• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ງານບຸນວັງ ຟູໄຢ່

ຊາວ ຫວຽດນາມ ມີສຳນວນວ່າ: “ເດືອນສິງຫາແຈກເຂົ້າຫາພໍ່, ເດືອນມີນາແຈກເຂົ້າຫາແມ່”. ແຕ່ລະປີ ເມື່ອເຖິງເດືອນມີນາ, ຄົນ ຫວຽດນາມ ຈະຈັດພິທີແຈກເຂົ້າຫາແມ່ເພື່ອຈາລຶກຄຸນງາມ ຄວາມດີຂອງເຈົ້າແມ່ ລ້ຽວແຮ້ງ. ຢູ່ ຫວຽດນາມ, ການບູຊາເຊື່ອຖືເຈົ້າແມ່ມີຢູ່ຫຼາຍແຫ່ງ, ແຕ່ ນາມດິ້ງ ຖືວ່າ ແມ່ນຈຸດສູນລວມດ້ວຍສາຖານທີ່ບູຊາ 400 ແຫ່ງ. ແຕ່ລະປີ, ງານບຸນຟູໄຢ່ ໄດ້ຮັບການ ຈັດຂຶ້ນແຕ່ວັນທີ 3-8 ເດືອນມີນາຕາມຈັດທະປະຕິທິນ, ນີ້ແມ່ນ ໂອກາດເພື່ອໃຫ້ນັກທັດສະນາຈອນມາຊອກຮູ້ ແລະ ຈາລຶກ ຄຸນງາມຄວາມດີຂອງເຈົ້າແມ່ ລ້ຽວແຮ້ງ.
ຟູໄຢ່ ຢູ່ຕາແສງ ກີມຖ໋າຍ, ເມືອງ ຫວູ້ບ້ານ, ແຂວງ ນາມດິ້ງ ແມ່ນກຸ່ມສະຖາປັດຕະຍະກຳທີ່ມີຊື່ສຽງໂດ່ງດັງກ່ຽວພັນເຖິງຄວາມເຊື່ອຖືບູຊາເຈົ້າແມ່ຜູ້ພິທັກທັງສາມຂອງຊາວ ຫວຽດນາມ. ຢູ່ທີ່ນີ້, ທຸກໆ ການເຄື່ອນໄຫວທີ່ກ່ຽວພັນເຖິງຄວາມເຊື່ອຖືບູຊາເຈົ້າແມ່ໄດ້ຈັດຂຶ້ນຕະຫຼອດປີ, ໃນນັ້ນ ວັງເມືອງ ໄຢ່ (ຟູໄຢ່) ແມ່ນໃຈກາງຂອງການປະຕິບັດກິດຈະກຳບູຊາເສັ່ນໄຫວ້ນີ້. 

ວັງ ຕຽນເຮືອງ ເປັນໃຈກາງຂອງບັນດາການເຄື່ອນໄຫວໃນງານບຸນວັງ ຟູໄຢ່. ພາບ: ກົງແຄງ


ຄວາມເບີກບານມ່ວນຊື່ນຂອງຊາວບ້ານ ຟູໄຢ່ ໃນພິທີແຫ່ທວນໄຟ. ພາບ: ເຕິດເຊີນ


ຂະບວນການແຫ່ທວນໄຟໄປອ້ອມບໍລິເວັນວັງ ຟູໄຢ່ ແກ່ຍາວເຖິງກວ່າ 3 ກິໂລແມັດ.
ແປວໄຟໃນພິທີແຫ່ທວນໄຟ
ສ້າງຄວາມໄວ້ເນື້ອເຊື່ອໃຈ,
ຄວາມມຸ່ງຫວັງຕໍ່ຊີວິດເຕັມໄປດ້ວຍຄວາມສຸກ,  ຄວາມອີ່ມໜຳສຳລານ ໃຫ້ແກ່ໝົດທຸກຄົນ. ພາບ: ກົງດາດ



ຄວາມເບີກບານມ່ວນຊື່ຂອງ “ແທງດົ່ງ” ເຈີ່ນທິກິມເຫວ້ ໃນພິທີແຫ່ທວນໄຟ. ພາບ: ກົງດາດ


ງານບຸນວັງ ຟູໄຢ່ ເຕັມໄປດ້ວຍທຸງ ແລະ ດອກໄມ້. ພາບ: ກົງແຄງ


ໂຕມັງກອນທີ່ໄດ້ສານດ້ວຍໝາກປຸມເປົ່າ ໄດ້ປ່ອຍບິນຂຶ້ນສູ່ທ້ອງ
ຟ້າ ຖືຄວາມ ໝາຍວ່າ ເຈົ້າແມ່ສາມອົງບິນຂຶ້ນສູ່ທ້ອງຟ້າແລ້ວ. ພາບ: ເຕິດເຊີນ



ນັກທັດສະນາຈອນໄດ້ທຳພິທີໄຫວ້ບູຊາຢູ່ ວັງ ຕຽນເຮືອງ. ພາບ: ເຕິດເຊີນ


ໄປນຳໜ້າໃນຂະບວນການແກ່ເຈົ້າແມ່ໃນງານບຸນວັງ ຟູໄຢ່
ແມ່ນພະອາຈານຄົນໜຶ່ງ ແລະ ພະສົງ 2 ຄົນ. ພາບ: ກົງດາດ



ຄານຫາມເຈົ້າແມ່ ລ້ຽວແຮ້ງ ເລີ່ມເດີນອອກມາແຕ່ວັດ ຕຽນເຮືອງ. ພາບ: ກົງດາດ


ຄານຫາມເຈົ້າແມ່ ເທື້ອງງ່ານ. ພາບ: ເຈິ່ນແທງຢາງ


ຄານຫາມເຈົ້າແມ່ຖວາຍ. ພາບ: ເຈິ່ນແທງຢາງ


ຂະບວນການແຫ່ເຈົ້າແມ່ ລ້ຽວແຮ້ງ ໄດ້ຖືຜ້າບີງສີແດງ, ຜູ້ຫາບຄານຫາມກໍ່ໄດ້ນຸ່ງເຄື່ອງສີແດງ. ພາບ: ເຈິ່ນແທງຢາງ
 

ພິທີແຫ່ຄານຫາມເຈົ້າແມ່ ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນ
ແຂວງ ນາມດິ້ງ ແລະ ນັກທັດສະນາຈອນດ້ວຍຈຳນວນຫຼວງຫຼາຍ. ພາບ: ເຈິ່ນແທງຢາງ



ຂະບວນການແຫ່ເຈົ້າແມ່  ເລີ່ມເດີນອອກຈາກວັງ ຕຽນເຮືອງ ໄປຫາວັດ ຕຽນເຮືອງ.​ ພາບ: ກົງແຄງ


ຂະບວນການແຫ່ເຈົ້າແມ່ ຢູ່ວັດ ຕຽນເຮືອງ.​ ພາບ: ເຕິດເຊີນ


ຂະບວນການແຫ່ເຈົ້າແມ່ ລ້ຽວແຮ້ງ ເຂົ້າໄປວັດ ຕຽນເຮືອງ.​ ພາບ: ເຕິດເຊີນ


ປະຊາຊົນໄປເຂົ້າຮ່ວມງານບຸນວັງ ຟູໄຢ່. ພາບ: ເຈິ່ນແທງຢາງ


ຂະບວນການແຫ່ເຈົ້າແມ່ ກັບມາວັງ  ຕຽນເຮືອງ.​ ພາບ: ກົງດາດ

ຢູ່ ຫວຽດນາມ, ການບູຊາເຊື່ອຖືເຈົ້າແມ່ ລ້ຽວແຮ້ງ  ມີຢູ່ຫຼາຍແຫ່ງ, ແຕ່ ຟູໄຢ່ ຖືວ່າ ແມ່ນຈຸດສູນລວມ ຂອງການປະຕິບັດກິດຈະກຳ ບູຊາເສັ່ນໄຫວ້ນີ້. ນັກຄົ້ນຄວ້າວັດທະນະທຳ ເຫັນວ່າ ງານບຸນ ວັງຟູໄຢ່ ແມ່ນສ່ວນໜຶ່ງທີ່ສຳຄັນສ້າງເປັນ “ບົດບັນເລງເພງ ກ່ຽວກັບປະ ຫວັດ ພະນາງລ໊ຽວແຮ້ງ”. ສິ່ງນີ້ໄດ້ພິສູດໃຫ້ເຫັນວ່າ ວັງຟູໄຢ່ ແມ່ນໃຈກາງ ຂອງ ມໍລະດົກການບູຊາເຈົ້າແມ່ ຜູ້ພິທັກທັງສາມ ຂອງ ຊາວຫວຽດນາມ.
 
ເມືອງທັງສາມ ປະກອບມີ: ທຽນຝູ (ເມືອງຟ້າ), ຍາກຝູ (ເມືອງ ພູສູງ) ແລະ ຖວາຍຝູ (ເມືອງບາດານ). ຜູ້ເປັນປະມຸກ ຂອງ ແຕ່ ລະເມືອງ ແມ່ນເຈົ້າແມ່ ເປັນຜູ້ປົກຄອງຄື: ເຈົ້າແມ່ “ເທື້ອງ ທຽນ” ເປັນຜູ້ປົກຄອງທ້ອງຟ້າ, ເຈົ້າແມ່ “ເທື້ອງງ່ານ” ເປັນຜູ້ ເບິ່ງແຍງດູແລ ເຂດພູສູງ ແລະ ເຈົ້າແມ່ “ຖວາຍ” ເປັນຜູ້ ປົກ ຄອງ ແມ່ນ້ຳ ລຳເຊ.
ໃນໄລຍະງານບຸນ, ວັງຟູໄຢ່ ໄດ້ຮັບການປະດັບປະດາຢ່າງສະຫງ່າງາມ. ນັກທ່ອງທ່ຽວມາເຂົ້າຮ່ວມກໍ່ຫຼາຍກວ່າປົກກະຕິ. ເຂົາເຈົ້າມານີ້ ເພື່ອຂໍຈະໄດ້ຮັບຄວາມໂຊກດີ, ສຸຂະພາບທີ່ເຂັ້ມແຂງ.
 
ໃນງານບຸນ, ນັກທ່ອງທ່ຽວ ກໍ່ໄດ້ຮັບຊົມບັນດາລາຍການທີ່ໜ້າຈັບໃຈຄື: ພິທີແຫ່ທວນໄຟ, ພິທີແຫ່ເຈົ້າແມ່, ພິທີເສ່ັນໄຫວ້, ເຂົ້າທຽມ, ຂັບລຳ ແລະ ຫຼາຍງານບຸນຕ່າງໆ ອີກດ້ວຍ.
 
ພິທີແຫ່ທວນໄຟ ໄດ້ຈັດຂຶ້ນໃນຕອນຄຳ່ວັນທີ 3 ເດືອນ 3 ຕາມ ຈັນທະປະຕິທິນ. ພິທີດັ່ງກ່າວ ມີມາແຕ່ດົນແລ້ວ ແລະ ນັບມື້ນັບໄດ້ຮັບການຈັດຕັ້ງດ້ວຍຂະໜາດໃຫຍ່ກວ່າເກົ່າ. ແປວໄຟຈະໄດ້ຂໍຈາກ ວັງ ຕຽນເຮືອງ ແລ້ວໄຕ້ໃຫ້ທວນໄຟ 1.000 ໜ່ວຍ ແລະ ມອບໃຫ້ປະຊາຊົນໃນຂົງເຂດແຫ່ໄປອ້ອມບໍລິເວັນ ຂອງ ວັງຟູໄຢ່. ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍຈຸດປະສົງ ຢາກສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມມຸ່ງຫວັງຕໍ່ຊີວິດເຕັມໄປດ້ວຍຄວາມສຸກ,  ຄວາມອີ່ມໜຳສຳລານ ໃຫ້ແກ່ໝົດທຸກຄົນ.
  
ພິເສດໃນບຸນວັງ ຟູໄຢ່, ພິທີແຫ່ເຈົ້າແມ່ ແມ່ນພິທີສຳຄັນກວ່າໝູ່. ຮູບປັ້ນເຈົ້າແມ່ທັງສາມຈະໄດ້ແຫ່ດ້ວຍຄານຫາມແຕ່ວັງເຈົ້າແມ່ ຕຽນເຮືອງ ອອກໄປຫາວັດ ຕຽນເຮືອງ ແລ້ວກັບຄືນ. 

ງານບຸນວັງ ຟູໄຢ່ ໄດ້ອົງການ ຢູແນັສໂກ ຮັບຮອງເປັນ ມໍລະດົກວັດທະນະທຳບໍ່ມີຕົວຕົນຂອງມະນຸດ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ ວັດທະນະທຳ ຂອງຊາວ ຫວຽດນາມ ມີສີສັນຫຼາຍກວ່າ.

ພິທີແຫ່ເຈົ້າແມ່ ໄດ້ໄຂຂຶ້ນຢ່າງຟົດຟື້ນ ດ້ວຍການເຂົ້າຮ່ວມຂອງປະຊາຊົນ ແລະ ນັກທ່ອງທ່ຽວຫຼາຍພັນຄົນ. ພິເສດ, ໃນຂະບວນການແຫ່ດັ່ງກ່າວ, ແຕ່ວັງ ຕຽນເຮືອງ ມີມັງກອນ 3 ໂຕທີ່ສານດ້ວຍໝາກປຸມເປົ່າ ໄດ້ປ່ອຍບິນຂຶ້ນສູ່ທ້ອງຟ້າ, ສິ່ງດັ່ງກ່າວ ມີຄວາມ ໝາຍວ່າ ເຈົ້າແມ່ສາມອົງບິນຂຶ້ນສູ່ທ້ອງຟ້າແລ້ວ. 

 

“ແທງດົ່ງ” ຫງວຽນເຕິດກິມຮຸ່ງ ພວມທຳພິທີເຂົ້າທຽມ ຢູ່ ວັງ ຕຽນເຮືອງ. ພາບ: ເຈິ່ນແທງຢາງ


ນັກທ່ອງທ່ຽວໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ງານບຸນຟູໄຢ່. ພາບ: ເຈິ່ນແທງຢາງ


ການລຽງຕົວໜັງສືໃນບຸນວັງ ຟູໄຢ່ ດ້ວຍຫົວໜັງສື “ທຽນ” ໄດ້ຮັບການຈັດຂຶ້ນຢູ່ວັງ ຕຽນເຮືອງ. ພາບ: ຫງວຽນລອງຮືງ
 
ປະຕິບັດ: ເຕິດເຊີນ, ແທງຢາງ, ກົງດາດ, ກົງແຄງ, ຫງວຽນລອງຮືງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top