• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ປຶກສາ​ຫາລື​ກ່ຽວກັບ​ປະມວນ​ກົດໝາຍວ່າ​ດ້ວຍ​ແຮງ​ງານ (ສະບັບ​ປັງ​ປຸງ)

ໂດຍສືບຕໍ່ລາຍການຂອງກອງປະຊຸມເທື່ອທີ 36, ຕອນເຊົ້າວັນທີ 14 ສິງຫາ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືກ່ຽວກັບບາງບັນຫາທີ່ຍັງມີທັດສະນະແຕກຕ່າງກັນຂອງຮ່າງປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັງປຸງ), ໂດຍສະເພາະແມ່ນບັນຫາເປີດກວ້າງກອບຂໍ້ຕົກລົງກ່ຽວກັບຊົ່ວໂມງເຮັດວຽກເພີ່ມສູງສຸດ ຂຶ້ນເຖິງ 400 ຊົ່ວໂມງ/ປີ.

ກອງປະຊຸມເທື່ອທີ 36 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ ດໍາເນີນໃນວັນທີ 14/08 (ພາບ: quochoi.vn) 

ທີ່ກອງປະຊຸມ, ບັນດາສະມາຊິກຄະນະປະຈໍາສະພາແຫ່ງຊາດ ຖືວ່າ, ຄວນນໍາໃຊ້ສໍາລັບອາຊີບ, ຂະແໜງການຈໍານວນໜຶ່ງ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍຊີ້ແຈ້ງວ່າ ຄວນຄິດໄລ່ຊັ່ງຊາຢ່າງເຖິງຖອງກ່ຽວກັບບັນຫາດັ່ງກ່າວ, ຕ້ອງຮັບປະກັນບັນດາຫຼັກການ ແມ່ນຕ້ອງມີການຕົກລົງກັນລະຫວ່າງຜູ້ນໍາໃຊ້ແຮງງານ ແລະ ແຮງງານ; ຈ່າຍເງິນເດືອນເພີ່ມເຕີມໃຫ້ແກ່ຜູ້ເຮັດວຽກນອກໂມງລັດຖະການ ແລະ ເພີ່ມເຕີມລະບຽບການກໍານົດຊົ່ວໂມງເຮັດວຽກເພື່ອຫຼາຍສຸດຂອງເດືອນ.

        ກໍ່ທີ່ກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ເຫັນດີຕໍ່ຮ່າງກົດໝາຍວ່າດ້ວຍແຮງງານກໍານົດຂັ້ນຕອນເພີ່ມອາຍຸພັກກິນເບ້ຍບໍານານ, ໝາຍຄວາມວ່າຮອດປີ 2028 ຈະມີຊາວຜູ້ອອກແຮງງານເພດຊາຍຄົນທໍາອິດພັກກິນເບ້ຍບໍານານເມື່ອອາຍຸ 62 ປີ ແລະ ປີ 2035 ຈະມີຊາວຜູ້ອອກແຮງງານເພດຍິງຄົນທໍາອິດພັກກິນເບ້ຍບໍານານເມື່ອອາຍຸ 60 ປີ.

        ແລະໃນຕອນບ່າຍຂອງວັນດຽວກັນ, ບັນດາສະມາຊິກຄະນະປະຈໍາສະພາແຫ່ງຊາດ ກໍໄດ້ປະກອບຄໍາເຫັນໃສ່ບາງບັນຫາທີ່ຍັງມີທັດສະນະແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຫໍສະໝຸດ. ບັນດາສະມາຊິກສະພາແຫ່ງຊາດ ກໍສະເໜີໃຫ້ສໍາຫຼວດກວດຄືນບັນດານະໂຍບາຍລົງທຶນ, ຄວນຫຼີກລ້ຽງການລົງທຶນແບບກະແຈກກະຈາຍ ແລະ ເສີມຂະຫຍາຍປະສິດທິຜົນ. ແຂວງຕ້ອງເປັນເຈົ້າການກໍ່ສ້າງຫໍສະມຸດຂັ້ນເມືອງ, ຕາແສງ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ:

        “ນີ້ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ເໝາະສົມກັບທີ່ຕັ້ງບົດບາດຂອງຫໍສະໝຸດແຫ່ງຊາດ ແລະ ຫໍສະໝຸດຂັ້ນແຂວງ, ບໍ່ລົງທຶນແບບກະແຈກກະຈາຍ. ໃນສະພາບການທີ່ແຫຼ່ງກໍາລັງຂອງລັດມີຂໍ້ຈໍາກັດ. ເຖິງຢ່າງໃດກໍຕາມ, ທັດສະນະດັ່ງກ່າວ ຍັງບໍ່ທັນໄດ້ລະບຸໃນຮ່າງກົດໝາຍ. ນະໂຍບາຍລົງທຶນຂອງລັດທີ່ລະບຸໃນຮ່າງກົດໝາຍແມ່ນຍັງບໍ່ທັນຈະແຈ້ງ. ຂ້າພະເຈົ້າ ສະເໜີໃຫ້ເພີ່ມເຕີມ, ເພາະວ່າມີທັດສະນະຖືກຕ້ອງ ຈຶ່ງມີນະໂຍບາຍຢູ່ໃນກົດໝາຍໄດ້”.

        ນອກຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດກໍໄດ້ປະກອບຄໍາເຫັນໃສ່ບັນດາບັນຫາ ທີ່ມີທັດສະນະແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍກໍາລັງສໍາຮອງລະດົມພົນ.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top