• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດຕັ້ງພິທີໄວ້ອາໄລຈາລຶກບຸນຄຸນອະດີດນາຍົກລັດຖະມົນຕີ ຟານວັນຂາຍ

      ດ້ວຍເວລາກ່ວາ 70 ປີທີ່ເຄື່ອນໄຫວການປະຕິວັດ, ນັບແຕ່ເມື່ອເຂົ້າຮ່ວມຂະບວນການປະຕິວັດຢູ່ບ້ານເກີດເມືອງນອນ ຮອກໂມນ ຢູ່ ຢາດິ້ງ ຈົນຮອດເວລາດຳລົງຕຳແໜ່ງເປັນການນຳລັດຖະບານ'

ພາບປະກອບ
      ຕອນເຊົ້າວັນທີ 22 ມີນາ, ພິທີໄວ້ອາໄລຈາລຶກບຸນຄຸນອະດີດນາຍົກລັດຖະມົນຕີ ຟານວັນຂາຍ ໄດ້ຈັດຕັ້ງຢ່າງສົມກຽດຢູ່ຫໍ ທົ໋ງເຍີດ, ນະຄອນ ໂຮ່ຈີມິນ, ຕາມພິທີການໄວ້ທຸກລະດັບຊາດ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຜູ້ຕາງໜ້າແນວໂຮມປະເທດຊາດ, ຜູ້ຕາງໜ້າປະເທດ ສປປ ລາວ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນທຸກຊັ້ນວັນນະ ເຂົ້າຮ່ວມພິທີໄວ້ອາໄລຈາລຶກບຸນຄຸນເປັນຈຳນວນຫຼວງຫຼາຍ.
        ໃນບົດສະດຸດີກກ່າວໃນພິທີ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ຫົວໜ້າຄະນະຮັບຜິດຊອບງານສົບ, ເນັ້ນໜັກວ່າ: ດ້ວຍເວລາກ່ວາ 70 ປີທີ່ເຄື່ອນໄຫວການປະຕິວັດ, ນັບແຕ່ເມື່ອເຂົ້າຮ່ວມຂະບວນການປະຕິວັດຢູ່ບ້ານເກີດເມືອງນອນ ຮອກໂມນ ຢູ່ ຢາດິ້ງ ຈົນຮອດເວລາດຳລົງຕຳແໜ່ງເປັນການນຳລັດຖະບານ, ຊີວິດຂອງອະດີດນາຍົກລັດຖະມົນຕີ ຟານວັນຂາຍ ໄດ້ຕິດພັນກັບພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບກໍ່ຄືໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ທົ່ວປະເທດກ້າວຂຶ້ນສ້າງລັດທິສັງຄົມນິຍົມ. ທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຍາມໃດກໍ່ເປັນຫ່ວງກັງວົນ, ຊອກຮູ້, ສຸດຈິດສຸດໃຈຕໍ່ພາລະກິດປະຕິວັດຂອງປະເທດຊາດ, ພ້ອມກັບສູນກາງພັກ, ລັດຖະບານ, ນຳພາທົ່ວພັກ,  ທົ່ວປວງຊົນ, ທົ່ວກອງທັບດຳເນີນພາລະກິດແຫ່ງການປ່ຽນແປງໃໝ່, ນຳປະເທດ ຫວຽດນາມ ຫລຸດພົ້ນອອກຈາກວິກິດການເສດຖະກິດ, ສັງຄົມ, ພັດທະນາພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ, ຮັກສາສະຖຽນລະພາບດ້ານການເມືອງ ສັງຄົມໄວ້ໃຫ້ໝັ້ນຄົງ, ເພີ່ມທະວີການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເປີດກ້ວາງການພົວພັນການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍດ້ານປະຫວັດສາດ.
        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ: ຜ່ານໄລຍະເວລາໃນການເຄື່ອນໄຫວປະຕິວັດ ແລະ ຮັບຜິດຊອບຫຼາຍໜ້າທີ່ຫຼັກແຫຼ່ງຂອງພັກ, ລັດເປັນເວລາຍາວນານນັ້ນ, ເຖິງວ່າໃນຖານະຕຳແໜ່ງໃດ, ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ກໍ່ຈົ່ງຮັກພັກດີກັບຄາດໝາຍ, ແນວຄິດການປະຕິວັດຂອງພັກ, ຍາມໃດກໍ່ຍົກສູງລັກສະນະປະຈັນບານ, ເປັນແບບຢ່າງມີຈັນຍາບັນສັດຊື່ບໍລິສຸດ, ປອດໃສຂອງສະມາຊິກພັກກອມມູນິດ ຫວຽດນາມ…
        ທ່ານເລຂາທິການໃຫຍ່ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງຍາດຕິພີ່ນ້ອງ ແລະ ຄອບຄົວອະດີດນາຍົກລັດຖະມົນຕີ ຟານວັນຂາຍ.
        ທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ເຖິງແກ່ມໍລະນະກຳ ໃນເວລາ 1 ໂມງ 30 ນາທີ ວັນທີ 17 ມີນາ, ຢູ່ເຮືອນສ່ວນຕົວ. ໃນ 2 ວັນດຳເນີນພິທີໄວ້ອາໄລ, ມີ 2.046 ຄະນະດ້ວຍຈຳນວນ 108.000 ຄົນເຂົ້າໄວ້ອາໄລອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຢູ່ບ້ານເກີດເມືອງນອນ, ຢູ່ຫໍ ທົ໋ງເຍີດ, ນະຄອນ ໂຮ່ຈີມິນ, ສູນກອງປະຊຸມສາກົນ ເຮືອນເລກທີ 11 ຖະໜົນ ເລຮົ່ງຟອງ, ຮ່າໂນ້ຍ ແລະ ຢູ່ບັນດາສະຖານທູດ ຫວຽດນາມ ປະຈຳຕ່າງປະເທດ.
        ພາຍຫຼັງພິທີໄວ້ອາໄລ, ພິທີປົງສົບອະດີດນາຍົກລັດຖະມົນຕີ ຟານວັນຂາຍ ກໍ່ໄດ້ຈັດຕັ້ງໃນວັນດຽວກັນຢູ່ຕາແສງ ເຕີນທົງໂຫ້ຍ, ເມືອງ ກູຈີ, ນະອນ ໂຮ່ຈີມິນ.
 (ແຫຼ່ງຄັດຈາກ VOV)
 

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top