• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ຄືນບຸກທະລຸ Kella Hairshow 2018

ທ່ານຜູ້ຊົມນັບຫຼາຍພັນຄົນໄດ້ເຊີຍຊົມ ບັນດາ ຜົນການປະດິດແຕ່ງທີ່ດີເລີດ ກ່ຽວກັບຊົງຜົນຂອງ ນັກອອກແບບຊົງຜົມ 30 ຄົນ ທີ່ເຂົ້າຮ່ວມລາຍການ “Hairshow ສັ່ນສະເທືອນ 2018 – ຄືນບຸກທະລຸ Kella” ທີ່ສູນປະຊຸມ ແລະ ເຫດການ ເຕິນເຊີຍເຍິດ Pavillon, ນະຄອນໂຮ່ຈີມິນ. ລາຍການນີ້ໄດ້ນຳໃຊ້ ບັນດາຜະລິດຕະພັນ ດູແລຮັກສາຊົງຜົນຂອງ Kella.  
ທ່ານນາງ ເລທິຮົ່ງຫາວ-ຜູ້ອຳນວຍການໃຫຍ່ Kella ຫວຽດນາມ ໃຫ້ຮູ້ວ່າ, ບໍລິສັດ Kella ການຄ້າຈຳກັດ ໄດ້ຮັບການສ້າງຕັ້ງໃນເມື່ອປີ 2006. ຜ່ານການກໍ່ສ້າງ ແລະ ພັດທະນາ ມາເປັນເວລາ 14 ປີ Kella ໄດ້ ກາຍເປັນໜຶ່ງໃນຫຼາຍເຄື່ອງໝາຍການຄ້າທີ່ ໄວ້ເນື້ອເຊື່ອໃຈ ໃນຂົງເຂດຜະລິດ ບັນດາຜະລິດຕະພັນ ດູແລຮັກສາຊົງຜົມ ທີ່ມີຄຸນນະພາບສູງໃນທົ່ວປະເທດ.

ດ້ວຍລະບົບເຄື່ອງຈັກທີ່ທັນສະໄໝ, ຖັນແຖວ ນັກເຕັກນິກສີມືດີ ໄດ້ໃຫ້ການຄົ້ນຄ້ວາ, ຂະຫຍາຍຕົວ, ໝູນໃຊ້ບັນດາເຕັກໂນໂລຊີອັນກ້າວໜ້າ ຫຼ້າສຸດ ເພື່ອປະດິດສ້າງອອກ ບັນດາຜະລິດຕະພັນທີ່ດີ ຮັບໃຊ້ ຄວາມຕ້ອງການຂອງລູກຄ້າ ຢ່າງບໍ່ຢຸດຢັ້ງ. ຄຽງຂ້າງ ການປັບປຸງດ້ານຄຸນນະພາບຂອງຜະລິດຕະພັນ ໄປພ້ອມກັນ ກັບການຂະຫຍາຍຕົວຂອງບໍລິສັດ, Kella ກໍໃຫ້ໂອກາດຍົກສູງດ້ານສີມືອາຊີບ ໃຫ້ແກ່ ນັກອອກແບບຊົງຜົມນັບຫຼາຍພັນຄົນ ຜ່ານການແຂ່ງຂັນ ຄັ້ງຕ່າງໆ.

ເຫດການ “Hairshow ສັ່ນສະເທືອນ 2018 – ຄືນ ບຸກທະລຸ Kella” ເປັນຂີດໝາຍແຫ່ງການຂະຫຍາຍຕົວ ຂອງ Kella ໃນ 14 ປີຜ່ານມາ ໃນການປະກອບສ່ວນ ສ້າງຜົນສຳເລັດຢ່າງຫຼວງຫຼາຍ ໃຫ້ແກ່ ຂະແໜງການ ຜົມຫວຽດນາມ.



ລາຍການ “Hairshow ສັ່ນສະເທືອນ 2018 – ຄືນ ບຸກທະລຸ Kella” ໄດ້ນຳມາ ບັນດາແບບຊົງຜົມ ສິລະປະທີ່ແສນໂດດເດັ່ນ
ແລະ ຈັບຕາຈັບໃຈ ທ່ານຜູ້ຊົມທີ່ເຂົ້າຮ່ວມເກືອບ 3000 ຄົນ. 



ນັກອອກແບບຊົງຜົມ ແບ່ງຫງອກແທງ ສະແດງເຕັກນິກ ຕັດຜົມ ໃຫ້ແກ່ນາງແບບ 32 ຄົນ ບົນເວທີ ຂອງ ລາຍການ. 


ນັກອອກແບບຊົງຜົມໜຸ່ມທີ່ເປັນຕົວແທນ ຂອງ ສະຖາບັນ ກໍ່ສ້າງນັກອອກແບບຊົງຜົມ ແຖວໜ້າ ຫວຽດນາມ Basic Hair
ສະແດງການສ້າງ ບັນດາ ຊົງຜົມ ໃນຊຸດສະສົມ “ແປວໄຟແຫ່ງຄວາມຫຼົງໄຫຼເມົາມົວ” ໃນຂອບເຂດ ລາຍງານ. 



ບັນດາຊົງຜົມໄດ້ບັນດານັກອອກແບບຊົງຜົມ ປະຕິບັດ ທີ່ລາຍການ ບໍ່ພຽງແຕ່ເປັນຜົນການປະດິດແຕ່ງ ດ້ານສິລະປະເທົ່ານັ້ນ
ຫາກຍັງ ສະແດງໃຫ້ເຫັນ ການຂະຫຍາຍຕົວ ແລະ ປະກອບສ່ວນ ຂອງ Kella ໃນການກໍ່ສ້າງ ຍົກສູງສີມືອາຊີບ
ໃຫ້ແກ່ ບັນດານັກອອກແບບຊົງຜົມ ຫວຽດນາມ. 

ລາຍການ “Hairshow ສັ່ນສະເທືອນ 2018 – ຄືນ ບຸກທະລຸ Kella” ມີ 3 ສີຕົ້ນຕໍເຊັ່ນ ດຳ-ຂາວ-ເຫຼືອງ ຊຶ່ງເລົ່າຄືນເລື່ອງລາວທີ່ພິເສດ ກ່ຽວກັບຊົງຜົມ ໂດຍຜ່ານ ສາກການສະແດງຕ່າງໆ ທີ່ນຳມາແຫຼ່ງດົນໃຈ ຈາກ ບັນດານັກສ້າງຊົງຜົມທີ່ດີເດັ່ນ.

ນັກສ້າງຊົງຜົມ 30 ຄົນ ໄດ້ສະແດງໃຫ້ເຫັນ ບັນດາເຕັກນິກຕັດ, ສ້າງຊົມຜົມ ແລະ ຍ້ອມຜົມຫຼ້າສຸດ ຕາມທ່າອ່ຽງຂອງໂລກ ແຕ່ຍັງຄົງສອດຄ່ອງ ກັບ ວັດທະນະທຳ ແລະ ແບບແຜນຊີວິດ ຂອງຄົນ ຫວຽດນາມ. ດ້ວຍການປະສົມປະສານລະຫວ່າງແສງ-ສີ-ສຽງ, ສາກການສະແດງໄປຕາມອາລົມຈິດໃຈ ຂອງ ເຂົາເຈົ້າ ໄດ້ສ້າງເປັນບັນດາຊົງຜົມ ທີ່ແສນໂດດເດັ່ນ, ມີຊີວິດຊີວາ ແລະ ຫຼາກຫຼາຍສີສັນ. ໃນນັ້ນຕ້ອງກ່າວ ເຖິງຊຸດສະສົມທີ່ໃສ່ຊ່ືວ່າ: “ແປວໄຟ”, ກັບບັນດາ ຜົນການປະດິດແຕ່ງ ມີຄວາມງາມ ທີ່ບໍ່ຄ່ອຍເຫັນມີ ເຊ່ັນ: “ແປວໄຟແຫ່ງຄວາມຫຼົງໄຫຼເມົາມົວ”, “ແປວໄຟແຫ່ງຄວາມສາມັກຄີ”, “ແປວໄຟຜ່ານຜ່າທຸກສິ່ງກີດຂວາງ”, “ແປວໄຟແຫ່ງຜົນສຳເລັດ” ຂອງ ບັນດານັກອອກແບບຊົງຜົມແຖວໜ້າ ຫວຽດນາມ Basic Hair.

ພິເສດ, ທ່ານຜູ້ຊົມ ຍັງມີໂອກາດໄດ້ເຫັນກັບຕາ ບັນດາ ເຕັກນິກແຕ່ງຕົວໃໝ່ ແລະ ບັນດາຊົງຜົມ ທີ່ບໍ່ຄ່ອຍເຫັນມີ ໂດຍບັນດານາງແບບສະແດງ ໂດຍກົງ ທີ່ລາຍການ, ນຳມາໃຫ້ບັນດາເພື່ອນຊາວໜຸ່ມ, ຜູ້ຮັກມັການເສີມຄວາມງາມ ມູມມອງໜຶ່ງທີ່ໃໝ່ໆ ກ່ຽວກັບທ່າອ່ຽງຊົງຜົມໃນຍຸກປັດຈຸບັນ.

ເມື່ອເຫັນກັບຕາບັນດາແບບຊົງຜົມທີ່ເຕັມໄປດ້ວຍສີສັນ ແລະ ຄວາມປະດິດຄິດສ້າງ ໂດຍບັນດານັກອອກແບບ ຊົງຜົມ ສະແດງໃຫ້ເຫັນໃນລາຍການ “Hairshow ສັ່ນສະເທືອນ 2018 – ຄືນບຸກທະລຸ Kella”, ນາງ ຫງວຽນເວີນແອງໄດ້ກ່າວວ່າ: “ຂ້າພະເຈົ້າ ປະທັບໃຈທີສຸດ ຕໍ່ບັນດາສາກການສະແດງ ເຕັກນິກຕັດຜົມ ຂອງ ບັນດານັກອອກແບບຊົງຜົມ ທີ່ໄດ້ປະຕິບັດໃນລາຍການ. ນັ້ນບໍ່ພຽງແມ່ນ ບັນດາແບບຊົງຜົມຢ່າງດຽວ ແຕ່ນັ້ນແມ່ນ ຜົນການປະດິດແຕ່ງ ດ້ານສິລະປະ. ທັງໝົດສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນ ຄວາມຫຼົງໄຫຼເມົາມົວ ແລະ ການອອກແຮງງານຢ່າງລຳບາກຍາກເຂັນ ໃນຂະບວນ ວິວັດແຫ່ງການປະດິດຄິດສ້າງ ຂອງເຂົາເຈົ້າອີກດ້ວຍ”.


ບັນດາແບບຊົງຜົມທີ່ແປກໆ ແລະ ເຕັມໄປດ້ວຍສີສັນ ໂດຍບັນດານັກອອກແບບຊົງຜົມ ເປັນຜູ້ປະດິດຄິດສ້າງ ໄດ້ສະແດງໃຫ້ເຫັນທີ່ “Hairshow ສັ່ນສະເທືອນ 2018 – ຄືນບຸກທະລຸ Kella”: 














































ບົດ: ເງິນຮ່າ - ພາບ: ທົງຫາຍ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top