• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະພະນັກງານຂັ້ນສູງກອງທັບເຮືອປະຊາຊົນຫວຽດນາມ ໄປຢ້ຽມຢາມ ຈີນ

      ຄະນະພະນັກງານຂັ້ນສູງກອງທັບເຮືອປະຊາຊົນ ຫວຽດນາມ ໂດຍ ພົນເຮືອຕີ ຟ້າມວັນຫວຶ໊ງ ໄດ້ນໍາໜ້າຄະນະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ ໃນລະຫວ່າງວັນທີ 11 – 15 ມິຖຸນາ
            ໂດຍໄດ້ຮັບຄໍາເຊີນຂອງທ່ານພົນຕີ ຈິ໊ນເຊິງແຈ໊ງ ຫົວໜ້າການເມືອງກອງທັບເຮືອ ກອງທັບປົດປ່ອຍປະຊາຊົນ ຈີນ ແລະໄດ້ຮັບຄວາມເຫັນດີຂອງກະຊວງປ້ອງກັນປະເທດ ແຫ່ງ ສສ.ຫວຽດນາມ, ຄະນະພະນັກງານຂັ້ນສູງກອງທັບເຮືອປະຊາຊົນ ຫວຽດນາມ ໂດຍ ພົນເຮືອຕີ ຟ້າມວັນຫວຶ໊ງ ໄດ້ນໍາໜ້າຄະນະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ ໃນລະຫວ່າງວັນທີ 11 – 15 ມິຖຸນາ.

ທ່ານພົນຕີ ຈິ໊ນເຊິງແຈ໊ງ ຫົວໜ້າການເມືອງກອງທັບເຮືອ ກອງທັບປົດປ່ອຍປະຊາຊົນ ຈີນ ແລະ ພົນເຮືອຕີ ຟ້າມວັນຫວຶ໊ງ (ພາບ: Vietnam+)
      ໃນໄລຍະຢູ່ຢ້ຽມຢາມຈີນ, ຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນໂທ ແໝວຫວາ ຫົວໜ້າກົມຮັບຜິດຊອບວຽກງານການເມືອງຄະນະພັກການທະຫານສູນກາງ ຈີນ; ເຈລະຈາກັບທ່ານ ພົນຕີ ຈິ້ນເຊິງແຈ໊ງ, ຫົວໜ້າການເມືອງກອງທັບເຮືອ ກອງທັບປົດປ່່ອຍປະຊາຊົນ ຈີນ; ຢ້ຽມຢາມວິທະຍາຄານກໍ່າປັ່ນ ຕະຫຼຽນ; ຢ້ຽມຊົມກໍ່າປັ່ນຂັບໄລ່ 119 ແລະ ຮັບຟັງການແນະນໍາກ່ຽວກັບວຽກງານການຈັດຕັ້ງປະຕິບັດວຽກງານພັກ, ວຽກງານການເມືອງ ຂອງກອງທັບເຮືອກອງທັບປົດປ່ອຍປະຊາຊົນ ຈີນ.
        ທີ່ການພົບປະ, ແລກປ່ຽນຄັ້ງຕ່າງໆ ສອງຝ່າຍ ຕ່າງກໍຖືວ່າ ການພົວພັນມິດຕະພາບ,ການຮ່ວມມືລະຫວ່າງກອງທັບ ແລະ ກອງທັບເຮືອສອງປະເທດໃນໄລຍະຜ່ານມາ ແມ່ນພັດທະນາຢ່າງດີງາມ ແລະ ເປັນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນລະຫວ່າງ ຫວຽດນາມ - ຈີນ. ສອງຝ່າຍເຫັນດີ ຄວນເພີ່ມທະວີການພົວພັນຮ່ວມມືລະຫວ່າງກອງທັບ ແລະ ກອງທັບເຮືອສອງປະເທດ, ແກ້ໄຂຄວາມບໍ່ລົງລອຍກັນບົນພື້ນຖານຄວາມຮັບຮູ້ລວມ ເຊິ່ງການນໍາຂັ້ນສູງຂອງພັກ, ລັດ ແລະ ກອງທັບສອງປະເທດ ໄດ້ກໍານົດໃຫ້ເປັນຢ່າງດີ, ຮັກສາສັນຕິພາບ, ຄວາມປອດໄພ, ສະຖຽນລະພາບຢູ່ພາກພື້ນ.
  (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top