• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ຈັບໃຈປະເພດກິລາໝາກບານພູມປັນຍາ

ປະເພດກິລາໝາກບານພູມປັນຍາ (Wiserball) ມີຕົ້ນ ກຳເນີດຈາກພາກພື້ນທະວີບອາເມລິກາ ແລະ ໄດ້ນຳເຂົ້າຫວຽດນາມ ແຕ່ປີ 2012, ປະຈຸບັນ ມັນໄດ້ກາຍເປັນປະເພດກິລາໜຶ່ງທີ່ຈັບໃຈ ແລະ ນິຍົມກັນຫລິ້ນຢູ່ນະຄອນຫລວງ ຮ່າໂນ້ຍ, ດ່າໜັງ ແລະ ນະຄອນ ໂຮ່ຈີມິນ.
ກະຕິ​ກາຂອງປະເພດກິລາ ບານ​ພູມ​ປັນຍາ ບໍ່ຍາກປານໃດ, ຜູ້ຫຼິ້ນຈະແບ່ງເປັນ 2 ທິມ, ທິມໜຶ່ງມີ 3 ຫາ7 ຄົນ​ແລະສະມາຊິກທຸກ​ຄົນໃນທິມຕ້ອງປະຕິບັດຕາມການຊີ້ນຳຂອງຫົວໜ້າທິມ.

ເລີ່ມການແຂ່ງຂັນ, ໃນການໂຍນໝາກບານເທື່ອ ທຳອິດ, ສະມາຊິກຂອງ 2 ທິມຕ້ອງໂຍນໝາກບານ ລົງ​ເດີ່ນ ​ແລະແຕ່ລະທິມຕ້ອງມີໝາກບານຢ່າງໜ້ອຍ ໜຶ່ງໜ່ວຍນອນຢູ່ໃນເດີ່ນຂອງຄູ່ຕໍ່ສູ້. ພາຍຫລັງສຳເລັດ ການໂຍນໝາກບານເທື່ອທຳອິດແລ້ວ, ທັງສອງທິມຈະ ດໍາ​ເນີນ​ການບຸກໂຈມຕີຄູ່ຕໍ່ສູ້. 

ຕອນແລງວັນເສົາທຸກອາທິດ, ສະມາຊິກ ສະໂມສອນ Wiserball ຮ່າໂນ້ຍ ທຸກຄົນ
ເຕົ້າໂຮມກັນຢູ່ໃນເຮືອນເລກທີ 73, ຖະໜົນ ວ້ານບາວ ເພື່ອຫລິ້ນ​ບານ​ພູມ​ປັນຍາ.



ກ່ອນການແຂ່ງຂັນ, ບັນດາສະມາຊິກຈະໄດ້ຮັບ​ຟັງ​ການແນະນຳກ່ຽວ​ກັບ​ກົດ​ກະຕິ​ກາ​ທີ່​ເປັນ​ພື້ນຖານ​ຈາກກຳມະການ. 


ການ​ຫິ້ນບານ​ພູມ​ປັນຍາ​ບໍ່​ມີ​ຄວາມ​ຫຍຸ້ງຍາກ, ຜູ້ຫຼິ້ນ​ໃຊ້
ເວລາພຽງ 15 ນາທີ​ເພື່ອ​ທໍາ​ການ​ຄຸ້ນ​ເຄີຍ​ກັບໝາກບານ ​ແລ້ວກໍ່ສາມາດຫຼິ້ນໄດ້​ເລີຍ. 



ນ້ອງນ້ອຍຫຼາຍຄົນຫຼິ້ນ ບານ​ປະ​ເພດ​ນີ້ ເພື່ອຜ່ອນຄາຍ ຈິດ​ໃຈ​ແລະຝຶກແອບສຸຂະພາບ.


ປະ​ເພນີຈັບມືກັນກ່ອນ​ການແຂ່ງຂັນ ​ເພື່ອຍົກສູງນໍ້າໃຈ​ແລກປ່ຽນ, ຮໍ່າຮຽນ​ຊຶ່ງ​ກັນ​ແລະ​ກັນລະຫວ່າງສອງທິມ.


ເນື່ອງ​ຈາກ​ເປັນ​ປະ​ເພດ​ກິລາ​ທີ່​ຮຽກຮ້ອງ​​ໃຫ້​ມີ​ຍຸດທະວິທີສູງ. ສະ​ນັ້ນ,ສະມາຊິກທຸກຄົນໃນທິມຕ້ອງ
ຕິດພັນກັນຢ່າງສະໜິດ​ແໜ້ນ​ເລາການແຂ່ງຂັນ.



ກໍລະນີ  ໝາກບານໜ່ວຍໃດຖືກຄູ່​ຕໍ່ສູ້ໂຍນໝາກບານ​ ​ຖືກ, ກຳມະການຈະປັກທຸງສີເຫຼືອງໃສ່, ໝາຍຄວາມວ່າ
ເຈົ້າຂອງໝາກບານໜ່ວຍນັ້ນ ຈະບໍ່ໄດ້ຫຼິ້ນຕໍ່, ຕ້ອງລໍຖ້າການຊ່ວຍເຫຼືອຈາກເພື່ອນຮ່ວມທິມກ່ອນ. 



ການໂຍນບານແຕ່ລະຄັ້ງຂອງສະມາຊິກທຸກຄົນໃນສອງທິມກຳມະການຈະບັນທຶກໃສ່ກະດານ​ໄວ້​ຢ່າງ​ລະອຽດ


ຕ່າງກັບກິລາປະເພດອື່ນໆ, ຫລິ້ນ​ບານ​ພູມ​ປັນຍາຮຽກຮ້ອງໃຫ້ຜູ້ຫຼິ້ນຕ້ອງມີການຄິດໄລ່ຢ່າງລະອຽດກ່ອນທີ່ຈະໂຍນບານ. 


ຈັງຫວະໂຍນບານຍາກຂອງທິມ ຮ່າໂນ້ຍ 1 ໃນການແຂ່ງຂັນ.


ນາງ ໝີເວິນ ເປັນໜຶ່ງໃນບັນດາສະມາຊິກຫຼິ້ນ Wiserball ຫຼາຍປີຂອງສະໂມສອນ Wiserball ຮ່າໂນ້ຍ.


ເພື່ອເອົາຊະນະ, ສອງທິມຕ້ອງຫຼິ້ນຈົນເຖິງເວລາທິມໃດທິມໜຶ່ງມີໝາກບານຖືກລັອກທັງໝົດ


ເຖິງວ່າ ຫາກໍ່ນຳເຂົ້າສູ່ ຫວຽດນາມ ພຽງ2-3 ປີ, ແຕ່ກິລາ​ປະ​ເພດ​ນີ້​ສາມາດ ດຶງດູດການເຂົ້າຮ່ວມຂອງ
ສະມາຊິກທຸກລຸ້ນຄົນນັບເປັນຈຳນວນຫຼວງຫຼາຍ



ອ້າຍ ເວືອງຫວູຖັ໋ງ, ປະທານສະມາຄົມ Wiserball ຫວຽດນາມ
ມອບຫຼຽນຄຳໃຫ້ແກ່ທິມຊະນະ​ເລີດໃນການແຂ່ງຂັນກິລາ​ບານ​ພູມ​ປັນຍາ ປີນີ້. 

ໃນສ່ວນການຫຼິ້ນນີ້, ຖ້າໝາກບານໜ່ວຍໃດຂອງສະມາຊິກໃນທິມຖືກໝາກບານຂອງຄູ່ຕໍ່ສູ້ໂຍນຖືກ ຫຼື ​ຖືກ​ໂຍນອອກຈາກເດີ່ນ, ໝາກບານໜ່ວຍນັ້ນຈະຖືກລັອກໄວ້ (ປັກທຸງສີເຫຼືອງ), ຕຳຖືກເທື່ອທີສອງຈະຖືກຈັບຕົວ(ປັກທຸງສີແດງ) ແລະ ຖືກເທື່ອທີສາມເຈົ້າຂອງໝາກ ບານໜ່ວຍນັ້ນ ຈະຖືກຄັດອອກຈາກການແຂ່ງຂັນ. ແຕ່ວ່າ ສິ່ງທີ່ໜ້າຈັບໃຈຂອງ​ກິລາ​ປະ​ເພດ​ນີ້​ມີ​ຄືຖ້າຫາກວ່າ ສະມາຊິກໃນ ທິມໂຍນໝາກບານ​ໄປ​ຖືກໝາກບານຂອງຄູ່ຕໍ່ສູ້, ໝາກບານຂອງທິມທີ່ຖືກລັອກໄວ້ນັ້ນຈະໄດ້ຮັບ​ການ​ປົດ​ປ່ອຍ. ເພາະສະນັ້ນ, ບັນດາສະມາຊິກໃນ​ແຕ່ລະທິມຕ້ອງມີການຫາລື ​ແລະ​ຄິດ​ໄລ່ຢ່າງລະອຽດລະອໍກ່ຽວ​ກັບ​ຍຸດທະວິທີເພື່ອຫຼິ້ນແນວໃດໃຫ້ບັນລຸ​ປະສິດທິຜົນ​ສູງ​ສຸດ. ສຸດທ້າຍ, ທິມຊະນະຈະແມ່ນ ທິມສາມາດໂຍນໝາກບານທຸກໜ່ວຍຂອງຄູ່ຕໍ່ສູ້ອອກຈາກເດີ່ນບານໄດ້.
 
ຫຼິ້ນໝາກບານ​ພູມ​ປັນຍາບໍ່ພຽງແຕ່​ເພື່ອຝຶກແອບສຸຂະພາບ, ຄວາມທົນທານໜຽວແໜ້ນເທົ່ານັ້ນ, ຫາກຍັງສາມາດຊ່ວຍ​ໃຫ້ຜູ້ຫຼິ້ນມີ​ການພັດທະນາກ່ຽວ​ກັບຈິນຕະນາການດ້ານ​ຍຸດທະວິທີສູ້ຮົບ ແລະ ວິທີການເຮັດວຽກ​ເປັນ​ທິມອີກດ້ວຍ.
ປະຕິບັດໂດຍ: ແຄງລອງ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top