• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມພະຍາຍາມ ໃນການເອົາຊະນະວິກິດ, ນໍາໂຄງການສໍາ ເລັດຕາມກຳນົດເວລາ

ໃນວັນທີ 28-29 ກໍລະກົດ 2020 ໄດ້ມີ 2 ເຫດການທີ່ສຳຄັນ ແລະ  ມີຄວາມໝາຍ ກັບຄວາມເປັນຈິງ ເພື່ອຄຳນັບຮັບຕ້ອນກອງປະ ຊຸມໃຫຍ່ ຜູ້ແທນອົງຄະນະພັກ ກຸ່ມບໍລິສັດ ນຳ້ມັນ ອາຍແກັສ ແຫ່ງ ຊາດ ຫວຽດນາມ ຄັ້ງທີ III, ອາຍຸການ 2020-2025, ນັ້ນແມ່ນ ພິ ທີ ເປີດນຳໃຊ້ ໝໍ້ອາຍນໍ້າ ເຄື່ອງຈັກເລກ 1 ເປັນຄັ້ງທໍາອິດ, ເພື່ອ ສະໜອງ ໄຟ ຟ້າ 500 kv ຂອງ ໂຮງງານ ຜະລິດໄຟຟ້າ ຖ່ານຫີນ ແມ່ນນຳ້ ເຫົ້າ 1 ແລະ ໂຄງການ ຜະລິດປຸຍ ຈາກ urea ຂອງ ບໍລິສັດຫຸ້ນ ສ່ວນ ປຸຍ-ນຳ້ມັນ ອາຍແກັສ ກ່າເມົາ.
 
ວັນທີ 28 ກໍລະກົດ 2020, ຢູ່ສະຖານທີ່ກໍ່ສ້າງ ໂຄງການໂຮງງານ ຜະລິດໄຟຟ້າ ຖ່ານຫີນ ແມ່ນຳ້ ເຫົ້າ 1, ຜູ້ລົງທຶນ-ກຸ່ມບໍລິສັດ ນຳ ້ມັນ ອາຍແກັສ ຫວຽດນາມ (PVN) ພ້ອມກັບ ຜູ້ຮັບເໝົາ-ສະຫະ ບໍລິສັດ ປະກອບເຄື່ອງຈັກ ຫວຽດນາມ (LILAMA) ຈັດພິທີຕິດ ປ້າຍ ເປີດນຳໃຊ້ໝໍ້ອາຍນໍ້າ ເຄື່ອງຈັກເລກ 1 ເປັນຄັ້ງທຳອິດ. ທ່ານ ໂຮ່ຊວນ ຫ່ຽນ, ຫົວໜ້າຄະນະຄຸ້ມຄອງ ໂຮງການ ໃຫ້ຮູ້ວ່າ ເຫດ ການ ດັ່ງກ່າວ ມີຄວາມໝາຍສຸດທີ່ສຳຄັນ ສຳຫຼັບການ ປະຕິບັດ ໂຄງການ ກໍ່ສ້າງ ໂຮງງານຜະລິດໄຟຟ້າ ຖ່ານຫີນ ແມ່ນຳ້ ເຫົ້າ 1.

ນີ້ຄືຄວາມສໍາເລັດ ຄັ້ງສໍາຄັນ ເພື່ອໃຫ້ PVN, LILAMA ກວດກາ ຄຸນນະພາບ ຂອງ ໝໍ້ອາຍນໍ້າ ແລະ ລະບົບສຳຮອງທັງໝົດ ທ່ີກ່ຽວ ຂ້ອງ, ຮັບປະກັນ ເງື່ອນໄຂ ທາງດ້ານເຕັກນິກ ໃນການນໍາໃຊ້, ສຳ ເລັດວຽກງານ ທົດ ລອງການ ເປີດນຳໃຊ້ ແລະ ບັນດາພາກສ່ວນ ສຳຄັນຕໍ່ໄປ ຂອງ ໂຄງການ. 


ການນຳ PVN, ຜູ້ຮັບເໝົາ LILAMA ແລະ ຜູ້ແທນ ໄດ້ເປັນສັກ ຂີພິຍານ ພິທີເປີດນຳໃຊ້ ໝໍ້ອາຍນໍ້າ ເຄື່ອງຈັກ ເລກ 1 ຄັ້ງທຳອິດ ຂອງ ໂຮງ ງານ ຜະລິດໄຟຟ້າ ຖ່ານຫີນ ແມ່ນຳ້ ເຫົ້າ 1.


ປະຕິບັດ ພິທີການເປີດນຳໃຊ້ຕິດປ້າຍໂຄງການ ເພື່ອຄຳນັບຮັບ ຕ້ອນກອງ ປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກຸ່ມບໍລິສັດ ນຳ້ມັນ ອາຍແກັສ ແຫ່ງຊາດ ຫວຽດນາມ ຄັ້ງທີ III.


ພິທີເປີດນຳໃຊ້ໂຄງການຜະລິດປຸຍ ຈາກ urea  ເພື່ອຄໍານັບ ຮັບ ຕ້ອນກອງປະຊຸມໃຫຍ່ ຜູ້ແທນ ອົງ ຄະນະພັກ ກຸ່ມບໍລິສັດ ນຳ້ມັນ ອາຍແກັສ ແຫ່ງຊາດ ຫວຽດນາມ ຄັ້ງທີ III, ອາຍຸການ 2020-2025. 


ຄະນະຜູ້ແທນໄປຢ້ຽມຢາມຕ່ອງໂສ້ຜະລິດ ປຸຍ ຈາກ urea ຂອງ ບໍລິສັດຫຸ້ນສ່ວນ ປຸຍ-ນຳ້ມັນ ອາຍແກັສ ກ່າເມົາ.
ເນື່ອງໃນໂອກາດນີ້, ຄະນະພັກ ກຸ່ມບໍລິສັດ ນຳ້ມັນ ອາຍແກັສ ແຫ່ງຊາດ ຫວຽດນາມ ໄດ້ຈັດພິທີ ຕິດປ້າຍສຳເລັດ 2 ກິດຈະກຳ ທີ່ສຳຄັນຂອງໂຄງການ ຄື: “ເປີດນຳໃຊ້ ໝໍ້ອາຍນໍ້າ ເຄື່ອງຈັກ ເລກ 1 ຂອງ ໂຮງງານຜະລິດໄຟຟ້າ ຖ່ານຫີນ ແມ່ນຳ້ ເຫົ້າ 1 ຢ່າງ ສໍາ ເລັດຜົນ” ແລະ “ສຳເລັດການກໍ່ສ້າງ ສະຖານ ທີ່ສະໜອງໄຟ ຟ້າ 500 kV, ສູນພະລັງງານໄຟຟ້າ ແມ່ນຳ້ເຫົ້າ” ເພື່ອຄຳນັບຮັບ ຕ້ອນ ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ກຸ່ມບໍລິສັດ ນໍ້າມັນ ອາຍ ແກັດ ແຫ່ງຊາດ ຫວຽດນາມ ຄັ້ງທີ III, ອາຍຸການ 2020-2025.

ມາຮອດປັດຈຸບັນ, ໂຄງການໄດ້ສຳເລັດຫຼາຍພາກສ່ວນທີ່ສຳຄັນ, ໄວກວ່າ ກຳນົດເວລາ. ຜົນງານດັ່ງກ່າວ ແມ່ນມາຈາກຄວາມດຸໝັ່ນ ຂະຫຍັນພຽນ ໃນການເຮັດວຽກ ຂອງ ຜູ້ອອກແຮງງານ ຢູ່ຕາມໂຄງ ການ, ການຕັດສິນໃຈ ຂອງຜູ້ລົງທຶນ, ຄະນະຄຸ້ມຄອງ, ຜູ້ຮັບເໝົາ LILAMA ແລະ ຜູ້ຮັບເໝົາການກໍ່ສ້າງ, ທ່ີປຶກສາດ້ານ ການອອກ ແບບ, ທ່ີປຶກສາ ຕິດຕາມການຊີ້ນໍາ. ຍ່ິງກວ່ານີ້, ການສຳ ເລັດໜ້າ ທີ່ດັ່ງກ່າວ ມີຂຶ້ນໃນສະພາບການ ລົງທຶນປະສົບຄວາມຫຍຸ້ງຍາກ, ກຸ່ມບໍລິສັດ ນຳ້ມັນ ອາຍແກັສ ແຫ່ງຊາດ ຫວຽດນາມ ໄດ້ຮັບ ຜົນ ກະທົບຈາກການລະບາດ ໂຄວິດ-19. ຍ້ອນແນວນັ້ນ, ວຽກງານ ຈຳນວນໜຶ່ງ ຢູ່ສະຖານທີ່ກໍ່ສ້າງໄດ້ຮັບຜົນສະທ້ອນ, ຕ້ອງຢຸດການ ເຄື່ອນໄຫວຊົ່ວຄາວ, ຍ້ອນຜູ້ຊ່ຽວຊານການຮັບເໝົາ, ຜູ້ສະໜອງ ອຸ ປະກອນກໍ່ສ້າງ ຈາກປະເທດເຢຍລະມັນ, ອີຕາລີ, ສ ເກົາຫຼີ, ສ ອາ ເມລິກາ... ເຂົ້າມາຫວຽດນາມ ຕ້ອງໂຈະຊົ່ວຄາວ. ນອກຈາກການ ຂາດຜູ້ຊ່ຽວຊານ ຕ່າງປະເທດ ແລະ ອຸປະກອນກໍ່ສ້າງ, ຈຳນວນ ແຮງງານທີ່ ເຮັດວຽກ ຢູ່ສະຖານທີ່ກໍ່ສ້າງ ກໍ່ໄດ້ຮັບ ຜົນສະທ້ອນ, ຂາດແຄນຫຼາຍ ເມື່ອທຽບກັບຄວາມຕ້ອງການ  ຍ້ອນເຂົາເຈົ້າ ຕ້ອງ ປະຕິບັດ ການແຍກຫ່າງທາງສັງຄົມ.

ຜ່ານຜ່າຄວາມຫຍຸ້ງຍາກ ນາໆປະການ, ຄະນະຄຸ້ມຄອງໂຄງການ, ຜູ້ຮັບເໝົາ ແລະ ຜູ້ອອກແຮງງານທີ່ເຮັດວຽກຢູ່ສະຖານທີ່ກໍ່ສ້າງ ໄດ້ ຕັດສິນໃຈ ແລະ ຄວາມຮັບຜິດຊອບໃນການສະກັດກັ້ນ ແລະ ຕ້ານ ໂຄວິດ-19, ພະຍາຍາມຮັກສາວຽກງານຢູ່ສະຖານ ທີ່ກໍ່ສ້າງ ເພື່ອ ສຳເລັດໜ້າທີ່ ແລະ ເປົ້າໝາຍທີ່ວາງອອກຕາມກຳນົດເວລາ. ໂຄງ ການໄດ້ຮັບການຕີລາຄາສູງຈາກ ສະພາມອບ ຮັບ ກິດຈະກຳກໍ່ ສ້າງ ແຫ່ງລັດ ໃນການກວດກາ ແຕ່ລະຄັ້ງ.
 
ຄວາມປະທັບໃຈທີ່ສອງ ແມ່ນພິທີຕິດປ້າຍເປີດນຳໃຊ້ ໂຄງການ ຜະລິດປຸຍ ຈາກ urea ຂອງ ບໍລິສັດ ຫຸ້ນສ່ວນປຸຍ-ນຳ້ມັນ ອາຍ ແກັສ ກ່າເມົາ ໄດ້ຈັດຂຶ້ນຢ່າງສົມກຽດເພື່ອຄຳນັບຮັບຕ້ອນກອງປະ ຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ກຸ່ມບໍລິສັດ ນຳ້ມັນ ອາຍແກັສ ແຫ່ງ ຊາດ ຫວຽດນາມ ຄັ້ງທີ III, ອາຍຸການ 2020-2025 ເມື່ອ ວັນທີ 29 ກໍລະກົດ.

ທ່ານ ວັນຕຽນແທ່ງ, ຜູ້ອຳນວຍການໃຫຍ່ PVCFC ໃຫ້ຮູ້ວ່າ ໂຄງການເປັນໜຶ່ງໃນບັນດາກິດຈະກຳ ມີລັກສະນະຕັດສິນ ໃນການກໍ່ ສ້າງ ແລະ ປະຕິບັດຍຸດທະສາດພັດທະນາຂອງ PVCFC ໃນ 5 ປີຕໍ່ໜ້າ. ຫຼັງຈາກໄດ້ນຳເຂົ້າການ ເຄື່ອນໄຫວຢ່າງເປັນ ທາງການ, ໂຄງການຈະກາຍເປັນໂຮງງານຜະລິດ ປຸຍ ຈາກ urea ທີ່ມີຄຸນ ນະພາບ, ເປັນຜູ້ນຳໜ້າຢູ່ຕະຫຼາດ, ດ້ວຍປະລິມານ ການ ຜະລິດ 300.000 ໂຕນ/ປີ, ຍອດມູນຄ່າການລົງທຶນກວ່າ 800 ຕື້ດົ່ງ, ຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງຕະຫຼາດ ພາຍໃນ, ກ້າວ ສູ້ການສົ່ງອອກ, ປະກອບສ່ວນພັດທະນາເສດຖະກິດ ຂອງ ພາກ ພື້ນ. ໂຄງການໄດ້ສ້າງຂີດໝາຍ ເປັນເທື່ອທຳອິດ ຢູ່ ຫວຽດນາມ ມີ ໂຮງງານຜະລິດປຸຍ ຈາກ urea  ທີ່ໄດ້ຮັບການ ລົງທຶນຕິດຕັ້ງອຸປະ ກອນຕົ້ນຕໍ່ ຂອງ EU/G7, ຕິດຕັ້ງ ລະບົບຕ່ອງໂສ້ການຜະລິດຕາມ ເຕັກໂນໂລຊີ ທັນສະໄໝ ທີ່ສຸດ ຈາກ ESPINDESA - ແອ໋ສສະ ປາຍ, ກາຍເປັນການກຳຜະລິດ ປຸຍ ຈາກ urea ທັນສະໄໝທີ່ສຸດ.
 
ການສຳເລັດບັນດາຂີດໝາຍ ສໍາຄັນ ຂອງ ໂຄງການຂ້າງເທິງແລ້ວ ຕາມກຳນົດເວລາ ໄດ້ຢັ້ງຢືນວ່າ ເຖິງສະຖານະການຫຍຸ້ງຍາກ ພຽງ ໃດກໍ່ຕາມ, ແຕ່ຂະແໜງນຳ້ມັນ ອາຍແກັສ ຍິ່ງສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນ, ນຳໜ້າ ດັ່ງຄໍາຢືນຢັນຂອງສະຫາຍ ເຈິ່ນຊີແທງ, ກຳມະການຄະນະບໍລິຫານງານສູນ ກາງພັກ, ເລຂາຄະນະພັກ,ປະ ທານສະພາ ທີ່ປຶກສາ ຂອງ ກຸ່ມບໍລິສັດ ນຳ້ມັນ ອາຍແກັສ ແຫ່ງ ຊາດ ຫວຽດນາມ ເຊິ່ງໄດ້ຂຽນ ໃນຈົດໝາຍອວຍພອນ ພະນັກງານ ທຸກຄົນທີ່ພວມເຮັດວຽກໃນໂຄງການກໍ່ສ້າງໂຮງງານຜະລິດໄຟຟ້າ ຖ່ານຫີນ ແມ່ນໍ້າ ເຫົ້າ 1: ການນຳກຸ່ມບໍລິສັດ ຮັບຮູ້ ແລະ ຕີລາຄາ ສູງ ຕໍ່ຄວາມພະຍາຍາມໃນການເຮັດວຽກ, ຄວາມຮັບຜິດຊອບ, ກ້າຄິດກ້າທຳຂອງຄະນະ ຄຸ້ມຄອງໂຄງການ, ຜູ້ຮັບເໝົາ ແລະ ບັນ ດາຜູ້ຮັບເໝົາການກໍ່ສ້າງ ໃນສະພາບການ ປະສົບ ຄວາມຫຍຸ້ງ ຍາກ ຫຼາຍປະການ, ສິ່ງທະທາຍຫຼາຍຢ່າງ ໂດຍຜົນ ສະທ້ອນ ຈາກ ການລະບາດ ໂຄວິດ-19 ແລະ ການປ່ຽນແປງ ຢ່າງບໍ່ຢຸດຢັ້ງຂອງ ສະພາບເສດຖະກິດ-ສັງຄົມ.

ຜົນສຳເລັດຈາກ 2 ໂຄງການດັ່ງກ່າວ ໄດ້ກາຍເປັນສັນຍາລັກ, ເປັນຂອງຂວັນທີ່ມີຄວາມໝາຍ, ເໝາະກັບຄວາມເປັນຈິງ ເພື່ອ ຄຳ ນັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ກຸ່ມບໍລິສັດ ນຳ້ມັນ ອາຍແກັສ ແຫ່ງຊາດ ຫວຽດນາມ ຄັ້ງທີ III, ອາຍຸການ 2020-2025 ດ້ວຍຄວາມຫວັງດີ ໃນອາຍຸການໃໝ່. 
ປະຕິບັດ: VNP

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top