• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ງານບຸນຍິງທະນູທົ່ວນະຄອນ ໂຮ່ຈີມິນ ປີ 2014

ຫວ່າງແລ້ວນີ້, ສະໂມສອນຍິງທະນູ ຫໍວັນທະນະທຳຊາວໜຸ່ມ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງ “ງານບຸນຍິງທະນູທົ່ວນະຄອນ ປີ 2014” ສຳລັບໃຫ້ແກ່ ຊາວໜຸ່ມ ຜູ້ທີ່ມີ ຄວາມຮັກມັກກິລາດັ່ງກ່າວນີ້. ທີ່ງານບຸນ, ບັນດານັກຍິງ ທະນູ ຈະໄດ້ຄົ້ນຫາ ແລະ ຊອກຮູ້ກ່ຽວກັບສິລະປະການຍິງທະນູ ຂອງບັນດາ ນັກຍິງທະນູມາຈາກບັນດາປະເທດຄື: ອັງກິດ, ເກຣັກ, ຍີ່ປຸ່ນ, ເກົາຫຼີ …

 

ທ່ານ ຫງວຽນຕຽນແຢງ, ຫົວໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ ງານບຸນຍິງທະນູຄັ້ງນີ້ ຊ່ວຍເຮັດໃຫ້ນັກຍິງທະນູໜຸ່ມຫຼາຍຄົນ ມີໂອກາດໄດ້ແຂ່ງຂັນກັບຄູ່ຕໍ່ສູ້ທີ່ມີລະດັບແຕກຕ່າງກັນ ຜ່ານຫຼາຍປະເພດແຂ່ງຂັນ, ຊ່ວຍກັນຍົກສູງຄວາມສາມາດດ້ານ ການ ຍິງທະນູອີກດ້ວຍ.

ເຂົ້າຮ່ວມມີນັກຍິງທະນູ 40 ຄົນມາຈາກຫຼາຍຂົງເຂດໃນນະຄອນຄື: ເມືອງ ບິ່ງແທກ, ເມືອງ 5, ເມືອງ 7, ເມືອງ 1 … ບັນດານັກຍິງທະນູ ຈະມີໂອກາດແຂ່ງກັນຢູ່ບັນດາປະເພດຍິງທະນູ ໂອແລມປິກ ຕາມລະບຽບການແຂ່ງຂັນ 3 ຮອບຍິງ 3 ເທື່ອແລ້ວເກັບເອົາຄະແນນ ຢູ່ໄລຍະຫ່າງ 12 ແມັດ, 15 ແມັດ ແລະ 18 ແມັດ. ນອກຈາກນັ້ນ ຍັງມີປະເພດ ຍິງທະນູ ໜຶ່ງຕໍ່ໜຶ່ງ ຄັດເລືອກໂດຍກົງ.


ຄະນະຈັດຕັ້ງປະກາດກົດລະບຽບການແຂ່ງຂັນໃຫ້ແກ່ນັກຍິງທະນູທີ່ມາເຂົ້າຮ່ວມ.

ນັກຍິງທະນູຜູ້ໜຶ່ງ ພວມກະກຽມກ່ອນເວລາອອກແຂ່ງຂັນ.

ບັນດານັກຍິງທະນູເຂົ້າຮ່ວມໃນປະເພດຍິງທະນູຢູ່ລະຍະຫ່າງ 15 ແມັດ.

ນັກຍິງທະນູຊາວ ແອັສປາຍ ເຂົ້າຮ່ວມໃນງານບຸນຍິງທະນູ.

ນັກຍິງທະນູ ພວມແຂ່ງຂັນ.

ນັກຍິງທະນູ ດ່ວານທິເລ້, ຜູ້ທີ່ຄອງຊະນະເລີດໃນການແຂ່ງຂັນຍິງທະນູປະເພດ 15 ແມັດ.

ຄະນະກຳມະການພວມໃຫ້ຄະແນນ.

ບັນດາສະມາຊິກຂອງສະໂມສອນຍິງທະນູ ຫໍວັດທະນະທຳ ຊາວໜຸ່ມ ພວມສະແດງບັນດາພິທີການຍິງທະນູຂອງ ຍີ່ປຸ່ນ.

ນັກຍິງທະນູ ແອງຮ່ວາງ ພວມສະແດງເຕັກນິກການຍິງທະນູຂອງ ຍີ່ປຸ່ນ.

ນັກຍິງທະນູຄົນໜຶ່ງພວມສະແດງເຕັກນິກການຍິງທະນູມູນເຊື້ອຂອງ ຫວຽດນາມ.

ນັກຍິງທະນູຄົນໜຶ່ງ ພວມສະແດງເຕັກນິກການຍິງທະນູມູນເຊື້ອຂອງ ມົງໂກນ.

ທະນູຫຼາຍຊະນິດໄດ້ວາງສະແດງທີ່ງານບຸນ.
ນອກຈາກການແຂ່ງຂັນ ລະຫວ່າງ ບັນດານັກຍິງທະນູ ຍັງມີການແນະນຳ ແລະ ຍິງທົດລອງທະນູມູນເຊື້ອຫຼາຍຊະນິດ ຂອງ ບັນດາປະເທດໃນໂລກອີກດ້ວຍ. ຜູ້ທີ່ມີຄວາມຮັກມັກກັບປະເພດກິລາດັ່ງກ່າວ ຈະມີໂອກາດໄດ້ຊົມເບິ່ງທະນູ ແລະ ລູກທະນູ ຫຼາຍຊະນິດ ໄດ້ເອົາມາຈາກບັນດາປະເທດໃນໂລກຄື: ອັງກິດ, ເກຣັກ, ຍີ່ປຸ່ນ, ເກົາຫຼີ …

ປະທັບໃຈທີ່ສຸດໃນງານບຸນຄັ້ງນີ້ ແມ່ນລາຍການແນະນຳ ແລະ ສະແດງເຕັກນິກການຍິງທະນູ Kyudo ຂອງ ຍີ່ປຸ່ນ. ບັນດາສະມາຊິກຂອງສະໂມສອນຍິງທະນູ ຫໍວັດທະນະທຳ ຊາວໜຸ່ມ ໄດ້ສະແດງການຍິງທະນູ Yumi ພ້ອມກັບພິທີການ ຍິງ ທະນູ ພື້ນຖານຈຳນວນໜຶ່ງ, ຊ່ວຍເຮັດໃຫ້ຜູ້ຊົມ ມີໂອກາດໄດ້ຮັບຊົມພິທີການຍິງທະນູໜຶ່ງ ທີ່ເຕັມໄປດ້ວຍຄວາມ ມະໂນຈິດ, ມູນເຊື້ອຂອງຊາວ ຍີ່ປຸ່ນ.

ທະນູ Yumi ເປັນທະນູພື້ນເມືອງຊະນິດໜຶ່ງຂອງ ຍີ່ປຸ່ນ, ມີຄວາມຍາວ 2,7 ແມັດ ແລະ ໄດ້ຮັບຖືເປັນທະນູ ຊະນິດທີ່ຍາວ ທີ່ສຸດໃນໂລກ. ຜູ້ມາຮຽນຍິງທະນູ ບໍ່ພຽງແຕ່ຮຽນວິທີການຍິງທະນູເທົ່ານັ້ນ, ຫາກຍັງຕ້ອງຮຽນພິທີການຍິງທະນູ ເພື່ອ ຝຶກຝົນຄຸນສົມບັດ, ຄວາມສຸພາບ, ນັບຖືຄູ່ຕໍ່ສູ້ ແລະ ຮູ້ວິທີຜ່ານຜ່າຕົນເອງ.

ໄດ້ຮູ້ວ່າ ຫຼັງຈາກງານບຸນຄັ້ງນີ້, ຫໍວັດທະນະທຳຊາວໜຸ່ມ ຈະມີແຜນການຮັກສາ ແລະ ແຜ່ຂະຫຍາຍ ການແຂ່ງຂັນ ຍິງທະນູເຖິງຫຼາຍທ້ອງຖິ່ນໃນປະເທດ ດ້ວຍຂະໜາດໃຫຍ່ກວ່າ.
ບົດ: ເຊີນເຫງ້ຍ - ພາບ: ເລມິນ

bichlien

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top