• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມປະທັບໃຈຕໍ່ລາຍການທ່ອງທ່ຽວ ຢ້ຽມຊົມສະຖານທີ່ປະຫວັດສາດຄຸກ ຮວ່າລໍ່ ໃນຍາມຄ່ຳຄືນ

      ນັບແຕ່ວັນທີ 24 ກໍລະກົດ ແຂກທ່ອງທ່ຽວ ເມື່ອມາຢ້ຽມຊົມສະຖານທີ່ປະຫວັດສາດຄຸກ ຮວ່າລໍ່ ຈະໄດ້ເຂົ້າຮ່ວມລາຍກາຍທ່ອງທ່ຽວຢ້ຽມຊົມໃນຍາມຄ່ຳຄືນ ດ້ວຍຊື່ທີ່ເອີ້ນວ່າ ຄ່ຳຄືນສັກກາລະບູຊາ - ນ້ຳໃຈ ຫວຽດນາມ ສະຫວ່າງສະໄຫວ”. ໃນຕະຫຼອດໄລຍະການເດີນທາງ, ແຂກທ່ອງທ່ຽວຈະມີຄວາມປະທັບໃຈ ເປັນພິເສດ, ຈາກຄວາມເຈັບປວດຕໍ່ໜ້າການກະທຳທີ່ຮ້າຍກາດ ຂອງລະບອບຄຸກລ່າເມືອງຂຶ້ນ ຕະຫຼອດຮອດຄວາມນິຍົມນັບຖືຕໍ່ເຈດຈຳນົງ ທີ່ອົງອາດກ້າແກ່ນ, ຄວາມເສຍສະຫຼະຊີວິດຢ່າງພິລະອາດຫານຂອງບັນດານັກວິລະຊົນ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ເຊິ່ງຊື່ສຽງຮຽງນາມຂອງເຂົາເຈົ້າໄດ້ກາຍເປັນສ່ວນໜຶ່ງໃນປະຫວດສາດຂອງຊາດ

ສະຖານທີ່ປະຫວັດສາດ ຄຸກ ຮວ່າລໍ່
      ໃນຄ່ຳຄືນທ້າຍເດືອນ ມິຖຸນາ, ສະຖານທີ່ປະຫວັດສາດ ຄຸກ ຮວ່າລໍ່ ໄດ້ເປີດປະຕູຕ້ອນຮັບແຂກທ່ອງທ່ຽວ ບັນດາຜູ້ທຳອິດທີ່ໄດ້ເຂົ້າຮ່ວມລາຍການ ທ່ອງທ່ຽວ “ຄ່ຳຄືນສັກກາລະບູຊາ - ນ້ຳໃຈ ຫວຽດນາມ ສະຫວ່າງສະໄຫວ” ນີ້ແມ່ນລາຍການທ່ອງທ່ຽວໃໝ່ ໂດຍຄະນະຄຸ້ມຄອງສະຖານທີ່ປະຫວັດສາດ ຄຸກ ຮ່ວາລໍ່ ສົມທົບກັບບໍລິສັດທ່ອງທ່ຽວ Hanoitourist ໄດ້ປະຕິບັດ ແນໃສ່ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ ເມື່ອມາຢ້ຽມຊົມສະຖານທີ່ແດງ ໃນຂອບເຂດການເດີນທາງຄົ້ນຫານະຄອນຫຼວງ ຮ່າໂນ້ຍ. ທ່ານ ດັ້ງວັນບ໋ຽວ ຮອງຫົວໜ້າຄະນະຄຸ້ມຄອງຄຸກ ຮວ່າລໍ່ ໃຫ້ຮູ້ວ່າ:
 “ນີ້ແມ່ນການເດີນທາງທ່ອງທ່ຽວໃໝ່ ທີ່ມີແສງ,ສີ,ສຽງ ແລະ ຜູ້ນຳທ່ຽວຊົມ, ອັນໄດ້ປະກອບສ່ວນສ້າງເລື່ອງລາວຢ່າງສົມບູນ ເພື່ອໃຫ້ແຂກທ່ອງທ່ຽວເຂົ້າມາຢ້ຽມຊົມທັດສະນະສຶກສາ ແລະ ມີຄວາມຮູ້ສຶກກ່ຽວກັບບ່ອນທີ່ເປັນຂຸມນາລົກ ບົນໜ້າໂລກ ເຊິ່ງໄດ້ຈັບກຸມຄຸມຂັງ ແລະ ທໍລະມານບັນດານັກຮັບຜູ້ຮັກຊາດ, ນັກປະຕິວັດ ຫວຽດນາມ ຄືແນວໃດ. ໄລຍະເວລາຂອງການທ່ອງທ່ຽວ ແມ່ນໄດ້ໃຊ້ເວລາແຕ່ 45 ນາທີ ຫາ 1 ຊົ່ວໂມງ ເຊິ່ງໄດ້ຕິດພັນກັບ 10 ເລື່ອງລາວ, ໃນເວລາຢ້ຽມຊົມກໍ່ມີການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກປະຕິວັດຜູ້ອາວຸໂສ, ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ ເພື່ອເອກະລາດ, ອິດສະຫຼະພາບໃນວັນນີ້ອີກດ້ວຍ”.
 ແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ ຈະໄດ້ຫວນຄືນໄລຍະກ່ອນນີ້, ໄດ້ກັບຄືນສູ່ອະດີດຕະການ ຜ່ານການເດີນທາງຄົ້ນຫາສະຖານທີ່ປະຫວັດສາດຄືຈາກປະຕູໂຂງ, ບ່ອນຄຸມຂັງນັກໂທດຊາຍລວມໝູ່, ບ່ອນກັດຂັງນັກໂທດການເມືອງເພດຊາຍ, ບັນດາປະຕູຂຸມຕະຄອງໃຕ້ດິນ, ບ່ອນກັດຂັງບັນດານັກໂທດການເມືອງເພດຍິງ, ເຄື່ອງຕັດຄໍ, ອະນຸສາວະລີນັກຮົບທີ່ໄດ້ເສຍສະຫຼະຊີວິດ. ຮູບພາບຄຸກທີ່ມືດມົນ ອົບເອົ້າ ພ້ອມກັບສຽງຕ່າງໆ ອັນໄດ້ວາດພາບຊ່ວຍແຂກທ່ອງທ່ຽວ ຮູ້ສຶກໄດ້ເຖິງຄວາມຮ້າຍກາດ ຂອງຄຸກໃນສະໄໝລ່າເມືອງຂຶ້ນ. ພົນຈັດຕະວາ ຮວິ່ງດັກເຮືອງ ອະດີດຜູ້ບັນຊາການ ທັງເປັນກຳມະການການເມືອງ ກອງບັນຊາການທະຫານອາສາສະໝັກ ຫວຽດນາມ ຢູ່ ລາວ ຖືວ່າ:
 “ບັນດາຮູບແບບທ່ອງທ່ຽວຄືແນວນີ້ ໄດ້ຊ່ວຍໃຫ້ປະຊາຊົນຮູ້ຈັກ ແລະ ຫວນຄືນບັນດາຮູບພາບເມື່ອກ່ອນນີ້. ເພື່ອຊ່ວຍຄົນເຮົາວາດນຶກ, ໃຊ້ຈິນຕະນາການ, ສາມາດຄົ້ນຄິດຢ່າງເລິກເຊິ່ງກວ່ານັ້ນ, ໃນຍາມຄ່ຳຄືນກໍ່ແມ່ນຊ່ວງເວລາທີ່ຈັບໃຈ ”.
  ນອກຈາກນັ້ນ ໃນລາຍການຄົ້ນຫາໃນຍາມຄ່ຳຄືນ, ແຂກທ່ອງທ່ຽວຍັງຈະໄດ້ຮັບຊົມລາຍການສະແດງເປົ່າຂຸ່ຍຢູ່ກົກຕົ້ນຫູກວງປະຫວັດສາດ ເພື່ອສາມາດເຂົ້າໃຈ ກ່ຽວກັບນ້ຳໃຈອົງອາດກ້າແກ່ນຂອງບັນດານັກຮົບປະຕິວັດ; ໄດ້ຮັບຟັງຜູ້ນຳທ່ຽວເລົ່າສູ່ຟັງເລື່ອງລາວກ່ຽວກັບ ເລື່ອງລາວ ຂອງ ບັນດານັກຮົບເມື່ອກ່ອນນີ້ ໄດ້ນຳໃຊ້ໃບຫູກວງ, ໝາກຫູກວງເພື່ອເປັນຢາປິ່ນປົວພະຍາດ. ມີນັກທ່ອງທ່ຽວບາງຄົນໃຫ້ຂໍ້ສັງເກດ ພາຍຫຼັງທີ່ໄດ້ຢ້ຽມຊົມຄຸກ ຮວ່າລໍ່ ໃນຍາມຄ່ຳຄືນວ່າ:
 “ຢູ່ທີ່ນີ້ມີບັນຍາກາດສັກສິດທີ່ສຸດ ອັນໄດ້ຊ່ວຍໃຫ້ພວກຂ້າພະເຈົ້າຄືດັ່ງໄດ້ເຊື່ອມຕົວເຂົ້າໃນຊີວິດ ຂອງບັນດານັກໂທດການເມືອງ, ໄດ້ເຮັດໃຫ້ພວກຂ້າພະເຈົ້າມີຄວາມສະດຸ້ງໃຈ”.
 “ຂ້າພະເຈົ້າມີຄວາມຮູ້ສຶກທັງສະເທືອນໃຈ ທັງຮູ້ສຶກມີຄວາມສັກກາລະບູຊາ ແລະ  ເອກອ້າງທະນົງໃຈ ຕໍ່ປະຫວັດສາດ ເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້. ສິ່ງທີ່ເຮົາມີຄວາມປະທັບໃຈທີ່ສຸດ ແມ່ນການສຽງ ແລະ ແສງສະຫວ່າງ, ຂ້າພະເຈົ້າຍັງບໍ່ທັນໄດ້ເຫັນໃນຫໍພິພິທະພັນປະຫວັດສາດແຫ່ງໃດ ທີ່ມີການສຽງ ແລະ ແສງສະຫວ່າງທີ່ມີຊີວິດຊີວາ ແລະ ມະຫັດສະຈັນເຊັ່ນນີ້. ຂ້າພພະເຈົ້າຮູ້ສຶກວ່າ ນີ້ແມ່ນສິ່ງທີ່ເປັນເອກະລັກທີ່ສຸດ”.
 ໜຶ່ງໃນບັນດາສະຖານທີ່ດູດດື່ມ ໃນການເດີນທາງຄົ້ນຫາສະຖານທີ່ປະຫວັດສາດ ຄຸກ ຮວ່າລໍ່ ໃນຍາມຄ່ຳຄືນ, ນັ້ນແມ່ນພາຍຫຼັງທີ່ໄດ້ຢ້ຽມຊົມບໍລິເວນຄຸກແລ້ວ ແຂກທ່ອງທ່ຽວຈະໄດ້ໄປອະນຸສາວະລີ ອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອຈູດທູບໄຕ້ທຽນອາໄລຫາບັນດານັກຮົບວິລະຊົນ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ລາຍການທ່ອງທ່ຽວໄດ້ຕ້ອນຮັບແຂກທ່ອງທ່ຽວເຂົ້າມາຢ້ຽມຊົມ ທັດສະນະສຶກສາ ແຕ່ວັນທີ 24 ກໍລະກົດ ໃນຄ່ຳຄືນວັນສຸກ ວັນເສົາ ແລະ ວັນອາທິດ ປະຈຳສັບປະດາ ແລະ ບໍ່ຮັບແຂກທ່ອງທ່ຽວມີອາຍຸຕ່ຳກວ່າ 16 ປີ. 
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top