• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຄູຝຶກຂອງນັກກິລາລອຍນຳ້ພິການ

ໂດຍຈຸດປະສົງຢາກໃຫ້ຄົນພິການຢູ່ນະຄອນ ໂຮ່ຈີມິນ ມີສະຖານທີ່ຮຽນການລອຍນຳ້ແບບບໍ່ເສຍເງິນ, ຄູຝຶກ ໂດງກວກເກື່ອງ ຈຶ່ງສ້າງ ຕັ້ງສະໂມສອນລອຍນຳ້ ສຳລັບໃຫ້ຄົນພິການ ຢູ່ນະຄອນ ໂຮ່ຈີມິນ ເມື່ອປີ 1999. ນີ້ບໍ່ພຽງແຕ່ເປັນບ່ອນສອນໃຫ້ຄົນພິການຮູ້ຈັກກັບກິລາລອຍນຳ້ເທົ່ານັ້ນ, ຫາກຍັງເປັນບ່ອນຊ່ວຍເຮັດໃຫ້ຄົນພິການຫຼາຍຄົນມີໂອກາດກາຍເປັນນັກກິລາລອຍນຳ້ທີ່ດີເດັ່ນຂອງທິມຊາດຫວຽດນາມ ອີກດ້ວຍ.
ຕອບສະໜອງໃຫ້ແກ່ຄວາມຮັກເມົາມົວລອຍນຳ້ຂອງຄົນພິການ 
ເຄີຍເປັນແຊມປ້ຽນລອຍນຳ້ທີ່ມີຊື່ສຽງຢູ່ພາກເໜືອໃນຊຸມປີ 1960-1970 ຂອງສະຕະວັດກ່ອນ, ທ່ານ ໂດງກວກເກື່ອງ (ບ້ານເກີດຢູ່ ຮ່າໂນ້ຍ) ໄດ້ມະຫາວິທະຍາໄລ ກິລາ ນະຄອນ ໂຮ່ຈີມິນ ເຊີນມາ ສອນວິຊາລອຍນຳ້ໃຫ້ບັນດານັກຮຽນຂອງຕົນເມື່ອປີ 1977. ໃນການສອນລອຍນຳ້ເທື່ອໜຶ່ງຢູ່ຫໍວັດທະນະທຳ ອອກແຮງງານ (ເມືອງ 3), ເພິ່ນພົບເຫັນຄົນພິການຈຳນວນໜຶ່ງພວມຍືນເບິ່ງ ຄົນທຳມະດາລອຍນຳ້ດ້ວຍສາຍຕາຢາກແທ້ຢາກວ່າ. ເຂົາເຈົ້າຢາກ ໄດ້ລອຍນຳ້, ແຕ່ຍ້ອນສະພາບການເປັນຢູ່ທີ່ທຸກຍາກລຳບາກ, ທັງເປັນຄົນພິການ, ສະນັ້ນ ເຂົາເຈົ້າພຽງແຕ່ຮູ້ຍືນເບິ່ງເທ່ົານັ້ນ.
 
ສິ່ງດັ່ງກ່າວເຮັດໃຫ້ເພິ່ນຄິດວ່າ ຕ້ອງເຮັດວຽກໃດວຽກໜຶ່ງ ເພື່ອຊ່ວຍ ເຫຼືອໃຫ້ແກ່ຄົນພິການ. ເພິ່ນຕັດສິນໃຈສ້າງຕັ້ງສະໂມສອນ ລອຍນຳ້ ສຳລັບໃຫ້ແກ່ຄົນພິການນະຄອນ ໂຮ່ຈີມິນ ເມື່ອປີ 1999 ເພື່ອໃຫ້ຄົນພິການສາມາດເຂົ້າມາຮຽນການລອຍນຳ້ແບບບໍ່ເສຍເງິນ. ທຳອິດຄົນພິການມາຮຽນການລອຍນຳ້ຍັງບໍ່ທັນມີຫຼາຍປານໃດ, ແຕ່ຫຼັງຈາກສະໂມສອນໄດ້ຍ້າຍມາເມືອງ ເຕິນບິ່ງ ເມື່ອປີ 2001, ສະລອຍນຳ້ແຫ່ງນີ້ ໄດ້ອອກແບບຕຳ່ ແລະ ຕິດຕັ້ງເສັ້ນທາງຍ່າງສະເພາະໃຫ້ແກ່ຄົນພິການ, ຈຳນວນຄົນພິການມາຮຽນການລອຍນຳ້ຢູ່ທີ່ນີ້ ນັບມື້ນັບຫຼາຍຂຶ້ນ.


ສະໂມສອນ ລອຍນຳ້ ສຳລັບໃຫ້ແກ່ ຄົນພິການ ນະຄອນ ໂຮ່ຈີມິນ
ຊ່ວຍເຮັດໃຫ້ຄົນພິການຢູ່ນະຄອນ ໂຮ່ຈີມິນ ມີໂອກາດໄດ້ຮຽນການ
ລອຍນຳ້ແບບບໍ່ເສຍເງິນ. ພາບ: ດັ້ງກິມເຟືອງ



ຄູຝຶກ ໂດງກວກເກື່ອງ ແນະນຳນັກຮຽນຊ້ອມກຳລັງແຮງໃນຫ້ອງຝຶກ
ຍົກນຳ້ໜັ້ກ. ພາບ: ດັ້ງກິມເຟືອງ



ຄູຝຶກ ໂດງກວກເກື່ອງ ບອກສອນໃຫ້ນັກຮຽນຄົນໜຶ່ງ ດ້ວຍຄວາມຕັ້ງໃຈ. ພາບ: ດັ້ງກິມເຟືອງ


ຄວາມດີໃຈຂອງນັກກິລາລອຍນຳ້ພິການ ຫງວຽນກວາງເວືອງ,
ນັກຮຽນຄົນໜຶ່ງຂອງຄູຝຶກ ໂດງກວກເກື່ອງ. ພາບ: ດັ້ງກິນເຟືອງ



ນັກກິລາລອຍນຳ້ພິການຂອງສະໂມສອນ ພວມຝຶກຊ້ອມວິທີການ ລອຍຫງາຍ. ພາບ: ດັ້ງກິນເຟືອງ


ຄູຝຶກ ໂດງກວກເກື່ອງ ແບ່ງປັນບົດຮຽນໃນການລອຍນຳ້ກັບນາງ ຟ້າມທິກົວ,
ນັກກິລາລອຍນຳ້ພິການເຄີຍທຳລາຍ 3 ສະຖິຕິ ໃນການແຂ່ງຂັນລອຍນຳ້ 3 ຄັ້ງທີ່
Paragames
ແລະ ໄດ້ເລືອກ ເຟັ້ນເປັນນັກກິລາດີເດັ່ນຂອງປີ 2004. ພາບ: ດັ້ງກິນເຟືອງ



ຄູຝຶກ ໂດງກວກເກື່ອງ ແລກປ່ຽນຄຳຄິດຄຳເຫັນກັບຄູຝຶກ ເລແທງຮຸຍ,
ຜູ້ຄຸ້ມຄອງສະໂມສອນໃນປະຈຸບັນ. ພາບ: ດັ້ງກິນເຟືອງ

ເພື່ອໃຫ້ຫຼາຍຄົນຮູ້ເຖິງສະໂມສອນ, ຄູຝຶກ ໂດກວກເກື່ອງ ຕ້ອງໄປ ຫາຄົນພິການທີ່ພວມຫາທາງດຳລົງຊີວິດຕາມບັນດາຖະໜົນຫົນທາງຢູ່ ໄຊງ່ອນ. ຫຼັງຈາກການໂອ້ລົມກັນ,ຖ້າເຫັນຜູ້ໃດມີຄວາມຮັກມັກ ກັບການລອຍນ້ຳ, ເພິ່ນຈຶ່ງແນະນຳຜູ້ນັ້ນ ໄປຮຽນຢູ່ສະໂມສອນ ຂອງຕົນ.
 
ສະໂມສອນ ລອຍນຳ້ ສຳລັບໃຫ້ແກ່ຄົນພິການ ນະຄອນ ໂຮ່ຈີມິນໄດ້ຮັກສາການເຄື່ອນໄຫວມາເຖິງປະຈຸບັນນີ້. ເວລາທີ່ຄູຝຶກ ໂດງກວກເມື່ອງ ໄດ້ໄປຝຶກຊ້ອມໃຫ້ທິມລອຍລຳ້ພິການ ນະຄອນ ໂຮ່ຈີມິນ ແລະ ທິມຊາດ ຫວຽດນາມ ເມື່ອປີ 2011, ນັກຮຽນຂອງ ເພິ່ນແມ່ນຄູຝຶກ ເລແທງຮຸຍ ໄດ້ຕາງໜ້າເພິ່ນ ສອນໃຫ້ແກ່ຄົນ ພິການທີ່ພວມຮຽນລອຍນຳ້ໃນສະໂມສອນ.
 
ຄູຝຶກ ແລະ ນັກຮຽນພ້ອມກັນພິສິດໄຊຊະລະອັນສະຫງ່າງາມ
ຄູຝືກ ໂດງກວກເກື່ອງ ໃຫ້ຮູ້ວ່າ ເພິ່ນສ້າງຕັ້ງສະໂມສອນແຫ່ງນີ້ ເພື່ອຊ່ວຍເຮັດໃຫ້ຄົນພິການມີໂອກາດໄດ້ຮຽນການລອຍນຳ້, ຊ່ວຍເຮັດ ໃຫ້ຮ່າງກາຍໄດ້ແຂງແຮງກວ່າ. ແຕ່ຈາກການຮຽນລອຍນຳ້ ຢູ່ສະໂມສອນແຫ່ງນີ້, ຄົນພິການຫຼາຍຄົນພັດກາຍເປັນ ນັກກິລາ ລອຍນຳ້ພິການຂັ້ນນະຄອນ ແລະ ຂັ້ນທິມຊາດ, ສາມາດແກ້ງແຍ່ງ ກັນກັບບັນດານັກກິລາລອຍນຳ້ຕ່າງໆ ໃນໂລກ ຜ່ານບັນດາລາຍ ການແຂ່ງຂັນລອຍນຳ້ຢູ່ພາຍໃນ ແລະ ສາກົນ.
 
ປະຈຸບັນ, ບັນດານັກກິລາລອຍນຳ້ ທີ່ເປັນນັກຮຽນຂອງເພິ່ນຍາດໄດ້ຫຼຽນຄຳກວ່າ 200 ຫຼຽນຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນ ມີນັກກິລາລອຍນຳ້ທີ່ມີຊື່ສຽງຫຼາຍຄົນຄື: ທ້າວ ຫວໍແທງຕຸ່ງ, ທ້າວ ຫງວຽນແທ່ງຈຸງ, ນາງ ຫງວຽນທິຊາຣີ, ນາງ ຟ້າມທິກົວ... ພິເສດ, ນັກກິລາລອຍນຳ້ ຫວໍແທງຕຸ່ງ ທຳລາຍສະຖິຕິດ້ວຍ 5 ຫຼຽນຄຳ ຍາດໄດ້ ທີ່ ASIAN Paragames 2 ເມື່ອປີ 2014, ຊ່ວຍໃຫ້ ລາວກາຍເປັນນັກກິລາພິການອັນດັບໜຶ່ງຂອງອາຊີ. ຄູຝຶກ ໂດງກວກເກື່ອງ ມີກຽດໄດ້ຮັບລາງວັນທີ່ເປັນຄູຝຶກດີເດັ່ນໃນ 2 ປີ 2013 ແລະ 2014.


ຄູຝຶກ ໂດງກວກເກື່ອງ ແລະ ນັກກິລາລອຍນຳ້ ຫວໍແທງຕຸ່ງ ເຂົ້າຮ່ວມລາຍການແຂ່ງຂັນ
ລອຍນຳ້ສາກົນຄັ້ງໜຶ່ງທີ່ນະຄອນ
Funchal, ປະເທດ ປອກຕຸຍການ, ເດືອນ ເມສາ 2016. ພາບ: ເອກະສານ



ຄູຝຶກ ໂດງກວກເກື່ອງ ແລະ ບັນດານັກຮຽນຂອງຕົນທີ່ນະຄອນ Funchal, ປະເທດ ປອກຕຸຍການ,
ເດືອນ ເມສາ 2016. ພາບ: ເອກະສານ



ຄູຝຶກ ໂດງກວກເກື່ອງ ແລະ ບັນດານັກຮຽນຂອງຕົນທີ່ Rio Paralympic 2016. ພາບ: ເອກະສານ


ຄູຝຶກ ໂດງກວກເກື່ອງ ແລະ ທິມລອຍນຳ້ພິການ ຫວຽດນາມ ກ່ອນທີ່ຈະເດີນທາງ
ໄປເຂົ້າຮ່ວມ Rio Paralympic 2016. ພາບ: ເອກະສານ

ເມື່ອເວົ້າເຖິງຄູຝຶກຂອງຕົນ, ນັກກິລາລອຍນຳ້ ຟ້າມທິກົວ ໃຫ້ຮູ້ວ່າ: “ຄູຝຶກ ເກື່ອງ ຖືພວກຂ້າພະເຈົ້າຄືລູກຫຼານຂອງຕົນແທ້ໆ. ພວກຂ້າພະເຈົ້າຫຼາຍເທື່ອຢາກປະລະການຝຶກຊ້ອມຍ້ອນຮູ້ສຶກ ເມື່ອຍ, ອົດທົນບໍ່ໄຫວແລ້ວ, ເພິ່ນກໍ່ມາໃຫ້ຄວາມລະດົມກຳລັງໃຈ ແລະ ອະທິບາຍເພື່ອໃຫ້ພວກຂ້າພະເຈົ້າເຂົ້າໃຈ ແລ້ວພະຍາຍາມຝຶກຊ້ອມຕໍ່”. ນາງ ຟ້າມທິກົວ ພວມເປັນແຊມປ້ຽນ ລອຍນຳ້ພິການ
ແຫ່ງຊາດ, ເຄີຍຍາດໄດ້ 3 ຫຼຽນຄຳ, ທຳລາຍ 3 ສະຖິຕິ ໃນການແຂ່ງຂັນລອຍນຳ້ 3 ຄັ້ງທີ່ Paragames, ໄດ້ເລືອກເຟັ້ນເປັນນັກກິລາດີເດັ່ນຂອງປີ 2004 ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນ 3.
 
ປະຈຸບັນ, ໃນທິມລອຍນຳ້ພິການນະຄອນ ໂຮ່ຈີມິນ ແລະ ທິມຊາດຫວຽດນາມ ມີນັກກິລາລອຍນຳ້ພິການຫຼາຍຄົນມາຈາກສະໂມສອນລອຍນຳ້ພິການ ນະຄອນ ໂຮ່ຈີມິນ ຂອງຄູຝຶກ ໂດງກວກເກື່ອງ,ໃນນັ້ນ ນັກກິລາລອຍນຳ້ພິການປະມານ 100 ຄົນ ຄົບມາດຕະຖານທີ່ລົງທະບຽນເຂົ້າຮ່ວມການແຂ່ງຂັນລອຍນຳ້ທົ່ວປະເທດ.
 

 

ບໍ່ພຽງແຕ່ເປັນຜູ້ສອນວິຊາລອຍນຳ້ຢ່າງສຸດອົກສຸດໃຈນຳນັກຮຽນ ເທົ່ານັ້ນ, ຄູຝຶກ ໂດງກວກເກື່ອງ ຍັງຊ່ວຍເຮັດໃຫ້ນັກກິລາພິການ, ຮັກຮຽນຂອງຕົນຫຼາຍຄົນກາຍເປັນຜົວເມຍ. ມາເຖິງປະຈຸບັນ, ມີບ່າວສາວ 11 ຄູ່ກາຍເປັນຜົວເມຍຈາກການຊ່ວຍເຫຼືອຂອງເພິ່ນ, ຫຼາຍຄົນເວົ້າຢອກວ່າ ເພິ່ນເປັນພໍ່ສື່ຂອງວົງການລອຍນຳ້ ຫວຽດນາມ.

 
ບົດ: ເຊີນເງ້ຍ - ພາບ: ດັ້ງກິມເຟືອງ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top