• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ມອບ​ເງິນ 150 ຕື້ ດົ່ງ ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ໃຫ້​ແກ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ

ຈາກແຫຼ່ງງົບປະມານຂົນຂວາຍບໍລິຈາກໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໂດຍຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ ແລະ ຮັບເງິນບໍລິຈາກດັ່ງກ່າວ, ວັນທີ 8 ເມສາ, ທ່ານ ເຈິ່ນແທັງເໝິນ.

ທ່ານ ເຈິ່ນແທັງເໝີນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ມອບເງິນບໍລິຈາກໃຫ້ແກ່ທ່ານ ຫງວຽນແທັງລອງຮອງລັດຖະມົນຕີ ຜູ້ປະຈຳການກະຊວງສາທາລະນະສຸກ (ແນວໂຮມປະເທດຊາດ ຫວຽດນາມ)

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມໄດ້ຈັດແບ່ງເງິນຄັ້ງທີ 1 ຈຳນວນເງິນ 150 ຕື້ ດົ່ງໃຫ້ແກ່ກະຊວງສາທາລະນະສຸກ ຫວຽດນາມ ເພື່ອຊື້ວັດຖຸອຸປະກອນການແພດ ຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດ Covid – 19. ກ່າວຄຳເຫັນທີ່ເຫດການ, ທ່ານ ເຈິ່ນແທັງເໝິນຢັ້ງຢືນວ່າ:

ການເຄື່ອນໄຫວຄັ້ງນີ້ແມ່ນເພື່ອໃຫ້ບັນດາໜ່ວຍງານບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດເຫັນໄດ້ຄວາມເປີດເຜີຍໂປ່ງໃສແນວໂຮມປະເທດຊາດ ໄດ້ຮັບ ເງິນບໍລິາກ ແລ້ວ ຈະສົ່ງໃຫ້ກະຊວງສາທາລະນະສຸກໃນແຕ່ລະຄັ້ງ ເພື່ອໃຫ້ກະຊວງສາທາລະນະສຸກຮັບໃຊ້ຄວາມຮຽກຮ້ອງຕ້ອງການຊື້ອຸປະກອນການແພດພວກຂ້າພະເຈົ້າໄດ້ຄຸ້ມຄອງແຫຼ່ງເງິນເຄື່ອງຊ່ວຍເຫຼືອດັ່ງກ່າວນັ້ນ ຢ່າງແໜ້ນແຟ້ນ ເພື່ອສົ່ງເຖິງເປົ້າໝາຍເຄື່ອງຊ່ວຍເຫຼືອທີ່ຈຳເປັນ ແມ່ນໄດ້ສົ່ງໄປຍັງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດແລ້ວວັດຖຸອຸປະກອນການແພດ ແລະ ເງິນ ໄດ້ສົ່ງໄປຍັງກະຊວງສາທາລະນະສຸກ ຖືກຕາຄຳໝັ້ນສັນຍາກັບວິສາຫະກິດ ແລະ ບຸກຄົນ.  

ທີ່ພິມີມອບ - ຮັບ, ທ່ານ ຫງວຽນແທັງລອງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ໄດ້  ຕາງໜ້າໃຫ້ແກ່ບັນດາຜູ້ທີ່ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ສະແດງຄວາມຂອບໃຈຕໍ່ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການການເມືອງ -ສັງຄົມ, ບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ແລະ ທົ່ວປວງຊົນທັງຊາດ ໄດ້ຮ່ວມແຮງຮ່ວມໃຈໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19.

 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top