• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຄະນະຂົນຂວາຍປະຊາຊົນສູນກາງຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

ໃນລະຫວ່າງວັນທີ 22 – 24 ພຶດສະພາ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູງກາງພັກກອມມູນິດຫວຽດນາມ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຕາມຄໍາເຊີນຂອງຄະນະກໍາມະການສູນກາງແນວລາວສ້າງຊາດ.

ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຫວຽດນາມ (ພາບ: TTXVN) 

 ວັນທີ 22 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໄດ້ມີການສົນທະນາກັບທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ. 2 ຝ່າຍໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາສອງພັກ, ສອງລັດຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ ກ່ຽວກັບວຽກງານຂົນຂວາຍປະຊາຊົນ; ບໍາລຸງກໍ່ສ້າງພະນັກງານ; ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ, ຊີ້ນໍາບັນດາທ້ອງຖິ່ນເພີ່ມທະວີການຮ່ວມມື...

ແລະກໍໃນວັນດຽວກັນ, ທ່ານນາງ ເຈືອງທິມາຍ ໄດ້ເປັນປະທານການໂອ້ລົມສົນທະນາ ກັບຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກຂອງແນວລາວສ້າງຊາດ ແລະ ຄະນະພັກສູນກາງຂອງພັກປະຊາຊົນປະຕິວັດລາວ. ກອງປະຊຸມໂອ້ລົມສົນທະນາ ຖືກຈັດຂຶ້ນ ແມ່ນເພື່ອແນໃສ່ປຶກສາຫາລືຕາມຫົວຂໍ້ສະເພາະ ກ່ຽວກັບວຽກງານຂົນຂວາຍປະຊາຊົນ, ວຽກງານມະຫາຊົນຂອງພັກ, ຍົກສູງບົດບາດການນໍາພາຂອງພັກ ສໍາລັບແນວໂຮມ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງພັກໃນເງື່ອນໄຂເສດຖະກິດການຕະຫຼາດ ແລະ ເຊື່ອມໂຍງເຂົ້າກັບສາກົນ./.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top