• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ - ສປປ.ເກົາຫຼີ ເຫັນດີເພີ່ມທະວີການຮ່ວມມືລະຫວ່າງກອງທັບ 2 ປະເທດ

      ວັນທີ 18 ສິງຫາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ, ວົງການເຈົ້າໜ້າທີ່ດ້ານການທະຫານຂັ້ນສູງສປປ.ເກົາຫຼີ ແລະ ຈີນ ໄດ້ດຳເນີນການເຈລະຈາຢູ່ປັກກິງ ເພື່ອປຶກສາຫາລືການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ.
ການເຈລະຈາຖືກດຳເນີນໄປໃນຂອບເຂດການຢ້ຽມຢາມຈີນ ຂອງຄະນະຜູ້ແທນສປປ.ເກົາຫຼີ ໂດຍທ່ານຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນສປປ.ເກົາຫຼີ Kim Su gil ນຳໜ້າ. ທີ່ການເຈລະຈາກັບທ່ານຫົວໜ້າຄະນະພົວພັນຕ່າງປະເທດການເມືອງຂອງຄະນະພັກການທະຫານສູນກາງຈີນ ແມວຂ໋ວາ, ທ່ານ Kim Su gil ໄດ້ສະແດງໃຫ້ເຫັນຄວາມພ້ອມໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ກອງທັບໃຫ້ຂຶ້ນສູ່ລະດັບສູງໃໝ່ ເໝາະສົມກັບຄວາມຕັດສິນໃຈຂອງການນຳ 2 ປະເທດ.
        ສ່ວນທ່ານ ແມວຂ໋ວາ ໃຫ້ຮູ້ວ່າ, ການພົວພັນມິດຕະພາບລະຫວ່າງຈີນ - ສປປ.ເກົາຫຼີ ໄດ້ຮັບການປັບປຸງຢ່າງເຂັ້ມແຂງ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທົດສອບຫຼາຍຢ່າງໃນຕະຫຼອດ 70 ປີຜ່ານມາ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ ແລະ ພວມພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top