• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດວາງຕາໜ່າງການສຶກສາບໍາລຸງສ້າງໃນສະພາບການເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ

      ວັນທີ 12 ມິຖຸນາ ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ ຈັດວາງຕາໜ່າງການສຶກສາບໍາລຸງສ້າງໃນສະພາບການເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ ຕອບສະໜອງຄວາມຕ້ອງການດ້ານຊັບພະຍາກອນມະນຸດ ໃຫ້ແກ່ພາລະກິດຫັນປະເທດຊາດເປັນອຸດສາຫະກໍາ ແລະ ທັນສະໄໝ ໃນບັນດາທົດສະວັດຕົ້ນຂອງສະຕະວັດທີ 21”.

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ຈັດວາງຕາໜ່າງການສຶກສາບໍາລຸງສ້າງໃນສະພາບການເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ   (ພາບ: TTXVN)
      ມີບົດປະກອບຄໍາເຫັນກວ່າ 100 ບົດ ໄດ້ສົ່ງມາກອງປະຊຸມສໍາມະນາ ໄດ້ນໍາເອົາທັດສະນະມູມມອງໃໝ່ມີລັກສະນະວິທະຍາສາດ ເພື່ອແລກປ່ຽນ, ແບ່ງປັນສະຕິຄວາມຮັບຮູ້ ແລະ ປະສົບການໃນການພັດທະນາການສຶກສາບໍາລຸງສ້າງ ໃນສະພາບການ ເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ຕາມການໄຈ້ແຍກຂອງບັນດານັກຊ່ຽວຊານສາກົນແລ້ວ, ຫວຽດນາມ ພວມຢູ່ໃນໄລຍະເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ລະດັບການແກ້ງແຍ້ງເສດຖະກິດກັບບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ອາຊີ ແລະ ໂລກ ນັບມື້ນັບດຸເດືອດ. ດັ່ງນັ້ນ, ຢາກຂຸດຄົ້ນ ແລະ ເສີມຂະຫຍາຍແຫຼ່ງຊັບພະຍາກອນມະນຸດໃຫ້ເປັນຢ່າງດີນັ້ນ, ຫວຽດນາມ ຕ້ອງມີພື້ນຖານການສຶກສາເປີດ, ທັນສະໄໝ, ມີລະດັບຕາໜ່າງທີ່ໄດ້ຮັບການຈັດວາງຢ່າງເປັນວິທະຍາສາດ, ເສີມຂະຫຍາຍມູນເຊື້ອ ແລະ ພູມປັນຍາຂອງຫວຽດນາມ ດ້ວຍຈິນຕະນາການ ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ.
        ກອງປະຊຸມສໍາມະນາ ແມ່ນກາລະໂອກາດ ເພື່ອໃຫ້ບັນດານັກວິທະຍາສາດ, ໂຮງຮຽນແຫ່ງຕ່າງໆ ພ້ອມກັນແລກປ່ຽນ, ກ້າວໄປສູ່ສະຕິຄວາມຮັບຮູ້ ທີ່ເປັນເອກະພາບ, ຈາກນັ້ນ ຜັນຂະຫຍາຍມາດຕະການທີ່ລະອຽດ ເພື່ອແນໃສ່ຈັດວາງການສຶກສາບໍາລຸງສ້າງໃນສະພາບການທີ່ເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top