• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ງານດອງ ຂອງຊາວເຜົ່າ ຢ້າວແດງ

“ຊາວໜຸ່ມ ຊົນເຜົ່າ ຢ້າວແດງ ໄດ້ຊອກຮູ້, ມັກຮັກກັນ ຢ່າງເສລີ. ເມື່ອຖືກໃຈກັນແລ້ວ ເຂົາຈະສົ່ງຂ່າວ ກັບຄອບຄົວ ແລະ ຊອກຜູ້ ເປັນແມ່ສື່ ໄປຫາຄອບຄົວ ຂອງຝ່າຍສາວ ເພື່ອຂໍເມຍ. ແຕ່ການ ຈັດງານດອງ ກໍຕ້ອງ ເຄົາລົບຕາມຮີດຄອງ ປະເພນີ ຂອງ ຊາວເຜົ່າ ຢ້າວແດງ ທີ່ມີມາແຕ່ເຫີງນານ”. ທ່ານ ຈ໊າວຟູ່ຊ່າຍ ໄດ້ເຮັດ ໃຫ້ ພວກຂ້າພະເຈົ້າ ຕັດສິນໃຈ ໄປຍັງ ບ້ານ ຕຸ່ງຈີ່ນ, ຕາແສງ ຈິ້ງເຕື່ອງ, ເມືອງ ບ໋າດຊ໋າດ, ແຂວງ ລາວກາຍ ເພື່ອ ເຂົ້າຮ່ວມງານ ດອງ ຂອງຊາວເຜົ່າຢ້າວແດງ. 
ພວກຂ້າພະເຈົ້າ ໄປເຖິງ ຄອບຄົວ ຂອງ ທ່ານ ຈ໊າວຟູ່ຊ່າຍ ໃນຂະ ນະທີ່ທ້ອງຟ້າ ໄດ້ຄ່ໍາມືດ. ທ່ານ ຊ່າຍ ພ້ອມທຸກຄົນ ໃນຄອບຄົວ ກຳລັງກະກຽມ ຈັດງານດອງ ໃຫ້ແກ່ລູກຊາຍ ຫຼ້າ ທ້າວ ຈ່າວຊານ (ອາຍຸ 24 ປີ) ດ້ວຍຄວາມຮີບຮ້ອນຂຸ້ນຂ້ຽວ. ຕາມຮີດຄອງ ປະເພນີ, ບັນດາການເຄື່ອນໄຫວ ໃນພິທີ ງານດອງ ຈະໄດ້ ດຳເນີນໄປ ຢູ່ຄອບຄົວຂອງ ເຈົ້າບ່າວ ເປັນຕົ້ນຕໍ. ຄອບຄົວ ເຈົ້າສາວ ຈະພາ ເຈົ້າສາວ ໄປຍັງ ເຮືອນເຈົ້າບ່າວ. ເມື່ອ ໄປເຖິງຫົວບ້ານ, ຂະບວນແຫ່ໃພ້ ຈະຢຸດ ເພື່ອແຕ່ງຕົວໃຫ້ ເຈົ້າສາວ ແລະ ລໍຖ້າຂະບວນ ແຫ່ໃພ້ ຈາກຝ່າຍຄອບຄົວ ເຈົ້າບ່າວ ມາຕ້ອນຮັບ.

ຊາວເຜົ່າ ຢ້າວ ຖືສຳຄັນຜູ້ຍິງທີສຸດ, ເພາະສະນັ້ນ ໃນງານດອງ, ຄອບຄົວເຈົ້າບ່າວ ຈະປະຕິບັດ ບັນດາພິທີ ຢ່າງສົມກຽດທີ່ສຸດ ເພື່ອຄວາມເພີງພໍໃຈຂອງ ເຈົ້າສາວ ແລະ ຂະບວນແຫ່ໃພ້ ຂອງ ຄອບຄົວເຈົ້າສາວ. ຕາມການໃຫ້ຮູ້ ຂອງທ່ານ ຊ່າຍ ວ່າ “ບໍ່ເຮັດຄື ແນວນັ້ນ, ລູກໃພ້ ຈະບໍ່ເຂົ້າເຮືອນດອກ”. 


ເຈົ້າສາວ ເຕ່ີນໄມ ໄດ້ບັນດາເພື່ອນເຈົ້າສາວ ພາເມືອເຮືອນ ຂອງ ເຈົ້າບ່າວ. ພາບ: ຫວຽດເກື່ອງ


ເມື່ອຮູ້ຝ່າຍຄອບຄົວເຈົ້າສາວ ໃກ້ຈະມາຮອດ, ຝ່າຍຄອບ ຄົວ ເຈົ້າບ່າວ ຈະແຕ່ງຜູ້ຕາງໜ້າ ໄປຊ່ວຍຝ່າຍ ຄອບຄົວເຈົ້າສາວ ແຕ່ງຕົວໃຫ້ເຈົ້າສາວ ເພື່ອໃຫ້ ຂະບວນ ຄອບຄົວເຈົ້າສາວ ເຂົ້າເຮືອນກົງກັບເລີກງາມຍາມດີ ທີ່ໄດ້ເລືອກໄວ້ກ່ອນ. ພາບ: ຫວຽດເກື່ອງ


ເຈົ້າສາວ ເຕ່ີນໄມ ໃນງານດອງ. ພາບ: ຫວຽດເກື່ອງ


ເມື່ອເຖິງບ່ອນ, ຝ່າຍຄອບຄົວເຈົ້າສາວຈະຢຸດ, ຝ່າຍແຫ່ໃພ້ ຂອງ ຄອບຄົວເຈົ້າບ່າວ ຈະເປົ່າແຄນ ເພື່ອສັນລະເສີນ ຄວາມເກັ່ງກ້າ ແລະ ຄວາມງາມ ຂອງເຈົ້າສາວ ແລະ ເຊື້ອເຊີນເຈົ້າສາວ ເມືອ ເຮືອນສາມີ. ຊາວເຜົ່າ ຢ້າວແດງ ຍົກສູງ ບົດບາດ ຂອງຜູ້ຍິງ.ເຂົາ ເຈົ້າມີຄວາມສຳນຶກວ່າ ເມື່ອລູກໃພ້ ມາເຮືອນ ຜົວ ແມ່ນ ນຳມາ ເຊິ່ງຄວາມໂຊກລາບ ແລະ ຈົບງາມ. ດ້ວຍເຫດນັ້ນ, ຝ່າຍ ຄອບຄົວເຈົ້າບ່າວ ຕ້ອງສະແດງ ອອກມາ ຄວາມເຄົາລົບນັບຖື ເມື່ອ ປະຕິບັດການແຫ່ໃພ້. ພາບ: ຫວຽດເກື່ອງ 


ຕາມຮີດຄອງປະເພນີ, ເຈົ້າບ່າວຈະປະກົດຕົວ ຢູ່ຕໍ່ໜ້າ ເຈົ້າສາວ ໃນຊຸດເຄື່ອງນຸ່ງ ຂອງ ແມ່ຍິງ. ມາຮອດປັດຈຸບັນ ຍັງບໍ່ທັນ ມີການ
ອະທິບາຍ ກ່ຽວກັບຮີດຄອງປະເພນີນີ້ ຂອງຊາວເຜົ່າ ຢ້າວແດງ. ພາບ: ຫວຽດເກື່ອງ



ຕາມຮີດຄອງປະເພນີ, ຊາວເຜົ່າ ຢ້າວແດງ ມອບ-ຮັບໃພ້ ດ້ວຍ ຫົວຂີງ ແລະ ຄູ່ໄມ້ຖູ່ (ເປັນສັນຍະລັກ ໃຫ້ແກ່ ການຂະຫຍາຍ ແຜ່ພັນ
ແລະ ສະໜິດຕິດພັນ. ພາບ: ຫວຽດເກື່ອງ



ຜ້າສາກກັ້ງໃນງານແຕ່ງດອງ ຕາມພິທີຂອງ ຊາວເຜົ່າ ຢ້າວແດງ. ພາບ: ເຈິ່ນຮ໋ຽວ


ພິທີແຫ່ໃພ້ ໄດ້ຈັດຂຶ້ນ ຢູ່ຂ້າງພາເຂົ້າ ບູຊາ ຮຸ່ງທ່າງ (ບັນພະບູລຸດ ຂອງຊາວເຜົ່າ ຢ້າວແດງ). ພາບ: ຫວຽດເກື່ອງ


ເຈົ້າສາວ ເຕ່ີນໄມ ໃຫ້ການເຄົາລົບ ປູ່ຍ່າຕາຍາຍ ແລະ ບັນດາ ສະມາຊິກ ຝ່າຍຄອບຄົວເຈົ້າບ່າວ. ພາບ: ຫວຽດເກື່ອງ

ເມື່ອຮອດເລີກງາມຍາມດີ, ຂະບວນຄອບຄົວເຈົ້າບ່າວ ໂດຍມີ ຜູ້ເປົ່າແຄນ, ຜູ້ຕີກອງ ນຳໜ້າໄປກ່ອນ ເພື່ອຕ້ອນຮັບ ຂະບວນ ຄອບຄົວ ເຈົ້າສາວເຂົ້າເຮືອນ. ເມື່ອພົບກັບຂະບວນ ຄອບຄົວເຈົ້າສາວ ຜູ້ເປົ່າແຄນ ຕ້ອງກົ້ມຫົວ ສະແດງ ຄວາມຂ່ຳນັບ ແລະ ຍ່າງອ້ອມ ເຈົ້າສາວ ເປັນຫຼາຍຮອບ. ເມື່ອເຖິງປະຕູໂຂງ ຂະບວນຄອບຄົວ ເຈົ້າບ່າວ ຈະເຊີນ ແຕ່ລະຄົນ ໃນຂະບວນ ຄອບຄົວເຈົ້າສາວ ກິນເຫຼົ້າແລ້ວເຊີນ ເຂົ້າເຮືອນກິນງານດອງ. ສ່ວນເຈົ້າສາວ ຈະ ຢູ່ຕ່າງຫາກ ຢູ່ເຮືອນນ້ອຍຫຼັງໜຶ່ງ ຢູ່ຂ້າງເຮືອນເຈົ້າບ່າວ ແລະ ລໍຖ້າ ເຖິງ ຍາມຂ້ອນແຈ້ງ ຂອງມື້ຕໍ່ມາ ຈຶ່ງເຂົ້າເຮືອນ ຄອບຄົວເຈົ້າບ່າວ ເພື່ອ ທຳພິທີບູຊາປູ່ຍ່າຕາຍາຍ.                                                               

ປະມານ 2 ໂມງຕອນເຊົ້າ ຂອງມື້ຕໍ່ມາ, ຝ່າຍ ຄອບຄົວເຈົ້າບ່າວ ແລະ ເຈົ້າສາວ ນັ່ງປຸ້ມລຸ້ມກັນ ຢູ່ຂ້າງພາເຂົ້າ ພ້ອມກັນກິນເຫຼົ້າ ແລະ ຂັບຕອບໂຕ້ກັນ. ຜ່ານບັນດາບົດເພງ,  ຄອບຄົວເຈົ້າບ່າວ, ຄອບຄົວເຈົ້າສາວ ຈະເລົ່າໃຫ້ກັນຟັງ ກ່ຽວກັບ ສະພາບຄອບຄົວ, ການລ້ຽງດູສັ່ງສອນ ເຈົ້າບ່າວ, ເຈົ້າສາວ... ເຖິງເວລາເລີກງາມ ຍາມດີ, ຄອບຄົວຝ່າຍຊາຍນຳເຈົ້າບ່າວ ອອກ ພົບກັບ ເຈົ້າສາວ ແລະ ພ້ອມກັນເຂົ້າເຮືອນ ທຳພິທີບູ ຊາປູ່ຍ່າຕາຍາຍ.

ສິ່ງພິເສດ ທີ່ວ່າ ເຈົ້າບ່າວປະກົດຕົວ ໃນຊຸດເຄື່ອງນຸ່ງ ຂອງ ແມ່ ຍິງ ຊົນເຜົ່າ ຢ້າວແດງ ກັບເອົາແພບັງເຄິ່ງໜ້າ. ຫຼັງຈາກ ນົບໄຫວ້ ປູ່ຍ່າຕາຍາຍ ແລະ ພໍ່ແມ່ສອງກ້ຳສອງຝ່າຍແລ້ວ, ເຈົ້າສາວ ຈະ ເອົານຳ້ ເພື່ອໃຫ້ໝໍເຢົາ ແລະ ພໍ່ແມ່ນຜົວລ້າງໜ້າ-ຫຼັງພິທີນີ້ ເຈົ້າສາວ ຈະ ກາຍເປັນ ສະມາຊິກໃໝ່ ໃນຄອບຄົວຝ່າຍຊາຍ ຢ່າງເປັນ ທາງການ.

ເວລາຜ່ານໄປເປັນເວລາຫຼາຍຮ້ອຍປີ, ແຕ່ຮີດຄອງປະເພນີ ທີ່ ເປັນເອກະລັກ ໃນງານດອງ ຍັງຄົງໄດ້ພໍ່ແມ່ຊາວຊົນເຜົ່າ ຢ້າວ ແດງ ຢູ່ເມືອງ ບ໋າດຊ໋າດ ອະນຸລັກຮັກສາໄວ້ເໝືອນເດີມ ຊຶ່ງ ເຮັດ ໃຫ້ ຊີວິດການເປັນຢູ່ ທາງດ້ານຈິດໃຈ ຂອງ ຊາວ ທ້ອງຖິ່ນ ອຸດົມສົມບູນຂຶ້ນຕື່ມ.

 
ປະຕິບັດ: ເຈິ່ນຮ໋ຽວ - ຫວຽດເກື່ອງ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top