• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ງານວາງສະແດງພາບຖ່າຍ “ປະເທດຊາດ, ຜູ້ຄົນອາຊຽນ”

ໃນງານວາງສະແດງພາບຖ່າຍ ພາຍໃຕ້ຫົວເລື່ອງ “ປະເທດ ຊາດ, ຜູ້ຄົນອາຊຽນ” ປີ 2017, ຄະນະຈັດຕັ້ງໄດ້ມອບຂັນ ລາງວັນ “ພາບຖ່າຍອາຊຽນ 2017” ໃຫ້ແກ່ ພາບຖ່າຍ 10 ແຜ່ນທີ່ດີເດັ່ນກວ່າໝູ່ ຂອງ 10 ປະເທດ ໃນກຸ່ມອາຊຽນ ທີ່ ເຂົ້າຮ່ວມ. ໃນໂອກາດນີ້, ມີ ພາບຖ່າຍ 230 ແຜ່ນ ໄດ້ຮັບ ການເລືອກເຟັ້ນຈາກ ພາບຖ່າຍ 10.000 ກວ່າແຜ່ນຂອງ ນັກຖ່າຍຮູບ 1248 ຄົນ ກໍໄດ້ນຳສະເໜີຕໍ່ມວນຊົນ ໃນງານ ວາງສະແດງຄັ້ງນີ້. 
ເປີດງານວາງສະແດງແຕ່ວັນທີ 4 -11 ສິງຫາ 2017 ຢູ່ຮ່າ ໂນ້ຍ, ງານວາງສະແດງພາບຖ່າຍພາຍໃຕ້ຫົວເລື່ອງທີ່ວ່າ “ປະເທດຊາດ, ຜູ້ຄົນອາຊຽນ” ໄດ້ແນະ ນຳບັນດາ ຮູບພາບ ທີ່ເປັນຈິງ ແລະ ມີຊີວິດຊີວາ ກ່ຽວກັບປະເທດຊາດ, ຜູ້ຄົນ ແລະ ບັນດາ ການເຄື່ອນໄຫວຮ່ວມມື ພົບປະແລກປ່ຽນ ລະ ຫວ່າງບັນດາ ປະເທດ ໃນກຸ່ມອາຊຽນ. ໂດຍຜ່ານ ງານວາງ ສະແດງ, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຈະມີ ຄວາມເຂົ້າໃຈ, ສະໜິດຕິດພັນກັນຍິ່ງຂຶ້ນ, ປະກອບສ່ວນ ໃນ ການສ້າງປະຊາຄົມໜຶ່ງ ທີ່ສາມັກຄີ, ຂະຫຍັນຂັນເຄື່ອນ, ສັນ ຕິພາບ ແລະ ພັດທະນາຖາວອນ. 
ງານວາງສະແດງຈັດໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ, ຄະນະກຳມະການ ປະ ຊາຊົນ ນະຄອນຮ່າໂນ້ຍ ເປັນເຈົ້າພາບຈັດ ເນື່ອງໃນ ໂອກາດ ສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງສະມາຄົມ ບັນດາ ປະຊາ ຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN). ໃນໄລຍະຈະ ມາເຖິງ, ງານວາງສະແດງດັ່ງກ່າວ ຈະໄດ້ ແນະນຳຢູ່ອີກ 3 ແຂວງ ເຊັ່ນ: ຫາຍຟ່ອງ, ກວາງນິງ, ບາກລຽວ ແລະ ຢູ່ “ງານ ບຸນ ຄຳອາຊຽນ ໂດຍກະຊວງການຕ່າງປະເທດ ເປັນຜູ້ຈັດ.


ທ່ານ ວີກ໋ຽນແທ່ງ, ຫົວໜ້າກົມສິລະປະກຳ, ຖ່າຍພາບ ແລະ ວາງສະແດງ-ຫົວໜ້າຄະນະຈັດຕັ້ງ ໄດ້ໃຫ້ຮູ້ວ່າ: “ນີ້ແມ່ນ ເທື່ອ ທຳອິດ ພວກເຮົາຈັດຕັ້ງ ເຫດການວັດທະນະທຳ ພາຍ ໃນ ກຸ່ມອາຊຽນ ໂດຍມີການເຂົ້າຮ່ວມຂອງ ນັກຖ່າຍຮູບ ຄົບ 10 ປະເທດສະມາຊິກ. ການທີ່ນຳໃຊ້ເຕັກໂນໂລຊີ ຮັບເອົາ files, ໃຫ້ຄະແນນ ແລະ ເລືອກເຟັ້ນພາບຖ່າຍ ຜ່ານທາງ ອິນເຕີເນັດ ໃນຄັ້ງນີ້ ໄດ້ສ້າງອຳນວຍ ຄວາມສະດວກ ໃຫ້ແກ່ ນັກປະພັນ ໃນຄະນະທີ່ ຄະນະ ຈັດຕັ້ງໄດ້ຮັບພາບຖ່າຍດ້ວຍ ຈຳນວນຫຼາຍກວ່າ ການຄາດຄິດລ່ວງໜ້າ. ສະພາສິລະປະ ກຳ ໂດຍກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເປັນຜູ້ ຈັດຂຶ້ນ ຊຶ່ງລວມມີ ບັນດາຊ່າງພາບ ມີ ຄວາມສາມາດ ດ້ານວິຊາຊີບສູງ, ມີຄວາມເຂົ້າໃຈ ກ່ຽວກັບ ບັນດາ ປະເທດ ອາຊຽນ, ເພາະສະນັ້ນ ໄດ້ເຮັດວຽກ ຢ່າງພາ ວະວິໄສ, ເຫັນແກ່ປະໂຫຍດ ສ່ວນລວມ ແລະ ມີ ຄວາມ ຮັບຜິດຊອບ ໃນການເລືອກເຟັ້ນ ພາບຖ່າຍ 230 ແຜ່ນ ທີ່ນຳມາວາງ ສະແດງໃນຄັ້ງນີ້”.

ພາບຖ່າຍແຕ່ລະແຜ່ນທີ່ວາງສະແດງໃນຄັ້ງນີ້ ໄດ້ສະແດງ ໃຫ້ ເຫັນມູມມອງ ສະເພາະຕ່າງຫາກ ຂອງ ນັກປະພັນ ກ່ຽວກັບ ປະເທດຊາດ ແລະ ຜູ້ຄົນ ຂອງບັນດາປະເທດ ອາຊຽນ. ບັນ ດາຜົນການປະດິດແຕ່ງ ລ້ວນແຕ່ມີຈຸດລວມ ຄືແນະນຳ, ໂຄ ສະນາະເຜີຍແຜ່ ຄວາມສວຍງາມ ຂອງ ປະເທດຊາດ, ທັດ ສະນີຍະພາບ ແລະ ຄຸນຄ່າວັດທະນະທຳ ມູນເຊື້ອ ທີ່ເປັນ ເອກະລັກ ຂອງອາຊຽນ ຕໍ່ທ່ານຜູ້ຊົມ ຢູ່ພາຍໃນ ແລະ ຕ່າງ ປະເທດ. ສະພາສິລະປະ ໄດ້ຕີລາຄາ ພາບຖ່າຍທີ່ເຂົ້າຮ່ວມ ງານວາງສະແດງຄັ້ງນີ້ ແມ່ນມີ ສີສັນພິເສດ ແລະ ມີຄຸນນະ ພາບດ້ານສິລະປະທີ່ດີ.

ຄະນະຈັດຕັ້ງ ແລະ ບັນດາທູຕານຸທູດ 10 ປະເທດ ອາຊຽນ ຕັດແຖບຜ້າ ເປີດງານວາງສະແດງ.


ຄະນະຈັດຕັ້ງມອບຂັນລາງວັນ “ພາບຖ່າຍ ອາຊຽນ 2017” ດີເດັ່ນໃຫ້ແກ່ ພາບຖ່າຍ 10 ແຜ່ນ ທີ່ດີເດັ່ນ ຂອງ 10 ປະ ເທດ ອາຊຽນ ທີ່ເຂົ້າຮ່ວມ.


ຄະນະຈັດຕັ້ງມອບຫຼຽນກາ ທີ່ລະນຶກ ໃຫ້ແກ່ສະພາ ສິລະປະ ຂອງ ງານວາງສະແດງ. 


ງານວາງສະແດງ ເປັນທີ່ສົນໃຈ ຂອງ ຜູ້ຊົມ ເປັນຈຳນວນ ຫຼວງຫຼາຍ. 

ໃນງານວາງສະແດງຄັ້ງນີ້ມີພາບຖ່າຍ 3 ແຜ່ນ ທີ່ໂດດເດັ່ນ ກວ່າໝູ່, ນັ້ນຄື “ພວກຂ້າພະເຈົ້າຮັກມາເລເຊຍ” ຂອງ ນັກ ຖ່າຍຮູບ Tan Ee Long (ມາເລເຊຍ), “ວັດຫີນ ຄຳ” ຂອງ ຊ່າງ ພາບ Than Htay (ມຽນມາ) ແລະ “ຮ່ອມ ພູບັກເຊີນ” ຂອງ ຊ່າງພາບ ຫວູກິມຄວາ  (ຫວຽດນາມ). ບັນດາຜົນ ການ ປະດິດ ແຕ່ງດັ່ງກ່າວ ແມ່ນບັນທຶກໄວ້ໄດ້ ວິນາທີທີ່ຫາຍາກ ຂອງ ເມກໝອກ, ທ້ອງຟ້າ, ຂອງທຳມະຊາດ ແລະ ຄວາມ ເປັນ ເອກະລັກ ຂອງ ຜູ້ຄົນໃນວົງຄະນາຍາດ ບັນດາປະຊາ ຊາດ ອາຊຽນ ທີ່ຫາຊົມໄດ້ຍາກຊຶ່ງພາບຖ່າຍກ່ອນໜ້ານັ້ນ ແມ່ນບໍ່ມີ.

ທ່ານ ຫວູກິມຄວາ, ເຈົ້າຂອງພາບຖ່າຍ “ຮ່ອມພູບັກເຊີນ” ເປັນໜຶ່ງໃນ ຊ່າງພາບ 10 ຄົນ ຄວ້າລາງວັນ ໃຫ້ຮູ້ວ່າ: “ພາບ ຖ່າຍຂອງຂ້າພະເຈົ້າ ແມ່ນພາບຖ່າຍ ກ່ຽວກັບ ຮ່ອມພູບັກ ເຊີນ ຊຶ່ງເປັນບ່ອນຍັງຮັກສາໄວ້ໄດ້ ທັດສະນີຍະພາບ ຂອງ ເຂດພູສູງ ຊຶ່ງຍັງ ບໍ່ທັນມີຜົນສະທ້ອນຈາກສິ່ງແວດລ້ອມ. ນີ້ ແມ່ນ ພາບທິວທັດທຳມະຊາດ ທີ່ສວຍງາມຂອງຫວຽດນາມ. ຂ້າພະເຈົ້າ ພະຍາຍາມສະແດງອອກເຖິງຄວາມງາມ ທີ່ໜ້າ ດຶງດູດໃຈ ຂອງ ເຂດພູສູງ, ແຕ່ຈຸດເດັ່ນ ຍັງແມ່ນ ທົ່ງນາ ແລະ ຮູບພາບຂອງຊາວ ຜູ້ອອກແຮງງານ ຢູ່ນະແຫ່ງນີ້”.

ງານວາງສະແດງ “ປະເທດຊາດ, ຜູ້ຄົນອາຊຽນ” ບໍ່ພຽງແຕ່ ເປັນການເຄື່ອນໄຫວທາງດ້ານ ສິລະປະ ວັດທະນະທຳ ທີ່ ພົ້ນເດັ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ASEAN) ເທ່ົານັ້ນ, ແຕ່ຍັງເປັນໂອກາດໃຫ້ ບັນດານັກ ຖ່າຍຮູບ, ບັນທັງບັນດາຜູ້ຮັກມັກສິລະປະຖ່າຍຮູບ ໄດ້ພົບ ປະສັງສັນ ໃນກຸ່ມ ອາຊຽນ ອີກດ້ວຍ.
 
ຂ່າວພາບຫວຽດນາມຂໍຖືເປັນກຽດສະເໜີຕໍ່ທ່ານຜູ້ອ່ານ ພາບ ຖ່າຍ 10 ແຜ່ນທີ່ໄດ້ຮັບຂັນລາງວັນ “ພາບຖ່າຍ ອາຊຽນ 2017” ດີເດັ່ນ ດ່ັງນີ້:


ພາບຖ່າຍ “ຮ່ອມພູບັກເຊີນ” ຂອງ ນັກຖ່າຍຮູບ ຫວູກິມຄວາ (ຫວຽດນາມ).


ພາບຖ່າຍ “ພວກຂ້າພະເຈົ້າຮັກມາເລເຊຍ” ຂອງ ນັກຖ່າຍຮູບ Tan Ee Long (ມາເລເຊຍ).


ພາບຖ່າຍ “Kyite Htee Yoe: ວັດຫີນ  ຄຳ” ຂອງ ນັກຖ່າຍຮູບ Than Htay (ມຽນມາ).


ພາບຖ່າຍ “ງານບຸນ Dinagyang, ແຫ່ເທິງ ແມ່ນ້ຳລຳເຊ” ຂອງ ນັກຖ່າຍຮູບ Raniel Jose Madrazo Castaneda (ຟີລິບປິນ).


ພາບຖ່າຍ “ອ່າວ Marina, ສິກະໂປ” ຂອງ    ນັກຖ່າຍຮູບ Ho Hon Yew (ສິງກະໂປ).


ພາບຖ່າຍ “ປ່ອຍໂຄມໄພ” ຂອງ ນັກຖ່າຍຮູບ Wannapong Surarochprajak (ໄທ).


ພາບຖ່າຍ “ASEAN 13 Omar Ali Saifuddien Mosque2” ຂອງ ນັກຖ່າຍຮູບ Haji Jumat Bin Haji Taha (ບຣູໄນ).


ພາບຖ່າຍ “ພະທາດຫຼວງຢູ່ວຽງຈັນ” ຂອງ ນັກຖ່າຍຮູບ Ikham Khamlasee (ສປປ ລາວ).


ພາບຖ່າຍ “ແຂ່ງງົວ” ຂອງ ນັກຖ່າຍຮູບ John Hantoro Pudjoko (ອິນໂນເນເຊຍ).


ພາບຖ່າຍ “ນັກທ່ອງທ່ຽວທີ່ມາຈາກປະເທດຕ່າງໆ” ຂອງ ນັກ ຖ່າຍຮູບ Phat Dara (ກຳປູເຈຍ).

ບົດ: ຖຸກຮ່ນ - ພາບ: ເຕິດເຊີນ, ກົງດາດ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top