• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດ:ກວດສອບການຈັດແບ່ງ,ນຳໃຊ້ແຫລ່ງກຳລັງປ້ອງກັນຕ້ານໂລກລະບາດ

      ທ່ານປະທານສະພາແຫ່ງຊາດ ຫວຽດນາມເວືອງດີ່ງເຫ້ວ ສະເຫນີ: ຕ້ອງເປີດເຜີຍ, ໂປ່ງໃສໃນການເຄື່ອນໄຫວກວດສອບ
ທ່ານ ປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ.(ພາບ:thanhnien.vn)
      ຕອນເຊົ້າວັນທີ 14 ກັນຍາ, ເມືື່ອໃຫ້ຄຳເຫັນໃສ່ບົດລາຍງານປີ 2021 ແລະ ແຜນການກວດສອບປີ 2022 ຂອງອົງການກວດສອບແຫ່ງລັດ, ຄະນະປະຈຳສະພາແຫ່ງຊາດ ສະເຫນີ ອົງການກວດສອບແຫ່ງລັດ ສຸມໃສ່ກວດສອບການລະດົມ, ຈັດແບ່ງ ແລະນຳໃຊ້ແຫລ່ງກຳລັງໃຫ້ແກ່ວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ - 19. ທ່ານປະທານສະພາແຫ່ງຊາດ ຫວຽດນາມເວືອງດີ່ງເຫ້ວ ສະເຫນີ: ຕ້ອງເປີດເຜີຍ, ໂປ່ງໃສໃນການເຄື່ອນໄຫວກວດສອບເພື່ອຮັດແຫນ້ນລະບຽບວິໄນກ່ຽວກັບດ້ານການເງິນ, ງົບປະມານ ແລະ        ຜ່ານໝາກຜົນການກວດສອບຈາກປະຊາຊົນ ແລະສັງຄົມເພື່ອໃຫ້ມີພື້ນຖານຕິດຕາມກວດກາຄືນການເຄື່ອນໄຫວກວດສອບ. ກ່ຽວກັບແຜນການກວດສອບປີ 2022, ເປົ້າໝາຍລວມຍັງຄົງຕ້ອງຖືການເພີ່ມທະວີການປັບປຸງພື້ນຖານເສດຖະກິດດີຈິຕອນເປັນແຖວຫນ້າ, ຮັບປະກັນລະບຽບວິໄນກ່ຽວກັບດ້ານການເງິນງົບປະມານ, ຮັບປະກັນຄວາມໝັ້ນຄົງຂອງຫນີ້ເສຍ, ແກ້ໄຂຫນີ້ເສຍໃນບັນດາອົງການສິນເຊື່ອ. ກ່ຽວກັບບັນຫາເພື່ອປະຕິບັດການກວດສອບໃນການລະດົມ, ຈັດແບ່ງ ແລະນຳໃຊ້ແຫລ່ງກຳລັງໃຫ້ແກ່ການປ້ອງກັນຕ້ານໂລກລະບາດໂຄວິດ 19, ທ່ານ ປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ສະເຫນີວ່າ:
      ການຕ້ານໂລກລະບາດຕ້ອງມີປະສິດທິຜົນ ແຕ່ກໍ່ຕ້ອງລາຍຈ່າຍຕ່ຳ, ປະຢັດລາຍຈ່າຍ. ສິ່ງນີ້ຍັງຍືດເຍື້ອຍາວນານ ຫາກບໍ່ແມ່ນໃນມື້ຫນຶ່ງ ຫລື ສອງມື້. ພວກເຮົາຕ້ອງພິຈາລະນາສຸມໃສ່ແຫລ່ງກຳລັງ, ຊັບພະຍາກອນມະນຸດ, ກຳລັງຄວາມສາມາດໃຫ້ວຽກງານປ້ອງກັນຕ້ານໂລກລະບາດ ສິ່ງນີ້ແມ່ນສຳຄັນແຖວຫນ້າ. ແຕ່ນຳໃຊ້ຕ້ອງປະຢັດ, ຖືກກັບເປົ້າໝາຍ, ແຫລ່ງລະດົມຈາກລັດ.”
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top