• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ງານບຸນຖະຫວາຍຜ້າປ່າ Kathina

ງານບຸນຖະຫວາຍຜ້າປ່າ Kathina ຕາມທັດສະນະ ຂອງພຸດທະສາສະໜາຝ່າຍ ເຖຣະວາດ ຫຼື ພຸດທະສາສະ ໜາຝ່າຍ ຫິນະຍານ ແມ່ນສາສະນິກະຊົນ ຖະຫວາຍຜ້າໄກ (ຜ້າສະວົງ) ແລະ ເຄື່ອງໄຫ້ວຖະຫວາຍໃຫ້ພະສົງ ເພື່ອມີຄວາມຜູກພັນໄມຕີສະໜິດກັນ. ງານບຸນທີ່ເປັນເອກະລັກດັ່ງກ່າວນີ້ ຈັດຂຶ້ນທີ່ວັດຂະແມ ຢູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ ເປັນການດຶງດູດຊາວສາສະນິກະຊົນ ທຸກຫົນແຫ່ງໃນທົ່ວປະເທດ ມາເຂົ້າຮ່ວມຢ່າງຫຼວງຫຼາຍ.
Kathina -ໃນຫຼັກພາສາຂອງພຸດທະສາສະໜາຫິນະຍານ, ການສືບສານຕຳນານສວດມົນ ແລະ ການສວດມົນ ຖືວ່າມີຄວາມເຄັ່ງຄັດ, ມີຄວາມໝັ້ນຄົງ. ພິທີຖະຫວາຍຜ້າປ່າຂອງສາສະນິກະຊົນຊາວ ຂະແມ ຈະມີຄວາມເມດຕາກັນຢ່າງຫຼວງຫຼາຍ ແລະ ພະສົງກໍຈະເປັນຜູ້ຮັບຜ້າສະບົງ ໃນຫຼັກຂອງການບວດ.
 
ໃນມູນເຊື້ອວັດທະນະທຳຊົນເຜົ່າຂະແມ, ໃນປີໜຶ່ງ ແຕ່ລະວັດຈະໄດ້ຈັດງານບຸນງານບຸນຖະຫວາຍຜ້າປ່າ ໜຶ່ງຄັ້ງ, ຈະຈັດວັນໃດກໍໄດ້ໃນຊ່ວງໄລຍະເວລາຫຼັງຈາກລະດູຈຳສິນ (ເວລາ 3 ເດືອນ ຄູບາຈະເຕົ້າໂຮມກັນຢູ່ວັດຈຳສິນ ເພື່ອສຶກສາຮໍ່າຮູ້ ຄວາມດຸໝັ່ນຂະຫຍັນພຽນ) ແລ້ວຈົບການຈຳສິນ. ພິທີຖະຫວາຍຜ້າປ່າ ຂອງພຸດທະສາສະໜາຝ່າຍ ຫິນະຍານຂະແມ ໂດຍມາຈາກພະພຸດທະເຈົ້າອົງໜຶ່ງ ເປັນຜູ້ລິເລີ່ມກໍ່ຕັ້ງ ແລະ ແຈ້ງຂ່າວມາຍັງຄູບາເລື່ອງເວລາຈັດພິທີຮັບຜ້າສະບົງ.
 
ໃນຊ່ວງໄລຍະເວລາຈົບລະດູຈຳສິນຂອງປີນີ້, ພິທີຖະຫວາຍຜ້າປ່າໄດ້ສ້າງຄວາມປະທັບໃຈ ອັນດູດດື່ມ,  ບໍ່ພຽງແຕ່ສາສະນິກະຊົນຂະແມ ຢູ່ຂົງເຂດພາກໃຕ້ ຍັງມີສາສະນິກະຊົນຢູ່ບັນດາແຂວງພາກເໜືອ ຄື: ຮ່າຢາງ, ລາວກາຍ, ອຽນບ່າຍ, ນາມດິ້ງ... ໄດ້ພ້ອມກັນມາເຕົ້າໂຮມຢູ່ວັດຂະແມ ທີ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ດົ່ງໂມ, ເຊີນເຕີຍ, ຮ່າໂນ້ຍ).
 
ກ່ອນຈະເລີ່ມພິທີງານບຸນ, ພະສົງ ແລະ ບັນດາສາສະນິກະຊົນ ຈະຈັດຂະບວນແຫ່ຜ້າໄກສາມຮອບ ແລະ ເຄື່ອງໄຫ້ວບູຊາຕ່າງໆ ຄື: ຢາ, ໝາກໄມ້....ແຫ່ອ້ອມຮອບບໍລິເວນວັດ. ຫຼັງຈາກນັ້ນ ພິທີຖະຫວາຍຜ້າປ່າຈະ ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ໃນສິມ. ໃນນັ້ນ ມີຄູບາອົງໜຶ່ງ ທີ່ເປັນຕົວແທນ ໄດ້ອະທິບາຍຄວາມໝາຍກ່ຽວກັບພິທີ ຖະຫວາຍຜ້າປ່າ ແລະ ສວດມົນໃຫ້ພອນແກ່ ຄອບຄົວບັນດາສາສະນິກະຊົນທັງຫຼາຍ.

ພິທີງານບຸນຖະຫວາຍຜ້າປ່າໄດ້ຈັດຂຶ້ນທີ່ວັດຂະແມ ຢູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ,
ເປັນງານບຸນໃຫຍ່ ແລະ ສຳຄັນຂອງບັນດາສາສະນິກະຊົນ ນັບຖືພຸດທະສາສະໜາຫິນະຍານ.



ສາສະນິກະຊົນນັບຖືສາສະໜາພຸດ ນຸ່ງເຄື່ອງ ແຕ່ງຕົວ ງາມທີ່ສຸດ ພາກັນມາເຕົ້າໂຮມຢູ່ວັດຂະແມ ເພື່ອສະແດງ
ຄວາມຍິນດີກັບພະສົງ ຫຼັງຈາກສາມເດືອນທີ່ປະຕິບັດທຳ
(ສາມເດືອນຈຳສິນ) ໃນງານພິທີຖະຫວາຍຜ້າປ່າ.



ສາສະນິກະຊົນຖືສາສະໜາພຸດ ເພື່ອສະແດງຄວາມ ຍິນດີກັບພະສົງ ຫຼັງຈາກສາມເດືອນຈຳສິນ.

 

ສາສະນິກະຊົນ ຖືສາສະໜາພຸດກະກຽມຊໍ່ດອກໄມ້ງາມໆ ໄຫ້ວໃນວັດໃນວັນບຸນຖະຫວາຍຜ້າປ່າ.


ໃນວັນບຸນຖະທວາຍຜ້າປ່າ, ບັນດາສາສະນິກະຊົນ ເຂົ້າວັດເຄນຜ້າໄກ ແລະ ເຄື່ອງໄຫ້ວບູຊາ ເພື່ອຊ່ວຍເຫຼືອ
ເຊິ່ງກັນ ແລະ ກັນໃນຍາມທຸກສຸກ ແລະ ຮູ້ບຸນຄຸນຜູ້ທີ່ບວດ
.



ລະບຽບໜຶ່ງທີ່ບັງຄັບໃຊ້ ໃນງານບຸນຖະຫວາຍຜ້າປ່າທີ່ຈະຕ້ອງໄດ້ເຮັດນັ້ນຄື ການເຄນຜ້າໄກໃຫ້ໃນວັດ.
ສຳລັບເຄື່ອງໄຫ້ວບູຊາ ແມ່ນສາສະນິກະຊົນຈະນຳເອົາໄປບູຊາຢູ່ໃນວັດ ແລະ ຈະບໍ່ເຄນໃຫ້ຄູບາໂດຍກົງ.



ພາອາຫານເຈ ໜຶ່ງພາ ນຳເອົາໄປວັດໃນງານບຸນຖະຫວາຍຜ້າປ່າ.


ສາສະນິກະຊົນຖືສາສະໜາພຸດ ພາກັນນຳເອົາເຄື່ອງ ບໍລິຂານໃສ່ໂຈມເທິງຫົວ ແລະ ແຫ່ຜ້າໄຕຖະຫວາຍວັດ.


ໃນຈິດໃຈບໍລິສຸດຂອງສາສະນິກະຊົນ ຖືພຸດທະສາ ສະໜາຫິນະຍານ,
ການໄຫວ້ບູຊາຈະສ້າງໃຫ້ ມີຄວາມເປັນມິດທີ່ດີຢ່າງຫຼວງຫຼາຍ.



ງານບຸນຖະຫວາຍຜ້າປ່າໄດ້ຈັດຕັ້ງຂຶ້ນຢູ່ໃນສິມ ຢ່າງຍິ່ງໃຫຍ່ ແລະ ເປັນລະບົບລະບຽບ.



ສາສະນິກະຊົນຖືສາສະໜາພຸດ ເຕົ້າໂຮມເປັນລວມສູນກັນຢູ່ໃນສິມ,
ໃນນັ້ນປະກອບມີເຄື່ອງໄຫ້ວບູຊາ ເພື່ອຮັບບຸນຈາກຜູ້ທີ່ບວດ.



ງານບຸນຖະຫວາຍຜ້າປ່າ ບໍ່ພຽງແຕ່ເປັນໂອກາດຂອງຜູ້ຖືສາສະໜາພຸດ ເປັນການຕອບແທນບຸນຄຸນຕໍ່ພະສົງ, 
ຍັງເປັນໂອກາດສຳລັບຜູ້ບວດ ລະນຶກເຖິງບຸນຄຸນ ຜູ້ມີສັດທາເຄນເຄື່ອງບໍລິຂານໃຫ້ວັດ.



ດອກໄມ້ຊໍ່ງາມທີ່ສຸດ ໄດ້ບູຊາກາບໄຫວ້ຢູ່ແທ່ນ ພະພຸດທະຮູບ ໃນວັນບຸນຖະຫວາຍຜ້າປ່າ.



ບັນດາຄູບາ ສວດມົນໃຫ້ພອນແກ່ຄອບຄົວບັນດາສາສະນິກະຊົນທັງຫຼາຍ.



ຫຼັງຈາກພິທີຢູ່ໃນສິມສິ້ນສຸດ, ພະສົງໄດ້ຈັດພິທີຕັກບາດ ເປັນມູນເຊື້້ອວັດທະນະທຳ
ທີ່ສືບສານກັນມາຫຼາຍກວ່າ ສອງພັນປີ ສຳລັບພຸດທະສາສະໜາຝ່າຍຫິນະຍານ.



ຄົນຂະແມ ມີທັດສະນະວ່າ ງານບຸນຖະຫວາຍຜ້າປ່າ,  ເປັນວັນບຸນໃຫຍ່ໜຶ່ງຂອງວົງຄະນະຍາດ.



ມະຫະກຳງານບຸນຖະຫວາຍຜ້າປ່າ ໄດ້ນຳຄວາມ ສຸກໃຫ້ແກ່ທຸກຄົນ ຖືພຸດທະສາສະໜາຝ່າຍຫິນະຍານ.

ໃນວັນງານບຸນ, ສາສະນິກະຊົນຖືສາສະໜາພຸດ ເຄນຜ້າ ໄກໃຫ້ວັດແລ້ວ, ຍັງເຄນເຄື່ອງອຸປະກອນຮັບໃຊ້ ການດຳ ລົງຊີວິດປະຈຳວັນຂອງພະສົງອີກດ້ວຍ. ອະທິບາຍຄວາມໝາຍກ່ຽວກັບຜ້າສະບົງໃນງານບຸນ, ເຈົ້າອາວາດທິກຢາກວາງ, ຮອງປະທານສະພາພຸດທະສາສະໜາສູນກາງ ອົງການພຸດທະສາສະໜາໃຫ້ຮູ້ວ່າ: ງານບຸນຖະຫວາຍຜ້າປ່າ ໃນພຸດທະສາສະດາ ສ່ອງແສງໃຫ້ເຫັນເຖິງຫຼາກຫຼາຍຄວາມໝາຍຂອງງານບຸນຖະຫວາຍຜ້າປ່າທີ່ສືບທອດກັນມາຕັ້ງແຕ່ພະພຸດທະເຈົ້າຍັງມີຊີວິດຢູ່. ຜ້າສະບົງໄດ້ຕັດໃຫ້ເປັນຮູບຄ້າຍຄືນາ. ໃນເມື່ອຜູ້ຄົນເຊື່ອຖືສາສະໜາພຸດມີການຖະຫວາຍຜ້າໄກໃຫ້ວັດ, ຈະໄດ້ຮັບສິ່ງຕອບບຸນແທນຄຸນຢ່າງຫຼວງຫຼາຍ ສະນັ້ນຈິ່ງໄດ້ເອີ້ນຜ້າສະບົງນັ້ນວ່າຜ້າໄກຢ່າງສົມບູນ.
 
ໃນເມື່ອສາສະນິກະຊົນຖືສະສະໜາພຸດຢູ່ທາງພາກເໜືອ ໄດ້ເຂົ້າຮ່ວມງານບຸນດັ່ງກ່າວ ເຮັດໃຫ້ເຂົາເຈົ້າຮັບຮູ້ ເຂົ້າໃຈອັນເລິກເຊິ່ງກ່ຽວກັບຝ່າຍພຸດທະສາສະໜາຝ່າຍຫິນະຍານ ຢູ່ຂົງເຂດພາກໃຕ້. ງານບຸນຖະຫວາຍຜ້າປ່າ ບໍ່ພຽງແຕ່ເປັນການອະນຸລັກຮັກສາຄຸນຄ່າອັນດີງາມຂອງສາສະໜາພຸດເທົ່ານັ້ນ ຍັງສ້າງຄວາມສະໜິດຕິດແທດ ແລະ ຮັກແພງສາມັກຄີຂອງທົ່ວປວງຊົນນັບຖືສາສະໜາພຸດໃນຫວຽດນາມ./.
ບົດ: ທຸກຮ່ຽນ - ພາບ: ຫວຽດເກື່ອງ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top