• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຄວາມເລິກລັບຂອງໜ້າໂຂນຂະແມ

ໃນສິລະປະການສະແດງເທິງເວທີປະເພດຕ່າງໆ ຂອງຊາວຂະແມ ຢູ່ພາກໃຕ້ຫວຽດນາມ, ມ້າວ ແລະ ໜ້າໂຂນແມ່ນ ເຄື່ອງປະ ກອບພິເສດໜຶ່ງທີ່ເຕັມໄປດ້ວຍສີສັນຄວາມເລິກລັບ ແລະ ເຂັດຢໍາ, ສະແດງ ໃຫ້ເຫັນທາດແທ້ ວັດທະນະທຳອັນເປັນມູນເຊື້ອ ຂອງຊາວຂະແມ ຢູ່ພາກໃຕ້ຫວຽດນາມ. ສະນັ້ນ ອາຊີບການເຮັດ ມ້າວ ແລະ ໜ້າໂຂນຈຶ່ງແມ່ນອາຊີບ ທີ່ມີລັກສະນະສືບສານ “ຈາກເສັ່ນພ່ໍຫາເສັ່ນລູກ”.
ຊາວຂະແມພາກໃຕ້ຫວຽດນາມເອີ້ນໝວກທີ່ມີຮູບຕົວລະຄອນ ຫຼື ສັດມຸງຄຸນໃນວັດທະນະທຳຄວາມເຊື່ອຖືແມ່ນ “ມ້າວ”. ພ້ອມກັບ ໜ້າໂຂນ, ມ້າວຖືວ່າແມ່ນເຄື່ອງປະດັບເອ້ ຢ່າງໜຶ່ງ ໃນສິລະປະການຟ້ອນລຳອັນເປັນມູນເຊື້ອຂອງຊາວຂະແມ.

ອ້າຍເລິມ ຊໍນີ( ຊາວບ້ານບາ ແຊອາ, ຕາແສງເລືອງຮວ່າ, ເມືອງ ເຈົາແທ່ງ, ແຂວງຈ່າວິງ) ອາຍຸຫາກໍ່ 27ປີ ແຕ່ໄດ້ປະກອບອາຊີບ ເຮັດໜ້າໂຂນ ແລະ ມ້າວມາໄດ້ 10 ກວ່າປີແລ້ວ. ພ່ໍຂອງລາວແມ່ນນາຍຊ່າງ ເລິມເຟນ ມີປະສົບການ  30 ກວ່າ ປີໃນອາຊີບ. ເພິ່ນໄດ້ຖ່າຍຖອດໃຫ້ລູກຊາຍ ຂອງຕົນເຄັດລັບຕ່າງໆ ໃນການສືບສານອາຊີບອັນເປັນມູນເຊື້ອ ຂອງວົງຕະກຸນ. ຕາມ ທ້າວຊໍນີ ໃຫ້ຮູ້ວ່າ, ມ້າວ ຫຼື ໜ້າໂຂນຂອງຊາວ ຂະແມ ລ້ວນແຕ່ເຮັດດ້ວຍແພ ຫຼື ເຈັ້ຍ ແລະ ຮູບແບບຂອງ ມັນສະທ້ອນໃຫ້ເຫັນເຖິງຄ່ານິຍົມ ກ່ໍຄືຫົວຄິດປະດິດສ້າງຂອງນາຍຊ່າງ ແຕ່ລະຄົນ.

ເພື່ອສ້າງມ້າວ ແລະ ໜ້າໂຂນອັນໜຶ່ງ, ນາຍຊ່າງຊາວຂະແມ ຕ້ອງ ຕິດຜ້າແພ ຫຼື ເຈ້ັຍເປັນຫຼາຍຫຼືບໃສ່ເບົ້າທີ່ເຮັດດ້ວຍດິນໜຽວ ຫຼື ຊີມັງ


ວັດຖຸພັນສຳລັບຮັດມ້າວ ແລະ ໜ້າໂຂນມີຄື: ແພຫຍາບ, ເຈັ້ຍ, ດິນດາກໜຽວ.


ປັດຈຸບັນ, ເຂົາເຈົ້າສ່ວນຫລາຍມັກໃຊ້ຊີມັງເຮັດເບົ້າຫລໍ່ ເພື່ອນຳ ໃຊ້ໄດ້ຫຼາຍຄັ້ງອີກ.


ຂຶ້ນກັບແຕ່ລະປະເພດມ້າວ ແລະ ໜ້າໂຂນ, ການປະດັບ ປະດາສີສັນ ແລະ ລາຍດອກຈະມີສັນຍາລັກສະເພາະຕ່າງກັນ.


ສິລະປະການເຮັດມ້າວ ແລະ ໜ້າໂຂນຂອງຊາວຂະແມ ພາກໃຕ້ຫວຽດນາມ
ສ່ວນຫຼາຍແມ່ນມີລັກສະນະສືບສານ “ເສັ່ນພ່ໍຕ່ໍຫາເສັ່ນລູກ”. 



ນາຍຊ່າງກີມແມ້ງຢູ່ເມືອງຈ່າກຸ ແຂວງຈ່າວິງ ຜູ້ທີ່ມີປະສົບການ ໃນອາຊີບນີ້ເກືອບ 30 ປີແລ້ວ.


ນາຍຊ່າງກີມແມ້ງໃຫ້ຮູ້ວ່າ, ຜູ້ສ້າງມ້າວ ແລະ ໜ້າໂຂນຕ້ອງ ແມ່ນຜູ້ມີຄວາມຮອບຮູ້ວັດທະນະທຳຂອງຊາວຂະແມເປັນຢ່າງດີ.


ໜ້າໂຂນ ແລະ ມ້າວ ແມ່ນເຄື່ອງແຕ່ງຕົວພິເສດໃນການ ສະແດງສິລະປະອັນເປັນມູນເຊື້ອຂອງຊາວຂະແມ. 


ນັກສະແດງຜູ້ໜຶ່ງໃສ່ໜ້າໂຂນ “ເສືອເຈັດດາວ” ນຳໜ້າຂະ ບວນການເຊີ້ງແຫ່ໃນງານບຸນປີໃໝ່ ຈໍນາມເທີໄມ ຂອງຊາວຂະແມ. 
 
ເພື່ອສ້າງມ້າວ ຫຼື ໜ້າໂຂນອັນໜຶ່ງນັ້ນ, ນາຍຊ່າງຕ້ອງ ປະຕິບັດຕາມຂັ້ນຕອນຕ່າງໆ ຄື: ສ້າງເບົ້າ, ຕິດແພ ຫຼື ເຈັ້ຍ ແລະ ທາສີ, ປະກອບລາຍດອກ.

ຢາກສ້າງເບົ້າຫລໍ່ມ໊າວ ຫຼື ໜ້າໂຂນ, ນາຍຊ່າງມັກໃຊ້ດິນດາກ ໜຽວເພື່ອປັ້ນເປັນຮູບຫົວ ແລະ ໃບໜ້າທີ່ມີຕາ, ດັງ, ປາກ, ຫູ… ແລ້ວນຳໄປຕາກໃຫ້ແຫ້ງ. ປັດຈຸບັນນີ້, ເຂົາເຈົ້າມັກໃຊ້ຊີມັງ  ໃນການສ້າງເບົ້າຫລໍ່, ວິທີນີ້ມີອັນດີແມ່ນສາມາດນຳໃຊ້ໄດ້ ຫຼາຍຄັ້ງຕ່ໍໄປ.

ພາຍຫຼັງເບົ້າແຫ້ງແລ້ວ, ເຂົາເຈົ້າຈະໃຊ້ແພ(ອາດແມ່ນແພມຸ້ງ ຫຼື ຜ້າກົດຕົງຕັດເປັນແຜ່ນຂະໜາດ 5x7 ຊັງຕິແມັດ) ຫຼື ເອົາເຈັ້ຍ ແຂງ, ໜັງສືພິມທາກາວແລ້ວຕິດໃສ່ເບົ້າດິນ. ກາວຢູ່ນີ້ອາດຈະໃຊ້ ຢາງຂອງໝາກ “ທອນຮອບ”(ເປັນໝາກໄມ້ປະເພດໜຶ່ງຂອງທ້ອງ ຖິ່ນ) ຫຼື ໃຊ້ແປ້ງແຫຼວຄົນໃຫ້ສຸກ ຫຼື ກາວອຸດສາຫະກຳກ່ໍໄດ້.

ໃຊ້ເຈັ້ຍ ຫຼື ແພຕິດໃສ່ເບົ້າດິນປະມານແຕ່ 8 ຮອດ 12  ຊັ້ນເພື່ອ ເຮັດໃຫ້ມ້າວ ຫຼື ໜ້າໂຂນມີຄວາມໜາແໜ້ນ ແລະ ແຂງດີ. ເບົ້າຫລໍ່ເມື່ອຕິດແພ ຫຼື ເຈັ້ຍແລ້ວ, ເຂົາເຈົ້າເອົາໄປຕາກໃຫ້ແພ ຫຼື ເຈັ້ຍເຫຼົ່ານັ້ນຕິດແຈບກັບເບົ້າ ຈາກນັ້ນທຸບໃຫ້ເບົ້າຫລໍ່ທີ່ເຮັດດ້ວຍດິນດາກທາງໃນໃຫ້ແຕກອອກ, ເປັນອັນວ່າຈະໄດ້ມ້າວ  ຫຼື ໜ້າໂຂນດັ່ງປະສົງ. ສະເພາະ ມ້າວຍັງຕ້ອງຜ່ານຂັ້ນຕອນ ໜຶ່ງອີກເຊັ່ນ: ສ້າງຮູບສໍາລັບຈອມຫົວ ແລ້ວຈຶ່ງປະດັບປະດາດ້ວຍ ລາຍດອກ ທັງທາສີຕາມສີໜ້າຂອງ ແຕ່ລະ ຕົວລະຄອນຄື: ຮູບປະພັນຜູ້ເປັນ“ແຕນສາມແມ່”, ຫະນຸມານ, ມະເຫສີ, ລາຊະທິດາ, ຕົວຕະຫຼົກ… ເຊິ່ງຮຽກຮ້ອງໃຫ້ນາຍຊ່າງ ຕ້ອງ ປະຕິບັດຕາມມາດຖານການສ້າງຮູບຊົງ, ສີສັນ ແລະ ລວດລາຍ ອັນເປັນສັນຍະລັກສະເພາະຢ່າງເຂັ້ມງວດ.

ນາຍຊ່າງກີມແມ້ງ (ບ້ານຈ່າແລ, ຕາແສງເຕີນເຊີນ, ເມືອງຈ່າກຸ) ແມ່ນຜູ້ໜຶ່ງທີ່ໄດ້ປະກອບອາຊີບເຮັດມ້າວ ແລະ ໜ້າໂຂນມາແລ້ວ ເກືອບ 30 ປີໃຫ້ຊາບວ່າ, ຜູ້ປະດິດສ້າງມ້າວ ຫຼື ໜ້າໂຂນ ຕ້ອງແມ່ນ ຜູ້ທີ່ມີຄວາມຮອບຮູ້ ກ່ຽວກັບວັດທະນະ ທຳຂະແມຢ່າງເລິກເຊິ່ງ, ເມື່ອເປັນແນວນັ້ນ ຈຶ່ງສາມາດສ້າງ ໃຫ້ຜະລິດຕະພັນບັນລຸມາດຖານ, ສະແດງໄດ້ສີໜ້າ, ທາດແທ້ ຂອງ ຕົວລະຄອນ. ທຸກຂັ້ນຕອນ ເພື່ອໃຫ້ໄດ້ຜະລິດຕະພັນ ໜຶ່ງລ້ວນແຕ່ເຮັດແບບຫັດຖະກໍາລ້ວນໆ ແລະ ຕ້ອງມີຄວາມ ລະມັດລະວັງ, ລະອຽດລະອໍອີຫລີໃນແຕ່ລະສິ້ນນ້ອຍໆ.  ຂຶ້ນກັບແຕ່ລະປະເພດມ້າວ ຫຼື ໜ້າໂຂນມີຄວາມງ່າຍດາຍ ຫຼື ສັບສົນ ໄລຍະເວລາເພື່ອສ້າງສໍາເລັດກໍ່ຕ່າງກັນ ໂດຍທົ່ວໄປ ແລ້ວ, ນາຍຊ່າງຈະຜະລິດກໍ່ຕໍ່ເມື່ອມີການສັ່ງຈອງຂອງລູກ ຄ້າ ຫຼື ໃນໂອກາດງານບຸນສູນທານອັນເປັນມູນເຊື້ອຂອງເຜົ່າຂະ ແມເທົ່ານັ້ນ.

ມ້າວ ແລະ ໜ້າໂຂນປະເພດຕ່າງໆມັກຈະ ຖືກນຳ ໃຊ້ໃນ ໂອກາດງານບຸນປະເພນີອັນເປັນມູນເຊື້ອ ຫຼື ບຸນປີໃໝ່ຂອງຊາວ ຂະແມຄື: ຈໍເຈີນາມເທີ ໄມ, ອອກອອມບອກ, ໂດນຕາ… ຫຼື ຖືກນຳມາສະແດງໃນຈັງຫວະການຟ້ອມປະຈຳເຜົ່າຂະແມເຊັ່ນ: ຟ້ອນໂຮບຳ, ເຈີໄຮຢຳ, ຮ້ອງ ເພງອາໄຢ, ຢູເກ…

ມ້າວ ແລະ ໜ້າໂຂນຈຳນວນໜຶ່ງ ທີ່ເປັນມູນເຊື້ອ ຂອງຊາວ ຂະແມ.

















ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

bichlien

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top