• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະກຳ​ມະ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ ສະ​ພາ​ແຫ່ງ​ຊາດ 3 ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ອອກ​ຖະ​ແຫຼງ​ການ​ຮ່ວມ​​ຮຽກ​ຮ້ອງ​ການ​ແບ່ງ​ປັນ​ວັກ​ຊິນ​ກັນ​ໂຄວິດ - 19

ທີ່ວາລະອັດ, ບັນດາທ່ານຫົວໜ້າໄດ້ລົງນາມ ແລະ ອອກຖະແຫຼງການຮ່ວມ ໂດຍໄດ້ຕີລາຄາສູງບັນດາຜົນສຳເລັດທີ່ບັນລຸໄດ້ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ໃນສະພາບເກີດໂລກລະບາດໂຄວິດ - 19 ຢູ່ພາກພື້ນສາມຫ່ລຽມພັດທະນາຈາກກອງປະຊຸມຄັ້ງທີ 7 ທີ່ໄດ້ຈັດຂຶ້ນໃນປີ 2019 ກໍ່ຄືໝາກຜົນຂອງການປະຕິບັດບັນດາຂໍ້ຕົກລົງການຮ່ວມມື.
ຄະນະຜູ້ແທນຄະນະກຳມະທິການພົວພັນຕ່າງປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 23 ກັນຍາ, ກອງປະຊຸມຄັ້ງທີ 8 ຂອງຄະນະກຳມາທິການການພົວພັນຕ່າງປະເທດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ- ຫວຽດນາມ ກ່ຽວກັບເຂດສາມຫຼ່ຽມພັດທະນາ, ຕາມຮູບແບບທາງໄກ, ດ້ວຍຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອການພັດທະນາແບບຍືນຍົງ ແລະ ການຮັບມືກັບວິກິດການໂລກລະບາດໂຄວິດ - 19 ຢູ່ເຂດສາມຫ່ລຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ” ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 1 ວັນ.

ທີ່ວາລະອັດ, ບັນດາທ່ານຫົວໜ້າໄດ້ລົງນາມ ແລະ ອອກຖະແຫຼງການຮ່ວມ ໂດຍໄດ້ຕີລາຄາສູງບັນດາຜົນສຳເລັດທີ່ບັນລຸໄດ້ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ໃນສະພາບເກີດໂລກລະບາດໂຄວິດ - 19 ຢູ່ພາກພື້ນສາມຫ່ລຽມພັດທະນາຈາກກອງປະຊຸມຄັ້ງທີ 7 ທີ່ໄດ້ຈັດຂຶ້ນໃນປີ 2019 ກໍ່ຄືໝາກຜົນຂອງການປະຕິບັດບັນດາຂໍ້ຕົກລົງການຮ່ວມມື.

ກ່າວຄຳເຫັນທີ່ວາລະອັດ, ທ່ານຫວູຫາຍຮ່າ ປະທານຄະນະກຳມາທິການການພົວພັນຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ໄດ້ສະເໜີໃຫ້ ຄະນະກຳມາທິການ 3 ປະເທດ ຈົ່ງຜັນຂະຫຍາຍການປະຕິບັດບັນດາກຳນົດທິດໃນຖະແຫຼງການຮ່ວມ ເຊິ່ງກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາ, ຕັ້ງໜ້າສົມທົບກັນຮ່ວມເດີນທາງພ້ອມກັບລັດຖະບານແຕ່ລະປະເທດ ໃນການປະຕິບັດບັນດາຂໍ້ຕົກລົງຮ່ວມ, ໜູນຊ່ວຍໃຫ້ແກ່ເຂດສາມຫ່ລຽມພັດທະນາ, ປະກອບສ່ວນນຳການພົວພັນລະຫວ່າງສາມປະເທດ, ສາມສະພາແຫ່ງຊາດ ນັບມື້ນັບເຂົ້າສູ່ລວງເລິກ, ແທ້ຈິງ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ລັດຖະມົນຕີ 3 ປະເທດໄດ້ເປັນເອກະພາບສືບຕໍ່ສົນທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື 2 ຝ່າຍ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໃຫ້ບັນລຸປະສິດທິຜົນ

Top