• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ຄຸ້ມເມືອງເກົ່າ ຮ່າໂນ້ຍ ຜ່ານ ການວາດພາບ ຂອງ ບັນດາ ນັກຈິດຕະກອນ ສາກົນ

ນັກຈິດຕະກອນ ສາກົນ ເກືອບ 500 ທ່ານ ຊຶ່ງລວມມີ ນັກສະຖາປານິກ ແລະ ບັນດາຜູ້ມີຄວາມຫຼົງໄຫຼ ກັບສິລະປະ ລະບາຍສີ ໃນໄວ ແຕ່ 6-70 ປີ ທີ່ມາຈາກ 18 ປະເທດ ໄດ້ພົບ ກັນ ຢູ່ ນະຄອນຫຼວງ ຮ່າໂນ້ຍ ໃນ “ການເດີນທາງ ແຕ້ມສະເກັດ ອາຊີ-ຮ່າໂນ້ຍ 2019 (Asia-link Sketchwalk Hanoi 2019). ດ້ວຍຄວາມຮູ້ສຶກ ແລະ ການປະດິດສ້າງຂອງຕົນ, ເຂົາເຈົ້າໄດ້ “ຍ້ອມສີ ຄຸ້ມເມືອງເກົ່າ” ໂດຍຜ່ານ ບັນດາແຜ່ນ ພາບແຕ້ມ ທີ່ ເຕັມໄປດ້ວຍ ຄວາມ ມີຊີວິດຊີວາ ໃນຊຸມມື້ ອາກາດ ເຢັນສະບາຍ ຂອງ ລະດູໃບໄມ້ຫຼົ່ນ ຢູ່ ຮ່າໂນ້ຍ.
“ໃນການເດີນທາງແຕ້ມສະເກັດ ອາຊີ-ຮ່າໂນ້ຍ 2019” ໄດ້ສ້າງ ສະຖິຕິ ເມື່ອມີຜູ້ເຂົ້າຮ່ວມເກືອບ 500 ຄົນ ທີ່ມາຈາກ 18 ປະ ເທດເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີ, ສິງກະໂປ, ໄທ, ຝຣັ່ງ, ມາເລເຊຍ, ຟີລິບປິນ... ເຂົາເຈົ້າມາຍັງ ຮ່າໂນ້ຍ ດ້ວຍຄວາມຮັກ ກ່ຽວກັບ ນະຄອນແຫ່ງສັນຕິພາບ, ໃກ້ຊິດ ແລະ ຫວຽດນາມ-ປະເທດ ໜຶ່ງທີ່ມີມໍລະດົກ ວັດທະນະທຳ ຫຼາຍຢ່າງ ໃນຄຸ້ມເມືອງເກົ່າ ຮ່າໂນ້ຍ ຊຶ່ງເປັນກະທູ້ຫົວເລື່ອງ ຢູ່ໃນແຕ່ລະຜົນ ການປະດິດແຕ່ງ ຂອງນັກລະບາຍສີແຕ່ລະທ່ານ. ຈຸດພິເສດ ຂອງສາຍທາງເດີນຄັ້ງນີ້ ແມ່ນບັນດານັກລະບາຍສີ ໄດ້ປະດິດ ພາບ ຢູ່ ທຸກຈອກທຸກມູມ ຂອງ ຮ່າໂນ້ຍ ຄື: ຮ້ານກາເຟ, ແຄມທາງ... ເຖິງວ່າແດດ ຈະອອກ ຫຼື ຝົນຕົກ ກໍຕາມ ແຕ່ເຂົາ ເຈົ້າໄດ້ໃຫ້ການປະດິດແຕ້ມ ດ້ວຍ ຄວາມຫຼົງໄຫຼທັງໝົດ ຂອງຕົນ.

ນັກຈິດຕະກອນ ທີ່ມີຊື່ສຽງ ອັນດັບແຖວໜ້າ ຢູ່ພາກພື້ນ ອາຊີ ໃນຂົງເຂດແຕ້ມສະເກັດ ຕົວເມືອງ ຈໍານວນ 6 ທ່ານ ກັບ ແບບລີລາ ການແຕ້ມ ທີ່ແຕກຕ່າງກັນເຊັ່ນ Kiah Kiean Chng (ມາເລເຊຍ, Elena Kilimova (ລັດເຊຍ), Alvin Mark Tan (ສິງ ກະໂປ), Darman Angir (ອິນໂດເນເຊຍ) ໄດ້ໃຊ້ເວລາ 6 ມື້ ເພື່ອການແນະນຳດ້ານເຕັກນິກ ໃຫ້ແກ່ ບັນດາສະມາຊິກທີ່ ເຂົ້າ ຮ່ວມຄັ້ງນີ້. ບັນດາການເຄື່ອນໄຫວ ລວມໝູ່ ທີ່ໜ້າ ດຶງດູດໃຈນີ້ ໄດ້ຈັດຂຶ້ນທ່າມກາງບັນຍາກາດທີ່ຄຶກຄື້ນ ອັນໄດ້ ສ້້າງສີສັນທາງ ວັດທະນະທຳ ອັນດີງາມ ຢູ່ ຄຸ້ມເມືອງເກົ່າ ຮ່າໂນ້ຍ.



ບັນດານັກຈິດຕະກອນ ທີ່ເຂົ້າຮ່ວມ “ການເດີນທາງແຕ້ມສະເກັດ ອາຊີ-ຮ່າໂນ້ຍ 2019” ຖ່າຍຮູບເປັນທີ່ລະນຶກ ຢູ່ ໂຮງມະໂຫລະສົບ ຮ່າໂນ້ຍ. 


ຂະບວນແຫ່ທຸງຊາດ ຂອງ ບັນດາປະເທດ ເຂົ້າຮ່ວມ “ການເດີນ ທາງ ແຕ້ມສະເກັດ ອາຊີ-ຮ່າໂນ້ຍ 2019”.


ບັນດານັກຈິດຕະກອນ ທ່ຽວຊົມ ຮ່າໂນ້ຍ ດ້ວຍລົດເມສອງຊັ້ນ, ນີ້ແມ່ນ ຍານພາຫະນະຮັບໃຊ້ນັກທ່ອງທ່ຽວແບບໃໝ່ ຂອງ ນະຄອນຫຼວງ ຮ່າໂນ້ຍ. 


ພາບແຕ້ມຂອງນັກຈິດຕະກອນ ຫວ໊ຽນເຟືອງ (ຫວຽດນາມ).


ບັນດາຜົນງານຮູບແຕ້ມ ທີ່ໃກ້ສົມບູນແບບ ກ່ຽວກັບຕະຫຼາດ ດ່ົງຊວນ ຂອງ ບັນດານັກຈິດຕະກອນ.

ບັນດາພາບແຕ້ມສະເກັດ ກ່ຽວກັບ ຮ່າໂນ້ຍ ໄດ້ນໍາມາວາງ ສະ ແດງ ຢູ່ຫໍພິພິທະພັນປະຫວັດສາດ ຫວຽດນາມ ເປັນທ່ີດຶງດູດ ຄວາມສົນໃຈຈາກຊາວ ຫວຽດນາມ ແລະ ເພື່ອນມິດສາກົນ ທີ່ ມາຢ້ຽມຊົມ ເປັນຈຳນວນຫຼວງຫຼາຍ. ພ້ອມນີ້ ພາບແຕ້ມ ຈໍາ ນວນ 100 ແຜ່ນ ໄດ້ຮັບການຄັດເລືອກ ເພື່ອນໍາໄປວາງ ສະແດງ ຢູ່ ມະຫາວິທະຍາໄລ ສະຖາປັດຕະຍະກໍາ ຮ່າໂນ້ຍ, ຄຸ້ມຖະໜົນຄົນຍ່າງ ຢູ່ແຄມໜອງ ຮວ່ານກ໋ຽມ ແລະ ຫໍພິພິທະພັນ ຮ່າໂນ້ຍ.
ດ້ວຍເປົ້າໝາຍ ທ່ີສະແດງຢ່າງຈະແຈ້ງ ຄຸ້ມເມືອງເກົ່າ ຮ່າໂນ້ຍ, ບັນດານັກຈິດຕະກອນ ສາກົນ ໄດ້ແຕ້ມສະເກັດ ທົ່ວຄຸ້ມເມືອງ ເກົ່າ ຊຶ່ງລວມມີ ຫໍວິຫານ ຫງອກເຊີນ, ຫໍວິຫານ ບ່າກ້ຽວ, ຮູບ ປັ້ນ ຫຼີຖ໋າຍໂຕ໊, ຕະຫຼາດ ດົ່ງຊວນ, ວັດ ຕາມຝູລິນຕື່, ໂອກວນ ເຈື໊ອງ ຫຼື ບັນດາຄຸ້ມຖະໜົນ ໃນພື້ນທີ່ ເຂດເມືອງເກົ່າ ເຊັ່ນ: ໂຮງ ມະໂຫລະສົບ ຮ່າໂນ້ຍ, ໂບດໃຫຍ່... ພຽງໃນໄລຍະ ສັ້ນໆ “ການ ເດີນທາງ ແຕ້ມສະເກັດ ອາຊີ-ຮ່າໂນ້ຍ 2019” ມີພາບແຕ້ມ ກວ່າ 1000 ແຜ່ນ ທ່ີປະສົມປະສານດ້ວຍຮູບແບບ ແລະ ອາລົມ ທີ່ແຕກຕ່າງກັນ.

ດ້ວຍຄວາມຮັກທີ່ມີຕໍ່ ຮ່າໂນ້ຍ ແລະ ຄວາມມານະພະຍາຍາມ ເຄື່ອນໄຫວ ຂອງສະມາຊິກອາສາສະໝັກກ່ວາ 4000 ທ່ານ ໃນ “ການເດີນທາງແຕ້ມສະເກັດ ອາຊີ-ຮ່າໂນ້ຍ 2019”  ໄດ້ຊ່ວຍ ໃຫ້ ບັນດານັກຈິດຕະກອນສາກົນ “ຍ້ອມສີຄຸ້ມເມືອງເກົ່າ” ຮັກ ສາ ຄວາມງາມໃນຊ່ົວພິບຕາ ທີ່ເກີດຂຶ້ນ ໂດຍບັງເອີນ ຂອງນະ ຄອນຫຼວງ ຮ່າໂນ້ຍ, ພ້ອມດຽວກັນນັ້ນແມ່ນ ເພື່ອຮັກສາໄວ້ ໄດ້ວັດທະນະທຳ ອັນດີງາມໃນໃຈເພື່ອນມິດສາກົນ, ພ້ອມດຽວ ກັນ ຍັງເປັນການໂຄສະນາເຜີຍແຜ່ປະເທດ ຫວຽດນາມ ເປັນຈຸດ ນັດໝາຍແຫ່ງມິດຕະພາບ, ມໍລະດົກທາງວັດທະນະທຳ ແລະ ຄວາມຮັກ ໃນການແຕ້ມຮູບອີກດ້ວຍ.


ຜົນການປະດິດຮູບແຕ້ມ ຈຳນວນໜຶ່ງ ຂອງ ບັນດານັກແຕ້ມ ຜູ້ເຂົ້າຮ່ວມ “ການເດີນທາງ ແຕ້ມຮູບ ອາຊີ-ຮ່າໂນ້ຍ 2019”:
ໂອກວານເຈື໊ອງ, ຕະຫຼາດ ດົ່ງຊວນ, ໂບດໃຫຍ່, ສາລາ ຮ່າງ ບາກ ແລະ ບັນດາລາຍການອາຫານ ຢູ່ຕາມຮ່ອມຕ່າງໆ ຂອງ ເຂດເມືອງຫຼວງ:

















ບົດ: ບິກເວິນ-ພາບ: ແທງຢາງ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top