• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ຜູ້​ແທນ ​ແມ່​ຫວຽດນາມ ວິລະ​ຊົນ ທົ່ວ​ປະ​ເທດ ຄັ້ງ​ທໍາ​ອິດ

ຈຸດພົ້ນເດ່ັນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງແມ່ນລາຍການ “ພົບປະຜູ້ແທນແມ່ຫວຽດນາມວິລະຊົນທົ່ວປະເທດປີ 2020”.

ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ເປັນປະທານກອງປະຊຸມ (ພາບ: baodansinh.vn)

   ທີ່ກອງປະຊຸມຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 73 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ 1947 – 27 ກໍລະກົດ 2020 ທີ່ຖືກດໍາເນີນໃນວັນທີີ 13 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໃຫ້ຮູ້ວ່າ: ຈຸດພົ້ນເດ່ັນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງແມ່ນລາຍການ “ພົບປະຜູ້ແທນແມ່ຫວຽດນາມວິລະຊົນທົ່ວປະເທດປີ 2020”, ເຊິ່ງຄາດວ່່າຈະດໍາເນີນໃນລະຫວ່າງວັນທີ 23 – 25 ກໍລະກົດ ຢູ່ຮ່າໂນ້ຍ; ພິທີມອບ ໃບຈາລຶກຄຸນງາມຄວາມດີ, ເຊິ່ງຄາດວ່າ ຈະດໍາເນີນໃນວັນທີ 21 ກໍລະກົດ ຈະມາເຖິງຢູ່ແຂວງ ກວ໋າງນາມ. ທີ່ພິທີມອບໃບຈາລຶກຄຸນງາມຄວາມດີ, ການນໍາພັກ, ລັດ ຈະມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກປະຕິວັດຜູ້ອາວຸໂສ, ນັກຮົບວິລະຊົນກໍາລັງປະກອບອາວຸດ; ມອບເຮືອນແຫ່ງສາຍຈິດມິດໃຈຈໍານວນ 20 ຫຼັງ ໃຫ້ແກ່ຄອບຄົວຜູ້ມີຄຸນງາມຄວາມດີ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ກວ໋າງນາມ ແລະ ມອບທຶນການສຶກສາຈໍານວນ 100 ພູດໃຫ້ແກ່ນັກຮຽນຜູ້ທຸກຍາກ ແຂວງກວ໋າງນາມ.

        ພິເສດ, ຕອນເຊົ້າວັນທີ 27 ກໍລະກົດ, ການນໍາພັກ, ລັດ ແລະ ບັນດາກະຊວງ, ຂະແໜງການ, ໝູ່ຄະນະຂັ້ນສູນກາງ ຈະໄປຖະຫວາຍຈູດທູບໃຕ້ທຽນ ອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ ອະນຸສາວະລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ບັກເຊີນ ແລະ ເຂົ້າສຸສານອາໄລຫາປະທານໂຮ່ຈີມິນ. ນອກຈາກນັ້ນ, ການນໍາພັກ, ລັດ ກໍຈະໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top