• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ງານມະໂຫລານ ນັກຖ່າຍຮູບໜຸ່ມ 2017: ຈິນຕະນາການໃໝ່, ມູມມອງໃໝ່

ຈາກສຳເລັດຂອງງານມະໂຫລານນັກຖ່າຍຮູບໜຸ່ມ ຄັ້ງທຳອິດ ທີ່ ໄດ້ຈັດຂຶ້ນເມື່ອປີ 2015, ງານມະໂຫລານນັກຖ່າຍຮູບ ໜຸ່ມ 2017 ພາຍໃຕ້ຫົວຂໍ້ “ຈິນຕະນາການໃໝ່, ມູມມອງໃໝ່” ສ່ອງແສງ ໃຫ້ ເຫັນສະພາບການເປັນຢູ່ໃນຍຸກປະຈຸບັນ, ຄວາມສວຍງາມ ຂອງ ປະເທດຊາດ ແລະ ຜູ້ຄົນ ຫວຽດນາມ ຕາມແບບ ຂອງ ນັກຖ່າຍ ຮູບໜຸ່ມ. 
ພາຍຫຼັງປຸກລະດົມມາເປັນເວລາກວ່າ 3 ເດືອນ, ຄະນະຈັດຕັ້ງໄດ້ ຮັບຮູບທັງໝົດ 3247 ແຜ່ນ ຈາກ 658 ນັກຖ່າຍ ທີ່ມາຈາກ 62 ແຂວງ, ນະຄອນໃນທົ່ວປະເທດ ທີ່ສົ່ງມາປະກວດ. ຄະນະກຳມະ ການໂດຍແມ່ນກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ ຄັດເລືອກເອົາຈຳນວນ 180 ພາບຖ່າຍດີເດັ່ນເພື່ອ ວາງສະແດງ. 26 ພາບຖ່າຍທີ່ມີເນື້ອໃນ ແລະ ຄຸນນະພາບ ດີເດັ່ນກວ່າໝູ່ ໄດ້ ຄັດເລືອກເພື່ອຊີງລາງວັນ: 01 ຫຼຽນຄຳ, 02 ຫຼຽນເງິນ, 04 ຫຼຽນ ທອງ ແລະ 19 ລາງວັນຊົມເຊີຍ.

ທ່ານ ເວືອງຢຸຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິ ລາ ແລະ ທ່ອງທ່ຽວ ພ້ອມກັບແຂກຄົນທີ່ເຂົ້າຮ່ວມ ຕັດ ແຖບຜ້າ ໄຂງານວາງສະແດງພາຍຖ່າຍ.


ພາບຖ່າຍ “ໜໍ່ແໜງຊີວິດ” ຂອງນັກຖ່າຍຮູບ ເຈິ່ນຫວູກວາງຮຸຍ (ນະຄອນ ໂຮ່ຈີມິນ),
ໄດ້ຮັບຫຼຽນຄຳ ໃນງານມະໂຫລານນັກ ຖ່າຍ ຮູບໜຸ່ມ 2017.



ບັນດາພາບຖ່າຍດ້ວຍມູມມອງໃໝ່, ໄດ້ດຶງດູດສາຍຕາຂອງແຂກ ທີ່ມາຢ້ຽມຊົມ. 


ມູມໜຶ່ງ ຂອງ ງານວາງສະແດງພາບຖ່າຍໄດ້ຮັບລາງວັນຊົມເຊີຍ.


ງານວາງສະແດງ ເປັນທີ່ສົນໃຈ ຂອງ ຊາວຕ່າງປະເທດມາຢ້ຽມຊົມຫຼາຍພໍສົມຄວນ.  

 “ຜ່ານງານມະໂຫລານນັກຖ່າຍຮູບໜຸ່ມ 2017, ພວກເຮົາບໍ່ພຽງແຕ່ຮັບຮູ້ໄດ້ວ່າ ບັນດາພາບຖ່າຍໄດ້ປະຕິບັດດ້ວຍຄວາມປະດິດສ້າງ, ມີຊີວິດຊີວາ ແລະ ລົມຫາຍໃຈຂອງຊີວິດເທົ່ານັ້ນ, ພວກເຮົາຍັງມີການສັງເກດ, ຕີລາຄາຢ່າງຖືກຕ້ອງກ່ຽວກັບຈຳນວນນັກຖ່າຍ ຮູບໜຸ່ມ, ກ່ຽວກັບການເຄື່ອນໄຫວຂອງເຂົາເຈົ້າ, ຈາກນັ້ນ ຈຶ່ງມີ ການລະດົມກຳລັງໃຈ, ສ້າງເງື່ອນໄຫວອຳນວຍ ຄວາມສະດວກ ໃຫ້ ເຂົາເຈົ້າພັດທະນາຂຶ້ນ”.
(ທ່ານ ເວືອງຢຸຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ,
ກິລາ ແລະ ທ່ອງທ່ຽວ)
ເມື່ອຕີລາຄາກ່ຽວກັບຄຸນນະພາບຂອງງານມະໂຫລານນັກຖ່າຍຮູບໜຸ່ມ ປີນີ້, ຄະນະກວດສອບໃຫ້ຮູ້ວ່າ ຈຳນວນພາບຖ່າຍທີ່ນຳສົ່ງມາປະກວດສ່ວນຫຼາຍແມ່ນຕອບສະໜອງໄດ້ຕາມເປົ້າໝາຍທີ່ ວາງອອກ. ພິເສດ, ພາບຖ່າຍຫຼາຍພາບໄດ້ສ່ອງແສງໃຫ້ເຫັນ ສະ ພາບການເປັນຢູ່ໃນຍຸກປະຈຸບັນ, ຄວາມສວຍງາມຂອງ ປະ ເທດ ຊາດ ແລະ ຜູ້ຄົນ ຫວຽດນາມ ຕາມແບບຂອງ ນັກຖ່າຍ ຮູບໜຸ່ມ.
 
ງານມະໂຫລານນັກຖ່າຍຮູບໜຸ່ມ 2017 ເປັນໂອກາດເພື່ອໃຫ້ບັນ ດານັກຖ່າຍຮູບໜຸ່ມ ໄດ້ພົບປະແລກປ່ຽນບົດຮຽນ ແລະ ແນະນຳ ບັນດາພາບຖ່າຍຂອງຕົນ. ການວາງສະແດງບັນດາຊຸດພາບ ຖ່າຍ ທີ່ໄດ້ຮັບລາງວັນຄັ້ງນີ້ ຈະປະກອບສ່ວນໂຄສະນາຮູບພາບປະເທດ ຊາດທີ່ສວຍງາມ, ຜູ້ຄົນ ຫວຽດນາມ ຕໍ່ເພື່ອນມິດສາກົນ ເມື່ອ ມາ ຢາມ ຫວຽດນາມ.
 
ງານວາງສະແດງບັນດາພາບຖ່າຍທີ່ໄດ້ຮັບລາງວັນໃນງານມະໂຫລານນັກຖ່າຍຮູບໜຸ່ມ 2017 ໄດ້ໄຂຂຶ້ນແຕ່ວັນທີ 10-16 ຕຸລາ 2017 ທີ່ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ, ເຮືອນເລກທີ 29 ຖະໜົນ ຮ່າງບ່າຍ, ຮ່າໂນ້ຍ. 


ຫຼຽນຄຳ: ໜໍ່ແໜງຊີວິດ - ເຈິ່ນຫວູກວາງຮຸຍ (ນະຄອນ ໂຮ່ຈີມິນ).


ຫຼຽນເງິນ: ສີສັນ ຕາມແທງ - ເລຈ້ອງຄາງ (ກວາງນາມ).


ຫຼຽນທອງ: ລະດູບານໃໝ່ຢູ່ບ້ານເກີດເມືອງນອນ - ຫງວຽນກວາງຮຸຍ (ນາມດິ້ງ).


ຫຼຽນທອງ: ຜັກ, ໝາກໄມ້ ຫວຽດ - ໂຮ່ດັງຄວາ (ບິ່ງຖ້ວນ).


ລາງວັນຊົມເຊີຍ: ເດັກລ້ຽງງົວຄວາຍ - ຈູຫວຽດບັກ (ຮ່າຢາງ).


ພາບຖ່າຍວາງສະແດງ: ອາຊີບປັ່ນໄໝ - ຫງວຽນຢາຮຸຍ (ບັກນິງ).


ພາບຖ່າຍວາງສະແດງ: ເຮົາຊະນະແລ້ວເດີ - ຫງວຽນຮວ່າງຟີ (ບ່າເຣ້ຍ - ຫວຸງເຕົ່າ).


ພາບຖ່າຍວາງສະແດງ: ເຊີນຈ່າ ໃນລະດູດອກໄມ້ບານ - ຮວິ່ງວັນຈ່ວຽນ (ດ່າໜັງ).


ພາບຖ່າຍວາງສະແດງ: ພາຍໃຕ້ລົມພາຍຸ - ຫງວຽນແມ້ງຕວັນ (ດ່າໜັງ).


ພາບຖ່າຍວາງສະແດງ: ບົດລະຄອນໃນຍາມລາຕີ - ໂນງແທງຕວ່ານ (ເທື່ອທຽນເຫວ້).


ພາບຖ່າຍວາງສະແດງ: ຫັນໄປສູ່ ເຈື່ອງຊາ - ດິງຫວຽດຖັ໋ງ (ບິ່ງຖ້ວນ).


ພາບຖ່າຍວາງສະແດງ: ທົ່ງດອກໄມ້ - ຈິ້ງທູຫງວຽນ (ດ່າໜັງ).


ພາບຖ່າຍວາງສະແດງ: ນັກດຳນຳ້ - ເລຫງອກເຊີນ (ຫວິງລອງ).


ພາບຖ່າຍວາງສະແດງ: ຕອນກາງຄືນຢູ່ ດົ່ງເຈົາ - ຫງວຽນຮວ່າງລິງ (ຮ່າໂນ້ຍ). 
 
ປະຕິບັດໂດຍ: ຫວຽດເກື່ອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top