• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນຢັ້ງຢືນ ມີຄົນເຈັບຜູ້ທີ 4 ຖືກເສຍຊີວິດ ຍ້ອນພະຍາດປອດອັກເສບ ເຊື້ອໄວຣັດ Corona

      ວັນທີ 21 ມັງກອນ, ພະແນກສາທາລະນະສຸກ ອູຄານ, ພາກກາງປະເທດຈີນ, ໃຫ້ຮູ້ວ່າ ມີຄົນເຈັບຜູ້ທີ 4 ຖືກເສຍຊີວິດ ຍ້ອນພະຍາດປອດອັກເສບ ເຊື້ອໄວຣັດ Corona ກໍ່ຂຶ້ນ.

ເຊື້ອໄວຣັດ Corona (ພາບ: TTXVN)
      ຂ່າວຄາວ ດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງ 2,3 ຊົ່ວໂມງ ທ່ານ ຈຸງນ໊ານຊານ  ນັກຊ່ຽວຊານແຖວໜ້າ ຂອງ ຈີນກ່ຽວກັບພະຍາດລະບົບຫາຍໃຈ, ຫົວໜ້າໜ່ວຍງານຊ່ຽວຊານຂອງຄະນະກຳມະການສາທາລະນະສຸກ ແລະ ສຸຂະພາບຈີນ ຢັ້ງຢືນ ພະຍາດອັກເສບປອດ ຍ້ອນເຊື້ອໄວຣັດ 2019 – nCoV ອາດຈະແຜ່ເຊື້ອພະຍາດ ຈາກຄົນ ສູ່ຄົນ ແລະ ມີ ທ່ານໝໍ, ພະຍາບານ 15 ຄົນ ຖືກຕິດພະຍາດ ໃນການດູແລເບິ່ງແຍງຄົນເຈັບ.
        ໃນບົດກ່າວປາໄສໃນຊ່ອງໂທລະພາບອອກອາກາດ ໃນວັນທີ 20 ມັງກອນ, ທ່ານ ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຢັ້ງຢືນວ່າ ຊີວິດອີນຊີ ແລະ ສຸຂະພາບຂອງ ປະຊາຊົນ ແມ່ນ ບຸລິມະສິດແຖວໜ້າສຳລັບອົງການທີ່ມີໜ້າທີ່ຮັບຜິດຊອບຂອງຈີນ. ທ່ານ ກໍ່ໄດ້ຊີ້ນຳວ່າ ຕ້ອງຄວບຄຸມເຊື້ອໄວລັດ ດັ່ງກ່າວໂດຍໄວ.
        ໃນວັນດຽວກັບ, ອົງການອະນາໄມໂລກ(WHO) ກໍ່ແຈ້ງວ່າຈະ ຈັດຕັ້ງກອງປະຊຸມຄະນະກຳມະການຮີບດ່ວນໃນທ້າຍອາທິດນີ້ ຢູ່ Geneva, ສະວິດ, ເພື່ອປຶກສາຫາລືວິທີການສະກັດກັ້ນຄວາມສ່ຽງແຜ່ລະບາດ ເຊື້ອໄວຣັດຊະນິດໃໝ່ນີ້.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top