• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຄວາມລຶກລັບຂອງເສົາຫີນ ຢູ່ວັດ ຢ້າມ

ຜ່ານ 1.000 ປີ, ເສົາຫີນໜ່ວຍໜຶ່ງທີ່ໄດ້ຮັບຮອງເປັນຂອງປະເສີດຂອງປະເທດຊາດນອນຢູ່ວັດ ຢ້າມ ຂຶ້ນກັບຕາແສງ ນາມເຊີນ, ນະຄອນ ບັກນິງ ໄດ້ຈັບໃຈນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດດ້ວຍຄວາມລຶກລັບຂອງຕົນ.
ຕາມເອກະສານປະຫວັດສາດ, ວັດ ຢ້າມ ຍັງມີຊື່ອື່ນວ່າ ແກງລອງ ດົ່ງແຄງ, ດ້າຍຫຼາມຕື້ ເຄີຍເປັນໃຈກາງຂອງ ພຸດທະສາສະໜາ, ເປັນບ່ອນທ່ອງທ່ຽວທີ່ໜ້າຈັບໃຈໃນສະໄໝລາຊະວົງ ຫຼີ (1009-1025). ວັດຫຼັງນີ້ ໄດ້ພະລາຊິນີ ອີລານ ໃຫ້ກໍ່ສ້າງເມື່ອປີ 1086 ແລະ ສຳເລັດການກໍ່ສ້າງເມື່ອປີ 1094.

ທຳອິດວັດ ຢ້າມ ມີແຕ່ 12 ຫ້ອງ, ແຕ່ພາຍຫຼັງການສ້ອມແປງ ແລະ ບູລະນະມາເປັນຫຼາຍຄັ້ງ, ວັດຫຼັງນີ້ ຈຶ່ງມີ 100 ຫ້ອງ. ຜ່ານການຜັນແປຂອງການເວລາ, ກິດຈະກຳດ້ານສະຖາປັດຕະຍະກຳໃນວັດຫຼັງນີ້ ສ່ວນຫຼາຍຖືກເພພັງໄປໝົດແລ້ວ, ຍັງເຫຼືອແຕ່ກິດຈະກຳຈຳນວນໜຶ່ງ, ໃນນັ້ນມີເສົາຫີນໜ່ວຍໜຶ່ງ ທີ່ມີອາຍຸພັນປີ ນອນຢູ່ນອກບໍລິເວັນຂອງວັດ. ເສົາຫີນໜ່ວຍນີ້ ມີຄວາມສູງປະມານ 5 ແມັດ, ທາງຫຼັງອີງໃສ່ພູ ດ້າຍຫຼາມ (ພູ ຢ້າມ), ​ທາງໜ້າຫັນໄປສູ່ທິດຕາເວັນອອກ. ຈຸດເດັ່ນຂອງເສົາຫີນໜ່ວຍນີ້ ແມ່ນຮູບມັງກອນສອງໂຕສວຍງາມ ທີ່ໄດ້ແກະສະຫຼັກ ແຕ່ສະໄໝ ລາຊະວົງ ຫຼີ.

ແຕ່ລະເດືອນ, ຊາວ ບັກນິງ ມັກມາໄຕ້ທູບທຽນຢູ່ເສົາໜ່ວຍນີ້ ໃນວັນເພັງ ແລະ ວັນທີໜຶ່ງຕາມຈັນທະປະຕິທິນ. 


ຜ່ານການຜັນແປຂອງການເວລາ, ເສົາຫີນໜ່ວຍນີ້ ຍັງຄົງຕົວຢູ່
ໃນບໍລິເວັນຂອງວັດ ຢ້າມ.



ຫຼາຍຄົນໃຫ້ຮູ້ວ່າ ເສົາຫີນໜ່ວຍນີ້ ໄດ້ເຮັດດ້ວຍຫີນຊະໜິດໜຶ່ງ ທີ່ໄດ້ນຳມາຈາກທ້ອງຖິ່ນອື່ນໆ.


ຈຸດເດັ່ນຂອງເສົາຫີນໜ່ວຍນີ້ ແມ່ນຮູບມັງກອນສອງໂຕທີ່ ສວຍງາມ ໄດ້ແກະສະຫຼັກແຕ່ສະໄໝ ລາຊະວົງ ຫຼີ.


ຮູບມັງກອນສອງໂຕພວມອ້ອມກອດເສົາຫີນ ໄດ້ແກະສະຫຼັກແຕ່ສະໄໝ ລາຊະວົງ ຫຼີ.


ມີຫຼາຍຮ່ອງຮອຍທີ່ໄດ້ກໍ່ສ້າງແຕ່ສະໄໝ ລາຊະວົງ ຫຼີ ຍັງຄົງຕົວຢູ່ອ້ອມຂ້າງບໍລິເວັນເສົາຫີນໜ່ວຍນີ້.


ທາງຂຶ້ນໄປຫາເສົາຫີນເກົ່າແກ່ຢູ່ ວັດ ຢ້າມ.


ເສົາຫີນ ຢູ່ວັດ ຢ້າມ, ກິດຈະກຳພິເສດທີ່ສຸດຂອງສະໄໝ ລາຊະວົງ ຫຼີ ທີ່ຍັງໄດ້ຮັກສາໄວ້ໃຫ້ແກ່ຄົນລຸ້ນຫຼັງ. 
ຍ້ອນບໍ່ໄດ້ຄືຮູບຊົງເດີມ, ສະນັ້ນ ເສົາຫີນໜ່ວຍນີ້ ຍັງເປັນ ຄວາມ ລຶກລັບ ແລະ ຈັບໃຈ, ເຮັດໃຫ້ນັກຄົ້ນຄວ້າດ້ານປະຫວັດສາດ ຫຼາຍຄົນ ພະຍາຍາມເຮັດໃຫ້ຄວາມໝາຍຕົວຈິງຂອງມັນໄດ້ ຈະແຈ້ງ. ອີງຕາມຮູບຊົງ ແລະ ໂຄງສ້າງຂອງເສົາຫີນໜ່ວຍນີ້, ບາງຄົນຄິດວ່າ ນັ້ນແມ່ນ Linga ໜ່ວຍໜຶ່ງ (ສັນຍາລັກໃນການ ບູຊາຂອງເທວະດາ Shiva). ຖ້າອີງຕາມບັນດາຮ່ອງຮອຍທີ່ຍັງໄດ້ຮັກສາໄວ້ຢູ່ເທິງເສົາຫີນໜ່ວຍນີ້, ບາງຄົນຄິດວ່າ ນັ້ນແມ່ນໄມ້ເສົາຄຳ້ຂອງກິດຈະກຳຫຼັງໜຶ່ງ. ມັງກອນສອງໂຕທີ່ໄດ້ແກະສະຫຼັກ

ຢູ່ເທິງເສົາຫີນໜ່ວຍນີ້ ກໍ່ກາຍເປັນຫົວຂໍ້ໜຶ່ງໃຫ້ຫຼາຍຄົນເອົາມາ ໂຕ້ຖຽງກັນ. ສ່ວນຫຼາຍໃຫ້ຮູ້ວ່າ ມັງກອນຄູ່ນີ້ ພວມເຝົ້າແກ້ວມະນີ, ບາງຄົນຄິດວ່າ ມັງກອນຄູ່ນີ້ ແມ່ນສັນຍາລັກຂອງການເກີດແມ່ແຜ່ລູກຢ່າງຫຼວງຫຼາຍ ແລະ ຮູບວົງມົນນັ້ນແມ່ນໄຂ່.

ເຖິງວ່າ ມີຄວາມຄິດຄວາມເຫັນຫຼາຍຢ່າງທີ່ແຕກຕ່າງກັນ, ແຕ່ໝົດ ທຸກຄົນໄດ້ມີລັກສະນະລວມແມ່ນ ເສົາຫີນໜ່ວຍນີ້ ແມ່ນ ກິດຈະກຳແຫ່ງໜຶ່ງທີ່ລຳ້ຄ່າ, ມີສີສັນພິເສດຂອງສະໄໝຊາລະວົງ ຫຼີ ໄດ້ປະໄວ້ຄືນໃຫ້ຄົນລຸ້ນຫຼັງ.
ປະຕິບັດ: ຫວຽດເກື່ອງ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top