• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ຄວາມສະຫງົບສຸກ ຢູ່ ໃນເຂດສາສະໜາ ກາໂຕລິກ

ຊາວກາໂຕລິກ ກວ່າ 7 ລ້ານຄົນ (ກວມເກືອບ 8% ຈຳນວນ ພົນ ລະເມືອງ ທົ່ວປະເທດ) ຂອງ ສະມາຄົມ ຊາວກາໂຕລິກ ຫວຽດ ນາມ ໃຊ້ຊີວິດ ຢູ່ໂບດ ກາໂຕລິກ ປະມານ 4500 ແຫ່ງ ໃນທົ່ວ ປະເທດ ແລະ ກໍາລັງ ໃຊ້ຊີວິດການເປັນຢູ່ຢ່າງ ສະຫງົບສຸກ ແລະ ນັບຖືສາສະໜາ, ເພື່ອການ ຂະຫຍາຍຕົວ ແລະ ວັດທະນາຖາ ວອນ ຂອງ ປະເທດຊາດ ຫວຽດນາມ. 
ຂ່າວດີ ຈາກ ແດນ ເຫວ້ 

ຊາວກາໂຕລິກ ກວ່າ 2000 ຄົນ ຢູ່ໂບດ ຝູກາມ ເຂົ້າຮ່ວມ ພິທີ ທາງສາສະໜາ ໃນວັນອາທິດ ຕັ້ງໃຈຟັງຄຳສັ່ງສອນ ຂອງ ຄຸນພໍ່ ຫງວຽນ ຫືວ ກວກ ຮຸຍ, ຮອງເຈົ້າອາວາດໂບດກາໂຕລິກ ຝູກາມ ກ່ຽວກັບ ຄວາມຮັກແພງ, ຄວາມສາມັກຄີ ແລະ ພາລະໜ້າທີ່ເປັນ ສາສະນິກະຊົນ ທີ່ເຫຼື້ອມໃສຕໍ່ສາສະໜາກາໂຕລິກ. ໃນບົດບັນ ຍາຍ ຂອງຕົນ, ຄຸນພໍ່ ກໍໄດ້ ສົ່ງຂ່າວ ກ່ຽວກັບ ເລື່ອງ ໂບດກາໂຕລິກ ເຫວ້ (ລວມມີ ແຂວງ ກວ່າງຈີ້ ແລະ ແຂວງ ເທື່ອ ທຽນ ເຫວ້) ຫາກໍໄດ້ ຈັດຕັ້ງ ສຳເລັດ ພິທີໄຂປີ ພະອໍລະຫັນ 2018 ຊຶ່ງເປັນ ເຫດການໃຫຍ່ ທີ່ບໍ່ເຄີຍມີມາກ່ອນ ນັບຕັ້ງແຕ່ ການ ສະເຫຼີມສະຫຼອງ 150 ປີ ວັນສ້າງຕັ້ງ ໂບດ ກາໂຕລິກ ເຫວ້ ກ່ອນໜ້າ ນີ້ 18 ປີ ດ້ວຍຄວາມປິຕິຍິນດີ. ຄຳສັ່ງສອນ ເໝືອນດັ່ງ ກະແສລົມ ເຢັນ ພັດແຜ່ລາມໄປທົ່ວໂບດ ທີ່ກວ້າງໃຫຍ່, ເຮັດໃຫ້ສີໜ້າ ຂອງ ຊາວ ກາໂຕລິກ ທຸກຄົນ ມີຄວາມຊື່ນບານຍິ່ງຂຶ້ນ. 

ນັບແຕ່ຕົ້ນປີ 1960, ເຫວ້ໄດ້ຮັບກຽດ ຈາກສັງຄະນາຍົກ Gioan XXII, ສັງຄະນາຍົກ ອົງທີ 261 ຂອງ ສຳນັກວາຕີກັງ, ອອກ ພະລາຊະດຳລັດ ຍົກໂບດ ກາໂຕລິກ ເຫວ້ ຂຶ້ນເປັນ ໂບດ ກາໂຕ ລິກ ໃນນະຄອນ ເຫວ້ ມີຊັ້ນດຽວກັນ ກັບໂບດ ກາໂຕລິກ ໃນນະ ຄອນ ຮ່າໂນ້ຍ ແລະ ໂບດກາໂຕລິກ ໃນນະຄອນ ໂຮ່ຈີມິນ.

ໂບດ ຝູກາມ ເປັນໂບດໃຫຍ່ ໃນນະຄອນ ເຫວ້, ປະດິດສະຖານ ເທິງ ໂນນ ເຟືອກກວ່າ, ສັງກັດ ພື້ນທີ່ ບ້ານ ເຟືອກຫວີ໊ງ, ນະຄອນ ເຫວ້. ນີ້ແມ່ນໜຶ່ງໃນໂບດໃຫຍ່ ຫຼາຍແຫ່ງ ທີ່ມີຊື່ສຽງ ແລະ ມີອາຍຸ ເກົ່າແກ່ສຸດ ຢູ່ ເຫວ້, ເປັນ ບ່ອນດຳລົງຊີວິດ ຂອງ ຊາວກາໂຕລິກ ເກືອບ 6.000 ຄົນ. ໃນທຸກໆ ວັນເສົາ ແລະ ວັນອາທິດ ຂອງ ສັບ ປະດາ, ຊາວ ກາໂຕລິກ ຈະພາກັນ ໄປໂບດ ເປັນຈຳນວນ ຫຼວງ ຫຼາຍ, ໃຜໆ ກໍນຸ່ງຖື ແບບສຸພາບ ຮຽບຮ້ອຍ ສວຍງາມ.



ໂບດໃຫຍ່ ຝູກາມ ສາມາດບັນຈຸ ສາສະນິກະຊົນ ໄດ້ 2.500 ຄົນ ເກືອບເຕັມທຸກບ່ອນນັ່ງ ໃນວັນທຳພິທີ ໃນວັນທິດ. ພາບ: ແທງຮ່ວາ


ກອງເຍົາວະຊົນ ເຂົ້າຮ່ວມການຮຽນ ກ່ຽວກັບ ຄຳສັ່ງສອນ ຂອງ ສາສະໜາ ກາໂຕລິກ ຢູ່ໂບດໃຫຍ່ ຝູຍາຍ. ພາບ: ແທງຮ່ວາ


ຫ້ອງຮຽນລະດູແລ້ງ ຂອງ ກອງເຍົາວະຊົນ ທີ່ ໂບດໃຫຍ່ ຝູກາມ ມີເນື້ອໃນຫຼາຍຢ່າງ ທີ່ມີຄຸນປະໂຫຍດ ແລະ ຈັບອົກຈັບໃຈເຊັ່ນ: ລະຫຼິ້ນ,
ຟ້ອນລຳທຳເພງ, ຮຽນຫຼັກສິນທຳ, ຮຽນພາສາ ຕ່າງປະເທດ, ຝຶກຝົນທັກສະການໃຊ້ຊີວິດ ແລະ ອື່ນໆ...  ພາບ: ແທງຮ່ວາ



ກອງເຍົາວະຊົນ ໂບດໃຫຍ່ຝູກາມ ເຂົ້າຮ່ວມຊົ່ວໂມງຮຽນຟ້ອນ ແລະ ແລກປ່ຽນສິລະປະວັດທະນະທຳ ດ້ວຍຄວາມ ສະໜຸກສະໜານ.
ພາບ: ແທງຮ່ວາ

ຕ່າງກັບໂບດ ຝູກາມ, ການດຳລົງຊີວິດ ດ້ານ ຄວາມເຊື່ອຖືສາ ສະ ໜາ ຢູ່ໂບດກາໂຕລິກ ລາວາງ (ແຂວງ ກວ່າງຈີ້), ຕ່າງກັບໂບດ ກາໂຕລິກ ໃນນະຄອນ ເຫວ້ ເພາະທີ່ນີ້ມີຄວາມ ຄຶກຄື້ນ ເປັນຢ່າງ ຍິ່ງ, ຍ້ອຍວ່ານີ້ ບໍ່ພຽງແຕ່ເປັນ ດິນແດນທີ່ສັກສິດ ສຳລັບ ຊາວ ກາໂຕລິກ ຫວຽດນາມ ເທົ່ານັ້ນ, ຫາກຍັງເປັນ ຮ່ອງຮອຍປະຫວັດ ສາດ ທາງສາສະໜາ ທີ່ມີຊື່ສຽງ ຢູ່ພາຍໃນ ແລະ ຕ່າງປະເທດ. ແຕ່ລະປີ, ໃນກາງ ເດືອນ ສິງຫາ, ໂບດກາໂຕລິກ ລາວາງ ຕ້ອນ ຮັບຊາວ ກາໂຕລິກ, ນັກທ່ອງທ່ຽວ ທັງຢູ່ໃກ້ຢູ່ໄກມາ ມະນັດສະ ການ ຢ້ຽມຢາມ ແລະ ຂໍພອນຈາກເຈົ້າແມ່ ຢູ່ໂບດ ລາວາງ ໃຫ້ຢູ່ ເປັນເປັນສຸກ. 

ປີ 2012, ໂບດ ລາວາງ ໄດ້ລົງທຶນກໍ່ສ້າງໃໝ່ ຫໍທຳມະສະພາ ທີ່ ກວ້າງຂວາງ ໂອ້ໂຖງ ແລະ ສວຍງາມ ຕາມແບບ ສະຖາປັດຕະ ຍະກຳມູນເຊື້ອ ຂອງ ຫວຽດນາມ ສາມາດຕ້ອນຮັບ 5000 ຄົນໃນ ເວລາດຽວກັນ ຊຶ່ງເປັນຈຸດເດັ່ນ ສ້າງຄວາມຕະລຶງ ທີ່ໜ້າຈົດຈຳ ໃຫ້ແກ່ດິນແດນສັກສິດ ລືຊ່ືນີ້.

ໂບດ ກາໂຕລິກ ໃນນະຄອນ ເຫວ້ ມີການພັດທະນາ ແລະ ຢູ່ເຢັນ ເປັນສຸກ ຄືດັ່ງທຸກວັນນີ້ ກ່ອນອື່ນໝົດ ແມ່ນຍ້ອນຄວາມເອົາໃຈ ໃສ່ຮັກແພງ, ຄວາມສາມັກຄີ ຂອງສະມາຄົມ, ວົງຄະນາຍາດ ຊາວກາໂຕລິກ ແລະ ພໍ່ແມ່ປະຊາຊົນ ຊາວກາໂຕລິກ ທີ່ອາໄສ ຢູ່ຕ່າງປະເທດ. ຄຽງຂ້າງນັ້ນ ກໍມີການປະກອບສ່ວນ ຊ່ວຍເຫຼືອ ບໍ່ໜ້ອຍ ຈາກອຳນາດການປົກຄອງທຸກຂັ້ນອີກດ້ວຍ.

ພິເສດ, ໃນເດືອນມິຖຸນາ 2018 ຜ່ານມາ, ອຳນາດການປົກຄອງ ໄດ້ແນະນຳ, ຊ່ວຍເຫຼືອ, ອຳນວຍຄວາມສະດວກ ກ່ຽວກັບວຽກ ງານປ້ອງກັນຄວາມສະຫງົບ, ຄວາມເປັນ ລະບຽນຮຽບຮ້ອຍ ເພື່ອ ໃຫ້ ສຳນັກງານໃຫຍ່ ໂບດກາໂຕລິກ ໃນນະຄອນ ເຫວ້ ຈັດພິທີ ແຫ່ສະຫຼ່ຽງ ແລະ ໄຂງານ ສະເຫຼີມສະຫຼອງ 30 ປີ ແຫ່ງ ວັນສັງຄະ ນາຍົກ Gioan Phaolo II ໄດ້ເລື່ອນໃຫ້ເປັນ ພະອໍລະຫັນ ຫວຽດ ນາມ ຈຳນວນ 117 ອົງ ໂດຍການ ເຂົ້າຮ່ວມ ຂອງ ຜູ້ທີ່ມີ ຍົດສັກ ຕຳແໜ່ງ, ນັກບວດ ແລະ ຊາວ ກາໂຕລິກ ກວ່າ 2000 ຄົນ ທ່າມ ກາງ ບັນຍາກາດທີ່ເຄັ່ງຂຶມ, ສົມກຽດ ແລະ ມີຊາວກາໂຕລິກ ເຂົ້າ ຮ່ວມຫຼາຍທີ່ສຸດໃນຮອບ 18 ປີ ຜ່ານມາ, ນັບຕັ້ງແຕ່ ການສະເຫຼີມ ສະຫຼອງ 150 ປີ ວັນສ້າງ ຕັ້ງໂບດ ກາໂຕລິກ ໃນນະຄອນ ເຫວ້ ເມື່ອ ປີ 2000.



ໂບດ ໄຕລິງ ສັງກັດ ບ້ານຖ້ວນລົກ, ຕັ້ງຢູ່ໃນກຳແພງເມືອງ ເຫວ້. ຕາມຕຳນານ ໃຫ້ຮູ້ວ່າ ໂບດ ແຫ່ງນີ້ ສ້າງຂຶ້ນ ໃນສະໄໝພະເຈົ້າ ຫວໍ ເວືອງ
ຫງວຽນ ຟຸກ ຄວາດ (1714–1765) ກັບຊື່ເອີ້ນ ໃນ ເບື້ອງຕົ້ນວ່າ ໂບດກາໂຕລິກ ເກົ່າຄໍ. ປະຈຸບັນ, ໂບດແຫ່ງນີ້ ມີ ຊາວກາໂຕລິກ ປະມານ 1.100 ຄົນ. ໃນພາບ: ຊາວກາໂຕລິກ ໃນໂບດກາໂຕລິກ ໄຕລິງ ໄປທຳບຸນຢູ່ໂບດ ໃນວັນອາທິດ. ພາບ: ແທງຮ່ວາ



ພວກນ້ອງນ້ອຍ (ໃນພາກສ່ວນຊ່ວຍພິທີ ຂອງ ໂບດ ກາໂຕລິກ) ຖະຫວາຍທູບທຽນ ຂຶ້ນແທ່ນບູຊາ ໃນໂບດ ກ່ອນເວລາ
ຄຸນພໍ່ ທຳ ພິທີ. ພາບ: ແທງຮ່ວາ



ກອງສິລະປະ ຂອງ ໂບດ ໄຕລິງ ຮ້ອງເພງ ສັນລະເສີນ ພະເຈົ້າ ໃນວັນທຳພິທີ ໃນວັນທິດ. ພາບ: ແທງຮ່ວາ


ໂບດ ກາໂຕລິກ ໄຕລິງ ສັງກັດ ໂບດກາໂຕລິກ ໃນນະຄອນ ເຫວ້, ປັດຈຸບັນ ມີຊາວກາໂຕລິກ ປະມານ ກວ່າ 1.100 ກວ່າຄົນ,
ສ່ວນຫຼາຍ ດຳລົງຊີວິດ ຢູ່ບ້ານ ຖ້ວນລົກ ແລະ ບ້ານຕ່າງໆ ທີ່ໃກ້ຄຽງ. ພາບ: ແທງຮ່ວາ



ເຈົ້າແມ່ ລາວາງ ແມ່ນຕົວແທນ ຂອງ ເຈົ້າແມ່ ມາຣີອາ ໃນ ຮູບ ຮ່າງ ຂອງ ແມ່ຍິງ ຫວຽດນາມ ອູ້ມລູກ ໃນຊຸດອາພອນ
ປະຈຳ ຊາດ ຫວຽດນາມ. ພາບ: ແທງຮ່ວາ



ຫໍທຳມະສະພາແຫ່ງໃໝ່ ຂອງ ໂບດລາວາງ ເບິ່ງຈາກ ຫໍລະຄັງ ບູຮານ. ພາບ: ແທງຮ່ວາ


ຮູບແກະສະຫຼັກ ບັນດາພະອໍລະຫັນ ຫວຽດນາມ ຊຶ່ງເປັນຜູ້ ທີ່ ຍອມ ຕາຍ ຫຼື ຍອມຮັບການທໍລະມານ ດ້ວຍຄວາມເຊື່ອຖື
ສາສະໜາ ຢູ່ສູນ ເຈົ້າແມ່ ລາວາງ. ພາບ: ແທງຮ່ວາ



ບັນດານັກບວດ ໂອ້ລົມສົນທະນາ, ຢ້ຽມຢາມຖາມຂ່າວ ເຊິ່ງ ກັນ ແລະ ກັນ ໃນໂອກາດ ມະນັດສະການ ໄປຍັງເຂດດິນແດນ
ສັກສິດ ໂບດ ລາວາງ. ພາບ: ແທງຮ່ວາ

ໃນໄລຍະຜ່ານມາ, ອຳນາດການປົກຄອງ ແຂວງ ເທື່ອທຽນເຫວ້ ໄດ້ອຳນວຍຄວາມສະດວກ ໃຫ້ສຳນັກງານໃຫຍ່ ໂບດ ກາໂຕລິກ ໃນນະຄອນ ເຫວ້ ໄດ້ແຍກອອກ ແລະ ສ້າງຕັ້ງ ບັນດາ ໂບດກາ ໂຕລິກ ແຫ່ງໃໝ່ ເຊັ່ນ: ເຊີນຖຸຍ, ຟອງເຊີນ, ເຮືອງຝູ໋, ແຈ໋ງຊວນ, ຮ່ວາດາ, ບ່ວງຕໍ່າ ແລະ ເຍິດໄຕ. ໃນ 5 ປີ ຜ່ານມາ, ສຳນັກງານ ໃຫຍ່ ໂບດກາໂຕລິກ ໃນນະຄອນ ເຫວ້ ໄດ້ແຕ່ງຕັ້ງ ຄຸນພໍ່ 45 ອົງ, ແຕ່ງຕັ້ງ ຄຸນພໍ່ ຄຸ້ມຄອງໂບດ 60 ອົງ ແລະ ຍົກຍ້າຍ ຄຸນພໍ່ 70 ອົງ ໄປຍັງໂບດກາໂຕລິກ ແຫ່ງຕ່າງໆ.

ອາດເວົ້າໄດ້ວ່າ ເຖິງສະພາບຊີວິດການເປັນຢູ່ ຂອງ ຊາວສາມັນ ຊົນ ຫຼື ຊາວກາໂຕລິກ ຍັງປະສົບກັບ ຄວາມຫຍຸ້ງຍາກນາໆ ປະ ການກໍຕາມ, ແຕ່ ອໍານາດການປົກຄອງ ທ້ອງຖິ່ນ ແມ່ນໃຫ້ຄວາມ ຊ່ວຍໃຫ້ ໂບດກາໂຕລິກ ແລະ ຜູ້ທີ່ນັບຖືສາສະໜາກາໂຕລິກ ໄດ້ ມີ ເງື່ອນໄຂເບິ່ງແຍງດູແລ ວຽກງານຕ່າງໆ ໃນຊີວິດປະຈຳວັນ ກໍຄື ໃນຄວາມເຫຼື້ອມໃສ ຕໍ່ສາສະໜາ ຂອງ ຕົນ. ສິ່ງດັ່ງກ່າວສະແດງ ໃຫ້ເຫັນວ່າ ອຳນາດການປົກຄອງທ້ອງຖິ່ນ ແລະ ວົງຄະນາຍາດ ຊາວກາໂຕລິກ ໄດ້ມີຄວາມເຂົ້າໃຈ ແລະ ຊ່ວຍເຫຼືອ ຊຶ່ງ ກັນ ແລະ ກັນ ເພື່ອສ້າງ ສາຍພົວພັນ ສາມັກຄີໃຫ້ດີຂຶ້ນ. 


ໂບດກາໂຕລິກ ໃນນະຄອນ ເຫວ້ ເປັນ ໜຶ່ງໃນ 3 ຂອງ ໂບດ ກາໂຕລິກ ຂອງ ສະມາຄົມ ຊາວກາໂຕລິກ ຫວຽດນາມ. ມີ 5 ໂບດ ກາໂຕລິກ ສັງກັດເຊ່ັນ: ບານເມຖວດ, ດ່າໜັງ, ຍາຈາງ, ກອນຕຸມ ແລະ ກຸຍເຍີນ. ສັງຄະນາຍົກ Giuse ຫງວຽນຈີ້ລິງ ເປັນປະທານ ສະພາ ສັງຄະນາຍົກ ຫວຽດນາມ. 
(ແຫ່ຼງ: ຄຸນພໍ່ຫວຽດນາມ ແລະ ໂບດກາໂຕລິກ ໃນນະຄອນ ເຫວ້)

ຫ້ອງຮຽນ ລະດູແລ້ງ ໃນ ໂບດບູຮານ
 
ມາຍັງໂບດ ກາໂຕລິກ ຟາດຢ້ຽມ ຢູ່ ເມືອງ ກິມເຊີນ (ແຂວງ ນິງ ບິ່ງ), ສັງກັດ ໂບດກາໂຕລິກ ນະຄອນ ຮ່າໂນ້ຍ, ພວກຂ້າພະເຈົ້າ ໄດ້ເຫັນກັບຕາ ຫ້ອງຮຽນ ໃນລະດູແລ້ງ ຂອງ ພວກນ້ອງນັກຮຽນ ຢູ່ ຕາມໂບດບູຮານ. 

ຫ້ອງຮຽນໄດ້ແບ່ງເປັນກຸ່ມຕາມອາຍຸເຊັ່ນ: ກຸ່ມອາຍຸ ແຕ່ 13-15 ປີ, ກຸ່ມອາຍຸແຕ່ 10-12 ປີ ແລະ ກຸ່ມອາຍຸ ແຕ່ 7-9 ປີ. ກຸ່ມອາຍຸ ແຕ່ 13-15 ປີ ລວມມີ ບັນດາຊາວໜຸ່ມ ຊຶ່ງ ເປັນ ພາກສ່ວນຫຼັກ ໄດ້ຝຶກຝົນ ຄວາມສາມາດ ເພື່ອ ຊ່ວຍເຫຼືອ ແລະ ແນະນຳ ການ ດຳລົງຊີວິດໃນລະດູແລ້ງ ໃຫ້ແກ່ ບັນດານ້ອງອະນຸຊົນ ໃນພື້ນທີ່ເຂດສາສະໜາ ກາໂຕລິກ. ຫ້ອງຮຽນໄດ້ຈັດຕັ້ງ ຕາມວິທີການມ່ວນຊື່ນ ເພື່ອຮໍ່າຮຽນ. 


ວັນບຸນ ຄຣິສມາດ ທີ່ໂບດ ຟາດຢ້ຽມ ໄດ້ຈັດຂຶ້ນທຸກ ປີ ທ່າມກາງ ບັນຍາດກາດ ທີ່ອົບອຸ່ນ ສະຫງົບສຸກ ຊຶ່ງດຶງດູດ ຄວາມສົນໃຈ
ຈາກປະຊາຊົນ ທ້ອງຖິ່ນ ເປັນຈຳນວນຫຼວງຫຼາຍ. ພາບ: ເຈິ່ນຮ໋ຽວ



ການທຳພິ ທີທາງ ສະສາໜາ ທີ່ ໂບດຫີນ ຟາດຢ້ຽມ. ພາບ: ເຈິ່ນຮ໋ຽວ


ໂບດ ກາໂຕລິກ ຟາດຢ້ຽມ ຈັດຕັ້ງຫ້ອງຮຽນ ລະດູແລ້ງ ໃຫ້ແກ່ ຊາວໜຸ່ມ ເຍົາວະຊົນ ຊາວກາໂຕລິກ. ບັນດາ ເພື່ອນໜຸ່ມ ໄດ້ຮຽນ
ຫຼັກສິນທຳ ແລະ ເຂົ້າຮ່ວມການຫຼິ້ນ ຢ່າງຄຶກຄື້ນມ່ວນຊື່ນ. ພາບ: ເຈິ່ນຮ໋ຽວ



ບັນດານ້ອງເຍົາວະຊົນ ຊາວກາໂຕລິກ ເຂົ້າຮ່ວມພິທີ ແຫ່ ທຽນ ໃນຄືນວັນບຸນ ຄຣິສມາດ. ພາບ: ເຈິ່ນຮ໋ຽວ

ນ້ອງ ຟ້າມທິທູ, ສະມາຊິກໃນກຸ່ມເດັກອາຍຸ ແຕ່ 13-15 ປີ ເວົ້າ ວ່າ: “ເຂົ້າຮ່ວມຫ້ອງຮຽນ ລະດູແລ້ງນີ້, ພວກນ້ອງ ໄດ້ບັນດາ ຄຸນພໍ່ ຝຶກອົກຮົມ ຄວາມສາດສາມາດ ໃນການຈັດຕັ້ງ ການ ເຄື່ອນໄຫວຕ່າງໆ, ປະກອບຄວາມຮູ້ ກ່ຽວກັບ ສະມາຄົມ ຊາວກາໂຕ ລິກ, ກ່ຽວກັບຄຳພີ ຂອງພະເຈົ້າ ແລະ ນະໂຍບາຍຕ່າງໆ ກ່ຽວກັບສາສະໜາ. ນີ້ກໍແມ່ນວິທີການໜຶ່ງ ເພື່ອໃຫ້ພວກນ້ອງ ໄດ້ປະກອບສ່ວນ ຮັບໃຊ້ສະມາຄົມ ສາສະໜາ ກາໂຕລິກ”.

ນອກຈາກການຮໍ່າຮຽນ ກ່ຽວກັບ ຄຳສັ່ງສອນ ທາງ ສາສະໜາແລ້ວ, ບັນດານັກຮຽນ ຍັງໄດ້ ຊອກຮູ້ ກ່ຽວກັບ ປະຫວັດ ຂອງ ໂບດໃຫຍ່ ຟາດຢ້ຽມ, ໄດ້ໄປຢ້ຽມຢາມ ເຂດປູຊະນີຍະສະຖານ ປະຫວັດສາດ, ວັດທະນະທຳ ແຫ່ງຕ່າງໆ ຂອງ ທ້ອງຖິ່ນ ເຊັ່ນ: ຂົວດິນຂໍ ຟາດຢ້ຽມ, ໂຮງລະຄອນ ນາມແທງ...


ນ້ອງ ຟ້າມທິທູ ກ່າວອີກວ່າ: “ຫຼັງຈາກການຮຽນ ພວກນ້ອງ ໄດ້ນັ່ງ ຮ່ວມກັນ ຢູ່ໃນໂບດແຫ່ງນີ້ ເພື່ອການຮ້ອງເພງ ໃນບັນຍາດກາດ ທີ່ ຄຶກຄື້ນມ່ວນຊື່ນ ແລະ ສະໜິດສະໜົມ. ແຫຼ່ງຄວາມຮູ້ທີ່ຮັບເອົາ ຈາກ ຫ້ອງຮຽນ ຊ່ວຍໃຫ້ພວກນ້ອງ ມີຄວາມເຊື່່ອໝັ້ນຕົນເອງ, ຂະຫຍັນຂັນແຂງຍິ່ງຂຶ້ນ ໃນຊີວິດ ແລະ ໃກ້ຊິດ ກັບ ຜູ້ຄົນດ້ວຍ ກັນ. ຫ້ອງຮຽນນີ້ ໄດ້ເຮັດໃຫ້ຍາມລະດູແລ້ງ ຂອງ ພວກນ້ອງ ມີ ຄຸນປະໂຫຍດຍິ່ງຂຶ້ນ”. 

ການໃຊ້ຊີວິດ ຢ່າງສະຫງົບສຸກ ແລະ ນັບຖື ສາສະໜາ ຢູ່ ເຂດສາສະໜາ ກາໂຕລິກ ຊ໋ວຍຣາວ
                                                                         
ດ້ວຍຄະຕິເຕືອນໃຈ “ໃຊ້ຊີວິດ ຢ່າງສະຫງົບສຸກ ແລະ ນັບຖື ສາສະໜາ” ໃນຊຸມປີຜ່ານມາ, ຊາວກາໂຕລິກ ເຂດຊ໋ວຍຣາວ ທີ່ຂຶ້ນ ກັບ ໂບດນະຄອນ ໂຮ່ຈີມິນ ຢູ່ຕາແສງ ຊ໋ວຍຣາວ, ເມືອງ ເຈົາດຶກ ພ້ອມກັບປະຊາຊົນ ແຂວງ ບ່າເຣ້ຍ-ຫວຸງເຕົາ ໄດ້ຕັ້ງໜ້າ ສ້າງ ເສດຖະກິດ ເພື່ອມີຊີວິດການເປັນຢູ່ ທີ່ ອີ່ມໜຳສຳລານ. 

ມາຍັງໂບດ ກາໂຕລິກ ຊ໋ວຍຣາວ ໃນວັນນີ້ ມີແຕ່ ສີຂຽວ ອຸ່ມທຸ່ມ ຂອງ ຕົ້ນຢາງພາລາ, ຕົ້ນພິກໄທ ແລະ ບັນດາປະເພດ ຕົ້ນໄມ້ ກິນໝາກ ຂອງນິຄົມແຫ່ງຕ່າງໆ ທີ່ຕັ້ງຢູ່ໃນທ່າມ ກາງບັນຍາກາດ ພູຜາປ່າໄມ້. ເຂດສາສະໜາ ກາໂຕລິກ ຊ໋ວຍຣາວມີ 780 ຄົນ, ໃຊ້ຊີວິດ ດ້ວຍການສ້າງເສດຖະກິດນິຄົມເປັນຕົ້ນຕໍ.

ຢ້ຽມຢາມນິຄົມ ລ້ຽງໝູພັນ ແລະ ແບ້ ຂອງ ຄອບຄົວ ທ່ານຫງວຽນ ກ່ຽວຮຶງ ແລະ ເຈິ່ນທິເວິນ ຊຶ່ງເປັນຊາວກາໂຕລິກ ຈຶ່ງເຫັນໄດ້ ຄວາມອຸດົມສົມບູນ ຂອງ ຊາວກາໂຕລິກ ຢູ່ແຄມທະເລແຫ່ງນີ້. ເອື້ອຍ ຫງວຽນທິຮວາ ກ່າວດ້ວຍສີໜ້າຍິ້ມແຍ້ມວ່າ: “ຄອບຄົວ ຂອງ ຂ້າພະເຈົ້າ ມີດິນ 4 ເຮັກຕາ ເພື່ອປູກຕົ້ນຢາງພາລາ ແລະ ເຮັດໜອງລ້ຽງປາ ແລະ ໃຫ້ລາຍຮັບດີຫຼາຍ. ລູກຊາຍ ຂອງ ຂ້າພະ ເຈົ້າ ແມ່ນ ທ້າວ ຫງວຽນວັນຫງອກ ກຳລັງ ຮຽນຢູ່ສະຖາບັນ ສ້າງ ຄຸນພໍ່ ເພື່ອສາມາດ ຮັບໃຊ້ຢູ່ໂບດ ກາໂຕລິກ ແລະ  ບ້ານເກີດ ເມືອງນອນ ໃນພາຍໜ້າ”.



ທໍາພິທີໃນງານວິວາ ໃຫ້ແກ່ ຊາວກາໂຕລິກ ຢູ່ໂບດ ຊ໋ວຍຣາວ. ພາບ: ກີມເຟືອງ


ການດຳລົງຊີວິດໃນລະດູແລ້ງ ຂອງ ຊາວໜຸ່ມ, ເຍົາວະຊົນ ຢູ່ ໂບດ ກາໂຕລິກ ຊ໋ວຍຣາວ. ພາບ: ກີມເຟືອງ


ອານາດການປົກຄອງ ແຂວງ ບ່າເຣ້ຍ-ຫວຸງເຕົ່າ ຈັດຕັ້ງ ການກວດ ແລະ ປິ່ນປົວພະຍາດ ໂດຍບໍ່ຄິດຄ່າ ໃຫ້ແກ່ ປະຊາຊົນ
ໃນໂບດ ກາໂຕລິກ ຊ໋ວຍຣາວ. ພາບ: ກີມເຟືອງ



ການແຕ່ງກາຍ ຂອງ ພວກນ້ອງນັກຮຽນ ໃນຄ້າຍລະດູແລ້ງ ທີ່ ໂບດ ກາໂຕລິກ ຊ໋ວຍຣາວ. ພາບ: ກີມເຟືອງ

ຄອບຄົວ ຊາວກາໂຕລິກ ເຈິ່ນຢຸຍກວາງ (ບ້ານ 1) ຫາກໍສ່ົງ ປາໄນ ຈຳນວນ 8 ໂຕນ ອອກສູ່ຕະຫຼາດ ດ້ວຍລາຄາປະມານ 200.000 ດົ່ງ/ກິໂລ. ໃນລະດູການນີ້ ຄອບຄົວເພິ່ນ ມີລາຍຮັບ ເກືອບ 500 ລ້ານດົ່ງ. ຕົວແບບການລ້ຽງ ປາໄນ ກຳລັງ ຂະຫຍາຍຕົວ ຢ່າງ ກວ້າງຂວາງ ຢູ່ ຫຼາຍຄອບຄົວຊາວກາໂຕລິກ ຂອງ ຕາແສງ ຊ໋ວຍ ຣາວ. ທ່ານ ຟ້າມວັນຮິງ, ປະທານສະມາຄົມ ຊາວກະສິກອນ ຕາແສງ ໃຫ້ຮູ້ວ່າ ທ້ອງຖິ່ນມີ 25 ຄອບຄົວ ຊາວກາໂຕລິກ ລ້ຽງປານໍ້າຈືດ ໃນເນື້ອທີ່ 35 ເຮັກຕາ, ສະໜອງ ປາທຸກຊະນິດ ໃຫ້ຕະຫຼາດ ປະມານ 700 ໂຕນ. ປີນີ້ການລ້ຽງປາໄດ້ຮັບຜົນດີ, ລາຄາ ປົກກະຕິ, ເພາະສະນັ້ນ ເຮັດໃຫ້ຜູ້ລ້ຽງມີລາຍຮັບສູງ.

ໃນລະດູແລ້ງປີນີ້, ໂບດກາໂຕລິກ ຊ໋ວຍຣາວ ໄດ້ຈັດຕັ້ງ ບັນດາ ການເຄື່ອນໄຫວ ຮໍ່າຮຽນ, ຝຶກອົບຮົມ ດ້ານພູມປັນຍາ ແລະ ຊ່ວຍ ໃຫ້ ນັກຮຽນ ໃຊ້ຊີວິດ ຢ່າງສຸດຈະລິດ. ນອກຈາກ ການ ພັດທະນາ ເສດຖະກິດ, ຊາວກາໂຕລິກ ຍັງເຮັດວຽກງານ ເມດຕາຈິດ, ວຽກ ງານສົງເຄາະ ແລະ ໄດ້ໃຫ້ການອຸປະຖຳຄຳ້ຊູ ບັນດາຄອບຄົວ ທີ່ ທຸກຍາກອີກດ້ວຍ.

 
ປະຕິບັດ: ແທງຮ່ວາ, ເຈິ່ນຮ໋ຽວ, ກີມເຟືອງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top