• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄຸນຄ່າວັດທະນະທຳ ໃນການພັດທະນາການທ່ອງທ່ຽວ ຢູ່ແຂວງ ບາເຣັຍ-ຫວຸງເຕົ່າ

      ໂດຍແມ່ນທ້ອງຖິ່ນ ນອນໃນເຂດເສດຖະກິດຈຸດສຸມນອນທາງພາກໃຕ້, ແຂວງ ບາເຣັຍ-ຫວຸງເຕົ່າ ມີບັນດາທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມສາດ, ທຳມະຊາດໄດ້ເອື້ອອຳນວຍຄວາມສະດວກ ເພື່ອພັດທະນາການທ່ອງທ່ຽວ. ນອກຈາກທ່າໄດ້ປຽບທາງດ້ານທຳມະຊາດຄື ຝັ່ງທະເລສວຍງາມ, ແຂວງ ບາເຣັຍ-ຫວຸງເຕົ່າ ຍັງມີສະຖານທີ່, ປູຊະນີຍະສະຖານປະຫວັດສາດຫຼາຍແຫ່ງ ພ້ອມກັບບັນດາງານບຸນປະເພນີ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ທີ່ເປັນມູນເຊື້ອຂອງປະຊາຊົນຢູ່ເຂດແຄມທະເລ. ນີ້ກໍ່ແມ່ນບັນດາປັດໄຈທີ່ສະດວກທີ່ສຸດ ເພື່ອໃຫ້ທ້ອງຖິ່ນນີ້ ຕິດພັນກັບບັນດາຜະລິດຕະພັນ ວັດທະນະທຳທີ່ເປັນເອກະລັກ ໃນການພັດທະນາການທ່ອງທ່ຽວ.

ແຂກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ຫວຸງເຕົ່ານັບມື້ນັບຫຼາຍຂຶ້ນ
      ກໍເຊັ່ນດຽວກັນກັບດິນແດນຫຼາຍແຫ່ງອື່ນ, ຫວຸງເຕົ່າ  ມີຊີວິດວັດທະນະທຳທີ່ມີຫຼາຍຮູບຫຼາຍສີ ແລະ ອຸດົມສົມບູນ. ໃນຄວາມຫຼາກຫຼາຍສີສັນ ແລະ ອຸດົມສົມບູນຂອງອະນຸເຂດວັດທະນະທຳ ທາງທິດຕາເວັນອອກຂອງພາກໃຕ້ນັ້ນ,   ຫວຸງເຕົ່າ ມີບັນດາປັດໄຈວັດທະນະທຳ ທີ່ເປັນເອກະລັກສະເພາະ ທີ່ທ້ອງຖິ່ນອື່ນໆຢູ່ໃກ້ຄຽງບໍ່ມີ ເປັນຕົ້ນແມ່ນປັດໄຈວັດທະນະທຳທະເລ ແລະ ບັນດາປັດໄຈທາງດ້ານພູມສາດ-ວັດທະນະທຳ. ໜຶ່ງໃນບັນດາຈຸດທີ່ເປັນເອກະລັກສະເພາະຂອງ ບາເຣັຍ-ຫວຸງເຕົ່າ ແມ່ນຢູ່ແຫ່ງນີ້ໄດ້ເຕົ້າໂຮມປູຊະນີຍະສະຖານ ປະຫວັດສາດວັດ, ທະນະທຳຫຼາຍແຫ່ງ ແລະ ນີ້ກໍ່ແມ່ນທ່າແຮງເພື່ອໃຫ້ແຂວງ ສຸມໃສ່ຂຸດຄົ້ນພັດທະນາການບໍລິການທ່ອງທ່ຽວ ວັດທະນະທຳຈິດວິນຍານ. ແຂກທ່ອງທ່ຽວແຕ່ລະຄົນເມື່ອມາທ່ອງທ່ຽວຢູ່ ບາເຣັຍ-ຫວຸງເຕົ່າ ກໍ່ບໍ່ອາດພາດໂອກາດເຂົ້າຮ່ວມບັນດາງານບຸນປະເພນີ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອ ຂອງປະຊາຊົນເຂດແຄມທະເລເຊັ່ນ ງານບຸນບູຊາປາວານ, ງານບຸນເລ້ໂກ, ງານບຸນ ຈຸງກິ໋ວ…                                            
      ໂດຍຖືກຈັດຂຶ້ນໃນວັນເພງເດືອນ 8 ໃນແຕ່ລະປີ, ງານບຸນບູຊາປາວານຖືກຈັດຂຶ້ນຢ່າງເຄັ່ງຂຶມ. ການທຳພິທີໄຫວ້ບູຊາປາວານ ກໍ່ແມ່ນພິທີຫຼັກຂອງງານບຸນບູຊາປາວານ ຢູ່ແຂວງ ຫວຸງເຕົ່າ ດ້ວຍຄວາມຫວັງພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ທະເລສະຫງົບງຽບບໍ່ເກີດຄື້ນຟອງແຮງ, ຊາວປະມົງຈັບຫາປາກຸ້ງໄດ້ຢ່າງຫຼວງຫຼາຍ ແລະ ຊີວິດມີຄວາມອີ່ມໜຳສຳລານ ແລະ ຜາສຸກ. ທ່ານ ຫງວຽນວັນລອງ ຫົວໜ້າຄະນະຈັດຕັ້ງ ງານບຸນບູຊາປາວານ ປີ 2018 ໃຫ້ຮູ້ວ່າ:
     “ງານບຸນບູຊາປາວານໃນແຂວງ ບາເຣັຍ-ຫວຸງເຕົ່າ ແມ່ນໄດ້ມີມາແຕ່ນັບຮ້ອຍປີນີ້. ຕາມເລື່ອງລາວເລົ່າຂານກັນວ່າມີປາວານໂຕໜຶ່ງມີນ້ຳໜັກ 18 ໂຕນ ຖືກຄື້ນທະເລມ້ວນເຂົ້າສູ່ຝັ່ງ ແລະ ຊາວປະມົງກໍ່ໄດ້ມີລະດູຫາປາໄດ້ຮັບຜົນດີ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ ແລະ ສຸຂະພາບຂອງປະຊາຊົນຊາວປະມົງແຂງແຮງຕະຫຼອດປີ. ແຕ່ປີ 1817 ກໍ່ໄດ້ຈັດງານບຸນນີ້ແລ້ວ ແລະ ເຖິງປີ 2000 ງານບຸນກໍ່ຖືກກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຈັດອັນດັບເປັນປູຊະນີຍະສະຖານ ປະຫວັດສາດດ້ານວັດທະນະທຳ”.
    ເພື່ອດຶງດູດແຂກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ແຂວງ ບາເຣັຍ-ຫວຸງເຕົາ ໃນປັດຈຸບັນ, ທາງທ້ອງຖິ່ນພວມມຸ່ງໄປສູ່ ການພັດທະນາທ່ອງທ່ຽວ ດ້ວຍຄຸນນະພາບສູງ ເພື່ອດຶງດູດແຂກທ່ອງທ່ຽວລະດັບສູງ. ທາງແຂວງພວມເອົາໃຈໃສ່ພັດທະນາ ບັນດາຮູບແບບການບໍລິການລະຫຼິ້ນບັນເທີງຄຸນນະພາບສູງ ເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ ແລະ ພັກເຊົາເປັນໄລຍະຍາວ. ທາງແຂວງກໍ່ພວມບູລະນະປະຕິສັງຂອນ ບັນດາປູຊະນີຍະສະຖານ, ຮາກຖານວັດທະນະທຳເພື່ອຮັບໃຊ້ການທ່ອງທ່ຽວ ໂດຍມີການສົມທົບພັດທະນາບັນດາຮູບແບບໝູ່ບ້ານອາຊີບຫັດຖະກຳ, ຮູບແບບກະສີກຳສະອາດ ແລະ ນຳໃຊ້ເຕັກໂນໂລຊີສູງ ເພື່ອຮັບໃຊ້ແຂກທ່ອງທ່ຽວເຂົ້າມາທັດສະນະສຶກສາ. ທ່ານ ຈິ້ງຮັ່ງ ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ບາເຣັຍ-ຫວຸງເຕົ່າ ໃຫ້ຮູ້ວ່າ:
    “ປັດຈຸບັນພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ໄດ້ສ້າງໂຄງການພັດທະນາ ຜະລິດຕະພັນທ່ອງທ່ຽວເຖິງປີ 2025, ກຳນົດທິດເຖິງປີ 2030. ຕາມແຜນການແລ້ວແຕ່ລະທ້ອງຖິ່ນ ກໍ່ຕ້ອງມີຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຂອງໃຜຂອງລາວ. ທາງພະແນກຈະເປັນຫົວໜ່ວຍຮັບຜິດຊອບ, ສົມທົບກັບບັນດາເມືອງ ນະຄອນໃນບໍລິເວນແຂວງ, ດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດ ແລະ ປະຊາຊົນເພື່ອສ້າງໃຫ້ມີບັນດາຜະລິດຕະພັນທ່ອງທ່ຽວ ຫຼາຍກວ່າເກົ່າ”
    ມໍລະດົກວັດທະນະທຳ, ທຳມະຊາດ, ບັນດາປູຊະນີຍະສະຖານປະຫວັດສາດ, ວັດທະນະທຳຍາມໃດກໍ່ໄດ້ຮັບຖືວ່າແມ່ນແຫຼ່ງຊັບພະຍາກອນ ທີ່ສຳຄັນເພື່ອເຊື່ອມຕໍ່ ແລະ ພັດທະນະການທ່ອງທ່ຽວ. ຈາກວິທີສັງເກດດັ່ງກ່າວ, ມີຫຼາຍທ້ອງຖິ່ນໄດ້ມີຄວາມເອົາໃຈໃສ່ປະຕິບັດວຽກງານອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງບັນດາປູຊະນີຍະສະຖານ ເພື່ອນຳບັນດາປູຊະນີຍະສະຖານ  ມໍລະດົກວັດທະນະທຳ, ປະຫວັດສາດເຂົ້າໃນລາຍການທ່ອງທ່ຽວ ທີ່ດູດດື່ມເພື່ອດຶງດູດແຂກທ່ອງທ່ຽວເຂົ້າມາຢ້ຽມຊົມ ທັດສະນະສຶກສາໃຫ້ນັບມື້ນັບຫຼາຍຂຶ້ນ. ທ່າອ່ຽງການທ່ອງທ່ຽວຂອງແຂກຍາມໃດກໍ່ຕິດພັນກັບຄະຕິປະຈຳໃຈມັກຄົ້ນຫາ, ຊອກຮູ້ບັນດາສະຖານທີ່ທ່ອງທ່ຽວທີ່ຊ້ອນແຝງ ບັນດາຂໍ້ມູນທາງດ້ານປະຫວັດສາດ, ບັນດາສີສັນຂອງແຕ່ລະເຂດພາກ. ແຂວງ ບາເຣັຍ-ຫວຸງເຕົ່າ ກໍ່ພວມພັດທະນາການທ່ອງທ່ຽວຕາມທິດນີ້. ການທ່ອງທ່ຽວຈິດວິນຍານບໍ່ພຽງແຕ່ແມ່ນການເຄື່ອນໄຫວວັດທະນະທຳ, ການເຫຼື້ອມໃສເທົ່ານັ້ນ ຫາກຍັງແມ່ນກຳລັງໜູນເພື່ອຊຸກຍູ້ການພົວພັນແລກປ່ຽນ ທາງດ້ານວັດທະນະທຳ ແລະ ພັດທະນາເສດຖະກິດສັງຄົມ. ດ້ວຍມໍລະດົກຈຳນວນເຫຼົ່ານັ້ນອາດຈະເວົ້າໄດ້ວ່າ ຮູບແບບທ່ອງທ່ຽວວັດທະນະທຳຢູ່ແຂວງ ບາເຣັຍ-ຫວຸງເຕົ່າ ພວມມີພື້ນຖານຢ່າງໜັກແໜ້ນເພື່ອຂະຫຍາຍຕົວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top