຍາກທີ່ຈະເຮັດໄດ້. 


ບັນດາຈັງຫວະໃນທ່າ “ຕາມຊິກຈາມ”.


ມືຊ້າຍປິ່ນ ກື້, ມືຂວາຈັບ ກື້ ຢ່າງໜັກແໜ້ນ. 


ການນຳໃຊ້ ຊອງກື້ ຊ່ວຍເຮັດໃຫ້ປ້ອງກັນຕົວດີ ແລະ ບຸກໂຈມຕີ ໄດ້ໄວ. 

ປະຈຸບັນ, ບົດມວຍ ຊອງກື້ ມີຄຳກອນ 7 ຄຳ, ພັນລະນາບັນດາ ຈັງຫວະບຸກໂຈມຕີ ແລະ ປ້ອງກັນຕົວດ້ວຍເດືອຍໄກ່ຂອງ ໄກ່ຕີ ໃນເວລາສູ້ຮົບ. ອາຈານມວຍຂາດຽວ ຕ້າແອງຢຸງ, ຂຶ້ນກັບນິກາຍມວຍກິມເກໄຕເຊີນຍ້ານ ໄດ້ສືບທອດ ແລະ ຝຶກແອບບົດມວຍ ຊອງກື້ ຕັ້ງແຕ່ອາຍຸ 18 ປີ.
 
ອາຈານມວຍ ຕ້າແອງຢຸງ ນຳໃຊ້ ຊອງກື້ ຢ່າງໄຫວພິບ, ປິ່ນ ກື້ ໃນກຳ ມືດ້ວຍຄວາມຄຸ້ນເຄີຍ, ງາມຕ່າ ຕາມບັນດາທ່າ ຈົກ, ແທງ, ຕັດ... ຊອງກື້ ເໝາະສົມກັບການສູ້ຮົບຢູ່ໃກ້, ຢູ່ແປະກັນ, ຕີໃສ່ຈຸດອ່ອນ ຫຼື ຄໍຂອງຜູ້ຕໍ່ສູ້.
  
ນອກຈາກບົດມວຍ ຊອງກື້, ອາຈານມວຍ ຕ້າແອງຢຸງ ຍັງມີຫຼາຍບົດມວຍສະເພາະຂອງຕົນຄື: ໄມ້ຄຳ້ ສູ້ກັບ ມີດສັ້ນ, ໄມ້ຄ້ອນຍາວ, ໄມ້ຄ້ອນສັ້ນ 2 ທ່ອນ, ໄມ້ຄ້ອນສັ້ນ 3 ທ່ອນ... ທັງເພື່ອປ້ອງກັນຕົວ, ທັງແນະນຳໃຫ້ຜູ້ເສຍອົງຄະໃຫ້ເຂົາເຈົ້າ ຝຶກແອບ ສຸຂະພາບອີກດ້ວຍ.


ຕອນເຊົ້າທຸກໆ​ ມື, ເວລາເດີມຂ້າມຜ່ານສວນສາທາລະນະ ຕາວດ່າວ (ເມືອງ 1, ນະຄອນ ໂຮ່ຈີມິນ), ພວກເຮົາຈະພົບເຫັນອາຈານມວຍຄົນໜຶ່ງທີ່ເຖົ້າແກ່ ພວມຝຶກແອບບັນດາບົດມວຍກັບສິດມວຍຂອງຕົນດ້ວຍຄວາມຕັ້ງໜ້າ, ນັ້ນແມ່ນ ອາຈານມວຍ ຕ້າແອງຢຸງ. ເພິ່ນໄດ້ຮູ້ເຖິງເປັນອາຈານມວຍຄົນໜຶ່ງມີຮັກສາຫຼາຍບົດມວຍທີ່ຫາຍາກ, ໃນນັ້ນ ມີບົດມວຍ ຊອງກື້.
ບົດ: ເຊີນເຫງ້ - ພາບ: ຫງວຽນລວນ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top