• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງ “ພົນເອກ ຫວໍງວຽນຢາບ ກັບ ATK ຖ໋າຍງວຽນ”

ວັນທີ 17 ສິງຫາ, ທີ່ຫໍວັດທະນະທໍາ ກໍາມະກອນຂາງ ແລະເຫຼັກກ້າແຂວງຖ໋າຍງວຽນ, ຫໍພິພິທະພັນແຂວງຖ໋າຍງວຽນຂອງຫວຽດນາມ ໄດ້ສົມທົບກັບບໍລິສັດຫຸ້ນສ່ວນຂາງ ແລະເຫຼັກກ້າຖ໋າຍງວຽນ ຈັດຕັ້ງພິທີໄຂ ງານວາງສະແດງ “ພົນເອກ ຫວໍງວຽນຢາບ ກັບ ATK ຖ໋າຍງວຽນ”. 


ພາບເອກະສານ: ພົນເອກຫວໍງວຽນຢາບ ຢ້ຽມຢາມບັນດາກົມກອງເສນາຮັກຍິງ ພິທີສວນສະໜາມເມື່ອ 1/5/1973

(ພາບເອກະສານ: Vu Tao/ TTXVN)

ກ່າວຄໍາເຫັນທີ່ພິທີໄຂ, ທ່ານບຸຍຮຸຍຕວານ, ຫົວໜ້າຫໍພິພິທະພັນຖ໋າຍງວຽນ ໃຫ້ຮູ້ວ່າ: ງານວາງສະແດງຄັ້ງນີ້ ແມ່ນການເຄື່ອນໄຫວເພື່ອສະແດງຄວາມຮູ້ບຸນຄຸນ ແລະ ອາໄລຫາທ່ານພົນໂທ - ຜູ້ບັນຊາການສູງສຸດ ກອງທັງປະຊາຊົນຫວຽດນາມ, ລູກສິດຜູ້ດີເດັ່ນ ແລະ ສະໜິດສະໜົມຂອງປະທານໂຮ່ຈີມິນ. ຄຽງຄູ່ກັນນັ້ນ, ງານວາງສະແດງຍັງໂຄສະນາ, ປຸກລຸກໃຫ້ຄົນລຸ້ນໜຸ່ມໃນປັດຈຸບັນມີນໍ້າໃຈຮັກຊາດ, ມີຄວາມເອກອ້າງທະນົງໃຈຕໍ່ຊາດ, ແຂ່ງຂັນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະເຊື່ອມໂຍງເຂົ້າກັບສາກົນປັດຈຸບັນ.

        ງານວາງສະແດງຄັ້ງນີ້ ກໍແມ່ນໂອກາດເພື່ອໃຫ້ພະນັກງານ, ກໍາມະກອນ, ນັກຮຽນ, ນັກສຶກສາ, ປະຊາຊົນທ້ອງຖິ່ນ ໄປຢ້ຽມຊົມ, ຮໍ່າຮຽນ, ຊອກຮູ້ກ່ຽວກັບຊີວິດ ແລະ ພາລະກິດແຫ່ງການເຄື່ອນໄຫວປະຕິວັດຂອງທ່ານພົນເອກ - ຜູ້ບັນຊາການສູງສຸດ ຫວໍງວຽນຢາບ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top