• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຄ້ອຍ ປ໊າຍຫຼຸງ

ຢູ່ ຫວຽດນາມ, ບາງທີບໍ່ມີເສັ້ນທາງສາຍໃດ ທີ່ຈະນຳຄວາມຮູ້ສຶກ ຫຼາຍຢ່າງ ມາໃຫ້ຜູ້ທີ່ຮັກມັກທ່ອງທ່ຽວ ຄືກັບ ເສັ້ນທາງ 4C. ດ້ວຍ ຄວາມຍາວ ກ່ວາ 180 ກມ, ເສັ້ນທາງ 4C ຈາກນະຄອນ ຮ່າຢາງ ຂຶ້ນໄປສູ່ ພູພຽງຫີນ ດົ່ງວັນ ກັບ ບັນດາ ຄ້ອຍ, ເຫວ ນັບຈຳນວນບໍ່ ຖ້ວນ ຍາວລະອິດລະອ້ຽວ ຜ່ານພູເຂົາ ທີ່ໃຫຍ່ໂຕມະໂຫຖານ ແລະ ງົດງາມ. ຕາມເສັ້ນທາງສາຍນີ້ ຍັງມີຄ້ອຍພິເສດ ທີ່ມີຮູບ ຂອງ ເຄື່ອງ ໝາຍຖາມ ຊື່ວ່າ ປ໊າຍຫຼຸງ. ຢຸດຢູ່ທີ່ ຄ້ອຍ ປ໊າຍຫຼຸງ ຍ້ອນ ທິວທັດ ທີ່ ສວຍງາມ ແລະ ເພື່ອເຂົ້າໃຈວ່າ ເປັນຫຍັງເສັ້ນທາງ 4C ທີ່ພວກເຮົາ ກຳລັງ ຈະຜ່ານ ຈິ່ງເອີ້ນວ່າ ເສັ້ນທາງ ແຮ້ງຟຸກ (ເສັ້ນທາງແຫ່ງຄວາມ ສຸກ).

ຄ້ອຍ ປ໊າຍຫຼຸງ ຕັ້ງຢູ່ບ້ານ ປ໊າຍຫຼຸງ, ເມືອງ ດົ່ງວັນ. ຄົນທ້ອງຖິ່ນໃຫ້ຮູ້ ວ່າ ປ໊າຍຫຼຸງ ມີຄວາມໝາຍວ່າ ມັງກອນຂາວ. ຈາກມູມສູງ ເບິ່ງລົງ, ຄ້ອຍ ປ໊າຍຫຼຸງ ກັບ ຕອນທາງໂຄ້ງທົບສອກ ຢູ່ລະຫວ່າງກາງ ພູຫີນ ທັງສີ່ ໃນລະດັບຄວາມສູງ ກວ່າ 1400 ແມັດ ເມື່ອທຽບກັບໜ້ານໍ້າ ທະເລ ຄ້າຍຄືຮູບມັງກອນໂຕໜຶ່ງ.

ຕັ້ງຢູ່ປະຕູທາງເຂົ້າ ເພື່ອກຽມເຂົ້າ ຍອດເຂົາອັນຍິ່ງໃຫຍ່ທີສຸດ ຂອງ ກີ່ວ ໝ໊າປີ່ແຫຼ່ງ, ບັນດາມູມທາງໂຄ້ງ ຖືກປ່ຽນໄປຢ່າງໜ້າແປກປະ ຫຼາດ, ຢູ່ບໍລິເວນ ຄ້ອຍ ປ໊າຍຫຼຸງ ທີ່ມີຄວາມສູງຊັນ ແລະ ທຸລະກັນ ດານ ຊຶ່ງຈະສ້າງສິ່ງທ້າທາຍ ທີ່ແທ້ຈິງ ສຳລັບ ນັກຂັບລົດ ເຂດ ທົ່ງ ພຽງ ກ່ອນທີ່ພວກເຂົາຈະເຫັນ ຢູ່ຕໍ່ໜ້າ ແມ່ນກຸ່ມອະນຸສອນສະຖານ ເພື່ອລະລຶກເຖິງ ຜູ້ບຸກເບີກເສັ້ນທາງສາຍນີ້ໂດຍກະທັນຫັນ.

ໄດ້ຮັບການກໍ່ສ້າງ ປີ 2017, ກຸ່ມອະນຸສອນສະຖານ ຕັ້ງຢູ່ບໍລິເວນ ຫົວຄ້ອຍ ເພື່ອເປັນການຕອບບຸນແທນຄຸນ ບັນດາຮຸ່ນຊາວໜຸ່ມ ຕະ ລຸມບອນ ແລະ ປະຊາຊົນ ບັນດາເຜົ່າ ທີ່ໄດ້ເຂົ້າຮ່ວມ ການບຸກເບີກ ທາງ ໃນສະໄໝກ່ອນ. ຢູ່ໃກ້ກັບເຂດອະນຸສອນສະຖານ ມີຫໍພິພິທະ ພັນນ້ອຍແຫ່ງໜຶ່ງ ຊຶ່ງມາຮອດປັດຈຸບັນ ຍັງຮັກສາໄວ້ ເຄື່ອງມື ຫຼາຍ ຢ່າງ ທີ່ກ່ຽວຂ້ອງກັບການກໍ່ສ້າງເສັ້ນທາງ 4C.

ຢ້ຽມຢາມເຂດອະນຸສອນສະຖານ ຜູ້ຊົມເໝືອນວ່າ ກຳລັງໄດ້ ຫວນ ຄືນເຖິງຊ່ວງເວລາກ່ອນໜ້ານີ້ 60 ປີ. ເມື່ອບໍ່ທັນມີ ເສັ້ນທາງຫຼວງ ແຫ່ງຊາດສາຍນີ້, ປະຊາຊົນ ບັນດາເຜົ່າເກືອບ 100.000 ຄົນຢູ່ ທີ່ນີ້ ຕ້ອງໄປມາດ້ວຍມ້າ, ດ້ວຍການຍ່າງ ຢູ່ລະຫວ່າງກາງປ່າຫີນ ທີ່ແຫຼມ ຄົມ ສະຫຼັບຊັບຊ້ອນ. ຊີວິດຂອງພວກເຂົາຖືກແຍກອອກຈາກໂລກ ພາຍນອກ ແລະ ຖືກອ້ອມຮອບດ້ວຍຄວາມຫຼ້າຫຼັງ.



ຄ້ອຍ ປ໊າຍຫຼຸງ ເບິ່ງຈາກມູມສູງ. ພາບ: ຫວຽດເກື່ອງ/VNP


ເຮືອນຫຼັງໜຶ່ງ ທີ່ມີຮົ້ວກັ້ນດ້ວຍຫີນທີ່ເປັນເອກະລັກ ຢູ່ ປ໊າຍຫຼຸງ. ພາບ: ຫວຽດເກື່ອງ/VNP


ໃນເສັ້ນທາງໄປເຖິງ ແວັກດ໋າຈັ໋ງ (ຝາຫີນຂາວ), ນັກທ່ອງທ່ຽວ ສາມາດແນມເຫັນທິວທັດທຳມະຊາດ ທີ່ໃຫຍ່ໂຕມະໂຫຖານ ແລະ ງົດງາມ ຢູ່ບໍລິເວນຂ້າມຜ່ານ ກີ່ວ ໝ໊າປີ່ແຫຼ່ງ. ພາບ: ຫວຽດເກື່ອງ/VNP


ເດັກນ້ອຍຫຼີ້ນຢູ່ຕາມຄ້ອຍ ປ໊າຍຫຼຸງ.  ພາບ: ຫວຽດເກື່ອງ/VNP


ອະນຸສອນສະຖານ ເພື່ອການຕອບບຸນແທນຄຸນ ບັນດາຮຸ່ນ ຊາວໜຸ່ມ ຕະລຸມບອນ ແລະ ປະຊາຊົນ ບັນດາເຜົ່າ ທີ່ເຂົ້າຮ່ວມ ການບຸກເບີກ ຖະໜົນ 4C ໃນສະໄໝກ່ອນ
ໄດ້ຕັ້ງຢູ່ ບໍລິເວນ ຫົວຄ້ອຍ. ພາບ: ຫວຽດເກື່ອງ/VNP



ປັດຈຸບັນ, ເສັ້ນທາງເກົ່າ ຜ່ານກີ່ວ ໝ໊າປີ່ແຫຼ່ງ ໄດ້ຖືກເທ ເບຕົງ ເພື່ອຮັບໃຊ້ ນັກທ່ອງທ່ຽວ ແລະ ປະຊາຊົນທ້ອງຖິ່ນ. ພາບ: ຫວຽດເກື່ອງ/VNP

ໃນເວລາ 6 ປີ, ແຕ່ເດືອນ ກັນຍາ 1959, ຊາວໜຸ່ມຕະລຸມບອນ ແລະ ພົນລະເມືອງເຮັດພັນທະອອກແຮງງານ ນັບຫຼາຍສິບພັນຄົນ ໄດ້ເຮັດ ວຽກຢ່າງໜັກ ເພື່ອທຳລາຍພູ ບຸກເບີກທາງ, ຂົນຍ້າຍດິນ ແລະ ຫີນ ນັບຫຼາຍລ້ານແມັດກ້ອນ ເພື່ອໃຫ້ 6 ປີ ຕໍ່ມາ, ໃນເດືອນມີນາ ປີ 1965 ເສັ້ນທາງໄດ້ສຳເລັດ. ຄ້ອຍ ປ໊າຍຫຼຸງ ຢູ່ໃນຕອນທາງ ສ້າງລຳ ບາກທີ່ສຸດໃນເສັ້ນທາງທັງໝົດ. ໃນສະໄໝນັ້ນ, ຊາວໜຸ່ມຕະລຸມບອນ ກັບເຄື່ອງມືແບບປະຖົມປະຖານ ແຕ່ລະມື້ ຕ້ອງໄດ້ແຂວນຕົວ ຢູ່ ເທິງ ຝາຫີນ ທີ່ສູງຊັນ, ດ້ານລຸ່ມແມ່ນເຫວເລິກ ລົງໄປເຖິງ ແມ່ນໍ້າ ຍໍເກ໋ວ. ພວກເຂົາໄດ້ຄວັດເຈາະຫີນ ເທື່ອລະຊັງຕີແມັດ ຢ່າງດຸໝັ່ນ ເພື່ອ ບຸກເບີກທາງໄປເຖິງຈຸດສູງສຸດ ຂອງ ກີ່ວ ໝ໊າປີ່ແຫຼ່ງ. ຕ້ອງໃຊ້ເວລາ ກວ່າ 300 ວັນ, ເສັ້ນທາງທີ່ມີຄວາມຍາວ 24 ກິໂລແມັດ ຂ້າມຜ່ານ ກີ່ວ ໝ໊າປີ່ແຫຼ່ງ ທີ່ເຕັມໄປດ້ວຍ ຄວາມຫຍຸ້ງຍາກ ຈຶ່ງສຳເລັດ.

ການສ້າງສຳເລັດ ເສັ້ນທາງຫຼວງແຫ່ງຊາດໄດ້ນຳມາເຊິ່ງ ການປ່ຽນ ແປງຫຼາຍຢ່າງ  ແລະ ຄວາມສຸກທີ່ແທ້ຈິງ ໃຫ້ແກ່ປະຊາຊົນ ບັນດາ ເຜົ່າສ່ວນໜ້ອຍ ໃນ 4 ເມືອງຊາຍແດນພາກເໜືອ. ແຕ່ນີ້, ຖະໜົນ 4C ຈາກ ນະຄອນ ຮ່າຢາງ ຫາ ແມ່ວວາກ ປັດຈຸບັນ ຖືກເອີ້ນວ່າ ເສັ້ນທາງແຫ່ງຄວາມສຸກ.

ຈາກຄ້ອຍ ປ໊າຍຫຼຸງ, ຍ່າງກັບຄືນ ແລ້ວຍ່າງຂຶ້ນພູ ຕາມເສັ້ນທາງ ເພື່ອ ຄົ້ນພົບ ແວັກດ໋າຈັ໋ງ (ຝາຫີນຂາວ)-ຊັ້ນສູງສຸດ ຂອງ ໝ໊າປີ່ແຫຼ່ງ, ນະທ່ີ ນີ້ ນັກທ່ອງທ່ຽວ ຈະໄດ້ຜ່ານປະສົບການຕົວຈິງ ກັບເສັ້ນທາງ ຜ່ານກີ່ວ ໃນອະດີດ. ເສັ້ນທາງຄ້ອຍ-ນ້ອຍ ແລະ ສູງຊັນ ໄດ້ປູເບຕົງ ປັດຈຸບັນ ສາມາດໄປມາ ຢ່າງສະດວກສະບາຍ, ແຕ່ນັກທ່ອງທ່ຽວ ຫຼາຍຄົນ ຍັງຮູ້ສຶກ ຂົນໜາວລຸກ ໃນເວລາຢູ່ລະຫວ່າງ ເບື້ອງໜຶ່ງແມ່ນ ເຫວເລິກ ເບື້ອໜຶ່ງ ແມ່ນປ່າຫີນ ທ່ີສູງຊັນ. ນີ້ກໍແມ່ນເສັ້ນທາງທີ່ເໝາະສົມທີ່ສຸດ ເພື່ອຊົມ ຄວາມງາມ ທີ່ຍອດຍິ່ງ ຂອງ ທັດສະນີຍະພາບ ຢູ່ແຫ່ງນີ້, ກັບສາຍນໍ້າ ຍໍເກ໋ວ ສີຂຽວ ຢູ່ທາງເບື້ອງລຸ່ມ. 

ຖ້າຢຸດຢູ່ຄ້ອຍ ປ໊າຍຫຼຸງ, ນັກທ່ອງທ່ຽວ ບໍ່ພຽງແຕ່ ຕ້ອງເຖິງກັບຕົກ ສະ ເງີ້ ຕໍ່ຄວາມໃຫຍ່ໂຕມະໂຫຖານ ແລະ ງົດງາມຂອງ ທັດສະນີຍະພາບ ຢູ່ນະແຫ່ງນີ້ເທົ່ານັ້ນ, ແຕ່ຍັງປະທັບໃຈ ຕໍ່ຄວາມງາມທີ່ເປັນເອກະລັກ ໃນການດຳລົງຊີວິດ ຂອງຊາວເຜົ່າ ຢູ່ເຂດພູພຽງສູງ ດົ່ງວັນ ອີກດ້ວຍ. ອາດແມ່ນຍ້ອນເຫດຜົນ ດັ່ງກ່າວ ປ໊າຍຫຼຸງ ໄດ້ກາຍເປັນຈຸດນັດພົບທີ່ ບໍ່ຄວນພາດ ສຳລັບນັກທ່ອງທ່ຽວ ເພື່ອຮູ້ສຶກໄດ້ການປ່ຽນແປງທີ່ເສັ້ນ ທາງ ມີຊື່ ແຮ້ງຟຸກ (ຄວາມສຸກ) ນີ້ໄດ້ ນຳມາສູ່ ເຂດຊາຍແດນ ຢູ່ ທາງເໜືອສຸດຂອງປະເທດ.

 
ບົດ ແລະ ພາບ: ຫວຽດເກື່ອງ -ແປໂດຍ: ບິກລຽນ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top