• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຄະນຶງຫານະຄອນ ຮ່າໂນ້ຍ ໃນສະຕະວັດທີ 19

ທັງລອງ ໃນສະໄໝກ່ອນ ແລະ ຮ່າໂນ້ຍ ໃນປັດຈຸບັນ ເປັນ ສູນກາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ການສຶກສາຂອງທົ່ວປະເທດ, ເປັນສັນຍາລັກກ່ຽວກັບຄຸນຄ່າດ້ານວັດທະນະທຳຂອງປະເທດຊາດ ແລະ ເປັນຄວາມ ເອກ ອ້າງທະນົງໃຈຂອງຊາວ ຫວຽດນາມ. ຫວ່າງແລ້ວນີ້, ກົມຄຸ້ມ ຄອງໜັງສືເອກະສານ ແລະ ສຳເນົາເອກະສານ ແຫ່ງຊາດ ໄດ້ສົມທົບກັບສະຖານທູດ ຝຣັ່ງ ຈັດຕັ້ງງານ ວາງສະແດງ “ຄະນຶງຫາ ນະຄອນ ຮ່າໂນ້ຍ ໃນສະໄໝກ່ອນ” ເພື່ອໃຫ້ ຊາວ ນະຄອນຫຼວງ ແລະ ທ່ານຜູ້ຊົມ ມີຄວາມສັງເກດຢ່າງຮອບ ດ້ານ ກ່ຽວກັບປະຫວັດສາດ, ວັດທະນະທຳ, ແຜ່ນ ດິນ ແລະ ຊາວນະຄອນຫຼວງ ທັງລອງ-ຮ່າໂນ້ຍ ໃນໄລຍະຕົ້ນສະຕະວັດ ທີ 19 ເຖິງກາງສະຕະວັດທີ 20.
ງານວາງສະແດງດັ່ງກ່າວ ໄດ້ຈັດຂຶ້ນຢູ່ສູນສຳເນົາເອກະສານແຫ່ງຊາດ I, ເຮືອນເລກທີ 18, ຖະໜົນ ຫວູຟ້າມຮ່າມ​ (ຮ່າ ໂນ້ຍ) ຈົນເຖິງວັນທີ 31 ທັນວາ 2018.

ເອກະສານ, ຮູບພາບ, ແຜນທີ່... ກວ່າ 130 ສະບັບ ທີ່ວາງໃນງານວາງສະແດງ ຄະນຶງຫາ ນະຄອນ ຮ່າໂນ້ຍ ໃນສະ ໄໝ ກ່ອນ” ໄດ້ພັນລະນາໃຫ້ເຫັນຊີວິດການເປັນຢູ່ດ້ານວັດ ທະນະທຳ, ສາສະໜາຂອງຊາວນະຄອນ ຮ່າໂນ້ຍ.  ມາເຂົ້າ ຮ່ວມ, ທ່ານຜູ້ຊົມຈະພົບເຫັນຄຸ້ມຖະໜົນເກົ່າ ດ້ວຍຖະໜົນ ແລະ ຄຸ້ມບ້ານ 36 ແຫ່ງ; ກຳແພງເມືອງຫຼວງ ທັງລອງ ດ້ວຍ ຂະໜາດທີ່ກວ້າງຂວາງ ແລະ ສະຖາປັດ ຕະຍະກຳພິເສດ; ວັນມຽວ-ກວກຕືຢາມ, ມະຫາວິທະຍາໄລ ທີ່ເກົ່າແກ່ທີ່ສຸດ ຂອງ ຫວຽດນາມ; ໜອງໄຕ ພ້ອມກັບ ຮ່ອງຮອຍປະຫວັດ ສາດຫຼາຍແຫ່ງ; ໜອງ ຮວ່ານກຽມ ພ້ອມກັບຂົວ ເທຮຸກ,ທາດ ເຕົ່າ, ຫໍ ຫງອກເຊີນ ແລະ ອື່ນໆ.

ມາຍັງງານວາງສະແດງດັ່ງກ່າວ, ເຖິງວ່າ ເປັນຄົນ ຫວຽດ ຫຼື ຄົນຕ່າງປະເທດ ກໍ່ຕາມ, ລ້ວນແຕ່ຮູ້ສຶກຕື່ນເຕັ້ນ, ເປັນຕົ້ນ ແມ່ນສຳລັບຜູ້ທີ່ເຄີຍຢູ່ ຮ່າໂນ້ຍ ໃນສະໄໝກ່ອນ.​ ຮູບ ດຳ ຂາວຫຼາຍໃບ ແລະ ວີດີໂອ ຫຼາຍແຜ່ນ ທີ່ແນະນຳກ່ຽວກັບ ຮ່າ ໂນ້ຍຊ່ວຍເຮັດໃຫ້ຜູ້ເຂົ້າຮ່ວມສາມາດ ຮູ້ເຖິງ ທັງລອງ ໃນສະ ໄໝ ກ່ອນ ແລະ ຮ່າໂນ້ຍ ໃນປັັດຈຸບັນ. 

ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີວັນສ້າງຕັ້ງສາຍ ພົວ ພັນການທູດ ຫວຽດນາມ-ຝຣັ່ງ, ກົມຄຸ້ມຄອງ ໜັງສືເອກະ ສານ ແລະ ສຳເນົາເອກະສານ ແຫ່ງຊາດ ໄດ້ສົມ ທົບກັບສະ ຖານທູດ ຝຣັ່ງ ຈັດຕັ້ງງານວາງສະແດງ “ຄະນຶງຫານະຄອນ ຮ່າໂນ້ຍ ໃນສະໄໝກ່ອນ”.


ທ່ານ ດັ້ງແທງຕຸ່ງ, ຫົວໜ້າກົມຄຸ້ມຄອງໜັງສືເອກະສານແລະ ສຳເນົາເອກະສານ ແຫ່ງຊາດ ແລະ ທ່ານ Bertrand Lortholary, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດ ເຕັມແຫ່ງສ ຝຣັ່ງ ປະຈຳ ຫວຽດນາມ ຕັດແຖບຜ້າ ເປີດງານ ວາງສະແດງ. 


ເອກະສານ, ຮູບພາບ ແລະ ວັດຖຸສິ່ງຂອງກວ່າ 100 ລາຍ ການທີ່ກ່ຽວຂ້ອງເຖິງໄລຍະປະຫວັດສາດ ຂອງ ຮ່າໂນ້ຍ ໄດ້ ນຳມາວາງໃນງານວາງສະແດງ. 


ຜູ້ເຂົ້າຮ່ວມຮູ້ສຶກປະທັບໃຈຕໍ່ບັນດາເອກະສານທີ່ກ່ຽວຂ້ອງ
ເຖິງນະຄອນ ທັງລອງ.



ຄະນະຈັດຕັ້ງຫວັງວ່າ ມວນຊົນຈະມີການສັງເກດຢ່າງຮອບ
ດ້ານກ່ຽວກັບປະຫວັດສາດ, ວັດທະນະທຳ, ແຜນດິນ ແລະ ຊາວ ທັງລອງ ແຕ່ສະຕະວັດທີ 19 ເຖິງກາງສະຕະວັດທີ 20. 



ບັນດາເອກະສານ, ວັດຖຸສິ່ງຂອງ ໄດ້ຈັດວາງຢ່າງຈັບໃຈທີ່ ງານ ວາງສະແດງ.


ເທື່ອທຳອິດ, ເອກະສານທີ່ເກົ່າແກ່ຫຼາຍສະບັບ ໄດ້ເອົາມາ ແນະ ນຳ ຕໍ່ມວນຊົນ. 


ຮູບຫຼາຍໃບ ທີ່ຖ່າຍກ່ຽວກັບ ຮ່າໂນ້ຍ ໄດ້ເອົາມາແນະນຳຕໍ່ ມວນຊົນ ໃນງານວາງສະແດງ.


ບັນດາວັດຖຸສິ່ງຂອງ ໄດ້ເອົາມາແນະນຳຕໍ່ມວນຊົນໃນ ງານ ວາງສະແດງ.


ຜູ້ເຂົ້າຮ່ວມຊົມງານວາງສະແດງ.

ທ່ານນາງ ຫງວຽນທູຮວ່າຍ, ຮອງອຳນວຍການສູນສຳເນົາ​ເອກະສານ ແຫ່ງຊາດ I ໃຫ້ຮູ້ວ່າ: ຈາກຄວາມຮຽກຮ້ອງຕ້ອງ ການຮັກສາຄວາມປອດໄພໃຫ້ແກ່ເອກະສານ, ຄະນະຈັດຕັ້ງຈຶ່ງເອົາມາວາງສະແດງບັນດາເອກະສານ, ຮູບ ແລະ ວັດຖຸສິ່ງຂອງທີ່ລອກແບບສະບັບເດີມ. ສະບັບເດີນສ່ວນຫຼາຍພວມໄດ້ ປົກປັກຮັກສາທີ່ສູນສຳເນົາເອກະສານແຫ່ງຊາດ I ຂຶ້ນກັບກົມ ຄຸ້ມຄອງໜັງສືເອກະສານ ແລະ ສຳເນົາເອກະສານແຫ່ງຊາດ. ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ສາມາດມາ ຢ້ຽມຊົມງານວາງສະແດງຢູ່ເຮືອນເລກທີ 18, ຖະໜົນ ຫວູ ຟ້າມຮ່າມ”.

ງານວາງສະແດງ ໄດ້ຈັດຂຶ້ນພາຍໃຕ້ 3 ຫົວຂໍ້ຄື: ແຕ່ເຂດຝຣັ່ງ ປົກຄອງ ໃນຄຸ້ມຖະໜົນຂອງຄົນຕ່າງປະເທດ ອາໄສຢູ່ ຮ່າ ໂນ້ຍ; ຖະໜົນເກົ່າ ຮ່າໂນ້ຍ; ກຳແພງ ຮ່າໂນ້ຍ ແລະ ເຂດ ໃກ້ ຄຽງ. ແຕ່ລະຫົວຂໍ້ ໄດ້ອະທິບາຍດ້ວຍຮູບພາບ ແລະວັດຖຸ ສິ່ງ ຂອງຄື: ແຜນທີ່ສະໄຫຼ ຝຣັ່ງ ປົກຄອງ, ໂຮງມະໂຫລະສົບ ໂດຍ ຝຣັ່ງ ເປັນຜູ້ກໍ່ສ້າງ, ຄຸ້ມຖະໜົນຂອງຄົນຕ່າງປະ ເທດ ອາໄສຢູ່ ຮ່າໂນ້ຍ ໄດ້ກາຍເປັນສູນການຄ້າ ຂະໜາດໃຫຍ່ ໃນໄລຍະໜຶ່ງ. ສຳລັບຄຸ້ມຖະໜົນເກົ່າ ຮ່າໂນ້ຍ, ຜູ້ເຂົ້າຮ່ວມ ຈະໄດ້ເຫັນກັບຕາຮ້ານຂາຍດອກໄມ້ ເຄື່ອນທີ່, ລົດສາມລໍ້ ແລະ ຮູບຫຼາຍໃບຖ່າຍກ່ຽວກັບຊີວິດ ການເປັນຢູ່ຂອງຊາວ ຮ່າໂນ້ຍ ໃນສະໄໝ ຝຣັ່ງ ປົກຄອງຄື: ລົດລາກ, ຮ້ານຂາຍ ເຄື່ອງ ເຄື່ອນທີ່, ຕະຫຼາດ, ສະຖານນີ ລົດໄຟ ຮ່າໂນ້ຍ, ກຳ ແພງ ຮ່າໂນ້ຍ, ຂົວເທຮຸກ, ໄປສະນີ ຮ່າໂນ້ຍ ແລະ ອື່ນໆ.

ທ່ານ ສຈ. ດຣ ຫງວຽນວັນເຖິມ ໃຫ້ຮູ້ວ່າ: “ຄະນຶງຫາ ນະ ຄອນ ຮ່າໂນ້ຍ ໃນສະໄໝກ່ອນ ບໍ່ພຽງແຕ່ເປັນຂໍ້ມູນ ທີ່ລຳ້ຄ່າ ກ່ຽວກັບການພັດທະນາຂອງ ຮ່າໂນ້ຍ ເທົ່ານັ້ນ, ຫາກຍັງເປັນ ຄວາມນັບຖືຂອງພວກເຮົາຕໍ່ການປະກອບສ່ວນຂອງຫຼາຍ ລຸ້ນຄົນ ເພື່ອກໍ່ສ້າງຂຶ້ນນະຄອນ ຮ່າໂນ້ຍ ຄືໃນ ປັດຈຸບັນ”.

ທ່ານ ເຈິ່ນຫືວກວາງ, ຮອງປະທານຜູ້ປະຈຳການ, ເລ ຂາທິ ການໃຫຍ່ສະມາຄົມອະດີດນັກຮຽນ ໂຮງຮຽນ ມັດທະຍົມ Albert Sarraut (ປັດຈຸບັນແມ່ນໂຮງຮຽນ ມັດທະຍົມ ເຈິ່ນ ຝູ໋) ໃຫ້ຮູ້ວ່າ: ສຳລັບເພິ່ນ ແລະ ໝູ່ເພື່ອນ ຂອງເພິ່ນຫຼາຍ ຄົນ ທີ່ພວມອາໄສຢູ່ຕ່າງປະເທດ, ງານວາງສະແດງຄັ້ງນີ້ ເປັນ ຕຳລາທີ່ສັກສິດຫົວໜຶ່ງ.

ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຫຼາຍຄົນໄດ້ເຂົ້າຮ່ວມງານວາງສະແດງ “ຄະນຶງຫາ ນະຄອນ ຮ່າໂນ້ຍ ໃນສະ ໄໝກ່ອນ” ເພື່ອຊົມບັນດາວັດຖຸສິ່ງຂອງທີ່ລຳ້ຄ່າ ແລະ ຊອກ ຮູ້ກ່ຽວກັບບັນດາກິດຈະກຳຄົ້ນຄວ້າ ກ່ຽວກັບ ປະຫວັດສາດ, ວັດທະນະທຳ, ແຜນສັງລວມ, ສະຖາປັດຕະຍະກຳ ຂອງ ນະ ຄອນຫຼວງ ຮ່າໂນ້ຍ. ທັງເປັນຄວາມເອກອ້າງ ທະນົງໃຈ, ທັງ ເປັນກຳລັງໃຈເພື່ອໃຫ້ຊາວ ຫວຽດນາມ ເວົ້າລວມ,ໂດຍສະ ເພາະແມ່ນຊາວ​ ຮ່າໂນ້ຍ ໄດ້ອະນຸລັກ ແລະ ເສີມຂະ ຫຍາຍ ບັນດາຄຸນຄ່າ ວັດທະນະທຳມູນເຊື້ອ, ກໍ່ຄືກໍ່ສ້າງ ນະຄອນ ຫຼວງ ໃຫ້ນັບມື້ນັບສວຍງາມ, ສີວິໄລ ແລະ ທັນສະໄໝ. 
ບົດ:ບິກເວິນ - ພາບ: ຫວຽດເກື່ອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top