• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ຄວາມເປັນເອກະລັກໃນຊຸດ ປະຈຳເຜົ່າບານາ

ຊຸດປະຈຳຊົນເຜົ່າ ເປັນໜຶ່ງໃນບັນດາປັດໃຈທີ່ສຳຄັນ ຊຶ່ງສ້າງເປັນ ສີສັນວັດທະນະທຳ ຂອງ ຊາວ ເຜົ່າບານາ  ຢູ່ແຂວງ ຢາລາຍ ທີ່ທິດຕາເວັນອອກ ຂອງສາຍພູຫຼວງ. ຜ່ານການນຸ່ງຖື ຂອງ ເຂົາເຈົ້າ, ຄົນເຮົາ ສາມາດເຫັນໄດ້ ຈຸດສະເພາະ ທາງດ້ານ ວັດທະນະທຳ ກໍຄືຄວາມ ເຊື່ອຖື ສາສະໜາ ຂອງຊາວ ຊົນເຜົ່າດັ່ງກ່າວ.
ຕັ້ງແຕ່ຫຼາຍເສັ່ນຄົນມາແລ້ວ, ຊາວຊົນເຜົ່າບານາເຄີຍດຳລົງຊີວິດສອດຄ່ອງປອງດອງກັບທຳມະຊາດ ແລະ ອີງໃສ່ທຳມະຊາດ. ດ້ວຍເຫດນັ້ນ, ຊຸດອາພອນຂອງຊາວເຜົ່າບານາໄດ້ສະແດງໃຫ້ເຫັນປັດໃຈທຳມະຊາດບໍ່ຫຼາຍກໍໜ້ອຍ. ຊາວເຜົ່າບານາປູກຕົ້ນຝ້າຍເພື່ອເອົາດອກຝ້າຍເຂັນ ເປັນເສັ້ນດ້າຍ ແລ້ວຍ້ອມສີ ແລະ ຕຳ່ເປັນຊຸດອາພອນປະຈຳເຜົ່າ. ປະຈຸບັນ, ຊາວເຜົ່າບານາສາມາດຊື້ເສັ້ນໄໝຫຍິບມາແຕ່ ຕະຫຼາດແທນ ໃຫ້ແກ່ການໃຊ້ເສັ້ນດ້າຍຈາກຕົ້ນຝ້າຍ ແລະ ຍັງຄົງຍ້ອມສີຕາມແບບເດີມ ເພື່ອສ້າງສີສັນແບບທຳມະຊາດແລ້ວຈຶ່ງນຳໄປຕຳ່ຫູກ.
ເມື່ອເບິ່ງທາງນອກ, ຊຸດປະຈຳເຜົ່າຂອງຍິງສາວຊາວເຜົ່າບານາຄືວ່າງ່າຍດາຍກວ່າຊຸດປະຈຳເຜົ່າຂອງຊາວຊົນເຜົ່າຈຳນວນໜຶ່ງຢູ່ໄຕງວຽນ. ແຕ່ໃນຄວາມຈິງ ມັນກໍຮຽກຮ້ອງຄວາມລະອຽດ ແລະ ພິຖີພິຖັນຂອງຊ່າງຕຳ່ຫູກ ໂດຍໄດ້ສະແດງອອກຜ່ານສີສັນ ແລະ ລວດລາຍຕ່າງໆ ຢູ່ສ່ວນບ່າ, ເອິກ ແລະ ຕີນເສື້ອ. ຢູ່ແຂບເສື້ອ, ສິ້ນ ແລະ ແຂນເສື້ອທັງສອງເບື້ອງ ໄດ້ຮັບການຕົບແຕ່ງລາຍດອກຕາມແບບຮູບຮ່າງເລຂາຄະນິດ ແລະ ມີປັດໃຈທຳມະຊາດ. ສາຍແອວໄດ້ປັກແສ່ວລາຍດອກ ແລະ ຍອຍຜ້າ. ຜູ້ຍິງຊາວເຜົ່າບານາກໍມັກຖືສາຍຄໍດ້ວຍເມັດແກ້ວ ທີ່ນາໆສີສັນ ແລະ ປອກ ຄໍເງິນ, ທອງ.
 

ຍິງສາວຊາວເຜົ່າບານາໃນຊຸດປະຈຳຊົນເຜົ່າ.

ຍິງສາວຊາວເຜົ່າບານາມັກຈົ່ງຜົມຕັ້ງບ່າ
ແລະ ໃຊ້ຜ້າແພຄຽນຫົວ.

ຊຸດປະຈຳຊົນເຜົ່າປະກອບສ່ວນສ້າງຂຶ້ນຄວາມງາມແບບ
ເຂັ້ມແຂງໃຫ້ແກ່ຍິງສາວຊາວເຜົ່າບານາ.

ຍິງສາວຊາວເຜົ່າບານາເຄີຍນຳໃຊ້ສາຍຄໍຕິດເມັດແກ້ວທີ່ຫຼາກຫຼາຍສີສັນ ແລະ ປອກແຂນ, ປອກຄໍທີ່ຕິດເງິນ, ທອງ…

ຍິງສາວຊາວເຜົ່າບານາບໍ່ນຳໃຊ້ແຂນເສື້ອໃນຊຸດປະຈຳຊົນເຜົ່າຂອງຕົນເພື່ອອວດອ້າງຮູບຮ່າງຄວາມງາມຂອງຕົນ.
ມີຈຸດພິເສດອັນໜຶ່ງໃນຊຸດປະຈຳເຜົ່າຂອງຊາວເຜົ່າບານາ ນັ້ນແມ່ນ ເສື້ອມີແຂນ ແຕ່ບໍ່ຄ່ອຍໄດ້ນຳໃຊ້ ຫາກຈະປະຢູ່ລ້າໆ ຊຶ່ງສ້າງຄວາມມີສະເໜ ແລະ ລະມຸ່ນລະມ່ອມໃນແຕ່ລະບາດກ້າວ. ນອກຈາກນັ້ນ, ສິ້ນຂອງເຂົາຈະສັ້ນກວ່າສິ້ນຂອງຜູ້ຍິງຊາວເຜົ່າເອເດ ຫຼືຊາວເຜົ່າອື່ນໆ ແລະ ມີສ່ວນ ຂາຖືກເຜີຍອອກ ອັນໄດ້ສ້າງຄວາມງາມທາງຮູບຮ່າງຂອງຜູ້ນຸ່ງຖື.
ຖ້າຫາກວ່າຊຸດປະຈຳເຜົ່າຂອງຜູ້ຍິງຊາວເຜົ່າບານາມັກອ່ຽງໄປທາງລາຍແຕ້ມປະດັບປະດາ ແລະ ຄວາມມີສະເໜ່ ອ່ອນຊ້ອຍ ຫາກຊຸດອາພອນ ປະຈຳເຜົ່າຂອງຜູ້ຊາຍພັດສະແດງຄວາມເຂັ້ມແຂງ ແລະ ໄດ້ນຳໃຊ້ໃນພິທີຕ່າງໆ ໂດຍມີຄຸນຄ່າທາງດ້ານສາສະໜາ ແລະ ຖານະຕຳແໜ່ງ ຂອງ ຜູ້ນຸ່ງຖື. ເສື້ອບໍ່ມີແຂນ, ສ່ວນຕີນເສື້ອໄດ້ຕົບແຕ່ງຮູບງ້າວ, ຮູບນົກ ຫຼືວ່າຮູບເຄື່ອງມືທຳການຜະລິດ ແລະ ໄດ້ຮັບການອອກແບບຢ່າງຄ່ອງແຄ້ວ ເພ່ືອເຮັດໃຫ້ຜູ້ນຸ່ງຖືບໍ່ຖືກປິດບັງສ່ວນເນື້ອກ້າມ.

ຜູ້ຊາຍຊາວເຜົ່ຍບານາສະແດງຄ້ອງກອງໃນຊຸດປະຈຳຊົນເຜົ່າ.

ຜ້າບີງຄຽນເປັນຮູບໄຂ່ວຢູ່ໜ້າເອິກ ຊຶ່ງສະແດງຄວາມງາມຂອງຜູ້ຊາຍຊາວເຜົ່າບານາ.

ສາຍຄໍດ້ວຍເມັດແກ້ວໄດ້ຍິ່ງເພີ່ມຂຶ້ນຄວາມງາມຂອງ
ຜູ້ຊາຍຊາວເຜົ່າບານາ.

ຂົນນົກຍຸງປັກຢູ່ເທິງເກົ້າຜົມເປັນສິ່ງຂອງທີ່ບໍ່ສາມາດຂາດໄດ້ໃນຊຸດປະຈຳ ເຜົ່າຂອງຜູ້ຊາຍຊາວຊົນເຜົ່າບານາໃນໂອກາດຈັດງານບຸນແຕ່ລະເທື່ອ.

ການສະແດງຄ້ອງກອງໃນໂອກາດຈັດງານບຸນຂອງຊາວເຜົ່າບານາ.
ໃນໂອກາດຈັດງານບຸນ, ຜູ້ຊາຍຊາວເຜົ່າບານາເບິ່ງສຸດທີ່ແຂງແຮງ ລຳສັນໃນຊຸດປະຈຳເຜົ່າຂອງຕົນ. ເຂົາເຈົ້ານຸ່ງກະຕ່ຽວ, ເສື້ອຜ້າດ້າຍດິບ ສີໝາກະເບົາ ຫຼື ສີດຳ, ຜ້າຄຽນເປັນຮູບໄຂ່ວຢູ່ໜ້າເອິກ, ຫົວເກົ້າຜົມ ແລະ ປັກໃສ່ຂົນນົກຍູງ, ມືຈັບດາບ, ເຂນ ຟ້ອນລຳໃນທຳນອງສຽງ ຄ້ອງສຽງກອງ.
ພ້ອມກັບການຂະຫຍາຍຕົວຂອງສັງຄົມ, ຄວາມຮຽກຮ້ອງຕ້ອງການໄປມາກໍຫຼາຍກວ່າເມື່ອກ່ອນ ດັ່ງນັ້ນ, ຊາວເຜົ່າບານາພຽງນຸ່ງຊຸດປະຈຳເຜົ່າ ໃນໂອກາດຈັດງານບຸນ ຄື: ບຸນແທງຄວາຍ, ບຸນອອກບູຊາຜີສາງ, ບຸນຂຶ້ນເຮືອນຣົງໃໝ່, ງານດອງ ແລະ ອື່ນໆ… ຊຶ່ງປະກອບສ່ວນອະນຸລັກ ຮັກສາຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າບານາ.
ບົດ: ຖູກຮ່ຽນ - ພາບ: ຈິ້ງວັນໂບ້
 

Bài: Thục Hiền - Ảnh: Trịnh Văn Bộ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top