• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ງານແກະສະຫຼັກໄມ້ ຂອງ ຄົນຫວຽດ

ນັກສິລະປິນ ຈິ້ງຕ໋ວນແອງ ແລະ ໝູ່ເພື່ອນຂອງຕົນ ຢູ່ ໂຮງ ລະບາຍສີ ບ່ານສັກຫວຽດ (ສີສັນ ຫວຽດ) ໄດ້ເຮັດໃຫ້ ບັນ ດາງານແກະສະຫຼັກ ຈາກບັນດາແຜ່ນດຽວ ທີ່ມີຄ່າ ກາຍ ເປັນ ຊີວິດຊີວາ ດ້ວຍຄວາມປານີດ, ເປັນຈິງ ໃນແຕ່ລະ ລາຍລະອຽດ. ນີ້ແມ່ນການປະດິດຄິດສ້າງ ດ້ວຍຄວາມມາ ນະ ແລະ ພິຖີພິຖັນ, ການອອກແຮງງານທີ່ ຕັ້ງໃຈ ຂອງ ບັນດານັກສິລະປິນ ມືອາຊີບ ດ້ວຍຄວາມຫວັງຢາກ ສ້າງ ທິດທາງໄປ ສະເພາະ ໃຫ້ປະເພດພາບໄມ້ຄວັດລະດັບຊັ້ນ ນຳ ທີ່ ມີສີສັນ ຂອງ ຄົນ ຫວຽດ. 
ອ້າຍ ຈິ້ງຕ໋ວນແອງ ໃຫ້ຮູ້ວ່າ ໂດຍກຳເນີດ ຢູ່ໝູ່ບ້ານອາຊີບ ເຮັດເຄື່ອງໄມ້ ຢູ່ເຂດດິນ ກິມບ່າງ, ແຂວງ ຮ່ານາມ, ເພາະ ສະນັ້ນ ແຕ່ຄາວຍັງນ້ອຍ ເພິ່ນໄດ້ຮຽນອາຊີບ ຄວັດແກະ ສະຫຼັກ ຢູ່ ເທິງໄມ້. ເມື່ອໃຫຍ່ຂຶ້ນມາ ເພິ່ນຍ້າຍມາຍັງ ນະ ຄອນໂຮ່ຈີມິນ ແລະ ມີວາສະໜາໄດ້ເຮັດວຽກ ກັບ ນັກສິ ລະປິນ ຄວັດແກະສະຫຼັກໄມ້ ຄົນໜຶ່ງຊາວ ຍີ່ປຸ່ນ. ຢູ່ທີ່ນີ້, ເພິ່ນໄດ້ ຮຽນເອົາ ເຕັກ ນິກ ແລະ ວິທີແກະສະຫຼັກໄມ້ ຢ່າງ ປານີດ ແລະ ແສນໂດດ ເດັ່ນຂອງຄົນ ຍີ່ປຸ່ນ. ຫຼັງຈາກນັ້ນ ເພິ່ນໄດ້ໄປ ຍີ່ປຸ່ນ ເຮັດວຽກ ຢູ່ໂຮງງານຜະລິດ ຂອງ ນັກສິ ລະປິນຄົນນີ້ ອີກສອງປີ ເພື່ອ ການຫຼໍ່ຫຼອມ ສີມືຕົນເອງ.

ເມື່ອກັບຄືນບ້ານເກີດ, ຕ໋ວນແອງ ມີແນວຄິດ ໃນການສ້າງ ປະສົມປະສານ ລະຫວ່າງ ເຕັກນິກຄວັດແກະ ສະຫຼັກໄມ້ ມູນເຊື້ອ ກັບ ສິ່ງທີ່ເກັບກຳໄດ້ ຈາກສິລະປະຄວັດແກະສະ ຫຼັກ ໄມ້ ຂອງ ຍີ່ປຸ່ນ ເພື່ອປະດິດອອກ ບັນດາຜະລິດຕະ ພັນ ທີ່ມີເອກະລັກສະເພາະ ຂອງ ຕົວ. ເຄື່ອງໝາຍການຄ້າ ງານແກະສະຫຼັກ ທີ່ມີສີສັນຫວຽດ ໄດ້ ຕ໋ວນແອງ ແລະ ບັນ ດາ ນາຍຊ່າງ, ເພື່ອນມິດຂອງຕົນ ສ້າງຂຶ້ນ ແນໃສ່ ຜະລິດ ອອກ ບັນດາຜະລິດຕະພັນ ທີ່ມີຄຸນຄ່າສູງ, ເປັນຈິງ ແລະ ມຸ່ງສູ່ເປົ້າໝາຍ ລູກຄ້າອະພິຊົນ, ຂັ້ນສູງ.



ຂົນສົ່ງແຜ່ນໄມ້ ໄປຍັງບ່ອນຄວັດແກະສະຫຼັກ. ພາບ: ຫງວຽນລວນ


ການຈັດແກ້, ເຮັດອະນາໄມ ບັນດາສ່ວນລາຍລະອຽດ ຂອງ ຜະລິດຕະພັນ. ພາບ: ຫງວຽນລວນ


ຂັ້ນຕອນປະດິດສ່ວນລາຍລະອຽດ ຢູ່ເທິງ ແຜ່ນໄມ້ ສ່ວນ ຫຼາຍຕ້ອງເຮັດດ້ວຍມື ຢ່າງພິຖີພິຖັນທີສຸດ, ຍ້ອນຜິດພຽງ ແຕ່ ໜ້ອຍດຽວ
ຂອງ ລາຍລະອຽດເທົ່ານັ້ນ ກໍຖືວ່າ ຕ້ອງປະ ໄປ ທັງແຜ່ນ. ພາບ: ເອກະສານ



ຂັ້ນຕອນທາສີ ໃນສ່ວນລາຍລະອຽດ ຈຳນວນໜຶ່ງ ຂອງ ງານແກະສະຫຼັກ. ພາບ: ເອກະສານ


ລູກຄ້າມາຢ້ຽມຊົມ ແລະ ຊອກຮູ້ກ່ຽວກັບ ງານແກະສະຫຼັກ ຂອງ ບ່ານສັກຫວຽດ ທີ່ງານວາງສະແດງ ສິນຄ້າ ຫວຽດ ນາມ ທີ່ມີຄຸນນະພາບສູງ
ໃນ ເດືອນ ມິຖຸນາ 2017. ພາບ: ເຊີນເງ້ຍ
        
ແລ້ວແຕ່ຂະໜາດໃຫຍ່ - ນ້ອຍ ຂອງ ງານແກະສະຫຼັກ ແຕ່ ລະແຜ່ນ, ເວລາສຳເລັດ ຜະລິດຕະພັນ ຈະມີຄວາມ ແຕກ ຕ່າງກັນ. ໄດ້ມີ ງານແກະສະຫຼັກ ຈຳນວນໜຶ່ງ ມີຂະໜາດ ໃຫຍ່, ງານລາຍລະອຽດຫຼາຍ, ຈຳເປັນຕ້ອງມີນັກສິລະປິນ 5-6 ຄົນ ພ້ອມກັນປະຕິບັດ ໃຊ້ເວລາປະມານປີໜຶ່ງ ຈຶ່ງສຳ ເລັດ. ເພາະສະນັ້ນ, ງານແກະສະຫຼັກ ຈະມີລາຄາສູງ. ແຕ່ ສິ່ງ ທີ່ສຳຄັນທີສຸດ ຍັງແມ່ນຄຸນຄ່າດ້ານມັນສະໝອງ ໃນ ການ ປະດິດຄິດສ້າງ ຂອງນັກສິລະປິນແຕ່ລະຄົນ.

ນັກສິລະປິນ ຈິ້ງຕ໋ວນແອງໃຫ້ຮູ້ວ່າ: “ຄຸນຄ່າ ຂອງ ຜະລິດ ຕະພັນ ງານແກະສະຫຼັກ ແມ່ນຢູ່ກັບຄຸນນະພາບໄມ້, ສ່ວນ ສິລະປະຄວັດແກະສະຫຼັກ ແມ່ນຄຸນຄ່າ ດ້ານມັນສະໝອງ ຂອງ ນັກສິລະປິນ ແຕ່ລະຄົນ, ແຕ່ການສ້າງຮູບ ເຖິງການ ສະແດງໄດ້ຄວາມແໜ້ນໜາ, ຄວາມປານີດແນບນຽນ, ສີ ສັນ ແລະ ຄວາມໝາຍ ຂອງ ງານແກະສະຫຼັກ ເບິ່ງເໝືອນ ດັ່ງ ຮູບພາບທີ່ເປັນຈິງ ໃນ ທຳມະຊາດ ແລະ ຊີວິດການ ເປັນຢູ່. 

ຫົວເລື່ອງຂອງງານແກະສະຫຼັກ ບ່ານສັກຫວຽດ ສຸດທີ່ ອຸ ດົມ ສົມບຸນ ລວມມີບັນດາຫົວເລື່ອງ ກ່ຽວກັບ ທັດສະນີຍະ ພາບ, ເລື່ອງນິທານ, ຕົວລະຄອນມີຊື່ສຽງ, ພາບຫົງຈຸ້ຍ ແລະ ອື່ນໆ... ຊຶ່ງມີຄວາມໝາຍຢ່າງຕັ້ງໜ້າ. ບັນດາງານ ແກະສະຫຼັກ ມັກໄດ້ຜູ້ ນິຍົມ ນຳໃຊ້ ເພື່ອການ ປະດັບ ປະ ດາ ຫ້ອງຮັບປະທານ ອາຫານ, ຫ້ອງນອນ, ຫ້ອງຮັບແຂກ ຫຼື ໃຊ້ເປັນຂອງຂວັນ ຕ້ອນ ໝູ່ເພື່ອນສະໜິດ.

    

ງານແກະສະຫຼັກ ພາຍໃຕ້ຫົວເລື່ອງກ່ຽວກັບທຳມະຊາດ. ພາບ: ຫງວຽນລວນ


ງານແກະສະຫຼັກ: “ຈຸກກວນຕື້”. ພາບ: ຫງວຽນລວນ


ງານແກະສະຫຼັກ: “ຕຸ່ງ ຫາກຢຽນນຽນ”. ພາບ: ຫງວຽນລວນ


ງານແກະສະຫຼັກ: “ລຸລ່ວງໂດຍດີ”. ພາບ: ຫງວຽນລວນ


ງານແກະສະຫຼັກ: “ກື່ວຫຼາວບິ່ງໂດ່”. ພາບ: ຫງວຽນລວນ


ງານແກະສະຫຼັກ: “ນົກກາງແກ”. ພາບ: ຫງວຽນລວນ


ງານແກະສະຫຼັກ: “ດອກບົວ ແລະ ປາ”. ພາບ: ຫງວຽນລວນ


ງານແກະສະຫຼັກ: “ຄອບຄົວໄກ່”. ພາບ: ຫງວຽນລວນ


ງານແກະສະຫຼັກ: “ສາມອ້າຍນ້ອງແຮກສ່ຽວ”. ພາບ: ຫງວຽນລວນ


ບັນດາງານແກະສະຫຼັກ ມັກໄດ້ຜູ້ນິຍົມ ນຳໃຊ້ເພື່ອການ ປະດັບປະດາ ຫ້ອງຮັບປະທານອາຫານ, ຫ້ອງນອນ, ຫ້ອງ ຮັບແຂກ
ຫຼື ໃຊ້ເປັນຂອງຂວັນ ຕ້ອນໝູ່ເພື່ອນສະໜິດ. ພາບ: ຫງວຽນລວນ

ກວ່າສິບປີ ໃນການກຳນົດທິດທາງສະເພາະ ໃຫ້ແກ່ສິລະ ປະ ງານແກະສະຫຼັກ, ມາຮອດປັດຈຸບັນ, ບ່ານສັກ ຫວຽດ ໄດ້ຜະລິດ ຜະລິດຕະພັນຂັ້ນສູງອອກ ນັບຫຼາຍຮ້ອຍ ຜະລິດຕະພັນ ຈາກບັນດາໂຮງຜະລິດ, ຮ້ານຈຳໜ່າຍ ຢູ່ຕາມທ້ອງຖິ່ນ ຕ່າງໆ ເຊັ່ນ: ແຂວງ ຮ່ານາມ, ນະຄອນ ໂຮ່ຈີມິນ, ແຂວງ ເກີ່ນເທີ... ຜະລິດຕະພັນ ງານແກະສະຫຼັກ ຂອງ ບ່ານສັກ ຫວຽດ ໄດ້ຮັບຄວາມນິຍົມ ຈາກຜູ້ບໍລິໂພກ ເປັນຈຳນວນຫຼວງຫຼາຍ. ຜະລິດຕະພັນ ຂອງ ບ່ານສັກຫວຽດ ສ່ວນໜຶ່ງ ໄດ້ສົ່ງອອກ ໄປຍັງ ສປ ຈີນ ຊຶ່ງເປັນປະເທດໜຶ່ງ ທີ່ມີຊື່ ສຽງ ກັບອາຊີບ ງານແກະສະຫຼັກໄມ້.

ນອກຈາກ ບັນດາຜະລິດຕະພັນ ງານແກະສະຫຼັກ ຈາກບັນ ດາໄມ້ແຜ່ນດຽວແລ້ວ, ບ່ານສັກຫວຽດ ຍັງໃຫ້ການປະດິດ ສ້າງງານແກະສະຫຼັກຈາກຂີ້ເລື່ອຍ, ພາບຜະລິດຈາກ com posite ໄມ້ທຽມ, ຮູບປັ້ນໄມ້, ເຄື່ອງເຟີນີເຈີໄມ້ ຊຶ່ງລາຄາ ຖືກກວ່າ ຊ່ວຍໃຫ້ລູກຄ້າມີທາງເລືອກ ຕາມຄວາມນິຍົມ ຂອງຕົນ.
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ, ເຊີນເງ້ຍ ແລະ ເອກະສານ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top