• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ຈຸດພິເສດຂອງມວຍໄກ່

ອີງຕາມການເຄື່ອນໄຫວຂອງໂຕໄກ່, ມວຍພື້ນເມືອງ ຫວຽດນາມ ໄດ້ປະດິດສ້າງຂຶ້ນຫຼາຍບົດມວຍທີ່ໜ້າຈັບໃຈ, ສະແດງອອກໄດ້ບັນດາທ່າມວຍທີ່ໂຫດຮ້າຍສາມານ ແລະ ງາມຕາ.
ປະຈຸບັນ, ໃນລະບົບມວຍພື້ມເມືອງ ຫວຽດນາມ ມີຫຼາຍບົດມວຍໄກ່ທີ່ໜ້າຈັບໃຈຄື: ຮຸ່ງເກກວ່ຽນ, ກວ່ຽນເກເຍີດຕຸກ, ກິມເກກວ່ຽນ, ກິມເກດາວ...

ຮຸ່ງເກກວ່ຽນ (ມວຍໄກ່ຕີ) ໂດຍທ່ານ ຫງວຽນຫຼື (ໜຶ່ງໃນ 3 ຄົນທີ່ເປັນຜູ້ນຳຂອງການລຸກຮື້ຂຶ້ນ ລາມເຊີນ, ສະຕະວັດທີ 17) ປະດິດສ້າງຂຶ້ນເພື່ອໃຫ້ທະຫານຝຶກແອບ. ບົດມວຍ ດັ່ງກ່າວ ໄດ້ອີງໃສ່ຕາມບັນດາເຕັກນິກຂອງໂຕໄກ່ຕີໃນການຕໍ່ສູ້, ໄດ້ຄັດເລືອກເປັນໜຶ່ງໃນ 10 ບົດມວຍທີ່ດີເດັ່ນຂອງສະຫະພັນມວຍພື້ນເມືອງ ຫວຽດນາມ.
 
ນິກາຍມວຍ ເລີມເຕິນແຄງ-ບ່າຈ່າ (ຕາຄາໂດ໋) ກໍ່ມີບົດມວຍ ຮຸ່ງເກກວ່ຽນ, ແຕ່ບັນດາຈັງຫວະ, ທ່າຕີແຕກຕ່າງກັນກັບບົດມວຍ ຮຸ່ງເກກວ່ຽນ ຂອງສະຫະພັນມວຍພື້ນເມືອງ ຫວຽດນາມ.

ທ່າ “ຊອງຈາວຮຸ່ງເກ” ໃນບົດມວຍ ຮຸ່ງເກກວ່ຽວ ຂອງນິກາຍມວຍ ເຕິນແຄງ-ບ່າຈ່າ.


ບົດມວຍ “ຮຸ່ງເກເຂີຍຈຽນ” ອີງໃສ່ຕາມທ່າໂຕໄກ່ໃນເວລາກະກຽມການຕໍ່ສູ້.


ບົດມວຍ “ຮຸ່ງເກເອວເດົ່າ” ອີງໃສ່ຕາມທ່າ ສົບຂອງໂຕໄກ່ຕີໃສ່ຫົວຂອງຄູ່ຕໍ່ສູ້.


ບົດມວຍ “ຢືກເກລາກເດ້ຍ” ອີງໃສ່ຕາມທ່າ ປີກໄກ່ຢ່ອນລົງພຽງໜ້າດິນ. 


ບົດມວຍ “ຮຸ່ງເກຊອງຕຸກ” ອີງໃສ່ຕາມທ່າໂຕໄກ່ ໂດດທັງສອງຂາເພື່ອເຕະຄູ່ຕໍ່ສູ້. 


ບົດມວຍ “ກິມເກໂດກເລີບ” ອີງໃສ່ຕາມທ່າໂຕໄກ່ ຢືນດ້ວຍຂາດຽວ.


ບົດມວຍ “ຢຶກເກດາວເຊີນ” ອີງໃສ່ຕາມທ່າປີກໄກ່ກວາດ
ມາດ້ວຍກຳລັງແຮງທີ່ເຮັດໃຫ້ພູປີ້ນ. 



ບົດມວຍ “ເກຈາວໂຮຍເດົ່າ” ອີງໃສ່ຕາມທ່າເດືອຍໄກ່ຕີເທິງຫົວຄູ່ຕໍ່ສູ້. 


ບົດມວຍ “ຊອງຈາວຫ້າເກ” ອີງໃສ່ຕາມທ່າໂຕໄກ່ຊ່ອນຕົວ
ລົງແລ້ວຍົກຄ້ຽວເລັບຂຶ້ນຕ້ານຄືນຄູ່ຕໍ່ສູ້.



ດາບສອງໜ່ວຍພັນລະນາເຖິງເດືອຍໄກ່ທີ່ແຫຼມຄົມຂອງໂຕໄກ່ຕີ.


ບົດມວຍ “ຮຸ່ງເກເຂີຍຈຽນ” ອີງໃສ່ຕາມທ່າໂຕໄກ່ກະກຽມຈະຕີກັນ.


ບົດມວຍ “ຮຸ່ງເກຊອງຢືກ” ອີງໃສ່ຕາມທ່າໂຕໄກ່ບິນຂຶ້ນ ເຕະ.


ບົດມວຍ “ເລືອງເກເຂີຍແຈງ” ອີງໃສ່ຕາມທ່າໄກ່ສອງໂຕ ເລີ່ມຕີກັນ.


ສິດມວຍ ເລມິງຫາຍ (ເບື້ອງຂວາ) ສະແດງຈັງຫວະສົງໄກ່ຕີໃສ່ຫົວຄູ່ຕໍ່ສູ້.


ຕີນໄກ່ສອງໜ່ວຍເຕະໃສ່ຫຼັງຄູ່ຕໍ່ສູ້.


ບົດມວຍ “ຮຸ່ງເກດາວເຖ໋” ອີງໃສ່ຕາມທ່າໂຕໄກ່ເອົາຊະນະຄູ່ຕໍ່ສູ້.


ສິດມວຍສອງຄົນ ຫງວຽນວັນຈ້ອງ (ເບື້ອງຊ້າຍ) ແລະ ຫງວຽນຈຸງນາມ
ສະແດງການຟັນດາບ ອີງໃສ່ຕາມທ່າ ເລັບຕີໄກ່ເກາະຫ້ອຍໃສ່ຄໍຂອງຄູ່ຕໍ່ສູ້.



ສິດມວຍສອງຄົນຂອງນິກາຍມວຍ ເຕິນແຄງ-ບ່າຈ່າ ສະແດງການຟັນດາບ
ອີງໃສ່ຕາມທ່າ “ເກຢຶກທັງທຽນ” - ໄກ່ພັບປີກບິນຂຶ້ນ. 

ຕາມອາຈານມວຍ ໂຮ່ເຕື່ອງ, ນິກາຍມວຍ ເລີມເຕິນແຄງ-ບ່າຈ່າ ແລ້ວ, ບັນດາບົດມວຍໄກ່ ໄດ້ສຸ່ມໃສ່ເຂົ້າໃນບັນດາ ທ່າຕີດ້ວຍຂາ, ດ້ວຍມື, ດ້ວຍການເຄື່ອນຍ້າຍຂອງ ຮ່າງກາຍ ຄ້າຍຄືທ່າບຸກ, ທ່າຕ້ານ, ທ່າຫຼີກຕົວຂອງໂຕໄກ່ ໃນການຕໍ່ສູ້. ຮູບພາບຕີນໄກ່ຄູດ, ຄຸບໄດ້ສະແດງອອກ ຜ່ານບັນດານີ້ວມື. ບັນດາທ່າໄກ່ຕີດ້ວຍສົບໄດ້ສະແດງ ອອກດ້ວຍມື 5 ນີ້ວຈຸ້ມເຂົ້າ ແລ້ວຕືໃສ່ຕາຂອງຄູ່ຕໍ່ສູ້. ບັນດາທ່າຕີດ້ວຍຂາດຽວ ຫຼືທັງ 2 ຂາສະແດງອອກ ທ່າຕີດ້ວຍຂາຂອງໂຕໄກ່ໃນເວລາກຳລັງຕໍ່ສູ້, ບັນດາທ່າ ເຂ່ຍ, ຮັບຄ້ອນ ສະແດງອອກທ່າຕ້ານຂອງໂຕໄກ່ ຫຼື ທ່າ ຫຼີກຕົວ, ມຸດລົງ ສະແດງອອກທ່າເຄື່ອນຍ້າຍຂອງໂຕໄກ່ໃນການຕໍ່ສູ້.
 
ມວຍໄກ່ເໝາະສົມກັບແບບຕີໄກ້ໆ,​ ສຸມໃສ່ຕີເຂົ້າໃນບ່ອນດຽວ ຫຼື ຕີແຕ່ຕຳ່ຂຶ້ນສູງ, ແຕ່ສູງລົງຕຳ່. ບັນດາຈັງຫວະ, ທ່າຕີຂອງມວຍໄກ່ ບໍ່ພຽງແຕ່ມີຄວາມໂຫດຮ້າຍສາມານ, ວ່ອງໄວ, ໂດຍຄວາມບັງເອີນເທ່ົານັ້ນ, ຫາກຍັງສະແດງ ອອກໄດ້ຄວາມງາມຕາ, ປະທັບໃຈອີກດ້ວຍ. 
 
ສິດມວຍໃນລະບົບມວຍພື້ນເມືອງ ຫວຽດນາມ ເມື່ອຢາກຝຶກແອບບັນດາບົດມວຍໄກ່, ທ່າມວຍໄກ່ ຕ້ອງມີລະດັບມວຍແຕ່ຊັ້ນກາງຂຶ້ນໄປ. ຍ້ອຍຢູ່ລະດັບມວຍດັ່ງກ່າວ, ບັນດາສິດມວຍຈຶ່ງມີຄວາມວ່ອງໄວ, ໝັ້ນໜຽວເພື່ອຝຶກແບບໄດ້ບັນດາບົດມວຍໄກ່ຢ່າງດີທີ່ສຸດ. ເມື່ອເຮັດໄດ້ ຄືແນວນັ້ນ, ບັນດາສິດມວຍຈຶ່ງນຳໃຊ້ໄດ້ບັນດາ ທ່າມວຍໄກ່ ເຂົ້າໃນການປ້ອງກັນຕົວ, ການຕໍ່ສູ້ຢ່າງມີປະສິດທີຜົນ, ບໍ່ແມ່ນເປັນບັນດາຈັງຫວະ “ຟ້ອນມວຍ” ເທົ່ານັ້ນ.

ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top