• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

“ຄູສອນ ທົ່ວໂລກ” ຮ່າແອ໋ງເຟື້ອງ

ດ້ວຍທັດສະນະ ທ່ີວ່າ “ນັກຮຽນທຸກຄົນ, ບໍ່ວ່າຢູ່ບ່ອນໃດ ກໍສາມາດ ສືບທອດ ພື້ນຖານການສຶກສາ ດີທີ່ສຸດ”, ເອື້ອຍຄູ ຮ່າແອ໋ງເຟື້ອງ (ໂຮງຮຽນມັດທະຍົມຕອນປາຍ ເຮືອງເກີ່ນ, ແຂວງ ຝູ໋ເຖາະ) ໄດ້ສ້າງບັນດາຫ້ອງຮຽນ ທີ່ບໍ່ມີພົມແດນ, ນຳມາເຊິ່ງ ຜົນປະໂຫຍດ ດ້ານການສຶກສາ ໃຫ້ແກ່ນັກຮຽນ ຜູ້ທຸກຍາກຢູ່ 4 ທະວີບ. ການປະກອບ ສ່ວນ ພິເສດນີ້ ຂອງທ່ານນາງ ໄດ້ ອົງການຈັດຕັ້ງ ການສຶກສາທົ່ວໂລກ Varkey Foundation ເຊີດຊູໃນບັນຊີລາຍຊື່ “ນາຍຄູ 50 ຄົນດີເດັ່ນ ໃນທົ່ວໂລກ”. 

ລັດຖະມົນຕີກະຊວງ ສຶກສາ ແລະ ບຳລຸງສ້າງ ຟຸ່ງຊວນຫຍ້າ ໄດ້ຝາກຈົດໝາຍ ອວຍພອນ ຄູສອນ ແອ໋ງເຟື້ອງ. ໃນຈົດໝາຍ, ລັດຖະມົນຕີ ໄດ້ກ່າວຢ້ຳວ່າ, ລາງວັນນີ້ໄດ້ຖືວ່າ “ລາງວັນ ໂນແບນ ຂອງກະຊວງສຶກສາ”. ເລື່ອງເອື້ອຍຄູ ເຟື້ອງ ໄດ້ເຊີດຊູໃນບັນຊີລາຍຊື່ “ນາຍຄູ 50 ຄົນດີເດັ່ນ ໃນທົ່ວໂລກ”ເປັນຄວາມປິຕິຍິນດີ ແລະ ເອກອ້າງທະນົງໃຈຂອງກະຊວງສຶກສາ ແລະ ບຳລຸງສ້າງທົ່ວປະເທດ.
ຄາວຍັງເປັນສາວນ້ອຍ, ຄວາມຝັນທີ່ໄດ້ເປັນຄູສອນຂອງ ຮ່າແອ໋ງເຟື້ອງ ກຳເນີດຂຶ້ນ ຈາກຄັ້ງໜຶ່ງທີ່ຫາຍາກ ໄດ້ເບິ່ງ ໜັງເລື່ອງໜຶ່ງ ຢູ່ໂທລະພາບ. ຜູ້ເປັນຄູສອນ ໃນຟີມຮູບເງົາ ນັ້ນ ໄດ້ໄປເຖິງເຮືອນ ຂອງ ນັກຮຽນແຕ່ລະຄົນ ຢູ່ເຂດພູສູງ ເພື່ອຊັກຊວນ ໃຫ້ພໍ່ແມ່ຜູ້ປົກ ຄອງ ໃຫ້ລູກຫຼານ ຂອງ ເຂົາເຈົ້າໄປໂຮງຮຽນ. ເອື້ອຍຄູ ຮ່າແອ໋ງເຟື້ອງ ເວົ້າວ່າ: “ນັບແຕ່ນັ້ນມາ, ຂ້າພະເຈົ້າເຂົ້າໃຈໄດ້ວ່າ ການສຶກສາ ເຮັດໃຫ້ປ່ຽນແປງ ຄວາມຮັບຮູ້ ຂອງ ມະນຸດ”. 

ຄວາມຝັນດັ່ງກ່າວ ຂອງ ເຟື້ອງ ໄດ້ຮັບການສະໜັບສະໜູນ ຊຸກຍູ້ ຈາກຜູ້ເປັນພໍ່ ຂອງນາງ. ພໍ່ ຂອງ ນາງ ໄດ້ຕັດໄມ້ມາປະກອບເປັນກະ ດານ ໃຫ້ລູກສາວ ຢືນແອບເປັນຄູ ແລະ ມີຫຼາຍເທື່ອ ໄດ້ເດີນທາງເປັນໄລຍະທາງ 20 ກິໂລແມັດ ເພື່ອຊື້ປຶ້ມ ທາບທາມ ຫົວໜຶ່ງໃຫ້ລູກສາວ. ໄວເດັກ ຂອງ ເຟື້ອງ ໄດ້ໃຫຍ່ຂຶ້ນ ພ້ອມກັບຄວາມຝັນ ຈະກາຍເປັນຄູສອນ ພາສາ ອັງກິດ ເພື່ອເຮັດໃຫ້ປ່ຽນແປງຄວາມຮັບຮູ້ ຂອງ ບັນດາຜູ້ຄົນ ທີ່ພວມດຳລົງຊີວິດ ຢູ່ເຂດພູສູງ ທຸກຍາກນີ້. 


ເອື້ອຄູ ຮ່າແອ໋ງເຟື້ອງ, ຄູສອນໂຮງຮຽນ ມັດທະຍົມຕອນປາຍ ເຮືອງເກີ່ນ, ແຂວງ ຝູ໋ເຖາະ, ຜູ້ໄດ້ອົງການຈັດຕັ້ງທົ່ວໂລກ Varkey Foundation ເຊີດຊູໃນບັນຊີລາຍຊື່
“ນາຍຄູ 50 ຄົນດີເດັ່ນ ໃນທົ່ວໂລກ”ຍ້ອນບັນດາການປະກອບສ່ວນ ໃຫ້ແກ່ນັກຮຽນຜູ້ທຸກຍາກ ຢູ່ 4 ທະວີບ. ພາບ: ແຄ໋ງລອງ



ເອື້ອຍຄູ ຮ່າແອ໋ງເຟື້ອງ ໃນພິທີພົບປະສັນລະເສີນຄູສອນດີເດັ່ນທົ່ວໂລກ ປີ 2020 ຂອງ ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ຝູ໋ເຖາະ. 


ດ້ວຍທັດສະນະ ທ່ີວ່າ “ນັກຮຽນທຸກຄົນ, ບໍ່ວ່າຢູ່ບ່ອນໃດ ກໍສາມາດ ສືບທອດ ພື້ນຖານການສຶກສາ ດີທີ່ສຸດ”, ເອື້ອຍຄູ ຮ່າແອ໋ງເຟື້ອງ (ໂຮງຮຽນມັດທະຍົມຕອນປາຍ ເຮືອງເກີ່ນ,
ແຂວງ ຝູ໋ເຖາະ) ໄດ້ສ້າງບັນດາຫ້ອງຮຽນ ທີ່ບໍ່ມີພົມແດນ, ນຳມາເຊິ່ງ ຜົນປະໂຫຍດ ດ້ານການສຶກສາ ໃຫ້ແກ່ນັກຮຽນ ຢູ່ຫຼາຍປະເທດໃນໂລກ. ພາບ: ເອກະສານ



ເອື້ອຍຄູ ຮ່າແອ໋ງເຟື້ອງ ໃນຖານະ ເປັນແຂກທີ່ຖືກເຊີນ ໃນການພົບປະສັງສັນ ພ້ອມກັບບັນດາພວກນ້ອງນັກຮຽນ ຢູ່ໂຮງຮຽນ ມັດທະຍົມຕອນປາຍແຫ່ງໜຶ່ງ ຢູ່ ຮ່າໂນ້ຍ. ພາບ: ເອກະສານ


ເອື້ອຍຄູ ຮ່າແອ໋ງເຟື້ອງ ໃນເວລາຖ່າຍທຳຮູບເງົາ ກ່ຽວກັບການສິດສອນ ຢູ່ມະຫາວິທະຍາໄລ ຮຸ່ງເວືອງ, ແຂວງ ຝູ໋ເຖາະ. ພາບ: ແຄ໋ງລອງ


ທີ່ຫ້ອງຮຽນ ທີ່ ບໍ່ມີພົມແດນ ຂອງເອື້ອຍຄູ ຮ່າແອ໋ງເຟື້ອງ ແລະ ນັກຮຽນ ໃນທົ່ວໂລກ ຜ່ານໜ້າຈໍ. ພາບ: ເອກະສານ

ຫຼັງຈາກຮຽນຈົບປະລິນຍາໂທ ຂະແໜງສ້າງຄູ ພາສາອັງກິດ (ມະຫາ ວິທະຍາໄລສ້າງຄູ ຮ່າໂນ້ຍ), ຮ່າແອ໋ງເຟື້ອງ ໄດ້ບໍລິສັດ ການຢາແຫ່ງໜຶ່ງ ຂອງ ປາກິດສະຖານ ເຊື້ອເຊີນ ໃຫ້ດຳລົງຕຳແໜ່ງເປັນ ຜູ້ອຳ ນວຍການຕາງໜ້າ, ທັງເປັນນາຍແປພາສາ ດ້ວຍລະດັບເງິນເດືອນທີ່ດຶງດູດໃຈ ແຕ່ນາງໄດ້ກັບຄືນບ້ານເກີດ ເປັນຄູສອນ ໃນຄວາມແປກໃຈ ຂອງ ຄູອາຈານ, ເພື່ອນມິດ ແລະ ເພື່ອນຮ່ວມງານ.

ເຖິງວ່າກັບຄືນສອນໜັງສືຢູ່ໂຮງຮຽນຫຼັງໜ່ຶງຢູ່ເຂດພູດອຍ, ແຕ່ ຮ່າແອ໋ງເຟື້ອງ ຍັງຕັ້ງໜ້າເຂົ້າຮ່ວມ ບັນດາຊົ່ວໂມງ ພັດທະນາ ດ້ານວິຊາອາຊີບ ຢູ່ໃນເວທີປາໄສທົ່ວໂລກ. ນາງເປັນ ສະມາຊິກ ທີ່ຫ້າວຫັນ ຂອງ ກຸ່ມການສຶກສາ Microsoft ຊຶ່ງ ເປັນບ່ອນເຕົ້າໂຮມຄູສອນໃນທົ່ວໂລກ ພ້ອມກັນອອກແບບ ບົດບັນລະຍາຍ ແລະ ເຂົ້າຮ່ວມ ການພັດທະນາດ້ານວິຊາ ສະເພາະ ໃນທຸກອາທິດ. 



ເພື່ອໃຫ້ມີວິທີການສິດສອນຢ່າງມີປະສິດທິຜົນທີສຸດ, ເອື້ອຍຄູ ຮ່າແອ໋ງເຟື້ອງ ພ້ອມກັບເພື່ອນຮ່ວມງານປຶກສາຫາລືນຳກັນ
ກ່ອນສະເໜີອອກວິທີການດີທີສຸດ ໃຫ້ແກ່ນັກຮຽນ. ພາບ: ແຄ໋ງລອງ



ເອື້ອຍຄູ ຮ່າແອ໋ງເຟື້ອງ ແລະ ນັກຮຽນຂອງຕົນ ໃນໂຄງການ“ເວົ້າບໍ່ກັບທໍ່ດູດ ປຼາສຕິກ”... ພາບ: ເອກະສານ 


... ແລະ ນີ້ກໍເປັນໂຄງການ ໄດ້ ປະລິນຍາເອກ ດ້ານເສດຖະກິດ ແຖວໜ້າຂອງ ສິງກະໂປ ຮວ່າງຈຽນເວິ໋ນ ໃຫ້ການປຶກສາ
ແລະ ວາງອອກບັນດາຄຳຕັກເຕືອນທີ່ມີຜົນປະໂຫຍດ. ພາບ: ເອກະສານ

ໂຮງຮຽນມັດທະຍົມຕອນປາຍ ເຮືອງເກີ່ນ ເປັນບ່ອນ ຮ່າແອ໋ງເຟື້ອງ ເຮັດວຽກເປັນຄູສອນ ມີ ຈຳນວນນັກຮຽນ ເຖິງ 85% ເປັນຊາວຊົນ ເຜົ່າສ່ວນໜ້ອຍ, ແຕ່ອຸປະສັກນັ້ນ ບໍ່ສາມາດກີດກັ້ນໄດ້ ການສ້າງບັນດາຫ້ອງຮຽນ ທີ່ບໍ່ມີ ພົມແດນຂອງນາງ.

ແຕ່ລະຊົ່ວໂມງຮຽນພາສາ ອັງກິດ, ເອື້ອຍຄູ ຮ່າແອ໋ງເຟື້ອງ ສ້າງເປັນຊົ່ວໂມງຮຽນ ຕາມຮູບແບບທາງໄກ. ຈາກບ່ອນໃດໜຶ່ງ ຢູ່ ວໍຊິງຕັນ, ອິນເດຍ ຫຼື ແຫ່ງອື່ນໆ... ໄດ້ເຊື່ອມຕໍ່ ການພົບປະແລກປ່ຽນ ກັບຫ້ອງຮຽນ ຢູ່ເທິງພູສູງ ຂອງ ເອື້ອຍຄູ ຮ່າແອ໋ງເຟື້ອງ ຜ່ານເຄືອຄ່າຍ ອິນເຕີເນັດ.

ໜຶ່ງໃນບັນດາຊົ່ວໂມງສອນ ທີ່ສ້າງຄວາມປະທັບໃຈ ຢູ່ຫ້ອງຮຽນ ທີ່ ບໍ່ມີພົມແດນນີ້ ແມ່ນຕ້ອງເວົ້າເຖິງ ການບັນຍາຍ ກ່ຽວກັບໂຄງການ “ເວົ້າບໍ່ກັບທໍ່ດູດ ປຼາສຕິກ” ຂອງ ເອື້ອຍຄູ ຮ່າແອ໋ງເຟື້ອງ ແລະ ລູກ ສິດ. ຊົ່ວໂມງຮຽນ ໄດ້ເຊື່ອມຕໍ່ກວ່າ 7 ປະເທດ ຈາກ 4 ທະວີບດ້ວຍກັນ. ໃນຊົ່ວໂມງຮຽນນີ້, ບັນດາ ລູກສິດຕົວນ້ອຍໆ ຊາວຊົນເຜົ່າ ເມື່ອງ ຂອງ ເອື້ອຍຄູ ເຟື້ອງ ໄດ້ນຳເອົາບັນດາຜະລິດຕະພັນທໍ່ດູດໄມ້ໄຜ່ ໂດຍພວກເຂົາເປັນຜູ້ເຮັດເອງ ແລະ ອະທິບາຍກ່ຽວກັບ ຄວາມຫວັງ ແຜ່ ກະຈາຍ ນຳ້ໃຈ ປົກປັກຮັກສາ ສິ່ງແວດລ້ອມ ເຖິງເພື່ອນມິດສາກົນ ດ້ວຍຄວາມໝັ້ນໃຈ.

ເອື້ອຍຄູ ຮ່າແອ໋ງເຟື້ອງ ໃຫ້ຮູ້ວ່າ: “ເບິ່ງແສງຕາທີ່ສົດໃສ, ໝັ້ນໃຈຕົນເອງ ໃນເວລາແລກປ່ຽນ ກັບເພື່ອນມິດສາກົນ ດ້ວຍພາສາ ອັງກິດ ຂອງ ບັນດາລູກສິດ, ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ພວກນ້ອງ ຈະກາຍເປັນ ພົນລະເມືອງທົ່ວໂລກ ໃນອະນາຄົດ”.

ບໍ່ພຽງແຕ່ສອນ ຢູ່ ຫວຽດນາມ ເທົ່ານັ້ນ, ເອື້ອຍຄູ ຮ່າແອ໋ງເຟື້ອງ ຍັງໃຊ້ເວລາສອນທາງໄກ ໃຫ້ເດັກນ້ອຍ ຢູ່ເຂດຊຸມຊົນແອອັດ ຂອງ ອິນເດຍ ແລະ ເດັກນ້ອຍ ຢູ່ ອາຟຣິກກາໃຕ້... ໃນອະນາຄົດ, ເອື້ອຍຄູ ຮ່າແອ໋ງເຟື້ອງ ມີຄວາມມຸ້ງຫວັງ ທີ່ຈະເປີດ ຊ່ອງ Youtube ສອນສະເພາະ ພາສາ ອັງກິດ ໃຫ້ນັກຮຽນ ໂດຍບໍ່ຄິດຄ່າ, ໃນເວລາດຽວກັນ ກໍແບ່ງປັນ ບັນດາ ການເຄື່ອນໄຫວ ດ້ານວິຊາສະເພາະ, ບັນດາໂຄງການ ທີ່ກ່ຽວກັບການສອນ ເພື່ອເປົ້າໝາຍ ພັດທະນາ ທີ່ຍືນຍົງ.

ລາງວັນ “ຄູສອນທົ່ວໂລກ” ໂດຍກອງທຶນ Varkey (Varkey Foundation) ເປັນຜູ້ສ້າງຕັ້ງເມື່ອປີ 2014. ແຕ່ລະປີ, ຄະນະຈັດຕັ້ງໄດ້ຮັບເອກະສານ ນັບຫຼາຍສິບພັນສະບັບ ມາຈາກຫຼາຍປະເທດ (ປີ 2019 ມີ ກວ່າ 10.000 ສະບັບ). ຄູສອນຜູ້ໜຶ່ງມີການປະກອບສ່ວນດີເດັ່ນພິເສດ ໃນບັນດາຂົງເຂດການສຶກສາ ຈະໄດ້ຮັບການເລືອກເຟັ້ນ ເພື່ອຮັບລາງວັນ ມີມູນຄ່າ 1 ລ້ານ ໂດລາສະຫະລັດ. 
 
ບົດ: ຖາວວີ - ພາບ: ແຄ໋ງລອງ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top