• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຄືນດົນຕີເຊີດຊູ ນັກສິລະປິນ, ນາຍຄູປະຊາຊົນ ທ່ານນາງ ຖ໋າຍທິລຽນ

ທ່ານນາງ ຖ໋າຍທິລຽນ, ນັກສິລະປິນ ປີອາໂນ ທີ່ຊົງອິດທິພົນ ຂອງ ຫວຽດນາມ ອີກຄັ້ງໜຶ່ງໄດ້ກັບຄືນມາ ເວທີສະແດງ ໃນໄວ 100 ປີ ເພື່ອສະຫງວນທຳນອງປີອາໂນ ທີ່ເຕັມໄປດ້ວຍ ຄວາມ ຮູ້ສຶກ ໃຫ້ແກ່ບັນດາລຸ້ນລູກສິດຂອງຕົນ ແລະ ຜູ້ຟັງທີ່ ຮັກມັກ ດົນຕີ ໃນລາຍການສິລະປະທີ່ໃສ່ຊື່ວ່າ “ຮ້ອຍລະດູໃບໄມ້ຫຼົ່ນ ຄຳ”. ຄືນດົນຕີ ດັ່ງກ່າວ ແມ່ນສະຖາບັນດົນຕີແຫ່ງຊາດ ຫວຽດນາມ ເປັນຜູ້ຈັດຂຶ້ນ ຢູ່ຫ້ອງສະແດງດົນຕີໃຫຍ່ ຂອງສະຖາບັນ ແນໃສ່ເຊີດຊູ ນັກສິລະປິນ, ນາຍຄູປະຊາຊົນ ຖ໋າຍທິລຽນ. 
ນັກສິລະປິນ, ນາຍຄູປະຊາຊົນ ຖ໋າຍທິລຽນ ເກີດ ໃນລະດູໃບ ໄມ້ຫຼົ່ນ ເດືອນ ສິງຫາ ປີ 1918. ທ່ານນາງ ເປັນໜຶ່ງ ໃນ ນັກດົນ ຕີເຈັດຄົນ ທີ່ສ້າງຕັ້ງໂຮງຮຽນດົນຕີ ຫວຽດນາມ (ປັດຈຸບັນແມ່ນ ສະຖາບັນດົນຕີແຫ່ງຊາດ ຫວຽດນາມ) ຊຶ່ງເປັນບ່ອນ ສ້າງນັກ ດົນຕີມືອາຊີບຂອງ ຫວຽດນາມ. ຕົວທ່ານເອງ ກໍເປັນຜູ້ສ້າງຕັ້ງ ແລະ ເປັນຜູ້ຮັບຜິດຊອບ ຄົນທຳອິດ ພະແນກ ປີອາໂນ ໃນຕະ ຫຼອດຊ່ວງເວລາ 21 ປີ (1956-1977). ຊີວິດ ແລະ ພາລະກິດ ຂອງ ນັກສິລະປິນ, ນາຍຄູປະຊາຊົນ ຖ໋າຍທິລຽນ ເປັນແວ່ນ ແຍງ ອັນໃສແຈ້ງ ໃນການເຄື່ອນໄຫວ ແລະ ສະແດງຢູ່ສະເໝີ. ທ່ານນາງ ເປັນຜູ້ ໄດ້ກໍ່ສ້າງ ຄູສອນ, ນັກສິລະປິນ ປີອາໂນ ທີ່ດີ ເດັ່ນຫຼາຍລຸ້ນຄົນ ໃຫ້ແກ່ປະເທດຊາດເຊັ່ນ: ຫງວຽນຫືວຕ໋ວນ, ຮວ່າງມີ, ເຈິ່ນທູຮ່າ, ຕວ໋ຽດມິງ ແລະ ກິມຢຸງ. ພິເສດ ໃນຈຳ ນວນນັ້ນມີ ນັກສິລະປິນ ປະຊາຊົນ ດັ້ງຖ໋າຍເຊີນ ເປັນຄົນ ອາຊີຜູ້ທຳອິດ ຍາດໄດ້ລາງວັນ ທີໜຶ່ງ ໃນງານແຂ່ງຂັນປີອາໂນ ສາກົນ Chopin ຄັ້ງທີ X, ປີ 1980.

ບັນດາທ່ານຜູ້ຟັງທີ່ເຂົ້າຮ່ວມໃນຄືນດົນດີ ໄດ້ກາຍເປັນຜູ້ໂຊກດີ ເມື່ອໄດ້ເຫັນກັບຕາ ສິ່ງທີ່ເຫຼືອເຊື່ອ ຫາຍາກ ຢ່າງແທ້ ຈິງ ອັນ ເນື່ອງມາຈາກນັກສິລະປິນຜູ້ໜຶ່ງ ເຖິງວ່າ ໄດ້ຢູ່ໃນອາຍຸ ຮ້ອຍ ປີ ແລ້ວກໍຕາມ ແຕ່ຍັງຄົງສືບຕໍ່ ສະແດງ ບັນດາທຳນອງດົນຕີ ທີ່ ມະຫັດສະຈັນ ແລະ ຊຶມເລິກເຂົ້າຢູ່ໃນຈິດໃຈ ຂອງຜູ້ຟັງ. ດ້ວຍ ການເປີດສາກລາຍການສະແດງ ກັບບົດດົນຕີ Mazurka ຂອງ ນັກແຕ່ງດົນຕີ Frederik Chopin ນັກສິລະປິນ, ນານຄູ ປະ ຊາຊົນ ຖ໋າຍທິລຽນ ໄດ້ເຮັດໃຫ້ ຄືນດົນຕີ ມີ ຄວາມດຶງ ດູດຈັບ ໃຈຍິ່ງຂຶ້ນດ້ວຍສີມືສະແດງ ທີ່ຍັງຄ່ອງແຄ່ວ ອ່ອນຊ້ອຍຂອງຕົນ. 



ຕອນຄ່ຳວັນທີ 23 ພະຈິກ, ສະຖາບັນດົນຕີແຫ່ງຊາດ ຫວຽດ ນາມ ໄດ້ຈັດຄືນດົນຕີ ເພື່ອເຊີດຊູ ນັກສິລະປິນປະຊາຊົນ ຖ໋າຍ ທິລຽນ
ຊຶ່ງມີອາຍຸຄົບຮອບ 100 ປີ - ໜຶ່ງດຽວ ທີ່ຍັງມີຊີວິດ ໃນ ຈຳນວນເຈັດ ຄົນທີ່ສ້າງຕັ້ງ ສະຖາບັນດົນຕີແຫ່ງຊາດ. 



ນັກສິລະປິນ, ນາຍຄູປະຊາຊົນ ຖ໋າຍທິລຽນ ສະແດງ ປີອາໂນ ໃນຄືນດົນຕີ.


ນັກສິລະປິນປະຊາຊົນ ເຈິ່ນທູຮ່າ ແລະ ນັກສິລະປິນ ດານທູງາ ລູກສາວ ຫຼານສາວ ຂອງ ນັກສິລະປິນ, ນາຍຄູປະຊາຊົນ ຖ໋າຍທິລຽນ
ສະແດງບົດດົນຕີ 4 ມື “Slavonic dance ເລກ 5” ຂອງ Dvorak ໃນຄືນດົນຕີ “ຮ້ອຍລະດູ ໃບໄມ້ຫຼົ່ນຄຳ”.



ນັກສິລະປິນດີເດັ່ນ ເຈິ່ນຕວ໋ຽນມິງ ລູກສິດ ຂອງນັກສິລະປິນ, ນາຍຄູປະຊາຊົນ ຖ໋າຍທິລຽນ ສະແດງໃນຄືນດົນຕີ “ຮ້ອຍລະດູ ໃບໄມ້ຫຼົ່ນຄຳ”.


ນັກສິລະປິນປະຊາຊົນ ດັ້ງຖ໋າຍເຊີນ ສະແດງ ສອງບົດດົນຕີ ທີ່ມີຊື່  “Jeux d’eau” ແລະ  “Alborada del Gracioso” ຂອງ Maurice Ravel
ໂດຍ ຕົວນັກສິລະປິນ, ນາຍຄູ ປະຊາຊົນ ຖ໋າຍທິລຽນ ເປັນຜູ້ “ຮຽກຮ້ອງ”. ນອກຈາກນັ້ນ, ນັກສິລະປິນ ປະຊາຊົນ ດັ້ງຖ໋າຍເຊີນ
ຍັງສະແດງ “Polonaise” ທີ່ມີຊື່ ສຽງ ຂອງ ນັກປະດິດແຕ່ງດົນຕີ Chopin ຊຶ່ງພາໃຫ້ທ່ານ ຄວ້າ ໄດ້ ລາງວັນທີໜ່ຶງ
ໃນງານແຂ່ງຂັນ ປີອາໂນສາກົນ Chopin ໃນເມື່ອປີ 1980.

ນອນຢູ່ໃນພາກທີໜຶ່ງຂອງລາຍການສິລະປະ ຊຶ່ງພາຍໃຕ້ ຫົວ ຂໍ້ທີ່ວ່າ “ນັກນິລະປິນ, ນາຍຄູປະຊາຊົນ ຖ໋າຍທິລຽນ ກັບ ບັນດາ ລຸ້ນລູກສິດຂອງຕົນ”, ນັກສິລະປິນປະຊາຊົນ ເຈິ່ນທູຮ່າ ແລະ ນັກສິລະປິນ ດານທູງາ ໄດ້ພ້ອມກັນປະສານສຽງ ບົດປະພັນດົນ ຕີປະກອບຟ້ອນ “Slaver” ຂອງນັກແຕ່ງດົນຕີ Antonin Drovak ຊຶ່ງເໝືອນດັ່ງຂອງຂວັນພິເສດ ທີ່ນັກສິລະປິນສອງຄົນ ຢາກສະຫງວນໃຫ້ແກ່ຜູ້ເປັນແມ່, ເປັນແມ່ເຖົ້າ ທີ່ນັບຖືຮັກແພງ ຂອງຕົນ. ນອກຈາກນັ້ນ, ອະດີດນັກຮຽນລຸ້ນທຳອິດ ສອງ ຄົນ ທີ່ໄດ້ນັກສິລະປິນ, ນາຍຄູ ຖ໋າຍທິລຽນ ສອນຫຼິ້ນປີອາໂນ ຄື ນັກສິລະປິນດີເດັ່ນ ຮວ່າງກິມຢຸງ ແລະ ນັກສິລະປິດີເດັ່ນ ເຈິ່ນຕວ໋ຽນມິງ ໄດ້ພ້ອມກັນປະສານສຽງບົດປະ ພັນດົນຕີປະ ກອບຟ້ອນ “ຮຸງກາຣີ ເລກ 5” ຂອງນັກແຕ່ງດົນຕີ Johan Brahms ເພື່ອຮ່ວມກັບບັນຍາກາດມ່ວນຊື່ນ ກໍຄືສະແດງ ຄວາມເຄົາລົບ ນັບຖື ຕໍ່ນາຍຄູຜູ້ຍິ່ງໃຫຍ່ ແລະ ເຄົາລົບຮັກ ຂອງຕົນ.

ພິເສດ, ພາກທີສອງດ້ວຍຫົວເລື່ອງທີ່ວ່າ “ຂອງຂວັນຕ້ອນແມ່, ຕ້ອນນາຍຄູ”, ທ່ານຜູ້ຟັງທີ່ຮັກມັກສິລະປະດົນຕີ ໄດ້ຕ້ອນຮັບ ການກັບຄືນມາຂອງ ນັກສິລະປິນປະຊາຊົນ ດັ້ງຖ໋າຍເຊີນ ກັບ ການສະແດງ ທີ່ມີຊື່  “Jeux d’eau” ແລະ  “Alborada del Gracioso” ຂອງ Maurice Ravel ໂດຍ ຕົວນັກສິລະປິນ, ນາຍຄູປະຊາຊົນ ຖ໋າຍທິລຽນ ເປັນຜູ້ “ຮຽກຮ້ອງ”. ນອກຈາກນັ້ນ, ນັກສິລະປິນປະຊາຊົນ ດັ້ງຖ໋າຍເຊີນ ຍັງສະແດງບົດດົນຕີ “Polonaise” ທີ່ມີຊື່ສຽງ ຂອງນັກປະດິດ ແຕ່ງດົນຕີ Chopin ຊຶ່ງພາໃຫ້ທ່ານຄວ້າ ລາງວັນທີໜ່ຶງ ໃນງານແຂ່ງຂັນ ປີອາໂນສາ ກົນ Chopin ເມື່ອປີ 1980.


ນັກສິລະປິນປະຊາຊົນ ດັ້ງຖ໋າຍເຊີນໃຫ້ຮູ້ວ່າ ແຕ່ລະບົດດົນຕີ ທີ່ທ່ານສະແດງ ຕ່າງກໍມີຄວາມໝາຍ ແລະ ເປັນທີ່ລະນຶກ ກັບ ຜູ້ເປັນແມ່, ເປັນນາຍຄູຂອງຕົນ. ນີ້ແມ່ນບັນດາທຳນອງດົນຕີ ທີ່ມີຄວາມສະໜິດຕິດພັນ ກັບບັນດາບົດຮຽນທຳອິດ ທີ່ຕົວ ທ່ານເອງໄດ້ ນັກສິລະປິນ, ນາຍຄູປະຊາຊົນ ຖ໋າຍທິລຽນ ຖ່່າຍ ທອດ ໃຫ້ເມື່ອອາຍຸ 9 ປີ ໃນຊ່ວງເວລາອົບພະຍົບ ໃນສະໄໝ ສົງ ຄາມ ຕໍ່ສູ້ກູ້ຊາດ ຕ້ານຈັກກະພັດອາເມລິກາ ຈົນກາຍ ເປັນ ນັກ ສິລະປິນ ປີອາໂນ ມີຊື່ສຽງລະດັບໂລກ.

ຄືນດົນຕີ “ຮ້ອຍລະດູໃບໄມ້ຫຼົ່ນຄຳ” ໄດ້ປິດລົງທ່າມກາງ ບັນ ຍາກາດ ອັນອົບອຸ່ນ ພ້ອມດ້ວຍຄວາມນັບຖືຢ່າງສູງ ຈາກການ ນຳພັກ, ລັດ, ຄວາມຮູ້ບຸນຄຸນ ບັນດາລຸ້ນນັກຮຽນ ຂອງ ສະຖາ ບັນດົນຕີແຫ່ງຊາດ ຫວຽດນາມ ແລະ ຄວາມນິຍົມນັບຖື ຂອງ ບັນດາ ທ່ານຜູ້ຟັງທີ່ຮັກມັກສິລະປະດົນຕີ ທ່ີສະຫງວນ ໃຫ້ແກ່ ນັກສິລະປິນ, ນາຍຄູປະຊາຊົນ ຖ໋າຍທິລຽນ.


ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ພ້ອມ ກັບບັນດາຜູ້ນຳ ພັກ, ລັດ ແລະ ບັນດາຜູ້ແທນ ກັບ ນັກສິລະປິນ,
ນາຍຄູປະຊາຊົນ ຖ໋າຍທິລຽນ ໃນຄືນດົນຕີ. 



ທ່ານ ຫງວຽນຫງອກທ້ຽນ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ມອບດອກໄມ້ ສະແດງຄວາມຍິນດີຕໍ່ 
ນັກສິລະປິນ, ນາຍຄູປະຊາຊົນ ຖ໋າຍທິລຽນ.



ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ສະ ແດງຄວາມຍິນດີຕໍ່  ນັກສິລະປິນ,
ນາຍຄູປະຊາຊົນ ຖ໋າຍທິລຽນ ໃນຄືນດົນຕີ. 
 


ບັນດານັກສິລະປິນພະແນກ ປີອາໂນ, ສະຖະບັນດົນຕີ ແຫ່ງ ຊາດ ຫວຽດນາມ ສະແດງຄວາມຮູ້ບຸນຄຸນ ຕໍ່ ນັກສິລະປິນ,
ນາຍຄູ ປະຊາຊົນ ຖ໋າຍທິລຽນ ໃນຄືນດົນຕີ. 



ບັນດາລຸ້ນນັກຮຽນດີເດັ່ນຂອງ ນັກສິລະປິນ, ນາຍຄູປະຊາຊົນ ຖ໋າຍທິລຽນ ມາສະແດງຄວາມຍິນດີ
ຕໍ່ຜູ້ເປັນນາຍຄູຂອງຕົນ ໃນຄືນດົນຕີ. 



ບັນດາອາຈານສອນລຸ້ນຕ່າງໆ ຂອງ ສະຖາບັນດົນຕີ ຫວຽດ ນາມ ມາສະແດງຄວາມຍິນດີຕໍ່ ນັກສິລະປິນ,
ນາຍຄູປະຊາຊົນ ຖ໋າຍທິລຽນ ໃນຄືນດົນຕີ. 

ບົດ: ເງິນຮ່າ-ພາບ: ກົງດາດ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top